ຊຸກຍູ້ການປ່ຽນແປງໃໝ່ປະດິດຄິດສ້າງ: ແຜນນະໂຍບາຍໃຫຍ່ຂອງລັດຖະບານ ຫວຽດນາມ

(VOVWORLD) -ທ່ານນາຍົກລັດຖະມົນຕີມອບຫຼາຍໜ້າທີ່ໃຫ້ບັນດາກະຊວງ, ຂະແໜງການ ເພື່ອສ້າງສະພາບແວດລ້ອມສະດວກທີ່ສຸດ ເພື່ອເສີມຂະຫຍາຍຄວາມສາມາດບົ່ມຊ້ອນຂອງການປ່ຽນແປງໃໝ່ປະດິດຄິດສ້າງ ຫວຽດນາມ
ຊຸກຍູ້ການປ່ຽນແປງໃໝ່ປະດິດຄິດສ້າງ: ແຜນນະໂຍບາຍໃຫຍ່ຂອງລັດຖະບານ ຫວຽດນາມ - ảnh 1(ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈີງ)

        ໃນການເຮັດວຽກກັບສູນປ່ຽນແປງໃໝ່ປະດິດຄິດສ້າງແຫ່ງຊາດ ຫວຽດນາມ (NIC) ໃນວັນທີ 04 ມີນາ ຜ່ານມາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈີງ ເນັ້ນໜັກວ່າ ຕ້ອງສ້າງກົນໄກນະໂຍບາຍເພື່ອຊຸກຍູ້ການປ່ຽນແປງໃໝ່ປະດິດຄິດສ້າງ. ຕາມນັ້ນແລ້ວ, ທ່ານນາຍົກລັດຖະມົນຕີມອບຫຼາຍໜ້າທີ່ໃຫ້ບັນດາກະຊວງ, ຂະແໜງການ ເພື່ອສ້າງສະພາບແວດລ້ອມສະດວກທີ່ສຸດ ເພື່ອເສີມຂະຫຍາຍຄວາມສາມາດບົ່ມຊ້ອນຂອງການປ່ຽນແປງໃໝ່ປະດິດຄິດສ້າງ ຫວຽດນາມ, ຈາກນັ້ນຫັນບັນດາເປົ້າໝາຍພັດທະນາປະເທດຊາດໃຫ້ປະກົດຜົນເປັນຈິງ ໂດຍອີງໃສ່ວິທະຍາສາດ ເຕັກໂນໂລຊີ.

        ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ໄດ້ວາງອອກເປົ້າໝາຍຮອດປີ 2025, ຫວຽດນາມ ແມ່ນປະເທດພວມພັດທະນາ, ມີພື້ນຖານອຸດສາຫະກຳຕາມທິດທັນສະໄໝ, ລື່ນກາຍລະດັບລາຍຮັບປານກາງຕ່ຳ; ຮອດປີ 2030, ແມ່ນປະເທດພັດທະນາ, ມີພື້ນຖານອຸດສາຫະກຳທັນສະໄໝ, ມີລາຍຮັບປານກາງສູງ; ແລະ ຮອດປີ 2045 ກາຍເປັນປະເທດພັດທະນາ, ມີລາຍຮັບສູງ; ພັດທະນາ ໂດຍອີງໃສ່ວິທະຍາສາດເຕັກໂນໂລຊີ ແລະ ການປ່ຽນແປງໃໝ່ປະດິດຄິດສ້າງ.

ສ້າງລະບົບຊີວະພາບປ່ຽນແປງໃໝ່ປະດິດຄິດສ້າງໄດ້ໂດຍພື້ນຖານ

        ຕາມກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ແລ້ວ, ພາຍຫຼັງນຳເຂົ້າເຄື່ອນໄຫວເປັນເວລາ 3 ປີ (2019-2023), ສູນປ່ຽນແປງໃໝ່ປະດິດຄິດສ້າງແຫ່ງຊາດ ຫວຽດນາມ ໄດ້ສ້າງລະບົບຊີວະພາບປ່ຽນແປງໃໝ່ປະດິດຄິດສ້າງໄດ້ໂດຍພື້ນຖານ ດ້ວຍ 3 ເສົາຄ້ຳຫຼັກແມ່ນ: ລັດ - ສະຖາບັນ ໂຮງຮຽນ - ວິສາຫະກິດ. ໃນນັ້ນ, ມີຫຼາຍຄູ່ຮ່ວມມືໃໝ່ເຊິ່ງແມ່ນບັນດາກຸ່ມບໍລິສັດເຕັກໂນໂລຊີໃຫຍ່ຂອງໂລກ ແລະ ພາຍໃນປະເທດ; ບັນດາສູນວິທະຍາສາດ ເຕັກໂນໂລຊີ, ປ່ຽນແປງໃໝ່ປະດິດຄິດສ້າງຂອງບັນດາປະເທດ ພ້ອມກັບເກືອບ 200 ກອງທຶນລົງທຶນຢູ່ພາຍໃນ, ຕ່າງປະເທດ ແລະ ມີນັກຊ່ຽວຊານ, ພູມປັນຍາຊາວ ຫວຽດນາມ ໃນທົ່ວໂລກເກືອບ 1.600 ຄົນ. ມາຮອດປະຈຸບັນ, ສູນດັ່ງກ່າວໄດ້ກາຍເປັນຫົວໜ່ວຍນຳໜ້າໃນການຄົ້ນຄວ້າ, ສະເໜີບັນດາກົນໄກຮ່ວມມື, ໜູນຊ່ວຍການ startup ປະດິດຄິດສ້າງ…

        ສູນປ່ຽນແປງໃໝ່ປະດິດຄິດສ້າງແຫ່ງຊາດ ກໍ່ສົມທົບກັບຄູ່ຮ່ວມມື Google ຈັດລາຍການ “ຜູ້ມີຄວາມເກັ່ງກ້າສາມາດ” ດີຈີຕອນ ດ້ວຍການເຂົ້າຮ່ວມຂອງນັກສຶກສາ ຫວຽດນາມ ນັບພັນຄົນ; ສົມທົບກັບອົງການພັດທະນາສາກົນ ອາເມລິກາ (USAID) ຜັນຂະຫຍາຍບັນດາການເຄື່ອນໄຫວທີ່ພັດທະນາແຫຼ່ງຊັບພະຍາກອນມະນຸດ; ສົມທົບກັບອົງການ STEAM for Vietnam (ຊຸກຍູ້ບັນດາການເຄື່ອນໄຫວກ່ຽວຂ້ອງເຖິງການສຶກສາ STEAM: Science - ວິທະຍາສາດ, Technology - ເຕັກໂນໂລຊີ, Engineering - ເຕັກນິກ, Arts - ສິລະປະ, Math - ຄະນິດສາດ) ຈັດການບຳລຸງສ້າງໃຫ້ນັກຮຽນຊັ້ນປະຖົມ, ມັດທະຍົມຕອນຕົ້ນກ່ຽວກັບການສ້າງໂປຼແກມຄອນພິວເຕີ ແລະ STEAM; ພ້ອມທັງຈັດການແຂ່ງຂັນ Robotics ໃຫ້ແກ່ນັກສຶກສາ; ສ້າງລະບົບຄຸ້ມຄອງບຳລຸງສ້າງທາງອອນລາຍ.

        ມາຮອດປະຈຸບັນ, ເຄືອຂ່າຍປ່ຽນແປງໃໝ່ປະດິດຄິດສ້າງ ຫວຽດນາມ ໄດ້ພັດທະນາ 8 ເຄືອຂ່າຍພາກສ່ວນຢູ່: ເຢຍລະມັນ, ອົດສະຕາລີ, ຍີ່ປຸ່ນ, ສ.ເກົາຫຼີ, ໄຕ້ຫວັນ (ຈີນ), ເອີລົບ ແລະ 2 ເຄືອຂ່າຍຢູ່ ອາເມລິກາ. ນີ້ແມ່ນແຫຼ່ງກຳລັງພູມປັນຍາໃຫຍ່ຫຼວງທີ່ສຸດ, ພ້ອມແລ້ວທີ່ຈະເຂົ້າຮ່ວມ, ປະກອບສ່ວນເຂົ້າບັນດາການເຄື່ອນໄຫວ, ໂຄງການເຕັກໂນໂລຊີ, ປ່ຽນແປງໃໝ່ປະດິດຄິດສ້າງຢູ່ ຫວຽດນາມ.

ສ້າງກົນໄກ, ນະໂຍບາຍເພື່ອຊຸກຍູ້ການປ່ຽນແປງໃໝ່ປະດິດຄິດສ້າງ

        ກ່ຽວກັບການສ້າງກົນໄກປະດິດຄິດສ້າງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ຊີ້ແຈ້ງວ່າ, ກະຊວງແຜນການ ແລະ ການລົງທຶນ ສົມທົບກັບບັນດາກະຊວງ, ຂະແໜງການ, ອົງການສ້າງເອກະສານ, ກອບນິຕິກຳເພື່ອສ້າງລະບົບປ່ຽນແປງໃໝ່ປະດິດຄິດສ້າງ. ພິເສດ, ບັນດາຝ່າຍທີ່ກ່ຽວຂ້ອງດຳເນີນການຄົ້ນຄວ້າສ້າງກອງທຶນປ່ຽນແປງໃໝ່ປະດິດຄິດສ້າງເພື່ອຊຸກຍູ້, ສົ່ງເສີມການປ່ຽນແປງໃໝ່ປະດິດຄິດສ້າງ; ສ້າງສູນປ່ຽນແປງໃໝ່ປະດິດຄິດສ້າງໃຫ້ສຳເລັດ ເໝາະສົມກັບເງື່ອນໄຂຂອງ ຫວຽດນາມ. ພ້ອມກັນນັ້ນ ແມ່ນເລື່ອງລົງທຶນດ້ານພື້ນຖານໂຄງລ່າງ, ອຸປະກອນຮັບປະກັນໃຫ້ແກ່ການເຄື່ອນໄຫວຄົ້ນຄວ້າ, ປ່ຽນແປງໃໝ່ປະດິດຄິດສ້າງ; ສ້າງພື້ນຖານເຊື່ອມຕໍ່ລະບົບຮາກຖານຂໍ້ມູນຂ່າວລະດັບຊາດ ເພື່ອສ້າງຮາກຖານໃຫ້ໃຫຍ່ກວ່າ, ພັດທະນາປັນຍາທຽມ.

ຊຸກຍູ້ການປ່ຽນແປງໃໝ່ປະດິດຄິດສ້າງ: ແຜນນະໂຍບາຍໃຫຍ່ຂອງລັດຖະບານ ຫວຽດນາມ - ảnh 2ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ຮັບຟັງການແນະນຳກ່ຽວກັບບັນດາຫົວໜ່ວຍຄົ້ນຄວ້າ, ຜະລິດ
(ພາບ: TTXVN)

        ທ່ານນາຍົກລັດຖະມົນຕີປາດຖະໜາວ່າ ສູນປ່ຽນແປງໃໝ່ປະດິດຄິດສ້າງ ຫວຽດນາມ ຈະຕ້ອງ “ເຕົ້າໂຮມພູມປັນຍາ ແລະ ແຜ່ຂະຫຍາຍຜົນປະໂຫຍດຂອງການປ່ຽນແປງໃໝ່ປະດິດຄິດສ້າງ ຫວຽດນາມ”, ກາຍເປັນບ່ອນເຕົ້າໂຮມພູມປັນຍາໃນທົ່ວໂລກ, ຈາກນັ້ນ, ສ້າງແຫຼ່ງກຳລັງເພື່ອສືບຕໍ່ແຜ່ຂະຫຍາຍຜົນປະໂຫຍດ, ຄຸນຄ່າໃຫ້ທົ່ວສັງຄົມ. ລັດ ພ້ອມແລ້ວທີ່ຈະສະຫງວນແຫຼ່ງກຳລັງ ຍ້ອນການລົງທຶນໃຫ້ແກ່ການປ່ຽນແປງໃໝ່ປະດິດຄິດສ້າງແມ່ນການລົງທຶນໃຫ້ແກ່ການພັດທະນາ.

        ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ກະຊວງແຜນການ ແລະ ການລົງທຶນ ສົມທົບກັບກະຊວງຕຳຫຼວດ ຫວຽດນາມ, ບັນດາອົງການຂຸດຄົ້ນຮາກຖານຂໍ້ມູນແຫ່ງຊາດກ່ຽວກັບພົນລະເມືອງ ແລະ ບັນດາຮາກຖານຂໍ້ມູນອື່ນໃຫ້ເປັນຢ່າງດີ. ພ້ອມກັນນັ້ນ, ກໍ່ສ້າງຮູບແບບສູນປ່ຽນແປງໃໝ່ປະດິດຄິດສ້າງໃຫ້ສົມບູນແບບ ເພື່ອສາມາດສົມທົບການເຄື່ອນໄຫວຂອງລະບົບຊີວະພາບ, ດີຈີຕອນກ່ຽວກັບການບັນຊາ ເຄື່ອນໄຫວຂອງສູນ; ຫັນການກະທົບຕອບລະຫວ່າງລະບົບຊີວະພາບຢູ່ພາຍໃນປະເທດ ແລະ ຕ່າງປະເທດກັບສູນເປັນດີຈີຕອນ…

        ໃນໄລຍະຫັນເປັນດີຈີຕອນຄືໃນປະຈຸບັນ, ການປ່ຽນແປງໃໝ່ປະດິດຄິດສ້າງໄດ້ສວມບົດບາດສຳຄັນຕໍ່ການພັດທະນາ ກໍຄືກຳລັງແກ່ງແຍ້ງຂອງແຕ່ລະປະເທດ. ເລື່ອງສ້າງສະພາບແວດລ້ອມແຫ່ງຄວາມສະດວກ, ລົງທຶນຢ່າງສົມເຫດສົມຜົນເພື່ອເສີມຂະຫຍາຍຄວາມສາມາດບົ່ມຊ້ອນຂອງການປ່ຽນແປງໃໝ່ປະດິດຄິດສ້າງ ຈະຊ່ວຍໃຫ້ ຫວຽດນາມ ຫັນບັນດາເປົ້າໝາຍພັດທະນາປະເທດຊາດປະກົດຜົນເປັນຈິງ ໂດຍອີງໃສ່ວິທະຍາສາດເຕັກໂນໂລຊີ.

ຕອບກັບ

ຂ່າວ/ບົດ​ອື່ນ