ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ສສ ເຢຍລະມັນ

ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ສສ ເຢຍລະມັນ - ảnh 1
(ພາບ​ປະ​ກອບ)

(vovworld) - ​ໂດຍ​ຮັບ​ຄຳ​ເຊີນ​ຂອງ​ປະທານາທິບໍດີ​ສາທາລະນະ​ລັດ ສະຫະພັນ​ເຢຍລະ​ມັນ Joachim Gauck, ວັນ​ທີ 24/11, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕິ໋ນຊາງ ​ແລະ ພັນ​ລະ​ຍາ ພ້ອມ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ໄດ້​ເດ​ີນທາງ​ອອກ​ຈາກ​ຮ່າ​ໂນ້ຍ ​ໄປ​ຢ້ຽມຢາມ​ທາງ​ລັດຖະກິດ ສສ ເຢຍລະ​ມັນ ​ໃນ​ລະຫວ່າງ​ວັນ​ທີ 24-26/11. ການ​ຢ້ຽມຢາມ​ຈ​ະເປີດ​ບັນດາ​ກາລະ​ໂອກາດ​ຮ່ວມ​ມື​ໃໝ່, ສ້າງ​ກຳລັງ​ໜູນ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸ​ດທະ​ສາດ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ກ້າວ​ເຂົ້າ​ສູ່​ລວງ​ເລິກ.

ນີ້​ແມ່ນ​ການ​ຢ້ຽມຢາມ​ ​ເຢຍລະ​ມັນທາງ​ລັດຖະກິດ​ຄັ້ງທຳ​ອິດ​ຂອງ​ທ່ານ​ປະທານ​ປະ​ເທດ​ຫວຽດນາມ​, ນັບ​ແຕ່​ປີ 1999 ​ແລະ ກົງ​ກັບ​ໂອກາດ​ສອງ​ປະ​ເທດ​ພວມ​ສະ​ເຫຼີ​ມສະຫຼອງ 40 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ (1975-2015).

ການ​ພົວພັນ​ລະຫວ່າງ​ຫວຽດນາມ ສສ​ເຢຍລະ​ມັນ ພວມ​ຢູ່​​ໃນ​ທ່າ​ພັດທະນາ​ຢ່າງ​ຕັ້ງໜ້າ. ສອງ​ປະ​ເທດ​ໄດ້​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ນັບ​ແຕ່​ປີ 2011 ​ເນື່ອງ​ໃນ​ໂອກາດ​ທີ່​ທ່ານ​ນາງ​ນາຍົກລັດຖະມົນຕີ ​ເຢຍລະ​ມັນ Angela Merkel ມາ​ຢ້ຽມຢາມ​ຫວຽດນາມ.

ການ​ພົວ​ພັນ​ມິດ​ຕ​ະ​ພາບ​,ການຮ່ວມ​ມື​ພັດ​ທະ​ນາ​ຮອບ​ດ້ານ

        40 ປີ​ນັບ​ແຕ່​ວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ໃນ​ເດືອນ 09/1975, ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ - ເຢ​ຍ​ລະ​ມັນ ​ນັບ​ມື້​ນັບ​ພັດ​ທະ​ນາ, ມີ​ປະ​ສິດ​ທິ​ຜົນ. ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ 2 ປະ​ເທດ​ໃນ​ຂົງ​ເຂດ​ການ​ເມືອງ - ການ​ທູດ ໄດ້​ສະ​ແ​ດງ​ໃຫ້​ເຫັນ​ຜ່ານ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ​ເປັນ​ປະ​ຈຳ, ພິ​ເສດ​ແມ່ນ​ຄະ​ນະ​ຜູ້​ແທນ​ຂັ້​ນ​ສູງ, ພ້ອມ​ກັບ​ການ​ສ້າງ​ຕັ້ງ ແລະ ​ຜັນ​ຂະ​ຫຍາຍບັນ​ດາ​ກົນ​ໄກ​ຮ່ວມ​ມື​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ຄື: ກຸ່ມ​ບໍ​ລ​ິ​ຫານ​ຍຸດ​ທະ​ສາດ, ການ​ເຈ​ລະ​ຈາ​ກ່ຽວ​ກັບ​ເສດ​ຖ​ະ​ກິດ​ມະ​ຫາ​ພາກ, ການ​ທາບ​ທາມ​ຄວາມ​ເຫັນ​ດ້ານ​ການ​ເມືອງ​ລະ​ຫວ່າງ​ກະ​ຊວງ​ການ​ຕ່າງ​ປະ​ເທດ 2 ປະ​ເທດ… ພົ້ນ​ເດັ່ນ​ແມ່ນ​ເລື່ອງ 2 ປະ​ເທດ​​ໄດ້ລົງ​ນາມ​ໃນ​ຖະ​ແຫຼງ​ການ​ຮ່ວມ​ຮ່າ​ໂນ​້ຍ ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ. ທ່ານ ຈຸ​ຕວນ​ກາບ, ອະ​ດີດ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ​​ສ.ສ​ເຢຍ​ລະ​ມັນ, ຮອງ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ເຢຍ​ລະ​ມັນ ຖື​ວ່າ.

        “ໃນ​ເດືອນ 10/2011, ພວກ​ເຮົາ​​ທຸກ​ຄົນໄດ້​ເປັນ​ສັກ​ຂີ​ພິ​ຍານ​ເຫດ​ການ​ປະ​ຫວັດ​ສາດ ນັ້ນ​ແມ່ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ 2 ທ່ານໄດ້​ລົງ​ນາມ​ໃນ​ຖະ​ແຫຼງ​ການ​ຮ່ວມ ສ້າງ​​ຕັ້ງການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸ​ດ​ທະ​ສາດ. ໃນ​ຈຸດ​ເວ​ລ​ານັ້ນ, ​ສ.ສເຢຍ​ລະ​ມັນ ແມ່ນ​ໜຶ່ງ​ໃນ​ຈຳ​ນວນ​ໜ້ອຍ​ບັນ​ດາ​ປະ​ເທດ​ມີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸ​ດ​ທະ​ສາດ​ກັບ​ຫວຽດ​ນາມ. ສິ່ງ​ດັ່ງ​ກ່າວ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ​ລັກ​ສະ​ນະ​ພິ​ເສດ ແລະ ຂອບ​ຂະ​ໜາດ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ. ບົນ​ພື້ນ​ຖານນັ້ນ, ໃນ​ຊຸມ​ປີ​ຜ່ານ​ມາ ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ສືບ​ຕໍ​ໄດ້​ຮັບ​ການ​ພັດ​ທະ​ນາ​ຢ່າງ​ຕໍ່​ເນື່ອງ. ສິ່ງ​ທ​ີ່​ໜ້າ​ສົນ​ໃຈ​ນັ້ນແມ່ນ, ບັນ​ດາ​ການ​ນຳ 2 ປະ​ເທດ​ໄດ້​​ດຳ​ເນີນ​ການ​ຢ້ຽມ​ຢາມ​ເຊິ່ງ​ກັນ ແລະ ກັນ​ເປັນ​ປະ​ຈຳ, ຜ່ານນັ້ນ, ​ໄດ້​ໄປ​ເຖິງ​ການລົງ​ນາມ​ໃນ​ບັນ​ດາ​ຂໍ້​ຕົກ​ລົງ​ການ​ເມືອງ​ທີ່ສຳ​ຄັນ”.

        ​ພ້ອມ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ເມືອງ, ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ລະ​ຫວ່າງ 2 ປະ​ເທດ​ບັນ​ລຸ​ໄດ້​​ບັນ​ດາໝາກ​ຜົນ​​ທີ່​ໜ້າ​ປະ​ທັບ​ໃຈ ໃນ​ຮອບ​ເວ​ລາ 5 ປີ​ຜ່ານ​ມາ. ສ.ສະ​ຫະ​ພັນ​ເຢຍ​ລະ​ມັນ ຍ​າມ​ໃດ​ກ​ໍ​ຮັກ​ສາ​ທີ່​ຕັ້ງ​ເປັນ​ຄູ່​ການ​ຄ້າ​​ແຖວ​ໜ້າ​ຂອງ​ຫວຽດ​ນາມ ໃນ​ສະ​ຫະ​ພາບ​ເອີ​ລົບ, ກວນເກືອບ 20% ​ສິ້​ນ​ຄ້າ​ສົ່ງ​ອອກ​ຂອງ​ຫວຽດ​ນາມ ເຂົ້າ​ຕະ​ຫຼາດນີ້. ວົງ​ເງິນ​ການ​ຄ​້າ 2 ສົ້ນ​ໃນ​ປີ 2014 ບັນ​ລຸ 7,8 ຕື້ USD. ໃນ​ໄລ​ຍະ 6 ເດືອນ​ຕົ້ນ​ປີ 2015, ວົງ​ເງິນ​ການ​ຄ້າ​ໄດ້​ເພີ່ມ​ຂຶ້ນ 20%, ຄາດ​ວ່າ​ປີ 2015 ຈະ​ເພີ່ມ​ຂຶ້ນ​ປະ​ທານ 10% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2014. ເຢຍ​ລະ​ມັນ ກໍ​ແມ່ນ​ປະ​ເທດ​​ມີ​ບົດ​ບາດ​ຕັ້ງ​ໜ້າ​ໃນ​ວິ​ວັດ​ການ​ເຈ​ລະ​ຈາ​ສັນ​ຍາ​ການ​ຄ້າ​ເສ​ລີ​ຫວຽດ​ນາມ - ອີ​ຢູ (EVFTA) ແລະ ຖື​ຫວຽດ​ນ​າມ ແມ່ນ​ຕະ​ຫຼາດ​​ທີ່ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​​​ຜັນ​ຂະ​ຫຍາຍຢ່າງວ່ອງ​ໄວ​ຢູ່​ອາ​ຊີ. ບັນ​ດາ​ໂຄງ​ການທີ່​ພວ​ມ​ໄ​ດ້​ຮັບ​ການ​ພັດ​ທະ​ນາ​ຢ່າງ​ຕັ້ງ​ໜ້າ​​ຈາກ​ຕ່າງ​ປະ​ເທດຄື: ເຮືອນ​ເຢຍ​ລະ​ມັນ, ສາຍ​ລົກ​ໄຟ​ຟ້າ​ໃຕ້​ດິນ​ເລກ 2 ຢູ່​ນະ​ຄອນ​ໂຮ່​ຈິ​ມິນ. ທ່ານ​ Erwin Schweisshelm, ຫົວ​ໜ້າ​ສະ​ຖາ​ບັນ Friedrich Erbert (FES) ປະ​ຈຳ​ຫວຽດ​ນາມ ໃຫ້​ຂ​ໍ້​ສັງ​ເກດ​ວ່າ.

        “ປະ​ຈ​ຸ​ບັນ, ສະ​ຫະ​ພັນ​ເຢຍ​ລະ​ມັນ ແມ່ນ​ຄູ່​ຄ້າ​ລາຍ​ໃຫຍ່​ຢູ່​ຫວຽດ​ນາມ ໃນ​ສະ​ພາ​ຫະ​ພາບ​ເອີ​ລົບ. ກ່ຽວ​ກັບ​ການ​ລົງ​ທຶນ​ໂດຍ​ກົງ​ຂອ​ງ​ເຢຍ​ລະ​ມັນ​ ຢູ່​ຫວຽດ​ນາມ ຍັງ​ມີ​ຄວາມ​ສາ​ມາດ​ບົ່​ມ​ຊ້ອນ​ຫຼາຍ​ຢ່າງ ແລະ ໃນ​ໄລ​ຍະ​ຜ່ານ​ມາ​ໄດ້​ຮັບ​ຮູ້​ບັນ​ດາການ​ເຕີບ​ໂຕ​​ທີ່ໜ້າ​ປະ​ທັບ​ໃຈ”.

        ​ໃນ​ຂົ​ງ​ເຂດ​ຮ່ວມ​ມື​ພັດ​ທະ​ນາ, ເຢຍ​ລະ​ມັນ ໄດ້​ສະ​ໜອງປະ​ມານ 2 ຕື້ USD ໃຫ​້​ບັນ​ດາ​ໂຄງ​ການ ODA ຢູ່​ຫວຽດ​ນາມ. ເຢຍ​ລະ​ມັນ ກໍ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ​ທີ່​ສຸດ​ຂອງ​ຫວຽດ​ນາມ ໃນ​ຂົງ​ເຂດ​ສຶກ​ສາ, ບຳ​ລຸງ​ສ້າງ, ສອນ​ວິ​ຊາ​ຊີບ. ພິ​ເສດ, ສາຍ​ພົວພັນ​ເຢຍລະ​ມັນ - ຫວຽດນາມ​ໃນ​ປະຈຸ​ບັນ​ຍັງ​ມີ​ພື້ນຖານ​ທີ່​ໝັ້ນຄົງ, ນັ້ນ​ແມ່ນ​ປະຊາ​ຄົມ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ເຢຍລະ​ມັນ​ດ້ວຍ​ຈຳນວນ​ຫຼວງ​ຫຼາຍ​ແມ່ນ​ກວ່າ 100.000 ຄົນ. ນີ້​ແມ່ນ​ຂົວ​ເຊື່ອມ​ຕໍ່​ທີ່​ສຳຄັນ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ ​ແລະ ຊຸກຍູ້​ກາ​ນຮ່ວມ​ມື​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ​ນຳ​ກັນ.

​ແງ່​ຫວັງ​ຮ່ວມ​ມື

​ເລື່ອງ​ການ​ນຳ​ລັດຖະບານ​ສອງ​ປະ​ເທ​ດລົງ​ນາມ​ໃນ​ຖະ​ແຫຼ​ງການ​ຮ່ວມ​ຮ່າ​ໂນ້ຍປີ 2011 ກ່ຽວ​ກັບ​ການ​ຍົກ​ລະດັບ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ​ຂອງ​ທັງ​ສອງ​ຝ່າຍ​ໃນ​ການ​ຍູ້​ແຮງ​ການ​ພົວພັນ​ຮ່ວມ​ມື​ດ້ານ​ເສດຖະກິດ - ການ​ຄ້າ​ທີ່​ພວມ​ບັນລຸ​ຜົນສຳ​ເລັດ​ໃນ​ຊຸ່ມ​ປີຜ່ານມາ​, ກໍ່​ຄື​ໃນ​ຫຼາຍ​ຂົງ​ເຂດ​ສຳຄັນ​ອື່ນໆ​ເຊັ່ນ: ການ​ຮ່ວມ​ມື​ພັດທະນາ, ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ການ​ສຶກສາ ​ແລະ ວິທະຍາສາດ​ເຕັກ​ໂນ​ໂລ​ຢີກວ່າ​ອີກ. ຕາມ​ວົງ​ການ​ເຈົ້າ​ໜ້າ​ທີ່​ສອງ​ປະ​ເທດ​ແລ້ວ, ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ເຢຍລະ​ມັນ - ຫວຽດນາມ ຈະ​ສືບ​ຕໍ່​ເລິກ​ເຊິ່ງ ​ແລະ ມີ​ປະສິດ​ທິຜົນ​ກວ່າ​ອີກ, ​ເມື່ອ​ທັງ​ສອງ​ຝ່າຍ​ມານະ​ພະຍາຍາມ​ຊຸກຍູ້ບັນດາ​ໂຄງການ​ຮ່ວມ​ມື​ຈຸດ​ສຸມ, ​ໃນ​ນັ້ນ​ມີ​ວິທະຍາ​ໄລ​ຫວຽດນາມ - ​ເຢຍລະ​ມັນ. ນອກ​ນັ້ນ, ​ເລື່ອງ​ຊຸກຍູ້​ບັນດາ​ວິ​ສາຫະກິດ​ເຢຍລະ​ມັນ​ເຂົ້າ​ຮ່ວມ​ບັນດາ​ໂຄງການ​ກໍ່ສ້າງ​ວິຊາ​ຊີບ​ໃຫ້​ບັນດາ​ນັກຮຽນ​ຫວຽດນາມ ກໍ່​ແມ່ນ​ໜຶ່ງ​ໃນ​ບັນດາ​ຈຸດ​ສຸມ​ຂອງ​ການ​ຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງ. ​ເຢຍລະ​ມັນ​ກໍ່​ຕັ້ງໜ້າ​ໜູນ​ຊ່ວຍ​ຫວຽດນາມ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ພະລັງງານ​ແຮງ​ລົມ, ພະລັງງານ​ແສງຕາ​ເວັນອີກ​ດ້ວຍ.

 ດ້ວຍ​ສາຍ​ພົວພັນ​ມິດຕະພາບ​ອັນ​ດີງາມ​ໃນ 40 ປີຜ່ານມາ, ພ້ອມ​ກັບ​ຄວາມ​ມານະ​ພະຍາຍາມ ​ແລະ ຄວາມ​ສາມາດ​ບົ່ມ​ຊ້ອນ​ອັນ​ໃຫຍ່​ຫຼວງ​ຂອງ​ສອງ​ປະ​ເທດ, ການ​ຢ້ຽມຢາມ​ຂອງ ທ່ານ​ປະທານ​ປະ​ເທດ​ ​ເຈືອງ​ເຕິ໋ນຊາງ ​ເຖິງ ສສ ​ເຢຍລະ​ມັນ ຄັ້ງ​ນີ້ ຈະ​ໄຂ​ກາລະ​ໂອກາດ​ຮ່ວມ​ມື​ໃໝ່, ສ້າງ​ກຳລັງ​ໜູນ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ນັບ​ມື້​ນັບ​ແທດ​ຈິງ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ຂອງ​ພາກ​ພື້ນ ​ແລະ ​ໂລກ.

ຂ່າວ/ບົດ​ອື່ນ