ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຝລັ່ງ

(VOVWORLD) - ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ, ທ່ານນາຍົກລັດຖະມົນຕີ ສາທາລະນະລັດ ຝລັ່ງ Édouard Philippe ໄດ້ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 2 4 ພະຈິກ 2018.

ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ສ.ຝລັ່ງ ໄດ້ດຳເນີນໃນສະພາບການທີ່ 2 ປະເທດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງທູດ ແລະ 5 ປີແຫ່ງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຝລັ່ງ ພວມພັດທະນາຕັ້ງໜ້ານັບແຕ່ເມື່ອສອງປະເທດສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດປີ 2013 ແລະ ໄດ້ຮັບການພັດທະນາເລິກເຊິ່ງ, ກ້ວາງຂວາງໃນທຸກຂົງເຂດ.

        ປະເທດສາທາລະນະລັດ ຝລັ່ງ, ຕັ້ງຢູ່ທິດຕາເວັນຕົກຂອງເອີລົບ, ເຊິ່ງເປັນປະເທດມະຫາອຳນາດດ້ານເສດຖະກິດຢືນອັນດັບທີ 5 ໃນໂລກ, ດ້ານການສົ່ງອອກການບໍລິການກໍ່ ຢືນອັນດັບທີ 3 ໃນໂລກ. ຝລັ່ງ ມີວິສາຫະກິດຫຼາຍທີ່ສຸດ, ໃນນັ້ນມີຫຼາຍແຫ່ງຢືນແຖວໜ້າຂອງໂລກ.

        ຫວຽດນາມ ແລະ ຝລັ່ງ ສ້າງຕັ້ງການພົວພັນທາງການທູດນັບແຕ່ປີ 1973 ແລະ ພາຍຫຼັງ 40 ປີ (2013), ສອງປະເທດໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເປັນທາງການ. ຂີດໝາຍນີ້ໄດ້ສ້າງທວງທ່ານຳການພົວພັນລະຫວ່າງສອງປະເທດນັບມື້ນັບກ້າວເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ.

ການພົວພັນຄູ່ຮ່ວມມືຍຸດທະສາດພັດທະນາຢ່າງເລິກເຊິ່ງ ກ້ວາງຂວາງ

        ໃນຊຸມປີຜ່ານມາ, ສອງປະເທດໄດ້ແລກປ່ຽນຄະນະຜູ້ແທນຂັ້ນສູງຫຼາຍຄະນະ ແລະ ສົມທົບກັນໃນຫຼາຍກົນໄກຮ່ວມມືຄື: ຄູ່ຮ່ວມມືຍຸດທະສາດການປ້ອງກັນຊາດ ປ້ອງກັນຄວາມສະຫງົບລະຫວ່າງກະຊວງການຕ່າງປະເທດ, ກະຊວງປ້ອງກັນປະເທດ ຫວຽດນາມ ແລະ ຝລັ່ງ; ໂອ້ລົມສົນທະນາຂັ້ນສູງປະຈຳປີກ່ຽວກັບເສດຖະກິດ.

        ກ່ຽວກັບການຮ່ວມມືດ້ານເສດຖະກິດ, ຝລັ່ງ ແມ່ນຄູ່ຄ້າ ເອີລົບ ໃຫຍ່ທີ 5 ຂອງ ຫວຽດນາມ (ຖັດຈາກ ເຢຍລະມັນ, ອັງກິດ, ໂຮນລັງ, ອີຕາລີ). ໃນປີ 2017, ການແລກປ່ຽນການຄ້າສອງສົ້ນບັນລຸ 4,6 ຕື້ USD (ເພີ່ມຂຶ້ນ 11,6% ເມື່ອທຽບໃສ່ປີ 2016). ການແລກປ່ຽນການຄ້າລະຫວ່າງ 2 ປະເທດໃນ 6 ເດືອນຕົ້ນປີ 2018 ບັນລຸ 2,3 ຕື້ USD. ເມື່ອຕີລາຄາກ່ຽວກັບການພົວພັນ ຫວຽດນາມ - ຝລັ່ງ ໃນປະຈຸບັນ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຝລັ່ງ ຫງວຽນທຽບ ຖືວ່າ:

        “ການພົວພັນ ຫວຽດນາມ ກັບ ຝລັ່ງ, ພິເສດນັບແຕ່ພາຍຫຼັງການຢ້ຽມຢາມ ຝລັ່ງ ຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເມື່ອເດືອນ ມີນາຜ່ານມາ ມີບັນດາບາດກ້າວບຸກທະລຸ. ເນື້ອໃນຂອງການຮ່ວມມືໄດ້ຫັນເປັນລະອຽດ, ພິເສດແມ່ນບັນດາຂົງເຂດທີ່ກ່ຽວຂ້ອງເຖິງການພັດທະນາຂອງ ຫວຽດນາມ. ພາຍຫຼັງການຢ້ຽມຢາມນີ້, ສອງຝ່າຍໄດ້ເຫັນດີເປັນເອກະພາບຮ່ວມມືໃນຂົງເຂດໜູນຊ່ວຍ ຫວຽດນາມ ສ້າງລັດຖະບານເອເລັກໂຕນິກ, ກາຍເປັນເສົາຄ້ຳໃນການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ຫວັງວ່າໃນການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ຝລັ່ງ ຄັ້ງນີ້, ສອງຝ່າຍຈະມີການລົງນາມໃນສັນຍາສະບັບຕ່າງໆ.”

        ກ່ຽວກັບຂົງເຂດການລົງທຶນ, ປີ 2017, ປະເທດ ຝລັ່ງ ຢືນອັນດັບທີ 3 ໃນຈຳນວນ 3 ປະເທດ ເອີລົບ (ຖັດຈາກ ໂຮນລັງ ແລະ ອັງກິດ) ແລະ ຢືນອັນດັບທີ່ 16 ໃນຈຳນວນ 114 ປະເທດ, ເຂດແຄ້ວນລົງທຶນເຂົ້າ ຫວຽດນາມ, ດ້ວຍ 512 ໂຄງການລົງທຶນຍັງມີຜົນສັກສິດ, ຈຳນວນເງິນລົງທຶນຈົດທະບຽນທັງໝົດບັນລຸ 2,8 ຕື້ USD. ການລົງທຶນໂດຍກົງຂອງຝລັ່ງ ເຂົ້າ ຫວຽດນາມ ສຸມໃສ່ຕົ້ນຕໍໃນບັນດາຂົງເຂດຄື: ຖະແຫຼງຂ່າວ ແລະ ສື່ສານ, ອຸດສາຫະກຳປຸງແຕ່ງ, ການຜະລິດ… ມາຮອດປະຈຸບັນ, ບັນດາວິສາຫະກິດ ຫວຽດນາມ ໄດ້ລົງທຶນຢູ່ ຝລັ່ງ ມີ 9 ໂຄງການດ້ວຍຍອດເງິນລົງທຶນທັງໝົດແມ່ນ 3 ລ້ານ USD. ແລະ ດ້ວຍການສະໜັບສະໜູນຢ່າງຕັ້ງໜ້າຈາກຝ່າຍ ຝລັ່ງ, ສັນຍາການຄ້າສອງຝ່າຍ ຫວຽດນາມ - ສະຫະພາບ ເອີລົບ ຄາດວ່າຈະໄດ້ລົງນາມໃນທ້າຍປີນີ້ ຍິ່ງຈະສ້າງທວງທ່າໃຫ້ແກ່ການພົວພັນການຄ້າ ການລົງທຶນ ຫວຽດນາມ - ຝລັ່ງ ເປີດກ້ວາງກ່ວາອີກ. ທ່ານເອກອັກຄະລັດຖະທູດ ຫງວຽນທຽບ ໃຫ້ຮູ້ວ່າ:

        “ປະຈຸບັນ, ຝລັ່ງ ແມ່ນປະເທດມີຫຼັກໝັ້ນຕັ້ງໜ້າໃນການສະໜັບສະໜູນການລົງນາມສັນຍາ FTA ລະຫວ່າງ ຫວຽດນາມ ແລະ EU. ສັນຍາສະບັບນີ້ຍັງມີສ່ວນກ່ຽວຂ້ອງເຖິງປະມານ 49 ປະເທດໃນໂລກ, ປະມານ 98% ຈຳນວນສິນຄ້າລະຫວ່າງ ຫວຽດນາມ ກັບ EU ເວົ້າລວມ, ເຮັດໃຫ້ແລກປ່ຽນການຄ້າ ຫວຽດນາມ - ຝລັ່ງ ຈະເພີ່ມຂຶ້ນຫຼາຍທີ່ສຸດ. ຝລັ່ງ ແມ່ນປະເທດ ເອີລົບ ໜຶ່ງດຽວໃນຈຳນວນ 5 ປະເທດມະຫາອຳນາດ ຢູ່ເອີລົບ, ການໜູນຊ່ວຍນັ້ນມີການກະທົບອັນໃຫຍ່ຫຼວງ.”

ເມື່ອເວົ້າເຖິງການພົວພັນລະຫວ່າງ ຫວຽດນາມ - ຝລັ່ງ ພວກເຮົາອາດເຕື້ອງເຖິງການຮ່ວມມືລະຫວ່າງບັນດາທ້ອງຖິ່ນ ເພາະວ່ານີ້ແມ່ນຈຸດທີ່ເປັນເອກະລັກສະເພາະຂອງການພົວພັນລະຫວ່າງ ຫວຽດນາມ - ຝລັ່ງ. ປັດຈຸບັນມີ 38 ທ້ອງຖິ່ນ ຂອງຝລັ່ງ ມີການພົວພັນຄູ່ຮ່ວມມືກັບ  18 ແຂວງ, ນະຄອນຂອງຫວຽດນາມ, ໂດຍສຸມໃສ່ບັນດາຂົງເຂດຄື ສາທາລະນະສຸກ, ການສຶກສາ, ນໍ້າສະອາດ ແລະການອະນາໄມ, ການອະນຸລັກຮັກສາມໍລະດົກ, ການພັດທະນາເຂດຊົນນະບົດ... ບັນລຸໄດ້ປະສິດທິຜົນຫຼາຍພໍສົມຄວນ. ນອກຈາກນັ້ນ,  ຝລັ່ງ ແລະ ຫວຽດນາມລ້ວນແຕ່ເປັນສະມາຊິກຂອງອົງການຈັດຕັ້ງສາກົນທີ່ໃຊ້, ສອງປະເທດໄດ້ມີການເຄື່ອນໄຫວຮ່ວມມືຫຼາຍຢ່າງໃນຂອບເຂດຂອງອົງການດັ່ງກ່າວ, ພິເສດແມ່ນໃນຂົງເຂດສອນພາສາຝລັ່ງ, ການສຶກສາຂັ້ນມະຫາວິທະຍາໄລ, ບັນດາການເຄື່ອນໄຫວຢູ່ລັດຖະສະພາ ແລະ ອື່ນໆ. ປັດຈຸບັນ, ມີຊາວຫວຽດນາມ ປະມານ  300.000 ຄົນ ພວມດໍາລົງຊີວິດ, ຮໍ່າຮຽນ ແລະ ເຮັດວຽກ ຢູ່ຝລັ່ງ, ໄດ້ປະກອບຄວາມຮູ້ຢ່າງໃຫຍ່ຫຼວງໃຫ້ແກ່ປະເທດປະຈໍາຖິ່ນ ແລະ ແມ່ນຂົວຕໍ່ທີ່ມີປະສິດທິຜົນໃຫ້ການພົວພັນມິດຕະພາບລະຫວ່າງຫວຽດນາມ - ຝລັ່ງ.

ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ

ປີ 2018 ໄດ້ສ້າງຂີດໝາຍການພັດທະນາ ທີ່ບໍ່ເຄີຍມີມາກ່ອນໃນການພົວພັນລະຫວ່າງສອງປະເທດ ດ້ວຍບັນດາການຢ້ຽມຢາມຂັ້ນສູງ, ພິເສດແມ່ນພາຍຫຼັງການຢ້ຽມຢາມຝລັ່ງຂອງ ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຝູຈ້ອງ ແລະ ການຢ້ຽມຢາມຫວຽດນາມຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີຝລັ່ງ Edouard Philippe. ດ້ວຍການຢ້ຽມຢາມຫວຽດນາມຢ່າງເປັນທາງການໃນຄັ້ງນີ້ ຂອງທ່ານນາຍົກລັດຖະມົນຕີຝລັ່ງ, ຈະຊ່ວຍນໍາການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ - ຝລັ່ງ ຂຶ້ນສູ່ລະດັບສູງໃໝ່, ພ້ອມທັງສະແດງໃຫ້ເຫັນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສໍາຄັນໃນຜົນປະໂຫຍດຂອງຝລັ່ງ ຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແລະ ພາກພື້ນ ປາຊີຟິກ - ມະຫາສະໝຸດອິນເດຍ./.

ຕອບກັບ

ຂ່າວ/ບົດ​ອື່ນ