ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານລະຫວ່າງຫວຽດນາມ-ລັດເຊຍ

   ​  ​( vovworld ) – ​​​​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນຂອງ​ປະທານາທິບໍດີ​ລັດ​ເຊຍ Vladimir Putin , ວັນທີ 26/7 ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ສະຫະພັນ​ລັດ​ເຊຍ​ຢ່າງ​ເປັນ​ທາງການ​ໃນ​ເວລາ 5 ວັນ. ນີ້​ແມ່​ນການ​ຢ້ຽມຢາມ​ເອີ​ລົບ​ເປັນ​ຄັ້ງ​ທຳ​ອິດ​ໃນ​ຖານະ​ຕຳ​ແໜ່​ງ​ໃໝ່ຂອງ​ທ່ານ​ປະທານປະ​ເທດ Truong Tan Sang ​ແລະ​ກໍ​ແມ່ນ​ປະມຸກ​ລັດ​ຄົນ​ທຳ​ອິດ​ໃນ​ອາຊີ​ໄປ​ຢ້ຽມຢາມ​ສະຫະພັນ​ລັດ​ເຊຍ​ຢ່າງ​ເປັນ​ທາງການ ນັບ​ຕັ້ງ​ແຕ່ ທ່ານ Vladimir Putin ຮັບ​ໄຊຊະນະ​ເປັນປະທານາທິບໍດີ​ລັດ​ເຊຍ​ໃນ​ອາຍຸ​ການ​ໃໝ່.

      ວັນ​ທີ 30/1/1950, ຫວຽດນາມ ​ແລະ ອະດີດ​ສະຫະພາບ​​ໂຊ​ຫວຽດ ​ໄດ້​ສ້າງ​ການ​ພົວພັນ​ທາງການ​ທູດ​ຢ່າງ​ເປັນ​ທາງ​ການ. ນັບ​ຕັ້ງ​ແຕ່​ນັ້ນ​ເປັນ​ຕົ້ນ​ມາ, ​ໂດຍ​ຜ່ານ​ການ​ຜັນ​ແປ​ຫຼາຍ​ຢ່າງ, ກາ​ນພົວພັນຫວຽດນາມ -ລັດ​ເຊຍ​ໄດ້​ຮັບ​ການ​ປັບປຸງ​ຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ ນັບ​ມື້​ນັບ​ຂະຫຍາຍຕົວ​ຢ່າງ​ແຂງ​ແຮງ. ​ເດືອນ 6/1994, ຫວຽດນາມ ​ແລະ ລັດ​ເຊຍ​ໄດ້​ເຊັນ​ສົນທິສັນຍາ​ກ່ຽວ​ກັບ​ບັນດາ​ຫຼັກການ​ພື້ນຖານຂອງ​ສາຍ​ພົວພັນ​ມິ​ດຕະພາບ; ​ເດືອນ 3/2001 ​ໃນ​ການ​ຢ້ຽມຢາມ​ຫວຽດນາມ​ຂອງ ປະທານາທິບໍດີ​ລັດ​ເຊຍ Vladimir Putin, 2 ປະ​ເທດ​ໄດ້​ສ້າງ​ຕັ້ງ ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ອັນ​ໄດ້​ສ້າງ​ພື້ນຖານດ້ານ​ກົດໝາຍ​ໃຫ້​ແກ່ກາ​ນພົວພັນ​ໃນ​ໄລຍະ​ພັດທະນາ​ໃໝ່.

 ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານລະຫວ່າງຫວຽດນາມ-ລັດເຊຍ - ảnh 1

ຫວຽດນາມ ​ແລະ ອະດີດ​ສະຫະພາບ​​ໂຊ​ຫວຽດ ​ໄດ້​ສ້າງ​ການ​ພົວພັນ​ທາງການ​ທູດ​ໃນວັນ​ທີ 30/1/1950,

(ພາບ: dantri.com.vn)

​ໂດຍ​ໄດ້​ກຳນົດ​ການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ​ແມ່ນ​ຈຸດ​ໃຈກາງ​ໃນ​ສາຍ​ພົວພັນ​ລະຫວ່າງ 2 ປະ​ເທດ, ນັບ​ແຕ່​ປີ 2007, 2 ຝ່າຍ​ໄດ້​ສົບ​ທົບ​ກັນ​ຮຽບຮຽງ ​ແລະ ​ເປັນ​ເອກະ​ພາບ​ກັນ​ປະຕິບັດ​ບັນດາ​ໜ້າ​ທີ່​ຮັບ​ບຸລິ​ມາ​ສິດ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ. ວົງ​ເງິນ​ການ​ຄ້າ 2 ຝ່າຍ​ໄດ້​ເພີ່ມ​ຂຶ້ນ​​ໃນ​ແຕ່ລະ​ປີ. ປີ 2011 ບັນລຸ 1,98 ຕື້ USD. ​ໃນ 6​ ເດືອນຕົ້ນ​ປີ​ນີ້, ວົງ​ເງິນ​ການ​ຄ້າ 2 ຝ່າຍບັນລຸ​ເກືອບ 1ຕື້ USD, ​ເພີ່ມ​ຂຶ້ນ 45% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ນີ້​ແມ່ນ​ຕົວ​ເລກ​ທີ່​ໜ້າ​ຈົດ​ຈຳ​ໃນ​ສະພາບ​ວິ​ກິດ​ການ​ເສດຖະກິດ​ທົ່ວ​ໂລກ. ຕາມ​ການ​ຄາດ​ຄະ​ເນ​ແລ້ວ, ວົງ​ເງິ​ນຂາ​ອອກ​ຂາ​ເຂົ້າ​ລະຫວ່າງ 2 ປະ​ເທດ​ຈະ​ບັນລຸ 3 ຕື້ USD ​ໃນ​ປີ​ນີ້ ​ແລະ 2 ຝ່າຍ​ວາງ​ຈຸດໝາຍ​ຍົກ​ວົງ​ເງິນ​ການ​ຄ້າ 2 ຝ່າຍ​ໃຫ້​ຂຶ້ນ​ສູ່​ລະດັບ 5 ຕື້ USD ​ໃນ​ປີ 2013. ​ເປັນ​ໜ້າ​ສົນ​ໃຈ​ວ່າ ປີ​ນີ້​ກໍ​ແມ່​ນປີ​ທຳ​ອິດທີ່​ຫວຽດນາມ​ບັນລຸ​ວົງ​ເງິນ​ສົ່ງ​ອອກ​​ເກີນ​ດູ​ນສຳລັບ​ຕະຫຼາດ​ລັດ​ເຊຍ. ພ້ອມ​ກັບບັນດາ​ທ່າ​ແຮງທາງ​ດ້ານ​ສິນຄ້າ​ທີ່​ມີ​ຢູ່​ແລ້ວນັ້ນ, ການ​ພົ​ວພັນ​ທາງ​ດ້ານ​ການ​ຄ້າ​ລະຫວ່າງຫວຽດນາມ - ລັດ​ເຊຍມີ​ຄວາມ​ສະດວກ​ຕື່ມ​ອີກ​ຫຼາຍ​ຢ່າງ​ຂະນະທີ່​​ໃນ​ມໍ່​ໆມາ​ນີ້ລັດ​ເຊຍ​ໄດ້​ເຂົ້າ​ເປັນ​ສະມາຊິກ WTO ຢ່າງ​ເປັນ​ທາງ​ການ. ດ້ວຍ​ບັນດາ​ເງື່ອນ​ໄຂ​ສະດວກ​ພື້ນຖານນີ້, ພວກ​ເຮົາມີ​ຄວາມ​ປາດ​ທະ​ໜາວ່າການ​ພົວພັນ​ທາງ​ດ້ານ​ເສດຖະກິດ-ການ​ຄ້າ​ລະຫວ່າງ ຫວຽດນາມ - ລັດ​ເຊຍ​ໃນຊຸມປີ​ທີ່​ຈະ​ມາ​ເຖິງ​ຈະ​ມີ​ບັນດາ​ບາດກ້າວ​ຂະຫຍາຍຕົວ​ໃໝ່ ນັບ​ທັງ​ທາງ​ດ້ານ​ການ​ຄ້າ ກໍ​ຄື​ກາ​ນຮ່ວມ​ມື​ລົງທຶນ.

  
 ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານລະຫວ່າງຫວຽດນາມ-ລັດເຊຍ - ảnh 2

ນຳການ​ພົວພັນ​ຫວຽດນາມ-​ລັດ​ເຊຍ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່

(ພາບ:qdnd.vn)

  ນອກຈາກ​​ເລື່ອງ​ເປັນ​ສະມາຊິກ​ຂອງ WTO, ສະຫະພັນ​ລັດ​ເຊຍ ​ຍັງ​ແມ່ນ​ສະມາຊິກ​ຂອງ​ພັນທະ​ພາບ​ພາສີ​​ລັດ​ເຊຍ-​ເບ​ລາຣຸດ-ກາ​ຊັກ​ຊະ​ຖານ. ປະຈຸ​ບັນ, ຫວຽດນາມ ​ແລະ ພັນທະ​ພາບ​ພາສີ​​ລັດ​ເຊຍ-​ເບ​ລາຣຸດ-ກາ​ຊັກ​ຊະ​ຖານ ພວມ​ດຳ​ເນີນ​ການ​ເຈລະຈາ​ກ່ຽວ​ກັບ​ສັນຍາ​ການ​ຄ້າ​ເສລີ (FTA). ຖ້າ​ຫາກ​ວ່າ FTA ​ໄດ້​ຮັບ​ການ​ລົງ​ນາມ, ສິນຄ້າ​ຂອງ​ຫວຽດນາມ ຈະ​ຖືກ​ຍົກ​ເວັ້ນພາສີ​ທັງ​ໝົດ ຫຼື​ໄດ້​ຫລຸດຜ່ອນ​ໃນ​ລະດັບ​ຕ່ຳ​ສຸດ. ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ສິນຄ້າຫວຽດນາມ​ ສາມາດ​ແກ່ງ​ແຍ້​ງຢ່າງ​ສະ​ເໝີ​ພາບ​ໃນ​ດ້ານ​ລາຄາ ​ແລະ ຄຸນ​ນະພາ​ບ, ກໍ່​ຄືກ​ວມ​ເອົາ​ອັດຕາ​ສ່ວນ​ຫຼາຍ​ກ່ວາ​ໃນ​ຕະຫຼາດ​ລັດ​ເຊຍ. ກ່ຽວ​ກັບ​ບັນຫາ​ນີ້,, ທ່ານ Andrey Kovtun ​ເອກ​ອັກຄະ​ລັດຖະທູດ​ລັດ​ເຊຍ ປະຈຳ​ຫວຽດນາມ ຖື​ວ່າ: “ລັດ​ເຊຍ ​ແລະ ຫວຽດນາມ ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ຮ່ວມ​ມື​ຫຼາຍ​ສະບັບ​ ​ແລະ ປີ 2012 ນີ້, ສອງ​ຝ່າຍ​ພວມ​ສືບ​ຕໍ່​ປະຕິບັດ. ​ໃນ​ໄລຍະ​ຜ່ານ​ມາ, ລັດ​ເຊຍ ​ແລະ ຫວຽດນາມ ​ໄດ້​ປະຕິບັດ​ໂຄງການ​ກ່ຽວຂ້ອງ​ເຖິງ​ໂຮງງານ​ໄຟຟ້າ​ນິວ​ເຄຼຍ​ແຫ່ງ​ທຳ​ອິດ​ຢູ່​ຫວຽດນາມ ສຳເລັດ​ຜົນ ​ແລະ ຈະ​ສືບ​ຕໍ່​ຍູ້ແຮງ​ໂຄງການ​ນີ້. ປີ​ນີ້, ລັດ​ເຊຍ ​ເປັນ​ປະທານ APEC, ການ​ຮ່ວມ​ມື​ລະຫວ່າງລັດ​ເຊຍ, ຫວຽດນາມ ​ແລະ ປະ​ເທດ​ຕ່າງໆ​ເຂົ້າຮ່ວມ​ພັນທະ​ພາບ​ພາສີ​ ຈະ​ປະກອບສ່ວນ​ຫັນລະບຽບ​ການ​ດ້ານ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ເປັນ​ງ່າຍ​ດາຍ “.

   ​ໃນ​ເດືອນ 5 ທີ່​ຜ່ານ​ມາ, ບັນດາ​ອົງການ​ມີໜ້າ​ທີ່​ຮັບຜິດຊອບ​ສອງ​ປະ​ເທດ ​ໄດ້​ເລີ່​ມລົງ​ມື​ກໍ່ສ້າງ “ສູນ​ຮ່າ​ໂນ້ຍ-ມົດ​ສະ​ກູ“ ຊື່​ງຄາດ​ວ່າ​ຈະ​ກໍ່ສ້າງ​ສຳ​ເລັດ​ໃນ​ເດືອນ 5/2013 ຊື່​ງ​ໄດ້​ປະກອບສ່ວນ​ປັບປຸງ ​ເພິ່ມທະວີການ​ພົວພັນ​ອັນ​ເປັນ​ມູນ​​ເຊື້ອ, ການ​ຮ່ວມ​ມື​ລະຫວ່າງ​ສອງ​ນະຄອນຫຼວງ, ສອງ​ປະ​ເທດ, ພ້ອມ​ທັງ​ແມ່ນ​ຂົວ​ເຊື່ອມ​ຕໍ່ນັກ​ທະລຸ​ກິດ​ສອງ​ປະ​ເທດ, ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ສົ່ງ​​ສິນຄ້າ​ຂອງ​ຫວຽດນາມ ​ໄປ​ລັດ​ເຊຍ.

   ການ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ກໍ່​ແມ່ນ​ທ່າ​ແຮງ​ໃນ​ການ​ພົວພັນ​ລະຫວ່າງ​ຫວຽດນາມ-​ສະຫະພັນ​ລັດ​ເຊຍ. ປະຈຸ​ບັນ, ມີ​ນັກ​ສຶກສາ​ຫວຽດນາມ​ປະມານ​ກ່ວາ 5000 ຄົນ​ພວມ​ຮຽນ​ຢູ່​ລັດ​ເຊຍ. ພິ​ເສດ, ຫວຽດນາມ ​ນັບ​ມື້​ນັບ​ກາຍ​ເປັນຈຸດ​ນັດ​ພົບ​ທີ່​​ນິຍົມຊົມ​ຊອບ​ຈາກຊາວ​ລັດ​​ເຊຍ ​ແລະ ກົງກັນຂ້າມ. ​ນາງ Nguyen Thi Mai ຜູ້ຕາງໜ້າ​ບໍລິສັດ​ທ່ອງ​ທ່ຽວ AMITOR ຢູ່​ມົດ​ສະ​ກູ ​ໃຫ້​ຮູ້​ວ່າ: “​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ຫວຽດນາມ ກາຍ​ເປັນ​ຈຸດ​ນັດ​ພົບ​ທີ່​ດຶງ​ດູດ​ໃຈ​ນັກ​ທ່ອງ​ທ່ຽວ​ລັດ​ເຊຍ. ບັນດາ​ບໍ​ລັດ​ທ່ອງ​ທ່ຽວ​ລ້ວນ​ແຕ່​ພະຍາຍາມ​ເພື່ອ​ໂຄສະນາ​ພາບ​ພົດ​ຂອງ​ຫວຽດນາມ. ຜ່ານ​ການຈັດບັນດາ​ງານ​ຕະຫຼາດນັດ, ງານ​ວາງສະ​ແດງ, ຫວັງ​ວ່າ ຈະ​ມີ​ຫຼາຍ​ຄົນຮູ້​ຈັກ​ເຖິງ​ປະ​ເທດ​ຫວຽດນາມ ​ແລະ ​ໄປ​ທ່ອງ​ທ່ຽວ​ຫວຽດນາມ ຫຼາຍ​ກ່ວາ“.

    ຄາດ​ວ່າ, ​ໃນ​ການ​ຢ້ຽມຢາມ​ລັດ​ເຊຍ ຄັ້ງນີ້ຂອງ​ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang, ສອງ​ຝ່າຍ​ຈະ​ລົງ​ນາມ​ໃນ​ບັນດາ​ເອກະສານ​ຮ່ວມ​ມືສອງ​ຝ່າຍ, ​ແລກປ່ຽນ​ບັນດາ​ບັນຫາ​ສາກົນ​ທີ່​ຕ່າງ​ຝ່າຍ​ມີ​ຄວາມ​ສົນ​ໃຈ. ​ເຮັດ​​ໃຫ້​ສາຍ​ພົວພັນ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ​ອັນ​ຈົບງາມ​ລະຫວ່າງ​ຫວຽດນາມ-​ສະຫະພັນ​ລັດ​ເຊຍ ​​ມີປະສິດທິ​ຜົນ, ​ແທດ​ຈິງ ​ແມ່ນ​ຄວາມ​ປາດ​ຖະໜາ​ລວມຂອງ​ການ​ນຳ​ສອງ​ປະ​ເທດ ​ແລະ ການ​ຢ້ຽມຢາມ​ສະຫະພັນ​ລັດ​ເຊຍ ຢ່າງ​ເປັນ​ທາງ​ການຄັ້ງນີ້ຂອງ​ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang ອີກ​ເທື່ອ 1 ​ໄດ້​ຢັ້ງຢືນ​ນະ​ໂຍບາຍ​​ສະ​ເໝີ​ຕົ້ນສະ​ເໝີ​ປາຍຂອງ​ຫວຽດນາມ ນັ້​ນແມ່ນຍາມ​ໃດ​ກໍ່​ຖື​​ສາຍ​ພົວພັນ​ອັນ​ເປັນ​ມູນ​ເຊື້ອເປັນ​ສຳຄັນ, ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽ​ດນາມ-​ສະຫະພັນ​ລັດ​ເຊຍ​ ​ໃຫ້​ດີ​ຍິ່ງໆ​ຂຶ້ນ.

 

ຕອບກັບ

ຂ່າວ/ບົດ​ອື່ນ