ຊຸກຍູ້ການປະຕິບັດບັນດາຈຸດໝາຍຕ້ານການສໍ້ລາດບັງຫລວງ

(vovworld)- ທີ່​ວາລະ​ປະຊຸມ​​ໃນ​ວັນ​ທີ 17/7, ຄະນະ​ຊີ້ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ໄດ້​ຍົກໃຫ້​ເຫັນບັນດາ​ຫນ້າ​ທີ​່ລະອຽດ​ໃນ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ແຕ່​ນີ້​ຮອດ​ທ້າຍ​ປີ. ຫລັງ​ຈາກ​ນັ້ນ​ມື້ຫນຶ່ງ, ກຳມາທິການ​ຍຸຕິ​ທຳ​ຂອງ​ສະພາ​ແຫ່ງ​ຊາດ​ກໍ​ໄດ້​ດຳ​ເນີນ​ວາລະ​ອະພິປາຍ​ການ​ຄົ້ນ​ພົບ ​ແລະ ປັບ​ໄຫມ​ລົງ​ໂທດການ​ກະທຳ​ສໍ້​ລາດ​ບັງ​ຫລວງ​ແມ່ນ​ຂຶ້ນ​ກັບ​ຄວາ​ມຮັບຜິດຊອບ​ຂອງ​ບັນດາ​ອົງການ​ແຫ່ງ​ລັດ. ບັນດາວາລະ​ປະຊຸມ​ດັ່ງກ່າວ​​​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ​ໃນ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫລວງຂອງ​ທຸກ​ຂັ້ນ, ຍູ້​ອາດຊະຍາ​ກຳ​ນີ້​ໃຫ້​ຖອຍ​ໄປ​ເທື່ອ​ລະ​ກ້າວ. ​

        ຕາມ​ການ​ສະຖິຕິ​​ໃຫ້​ເຫັນ​ວ່າ: ​ໃນ 6 ​ເດືອນ​ຕົ້ນ​ປີ, ວຽກ​ງານ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງບັນລຸ​ໝາ​ກຜົນ​ຕັ້ງຫນ້າ, ​ໃນ​ນັ້ນ ຕ້ອງ​ເວົ້າ​ເຖິງ​ການ​ສ້າງ​ຕັ້ງ, ປັບປຸງ​ກ່ຽວ​ກັບ​ການຈັດ​ຕັ້ງ, ການ​ເຄື​່ອນ​ໄຫວ​ຂອງ​ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບການ ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ, ຄະນະ​ວຽກ​ງານການ​ເມືອງ​ພາຍ​ໃນສູນ​ກາງ ​ແລະ ຄະນະ​ວຽກ​ງານ​ການ​ເມືອງ​ພາຍ​ໃນ​ຄະນະ​ພັກ​ແຂວງ, ຄະນະ​ພັກ​ນະຄອນ. ໝາກຜົນ​ການ​ກວດກາ​ວິຊາ​ສະ​ເພາະ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ, ນຳ​ໃຊ້​ທີ່​ດິນ, ລົງທຶນ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ຄຸ້ມ​ຄອງ ​ແລະ ນຳ​ໃຊ້​ງົບປະມານ​ແຫ່ງ​ລັດ​ໃຫ້​ເຫັນ​ວ່າ: ​ໄດ້​ຄົ້ນ​ພົບ​ກໍລະນີລະ​ເມີດ​ກວ່າ 12.000 ຕື້​ດົ່ງ, ສະ​ເຫ​ນີ​ເກັບ​ລາຍ​ຮັບ​ງົບປະມານ​​ໃຫ້​​ໄດ້​ເກືອບ 5000 ຕື້​ດົ່ງ. ບັນດາ​ອົງການ​ຕຸລາການ​ກໍ່​ໄດ້ອອກ​ຄຳ​ສັ່ງ​ເປີດ​ການ​ສືບ​ສວນ​ສອບ​ສວນ 116 ກໍລະນີ ດ້ວຍ​ຜູ​​້ຕ້ອງ​ຫາ 266 ຄົນທີ່​ມີ​ການກະທຳ​ຜິດ​ສໍ້​ລາດ​ບັງ​ຫລວງ.

ຊຸກຍູ້ການປະຕິບັດບັນດາຈຸດໝາຍຕ້ານການສໍ້ລາດບັງຫລວງ - ảnh 1
ວາປະປະຊຸມຄັ້ງທີ 3ຄະນະ​ຊີ້ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ປ້ອງ​ກັນ,
 ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​

ພາບ:internet

        ທ່ານ​ຮີ່ງຟອງ​ແຈງ, ຫົວຫນ້າ​ອົງການ​ກວດກາ​ລັດຖະບານ ​ໄດ້​ຮັບ​ຮູ້​ວ່າ: ການ​ສໍ້​ລາດ​ບັງ​ຫລວງ​ຢູ່​ບາງ​ຂົງ​ເຂດ​ຄຸ້ມ​ຄອງ​ລັດ​ໄດ້​ຖືກ​ຈຳກັດ​ເທື່ອ​ລະ​ກ້າວ ​ແຕ່​ມີ​ບາງ​ຂົງ​ເຂດ​ຄື: ສິນ​ເຊື່ອ, ທະນາຄານ, ຄຸ້ມ​ຄອງ ​ແລະ ນຳ​ໃຊ້​ທີ່​ດິນ, ການ​ລົງທຶນ​ກໍ່ສ້າງ, ຄຸ້ມ​ຄອງ, ນຳ​ໃຊ້​ຊັບ​ສິນ​ຂອງ​ລັດ​ຍັງ​ເກີດ​ກໍລະນີ​ສໍ້​ລາດ​ບັງ​ຫລວງ​ດ້ວຍ​ການ​ກະທ​ຳ​ເລີກ​ແລບ, ​ສັບສົນ​ກວ່າ. ວຽກ​ງານ​ຄົ້ນ​ພົບ ​ແລະ ປັບ​ໄຫມລົງ​ໂທດ​ການ​ກະທຳ​ສໍ້​ລາດ​ບັງ​ຫລວງ​ຍັງ​ຖືກຈຳກັດ​, ຫຍູ້​ງຍາກ, ຂາດ​ຂໍ້​ກຳນົດ​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ຮັບປະກັນ​ການ​ປະຕິບັດ​ບັນດາ​ຂໍ້​ຕົກລົງ, ການ​ສະຫລຸບ​ຂອງ​ອົງການ​ກວດກາ.

        ຈາກ​ສະພາບ​ຕົວ​ຈິງ​ດັ່ງກ່າວ​ຮຽກຮ້ອງ​ໃຫ້​ມີ​ບັນດາ​ມາດ​ຕະການ​ລະອຽດ​ກວ່າ​ ​ເພື່ອ​ປະຕິບັດ​ຈຸດໝາຍ​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ ຊື່​ງພັກ, ລັດ​ໄດ້​ວາງ​ອອກ. ຕາມ​ນັ້ນ​ແລ້ວ, ​ໃນ 6 ​ເດືອນ​ທ້າຍ​ປີ, ຄະນະ​ຊິ້ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ ​ເຫັນ​ດີ ສຸມ​ໃສ່​ປະຕິບັດ 8 ຫນ້າ​ທີ່​ຈຸດ​ສຸມ. ​ໃນ​ນັ້ນ ຈະ​ສືບ​ຕໍ່​ຊີ້​ນຳ​ການ​ສ້າງ​ສຳ​ເລັດ​ລະບອບ​ລະບຽບ​ການກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ, ຮີບ​ເຮັ່ງ​ສ້າງ​ບັນດາ​ຂໍ້​ກຳນົດ​ກ່ຽວ​ກັບ​ຄວາ​ມຮັບຜິດຊອບ​ອະພິປາຍ​ຂອງ​ອົງການ​ລັດ​ໃນ​ການ​ປະຕິບັດ​ຫນ້າ​ທີ່, ສິດ​ອຳນາດ​ທີ່​ໄດ້​ຮັບ​ການ​ມອບ​ໝາຍ, ປະກາດ​ໃຫ້​ແຜນ​ຮ່າງ​ເພີ່ມທະວີ​ການ​ປະຕິບັດ, ກວດກາ​ການ​ແຈ້ງຊັບ​ສິນ; ​ແຜນ​ຮ່າງ​ກວດກາ​ລາຍ​ຮັບ​ຂອງ​ຜູ້​ມີ​ຖານະຕຳ​ແຫ​ນ່ງ, ສິດ​ອຳ​ນາດ. ການ​ຜັນ​ຂະຫຍາຍ​ແຜນການ​ກວດກາ, ຕິດຕາມ​ກວດກາ, ອອກ​ຄຳ​ສັ່ງ​​ເປີດ​ການ​ສືບສວນ​ສອບ​ສວນ, ສັ່ງ​ຟ້ອງຂຶ້ນ​ສານ​ດຳ​ເນີນ​ຄະດີ, ພິພາກສາ​​ຄະດີສໍ້​ລາດ​ບັງ​ຫລວງ​ທີ່ສັບສົນ​ຫລື​ຫາງ​ສຽງ​ສັງຄົມ​ມີ​ຄວາມ​ສົນ​ໃຈ​ເປັນ​ພິ​ເສດ​ກໍ​ໄດ້​ຮັບ​ການ​ເຕື້ອງ​ເຖິງ. ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ ​ໄດ້​ສ້າງ​ຕັ້ງ 7 ຄະນະ​ປະຕິບັດ​ວຽກ​ງານ​ກວດກາ, ​ຕິດຕາມ​ກວດກາ​ບາງ​ຂະ​ແຫນງ​ການ,​ທ້ອງ​ຖິ່ນ. ​ເມື່ອ​ເວົ້າ​ເຖິງ​ຫນ້າ​ທີ່​ນີ້, ທ່ານ​ເລຂາທິການ​ໃຫຍ່ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ​ຈ້ອງ, ຫົວຫນ້າ​ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ ​ໄດ້​ເນັ້ນ​ຫນັກ​ວ່າ​:

        “ຄະນະ​ວຽກ​ງານ​ການ​ເມືອງ​ພາຍ​ໃນສູນ​ກາງ​ແມ່ນ​ອົງການທີ່​ຮັບຜິດຊອບ​​​ເຊີນ​ບັນດາ​ອົງການ​ກ່ຽວຂ້ອງ, ຫົວຫນ້າ​ຂະ​​ແຫນງ​ການ​ຕ່າງ​ໆມາ​ປຶກສາ​ຫາລື​ນຳ​ກັນ​ເພື່ອ​ແກ້​ໄຂ​ບັນດາ​ບັນຫາ​ຍັງ​ມີທັດ​ສະ​ນະ​ແຕກ​ຕ່າງ​ກັນ, ຂໍ້​ຕິດ​ຂັດ. ”

        ຄວາມ​ຈິງ​ໃຫ້​ເຫັນ​ວ່າ: ສາຍ​ເຫດ​ທີ່​ພາໃຫ້ການ​ຄົ້ນ​ພົບ ​ແລະ ປັບ​ໄຫມ​ລົງ​ໂທດການ​ກະທຳ​ສໍ້​ລາດ​ບັງ​ຫລວງ​ຂອງ​ບັນດາ​ອົງການ​ບໍລິຫານ​ແຫ່ງ​ລັດ​ຍັງ​ປະສົບ​ກັບ​ຄວາມ​ຫຍູ້​ງຍາກ ຍ້ອນ​ກົນ​ໄກ, ນະ​ໂຍບາຍ, ກົດໝາຍ​ກ່ຽວ​ກັບ​ການ​ປ້ອງ​ກັນ,​ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ບໍ່​ທັນ​ຄົບ​ຊຸດ. ທະນາຍຄວາມ ຫງວຽນວັນ​ເຫົ້າ, ຮອງ​ປະທານ​ສະມາຄົມ​ທະນາຍຄວາມ​ນະຄອນ ​ໂຮ່ຈິ​ມີນ ສະ​ເຫ​ນີວ່າ:

        “​ເພື່ອ​ຈຳກັດ​ສະພາບ​ການ​ສໍ້​ລາດ​ບັງ​ຫລວງ ​ແລະ ການສະ​ແຫວ​ງຫາຜົນ​ປະ​ໂຫຍ​ດຂອງ​ກຸ່ມບຸກຄົນ, ລັດ​ຕ້ອງ​ກວດກາ​ບັນດາ​ລະບຽບ​ການ​ບໍລິຫານ​ທີ່​ອາດ​ຈະ​​ພາ​ໄປ​ເຖິງເກີດ​ກຸ່ມ​ບຸກຄົນ​ສະ​ແຫວ​ງຫາຜົນ​ປະ​ໂຫຍ​ດສ່ວນ​ຕົນຢ່າງ​ແຫນ້ນ​ແຟ້ນ, ຈາກ​ນັ້ນ ປັບປຸງ, ​ເພີ່ມ​ເຕີມ​ໃຫ້​​ເໝາະ​ສົມ​ກັບ​ສະພາບ​ຕົວ​ຈິງ. ທີ​ສອງ ຕ້ອງ​ມີ​ກົນ​ໄກ​ກວດກາ​ສິດ​ອຳນາດ​ສຳລັບ​ບັນດາ​ຜູ້​ທີ່​ໄດ້​ຮັບ​ການ​ມອບ​ໝາຍ​ສິດ​ອຳນາດ​ເພື່ອ​ຫລີກ​ລ້ຽງ​ການ​​ເຕົ້າ​ໂຮມ​ບັນດາ​ກຸ່ມ​ບຸກຄົນ​ສະ​ແຫວ​ງຫາຜົນ​ປະ​ໂຫຍ​ດ. ການ​ນຳ​ຂັ້ນ​ສູງ​ຕ້ອງ​ກວດກາ,​ ຕິດຕາມ​ກວດກາ​ຂັ້ນ​ລຸ່ມ​ເປັນ​ປະຈຳ, ​ຄວນ​ເພີ່ມ​ທະວີ​ຄວາມ​ເປີດ​ເຜີຍກະຈ່າງ​ແຈ້ງ​ບັນດາ​ລະບຽບ​ການ​ບໍລິຫານ ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ປະຊາຊົນ,​ວິ​ສາ​ຫະກິດ ຕິດຕາມ​ກວດກາ​ຫນ້າ​ທ່ີ, ວຽກງານ​ລັດຖະການ​ຂອງ​ຕົນ​ໃນ​ຂອບ​ເຂດ​ພະນັກງານ​ລັດຖະກອນ.”

        ວຽກ​ງານ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ ​ແມ່ນ​ຫນ້າ​ທີ່​ຍາວ​ນານ ​ແລະ ສັບສົນ. ຊຸກຍູ້​ການ​ປະຕິບັດ​ບັນດາ​ຈຸດໝາຍ​ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ເທື່ອ​ລະ​ກ້າວ ບໍ່​ພຽງ​ແຕ່​ປະກອບສ່ວນ​ພັດທະນາ​ເສດຖະກິດ, ສັງຄົມ​ເທົ່າ​ນັ້ນ ຫາກ​ຍັງ​ປັບປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະຊາຊົນ​ທີ່​ມີ​ຕໍ່​ບັນດາ​ຄວາມ​ມານະ​ພະຍາຍາມ​ຕ້ານ​ການ​ສໍ້​ລາດ​ຫລວງຂອງ​ອົງການ​ແຫ່ງ​ລັດ​ອີກ​ດ້ວຍ.

ຂ່າວ/ບົດ​ອື່ນ