ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ, ຍົກສູງສຽງ ຫວຽດນາມ ໃນບັນຫາທົ່ວໂລກ

(VOVWORLD) - ການໄປຢ້ຽມຢາມຖືກດຳເນີນໄປໃນສະພາບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ພວມຮັກສາທ່າອ່ຽງພັດທະນາ ແລະ ບັນລຸຜົນງານຕັ້ງໜ້າຫຼາຍຢ່າງ.
ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ, ຍົກສູງສຽງ ຫວຽດນາມ ໃນບັນຫາທົ່ວໂລກ - ảnh 1(ການເຈລະຈາລະຫວ່າງ ຫວຽດນາມ - ຈີນ)

        ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈີງ ພວມປະຕິບັດການຢ້ຽມຢາມ ຈີນ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມປະຈຳປີບັນດາຜູ້ນຳໜ້າຄັ້ງທີ 14 ຂອງເວທີປາໄສເສດຖະກິດໂລກ (WEF). ການຢ້ຽມຢາມ ຈີນ ຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ແມ່ນເພື່ອປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ - ຈີນ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະ ບັນລຸປະສິດທິຜົນ. ພ້ອມທັງ, ການເຂົ້າຮ່ວມກອງປະຊຸມຄັ້ງນີ້, ຫວຽດນາມ ປາດຖະໜາຢາກສົ່ງສານທີ່ວ່າ ຫວຽດນາມ ມີຄວາມຮັບຜິດຊອບ, ຕັ້ງໜ້າປະກອບສ່ວນເຂົ້າໃນບັນດາບັນຫາທົ່ວໂລກ.

        ການໄປຢ້ຽມຢາມຖືກດຳເນີນໄປໃນສະພາບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ພວມຮັກສາທ່າອ່ຽງພັດທະນາ ແລະ ບັນລຸຜົນງານຕັ້ງໜ້າຫຼາຍຢ່າງ. ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ຫວຽດນາມ - ຈີນ ໄດ້ຮັບການເພີ່ມທະວີ; ການຮ່ວມມືດ້ານການຄ້າ, ການລົງທຶນຮັກສາທ່າເຕີບໂຕ.

ຜັນຂະຫຍາຍໝາກຜົນ ແລະ ຄວາມຮັບຮູ້ລວມ ຫວຽດນາມ - ຈີນ ຢ່າງຮອບດ້ານ.

        ການເດີນທາງໄປຢ້ຽມຢຽມ ຈີນ ຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ໄດ້ຢືນຢັນຫຼາຍມາດຕະການ ເພື່ອແນໃສ່ຜັນຂະຫຍາຍຄວາມຮັບຮູ້ລວມທີ່ບັນລຸໄດ້ລະຫວ່າງການນຳຂັ້ນສູງຂອງ 2 ປະເທດໃນບັນດາການພົບປະເມື່ອປີ 2022 ຢ່າງຮອບດ້ານ, ສ້າງກຳລັງໜູນໃຫ້ແກ່ການຊຸກຍູ້ການຮ່ວມມືລະຫວ່າງ 2 ຝ່າຍໃນຫຼາຍຂົງເຂດ, ພິເສດແມ່ນດ້ານເສດຖະກິດ - ການຄ້າ, ການລົງທຶນ. ທ່ານ ຕຸງອຸຍ, ຮອງຫົວໜ້າສະຖາບັນຜູ້ປະຈຳການ ສະຖາບັນແຜນຜັງການພັດທະນາຈີນ, ຂຶ້ນກັບມະຫາວິທະຍາໄລ ຈິງຄວາ, ໃຫ້ຂໍ້ສັງເກດວ່າ:

        “ພວກເຮົາເຫັນໄດ້ສິ່ງສຳຄັນຍິ່ງແມ່ນ ຫວຽດນາມ ຖືການພັດທະນາເສດຖະກິດສີຂຽວ, ເສດຖະກິດດີຈີຕອນເປັນສຳຄັນ. ໃນຊຸມປີມໍ່ໆມານີ້, ຈີນ ກໍ່ພວມຍູ້ໄວການຈຳກັດການປ່ອຍອາຍພິດກາກບອນເປັນກາງ ແລະ ບັນລຸຈຸດສູງ. ສະນັ້ນ, 2 ປະເທດມີຄວາມສາມາດບົ່ມຊ້ອນຮ່ວມມືຫຼາຍຢ່າງ. ພິເສດ, ຫວຽດນາມ ພວມພັດທະນາການຄ້າເອເລັກໂຕນິກຢ່າງແຮງ, ສ່ວນ ຈີນ ມີພື້ນຖານກ່ຽວກັບດ້ານນີ້ຢ່າງໝັ້ນແກ່ນ. ຫວຽດນາມ ກໍ່ແມ່ນປະເທດມີພົນລະເມືອງຫຼາຍດ້ວຍ 100 ລ້ານຄົນ, ມີສິນຄ້າຫຼາຍປະເພດຂອງ ຈີນ ກໍ່ຢາກຊອກຫາກາລະໂອກາດຢູ່ຕະຫຼາດ ຫວຽດນາມ”.

        ກໍ່ຜ່ານການຢ້ຽມຢາມຄັ້ງນີ້, ການນຳຂັ້ນສູງຂອງ 2 ປະເທດສືບຕໍ່ແລກປ່ຽນບັນດາມາດຕະການເພື່ອຄວບຄຸມຄວາມບໍ່ລົງລອຍກັນໃຫ້ເປັນຢ່າງດີ, ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບທາງທະເລ, ເພີ່ມທະວີການສົມທົບກັນ, ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ປະກອບສ່ວນຕັ້ງໜ້າເຂົ້າໃນເລື່ອງ ເຮັດໃຫ້ການພົວພັນຮ່ວມມືລະຫວ່າງ 2 ປະເທດເລິກເຊິ່ງຂຶ້ນຕື່ມ, ມີຜົນດີໃຫ້ແກ່ການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ ແລະ ໃນໂລກ.

ຊຸກຍູ້ການພົວພັນຮ່ວມມື ຫວຽດນາມ WEF

        ວັນທີ 27 ມິຖຸນາ, ເຂົ້າຮ່ວມກອງປະຊຸມປະຈຳປີບັນດາຜູ້ນຳໜ້າຄັ້ງທີ 14 ຂອງເວທີປາໄສເສດຖະກິດໂລກ (WEF), ກອງປະຊຸມໂດຍ WEF ສົມທົບກັບລັດຖະບານ ຈີນ ຈັດຂຶ້ນ, ມີຂອບຂະໜາດໃຫຍ່ອັນດັບທີ 2 ຖັດຈາກກອງປະຊຸມຂອງເວທີປາໄສຢູ່ Davos (ສະວິດ), ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ໄດ້ກ່າວຄຳເຫັນ, ແບ່ງປັນວິໄສທັດຂອງ ຫວຽດນາມ ທີ່ວາລະປະຊຸມຄົບຄະນະ ແລະ ບາງວາລະປະຊຸມປຶກສາຫາລືຈຸດສຸມໃນໂຄງການດຳເນີນງານຂອງກອງປະຊຸມ. ນັບແຕ່ຕອນບ່າຍວັນທີ 26 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ພ້ອມກັບການນຳ WEF ໄດ້ເປັນປະທານການພົບປະເຈລະຈາຍຸດທະສາດແຫ່ງຊາດ ຫວຽດນາມ - WEF, ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ຈີນ ແລະ ມີບັນດາການພົບປະກັບການນຳຫຼາຍປະເທດ ແລະ ກຸ່ມບໍລິສັດທີ່ເຂົ້າຮ່ວມກອງປະຊຸມ. ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຈີນ ຟ້າມຊາວມາຍ, ຢືນຢັນວ່າ:

        “ເລື່ອງເຂົ້າຮ່ວມຂອງຄະນະຜູ້ແທນ ຫວຽດນາມ ພ້ອມກັບບັນດາປະເທດ, ອົງການຈັດຕັ້ງ ແລະ ກຸ່ມບໍລິສັດແຖວໜ້າໂລກ ຈະປະກອບສ່ວນສະເໜີບັນດາມາດຕະການແກ້ໄຂຢູ່ລະດັບທົ່ວໂລກ, ພາກພື້ນ, ປະເທດຊາດ ແລະ ວິສາຫະກິດ, ເນັ້ນໜັກເຖິງບົດບາດຂອງພາກເອກະຊົນ ແລະ ການຮ່ວມມືພາກລັດ - ເອກະຊົນ, ຊຸກຍູ້ບັນດາກຳລັງໜູນການເຕີບໂຕໃໝ່, ຄື: ການພັດທະນາສີຂຽວ, ການຫັນເປັນດີຈີຕອນ, ນະວັດຕະກຳ… ຢູ່ພາກພື້ນອາຊີ, ພິເສດແມ່ນ ຈີນ, ອິນເດຍ ແລະ ອາຊຽນ, ໃນນັ້ນມີ ຫວຽດນາມ, ໃນໄລຍະຜ່ານມາໄດ້ຕັ້ງໜ້າປ່ຽນແປງໃໝ່, ເປີດປະຕູ, ຮັກສາທ່າເຕີບໂຕໃຫ້ມີສະຖຽນລະພາບ, ກາຍເປັນກຳລັງໜູນສຳຄັນໃຫ້ແກ່ການຟື້ນຟູ ແລະ ພັດທະນາເສດຖະກິດຂອງພາກພື້ນ ແລະ ໃນໂລກ, ພ້ອມທັງຮັກສາບົດບາດເປັນສູນກາງເຊື່ອມຕໍ່ດ້ານການຄ້າ, ການລົງທຶນ, ລະບົບສະໜອງທົ່ວໂລກ”.

        ຜ່ານກອງປະຊຸມຄັ້ງນີ້, ຫວຽດນາມ ໄດ້ສົ່ງສານໃຫຍ່ກ່ຽວກັບເປົ້າໝາຍ, ທັດສະນະ, ການກຳນົດທິດພັດທະນາຂອງ ຫວຽດນາມ; ກຳແໜ້ນບັນດາບັນຫາ, ທ່າອ່ຽງໃໝ່ຂອງເສດຖະກິດໂລກ, ແລກປ່ຽນກ່ຽວກັບຈີນຕະນາການພັດທະນາ ແລະ ການບໍລິຫານທົ່ວໂລກ, ພາກພື້ນ ແລະ ປະເທດຊາດ ໃນສະພາບເສດຖະກິດໂລກມີການຫັນປ່ຽນຢ່າງເລິກເຊິ່ງ, ຜ່ານນັ້ນກໍ່ຍົກສູງບົດບາດ, ສຽງຂອງ ຫວຽດນາມ ໃນບັນດາບັນຫາທົ່ວໂລກ; ສືບຕໍ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງ ຫວຽດນາມ - WEF ໃຫ້ນັບມື້ນັບບັນລຸປະສິດທິຜົນ, ແທດຈິງ.

        ການເດີນທາງໄປຢ້ຽມຢາມ ຈີນ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ແລະ ເຂົ້າຮ່ວມກອງປະຊຸມປະຈຳປີບັນດາຜູ້ນຳໜ້າຄັ້ງທີ 14 ຂອງເວທີປາໄສເສດຖະກິດໂລກຢູ່ ທຽນຈິນ ແນ່ນອນວ່າ ຈະປະກອບສ່ວນເພີ່ມທະວີນ້ຳໃຈມິດຕະພາບລະຫວ່າງປະຊາຊົນ 2 ປະເທດ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ກໍ່ຄືເປີດກວ້າງການຮ່ວມມື ຫວຽດນາມ - WEF, ປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຂອງພາກພື້ນ ແລະ ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ