ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ເຢຍລະມັນ

(VOVWORLD) - ໃນຊຸມປີມໍ່ໆມານີ້, ນັບທັງໃນໄລຍະເກີດພະຍາດໂຄວິດ - 19, ການພົວພັນຮ່ວມມືລະຫວ່າງ 2 ປະເທດສືບຕໍ່ໄດ້ຮັບການຍູ້ແຮງໃນທຸກຂົງເຂດ.
ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ເຢຍລະມັນ - ảnh 1ທ່ານປະທານາທິບໍດີ ສະຫະພັນ ເຢຍລະມັນ Frank-Walter Steinmeier ແລະ ພັນລະຍາ
(ພາບ: ສະຖານທູດ ເຢຍລະມັນ)

        ໂດຍໄດ້ຮັບຄຳເຊີນຂອງທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ພັນລະຍາ, ທ່ານປະທານາທິບໍດີ ສະຫະພັນ ເຢຍລະມັນ Frank-Walter Steinmeier ແລະ ພັນລະຍາ ຈະມາຢ້ຽມຢາມທາງລັດຖະກິດ ຫວຽດນາມ ແຕ່ວັນທີ 23 – 24 ມັງກອນ. ການຢ້ຽມຢາມແມ່ນຈຸດພົ້ນເດັ່ນໃນການພົວພັນ 2 ຝ່າຍລະຫວ່າງ 2 ປະເທດ, ນຳມາເຊິ່ງກຳລັງໜູນຢ່າງແຮງໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດສາດ ຫວຽດນາມ - ເຢຍລະມັນ ໃນໄລຍະຈະມາເຖິງ.

        ນີ້ແມ່ນການຢ້ຽມຢາມ ຫວຽດນາມ ເປັນຄັ້ງທຳອິດຂອງທ່ານປະທານາທິບໍດີ ເຢຍລະມັນ ໃນຮອບເວລາ 17 ປີຜ່ານມາ ແລະ ດຳເນີນໄປພາຍຫຼັງການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ເປັນເວລາກວ່າໜຶ່ງປີ (ເດືອນ ພະຈິກ 2022). ນີ້ກໍ່ແມ່ນການຢ້ຽມຢາມ ຫວຽດນາມ ທາງລັດຖະກິດທຳຂອງປະມຸກລັດ ເອີລົບ ໃນປີ 2024.

ການພົວພັນຄູ່ຮ່ວມມືຍຸດທະສາດໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ, ຮອບດ້ານ

        ຫວຽດນາມ ແລະ ສະຫະພັນ ເຢຍລະມັນ ສ້າງຕັ້ງການພົວພັນທາງການທູດໃນວັນທີ 23 ກັນຍາ 1975. ໃນການຢ້ຽມຢາມ ຫວຽດນາມ ຂອງທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ໃນເດືອນ ຕຸລາ 2011, 2 ປະເທດໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ. ນັບແຕ່ນັ້ນມາຮອດປະຈຸບັນ, ສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດກໍ່ໄດ້ພັດທະນາຢ່າງຕັ້ງໜ້າ, ນັບມື້ນັບເລິກເຊິ່ງ, ກວ້າງຂວາງ, ມີປະສິດທິຜົນ ແລະ ຮອບດ້ານ.

        ໃນຊຸມປີມໍ່ໆມານີ້, ນັບທັງໃນໄລຍະເກີດພະຍາດໂຄວິດ - 19, ການພົວພັນຮ່ວມມືລະຫວ່າງ 2 ປະເທດສືບຕໍ່ໄດ້ຮັບການຍູ້ແຮງໃນທຸກຂົງເຂດ. ຄວາມໄວ້ເນື້ອເຊື່ອໃຈຢ່າງເລິກເຊິ່ງ, ການພົວພັນທາງການທູດ ແລະ ການເມືອງ, ລວມມີລະຫວ່າງບັນດາການນຳຂັ້ນສູງຕະຫຼອດຮອດບັນດາທ້ອງຖິ່ນ ແລະ ລະຫວ່າງປະຊາຊົນ 2 ປະເທດ ແມ່ນໝາກຜົນສຳຄັນແຖວໜ້າຂອງການຜັນຂະຫຍາຍຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ເຢຍລະມັນ.

        ກ່ຽວກັບດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ, ເຢຍລະມັນ ສືບຕໍ່ແມ່ນຄູ່ຄ້າໃຫຍ່ສຸດຂອງ ຫວຽດນາມ ໃນສະຫະພາບເອີລົບ (ອີຢູ), ໃນຂະນະທີ່ ຫວຽດນາມ ແມ່ນຄູ່ຄ້າໃຫຍ່ທີ່ສຸດຂອງ ເຢຍລະມັນ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້. ການຄ້າ 2 ສົ້ນລະຫວ່າງ 2 ປະເທດໄດ້ເພີ່ມຂຶ້ນຢ່າງວ່ອງໄວ, ປີ 2022 ບັນລຸ 12,6 ຕື້ USD, ເພີ່ມຂຶ້ນກວ່າ 12% ເມື່ອທຽບໃສ່ປີ 2021. ເຢຍລະມັນ ແມ່ນນັກລົງທຶນໃຫຍ່ທີ 18/143 ປະເທດ ແລະ ເຂດແຄວ້ນທີ່ມີການລົງທຶນເຂົ້າ ຫວຽດນາມ ດ້ວຍຍອດທຶນຈົດທະບຽນເກືອບ 2,7 ຕື້ USD.

        ກ່ຽວກັບການສຶກສາ, ບຳລຸງສ້າງ, ປະຈຸບັນ, ມີນັກສຶກສາ ຫວຽດນາມ ກວ່າ 7.000 ຄົນພວມຮ່ຳຮຽນຢູ່ ເຢຍລະມັນ. ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ເຢລະມັນ ມີປະມານ 200.000 ຄົນ, ໄດ້ເຊື່ອມໂຍງຢ່າງເລິກເຊິ່ງ, ກວ້າງຂວາງ ແລະ ມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງ ເຢຍລະມັນ ແລະ ການພົວພັນລະຫວ່າງ 2 ປະເທດ.

        ໃນເວທີສາກົນ, ຫວຽດນາມ ແລະ ເຢຍລະມັນ ລ້ວນແຕ່ແມ່ນສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບໃນປະຊາຄົມສາກົນ. 2 ປະເທດໄດ້ແບ່ງປັນຫຼາຍຄຸນຄ່າລວມຫຼັກແຫຼ່ງ, ບັນດາຄວາມສົນໃຈລວມ ແລະ ຜົນປະໂຫຍດຍຸດທະສາດຄູ່ຂະໜານກັນຢູ່ພາກພື້ນ ແລະ ໃນໂລກ. ຫວຽດນາມ ແລະ ເຢຍລະມັນ ຍາມໃດກໍ່ສະໜັບສະໜູນເຊິ່ງກັນ ແລະ ກັນ ແລະ ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສສາກົນ, ໃນນັ້ນມີ: ສະຫະປະຊາຊາດ, ເວທີປາໄສ ອາຊີ - ເອີລົບ (ASEM) ແລະ ກຸ່ມ 7 ປະເທດອຸດສາຫະກຳພັດທະນາ (G7). ຫວ່າງມໍ່ໆມານີ້, ເຢຍລະມັນ ໄດ້ຮັບການເລືອກຕັ້ງເຂົ້າສະພາສິດທິມະນຸດສະຫະປະຊາຊາດຄືນໃໝ່ ແລະ ຫວຽດນາມ ກໍ່ໄດ້ຮັບການເລືອກຕັ້ງ, ກາຍເປັນສະມາຊິກສະພາສິດທິມະນຸດສະຫະປະຊາຊາດ ອາຍຸການ 2023 – 2025, ເປີດກາລະໂອກາດຮ່ວມມື ແລະ ສົມທົບກັນຢູ່ເວທີປາໄສສຳຄັນດັ່ງກ່າວຕື່ມອີກ.

ເປີດກາລະໂອກາດຮ່ວມມືຫຼາຍຢ່າງ

        ຕາມຂໍ້ສັງເກດຂອງນັກຊ່ຽວຊານຫຼາຍທ່ານແລ້ວ, ລະດັບການຟື້ນຟູດ້ານເສດຖະກິດຢູ່ ຫວຽດນາມ ສູງກວ່າການສະເລ່ຍຂອງພາກພື້ນ ແລະ ໃນໂລກ, ຕະຫຼາດຂອງ 2 ປະເທດ ນັບທັງດ້ານການຄ້າ ແລະ ການລົງທຶນມີທ່າອ່ຽງເຕີບໂຕຢ່າງແຮງກວ່າອີກ. ສະນັ້ນ, ຫວຽດນາມ ໄດ້ຮັບການຕີລາຄາສູງຈາກວົງການວິສາຫະກິດ ແລະ ນັກລົງທຶນວ່າ ແມ່ນຕະຫຼາດທີ່ດູດດື່ມແຖວໜ້າໂລກ ເພື່ອຫັນປ່ຽນການລົງທຶນ, ການຄ້າ.

        ໄປພ້ອມກັບຫຼາຍຂົງເຂດທີ່ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອໃຫ້ 2 ຝ່າຍເປີດກວ້າງການຮ່ວມມື, ຄື: ການສຶກສາ, ບຳລຸງສ້າງຊາຊີບ, ສະໜອງແຮງງານມີສີມື, ພະລັງງານທົດແທນ, ແພດການຢາ, ການຜະລິດປຸງແຕ່ງກະສິກຳ, ອຸດສາຫະກຳຜະລິດ, ການຮ່ວມມືດ້ານພະລັງງານໄດ້ຮັບຖືວ່າແມ່ນຂົງເຂດພົ້ນເດັ່ນ. ເຢຍລະມັນ ພວມຍູ້ແຮງວິວັດການຫັນປ່ຽນພະລັງງານໄປສູ່ແຫຼ່ງພະລັງງານທົດແທນ ແລະ ສະອາດ, ພັດທະນາບັນດາເຕັກໂນໂລຊີໃໝ່ໃນຂົງເຂດດັ່ງກ່າວຢ່າງແຮງ. ສະພາບການດັ່ງກ່າວພວມສ້າງກາລະໂອກາດຮ່ວມມືໃໝ່ທີ່ໃຫຍ່ຫຼວງກວ່າລະຫວ່າງ 2 ປະເທດ, ພິເສດເມື່ອ G7 ໄດ້ເລືອກເອົາ ຫວຽດນາມແມ່ນຄູ່ຮ່ວມມືທົ່ວໂລກໃນການຫັນປ່ຽນພະລັງງານຍຸຕິທຳ. ການພັດທະນາເຕັກໂນໂລຊີສີຂຽວ, ເຕັກໂນໂລຊີດີຈີຕອນ, ອຸດສາຫະກຳປະດິດສ້າງເຄື່ອງກົນຈັກ ແລະ ພາກະນະອຸປະກອນຂອງ ເຢຍລະມັນ, ບັນດານະໂຍບາຍພັດທະນາສ້າງຄວາມດຸ່ນດ່ຽງ ແລະ ການປົກປັກຮັກສາສິ່ງແວດລ້ອມ, ພ້ອມກັບຄຳໝັ້ນສັນຍາຢູ່ COP 26 ຂອງ ຫວຽດນາມ ນັ້ນ ແມ່ນບັນດາປັດໄຈທີ່ສະດວກເພື່ອໃຫ້ ຫວຽດນາມ ແລະ ເຢຍລະມັນ ຍູ້ແຮງການຮ່ວມມືລົງທຶນ ແລະ ຖ່າຍທອດເຕັກໂນໂລຊີ.

        ການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຂອງທ່ານປະທານນາທິບໍດີ ເຢຍລະມັນ Frank-Walter Steinmeier ໄດ້ປັບປຸງ, ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ, ປະກອບສ່ວນເພີ່ມຄວາມເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ສ້າງກຳລັງໜູນໃໝ່ໃຫ້ແກ່ບັນດາເສົາຄ້ຳຮ່ວມມືລະຫວ່າງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ