ຊຸກຍູ້ການພົວພັນ ຫວຽດນາມ - ອົດສະຕາລີ ໂດຍຜ່ານການພົວພັນລະຫວ່າງລັດຖະສະພາ

(VOVWORLD) - ການຢ້ຽມຢາມມີຄວາມໝາຍສຳຄັນ ຊຸກຍູ້ຄວາມເຂົ້າອົກເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈລະຫວ່າງການນຳສະພາແຫ່ງຊາດ 2 ປະເທດ; ເພີ່ມທະວີການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ກັບສະພາສູງ ແລະ ສະພາຕ່ຳ ອົດສະຕາລີ ກ່ວາອີກ;
ຊຸກຍູ້ການພົວພັນ ຫວຽດນາມ - ອົດສະຕາລີ ໂດຍຜ່ານການພົວພັນລະຫວ່າງລັດຖະສະພາ - ảnh 1ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ (ພາບ: TTXVN) 

ຕອນເຊົ້າວັນທີ 29 ພະຈິກ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄດ້ໄປຮອດສະໜາມບິນທະຫານ Fairbairn, ນະຄອນຫລວງ Canberra ເລີ່ມຕົ້ນການຢ້ຽມຢາມ ອົດສະຕາລີ ຢ່າງເປັນທາງການໃນລະຫວ່າງວັນທີ 29 ພະຈິກ - ວັນທີ 2 ທັນວາ ຕາມຄຳເຊີນຂອງສະພາແຫ່ງຊາດ ແລະ ລັດຖະບານ ອົດສະຕາລີ. ການຢ້ຽມຢາມໄດ້ສະແດງໃຫ້ເຫັນຄວາມຖືເປັນສຳຄັນສຳລັບ ອົດສະຕາລີ ໃນການຕັດສິນຍົກລະດັບການພົວພັນຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດ, ມຸ່ງໄປເຖິງການສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອົດສະຕາລີ.

        ການຢ້ຽມຢາມມີຄວາມໝາຍສຳຄັນ ຊຸກຍູ້ຄວາມເຂົ້າອົກເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈລະຫວ່າງການນຳສະພາແຫ່ງຊາດ 2 ປະເທດ; ເພີ່ມທະວີການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ກັບສະພາສູງ ແລະ ສະພາຕ່ຳ ອົດສະຕາລີ ກ່ວາອີກ; ຊຸກຍູ້ການຮ່ວມມື 2 ຝ່າຍລະຫວ່າງ ຫວຽດນາມ ແລະ ອົດສະຕາລີ ໃນບັນດາຂົງເຂດ ເຊິ່ງ 2 ປະເທດມີຄວາມສາມາດບົ່ມຊ້ອນ, ທ່າແຮງ, ເປັນຕົ້ນແມ່ນເສດຖະກິດ, ການຄ້າ, ການຮ່ວມມືພັດທະນາ, ກະສິກຳ, ການສຶກສາ, ວິທະຍາສາດເຕັກໂນໂລຢີ, ຊັບພະຍາກອນທຳມະຊາດສິ່ງແວດລ້ອມ, ການທ່ອງທ່ຽວ ແລະ ການພົວພັນແລກປ່ຽນປະຊາຊົນ.

ຜົນງານຮ່ວມມືຢ່າງມີປະສິດທິຜົນ

        ພາຍຫລັງເກືອບ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ຫວຽດນາມ ແລະ ອົດສະຕາລີ ໄດ້ກາຍເປັນຄູ່ຮ່ວມມືສຳຄັນຂອງກັນ ຢູ່ທັງລະດັບ 2 ຝ່າຍ ກໍ່ຄືໃນບັນດາເວທີປາໄສພາກພື້ນ ແລະ ສາກົນ. ການພົວພັນ 2 ຝ່າຍ ຫວຽດນາມ - ອົດສະຕາລີ ພັດທະນາຢ່າງວ່ອງໄວ, ແທດຈິງ ແລະ ມີປະສິດທິຜົນພໍສົມຄວນ, ພິເສດ ນັບແຕ່ເມື່ອ 2 ປະເທດສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານໃນປີ 2009 ແລະ ລົງນາມໃນຖະແຫຼງການກ່ຽວກັບການພົວພັນຄູ່ຮ່ວມມືຮອບດ້ານເພີ່ມທະວີໃນເດືອນ ມີນາ 2015. ເມື່ອບໍ່ດົນມານີ້, ໃນຂອບເຂດສັບປະດາຂັ້ນສູງ APEC 2017 ຢູ່ ດ່າໜັງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ Malcolm Turnbull ໄດ້ພົບປະເຈລະຈາ, ເຫັນດີເປັນເອກະສັນຈະຍົກລະດັບການພົວພັນ ຫວຽດນາມ - ອົດສະຕາລີ ຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດໂດຍໄວ. ປັດຈຸບັນ, ກະຊວງການຕ່າງປະເທດ 2 ປະເທດພວມສືບຕໍ່ແລກປ່ຽນ ເພື່ອອາດຈະເຊັນເອກະສານນີ້ ໃນໄວໆນີ້.

        ກ່ຽວກັບການພົວພັນດ້ານເສດຖະກິດ - ການຄ້າ, ວົງເງິນການຄ້າລະຫວ່າງ 2 ປະເທດເຕີບໂຕຢ່າງຕັ້ງໜ້າໃນໄລຍະຜ່ານມາ, ບັນລຸໄດ້ 5,2 ຕື້ USD ໃນປີ 2016, ເມື່ອທຽບກັບລະດັບ 32 ລ້ານ USD ຂອງປີ 1990, ນຳປະເທດ ອົດສະຕາລີ ກາຍເປັນຄູ່ຄ້າໃຫຍ້ອັນດັບທີ 7 ຂອງ ຫວຽດນາມ. ບັນດາໂຄງການ FDI ຂອງ ອົດສະຕາລີ ຜັນຂະຫຍາຍຢ່າງມີປະສິດທິຜົນຢູ່ ຫວຽດນາມ, ໄດ້ສຸມໃສ່ເຂົ້າໃນຂົງເຂດອຸດສາຫະກຳ ແລະ ກໍ່ສ້າງ, ການບໍລິການ, ການສຶກສາ, ອຸດສາຫະກຳປຸງແຕ່ງ, ກະສິກຳປ່າໄມ້, ສິນໃນນ້ຳ. ປັດຈຸບັນ ຫວຽດນາມ ພວມສະເໜີ ອົດສະຕາລີ ເປີດກ້ວາງບັນດາການເຄື່ອນໄຫວລົງທຶນ, ດຳເນີນທຸລະກິດໃນບັນດາຂົງເຂດຄື ອຸດສາຫະກຳປະດິດສ້າງ, ພະລັງງານ, ຂຸດຄົ້ນແຮ່ທາດ, ພື້ນຖານໂຄງລ່າງ, ກະສິກຳເຕັກໂນໂລຢີສູງ, ການປຸງແຕ່ງອາຫານກ່ວາອີກ.

        ອົດສະຕາລີ ກໍ່ແມ່ນໜຶ່ງໃນບັນດາຄູ່ຮ່ວມມື 2 ຝ່າຍທີ່ສະໜອງທຶນ ODA ຊ່ວຍເຫຼືອລ້າໃຫຍ່ທີ່ສຸດໃຫ້ ຫວຽດນາມ, ຫລາຍກ່ວາ 130 ລ້ານ USD/ປີ ໃນໄລຍະ 2010 – 2015. ຢູ່ນອກສັບປະດາຂັ້ນສູງ APEC ທີ່ດ່າໜັງ ຜ່ານມາ, ທ່ານລັດຖະມົນຕີການຕ່າງປະເທດ ອົດສະຕາລີ Julie Bishop ຢືນຢັນວ່າ :

        “ພວກຂ້າພະເຈົ້າ ບໍ່ພຽງແຕ່ຮ່ວມມືໃນບັນດາຂົງເຂດປ້ອງກັນຄວາມສະຫງົບ, ການຄ້າ ແລະ ການລົງທຶນກັບ ຫວຽດນາມ ເທົ່ານັ້ນ ຫາກຍັງເອົາໃຈໃສ່ເຖິງການຮັບປະກັນການພັດທະນາໃຫ້ປະຊາຊົນ ຫວຽດນາມ ອີກດ້ວຍ. ຂ້າພະເຈົ້າມີຄວາມປິຕິຊົມຊື່ນ ເພາະໄດ້ມີໜ້າຢູ່ ດ່າໜັງ ເພື່ອປະກາດບັນດາແຫຼ່ງໜູນຊ່ວຍ, ບັນດາໂຄງການສຳຄັນໃຫ້ 2 ແຂວງ ເຊີນລາ ແລະ ລາວກາຍ ຢູ່ເຂດທາງທິດຕາເວັນຕົກສ່ຽງເໜືອ ຫວຽດນາມ. ບັນດາໂຄງການນີ້ ໄດ້ຜັນຂະຫຍາຍຖືກກັບການກຳນົດທິດຂອງລັດຖະບານ ຫວຽດນາມ ໃນບັນຫາຮັບປະກັນທີ່ຕັ້ງບົດບາດຂອງແມ່ຍິງໃນການເຄື່ອນໄຫວເສດຖະກິດ, ໃນຄອບຄົວ ແລະ ໃນສັງຄົມ.

ຍູ້ແຮງການຮ່ວມມືລັດຖະສະພາ

        ພ້ອມກັບການພົວພັນອັນດີງາມລະຫວ່າງ 2 ປະເທດ, ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ລັດຖະສະພາ ອົດສະຕາລີ ພັດທະນາຢ່າງດີງາມໃນໄລຍະຜ່ານມາ. ສະພາແຫ່ງຊາດ ຫວຽດນາມ ແລະ ສະພາຕ່ຳ ອົດສະຕາລີ ເປັນຄັ້ງທຳອິດທີ່ໄດ້ເຊັນຂໍ້ຕົກລົງຮ່ວມມື ເນື່ອງໃນໂອກາດທ່ານປະທານສະພາແຫ່ງຊາດ ຫວຽດນາມ ຊຸດທີ 12 ຫງວຽນຟູ໋ຈ້ອງ ຢ້ຽມຢາມ ອົດສະຕາລີ ຢ່າງເປັນທາງການ ເມືີ່ອເດືອນ ມີນາ ປີ 2008. ສືບທອດໝາກຜົນການຮ່ວມມືອັນດີງາມນັ້ນ ໃນການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານສະພາຕ່ຳ ອົດສະຕາລີ Anna Burke ເມື່ອເດືອນ ພຶດສະພາ ປີ 2013, ສະພາແຫ່ງຊາດ ຫວຽດນາມ ໄດ້ເຊັນຂໍ້ຕົກລົງຮ່ວມມືໄລຍະໃໝ່ກັບສະພາສູງ ແລະ ສະພາຕ່ຳ ອົດສະຕາລີ. ບັນດາເອກະສານເຫລົ່ານີ້ ໄດ້ສ້າງກຳລັງໜູນໃໝ່, ແມ່ນພື້ນຖານນິຕິກຳໃຫ້ການເພີ່ມທະວີການພົວພັນຮ່ວມມື 2 ຝ່າຍລະຫວ່າງອົງການນິຕິບັນຍັດ 2 ປະເທດເຂົ້າສູ່ລວງເລິກ, ມີປະສິດທິຜົນແທດຈິງ ແລະ ໝັ້ນຄົງ.

        2 ຝ່າຍກໍ່ໄດ້ສ້າງຕັ້ງບັນດາກຸ່ມສະມາຊິກລັດຖະສະພາມິດຕະພາບຢູ່ແຕ່ລະປະເທດ, ເພີ່ມທະວີການແລກປ່ຽນ, ພົບປະແລກປ່ຽນລະຫວ່າງບັນດາສະມາຊິກລັດຖະສະພາ ເພື່ອປະກອບສ່ວນຢ່າງຕັ້ງໜ້າໃນວຽກງານໂຄສະນາການພົວພັນຕ່າງປະເທດ ແລະ ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງປະຊາຊົນ 2 ປະເທດ; ຊຸກຍູ້ການພົວພັນຮອບດ້ານລະຫວ່າງ 2 ປະເທດ ຜ່ານການພົວພັນທາງການທູດລະຫວ່າງລັດຖະສະພາ. ພ້ອມກັນນັ້ນ, ສະພາແຫ່ງຊາດ 2 ປະເທດກໍ່ມີການສະໜັບສະໜູນ ເຊິ່ງກັນ ແລະ ກັນຢ່າງຕັ້ງໜ້າຢູ່ບັນດາເວທີປາໄສລັດຖະສະພາຫລາຍຝ່າຍ ເຊິ່ງ 2 ປະເທດເປັນສະມາຊິກຄື: ສະຫະພັນລັດຖະສະພາສາກົນ (IPU), ເວທີປາໄສຮ່ວມມືລັດຖະສະພາ ອາຊີ - ປາຊີຟິກ (APPF), ສະມັດຊາລັດຖະສະພາລະຫວ່າງຊາດອາຊີຕາເວັນອອກສ່ຽງໃຕ້ (AIPA)…

        ຫວຽດນາມ ແລະ ອົດສະຕາລີ ສ້າງຕັ້ງການພົວພັນທາງການທູດໃນວັນທີ 26 ກຸມພາ 1973. ພາຍຫລັງການພັດທະນາເກືອບ 45 ປີ, ການພົວພັນຮ່ວມມືລະຫວ່າງ 2 ປະເທດ ນັບມື້ນນັບໄດ້ຮັບໝາກຜົນຢ່າງຈົບງາມ. ການຢ້ຽມຢາມ ອົດສະຕາລີ ຢ່າງເປັນທາງການຂອງທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ຄັ້ງນີ້ ສືບຕໍ່ສະແດງໃຫ້ເຫັນ ການຖືເປັນສຳຄັນຂອງ ຫວຽດນາມ ໃນການພົວພັນກັບ ອົດສະຕາລີ, ຢັ້ງຢືນຄວາມຕັດສິນຍົກລະດັບການພົວພັນ 2 ຝ່າຍຂຶ້ນລະດັບຄູ່ຮ່ວມມືຍຸດທະສາດ. ການຢ້ຽມຢາມຈະປະກອບສ່ວນຊຸກຍູ້ການຮ່ວມມື 2 ຝ່າຍລະຫວ່າງ ຫວຽດນາມ ແລະ ອົດສະຕາລີ ໃນບັນດາຂົງເຂດ ເຊິ່ງ 2 ຝ່າຍມີຄວາມສາມາດບົ່ມຊ້ອນ./.

ຕອບກັບ

ຂ່າວ/ບົດ​ອື່ນ