ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ ແລະ ຍືນ​ຍົງ ລະ​ຫວ່າງ ຫວຽດ​ນາມ - ມຽນ​ມາ

(VOVWORLD) -  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ພວມປະຕິບັດການຢ້ຽມຢາມ ສາທາລະນະລັດ ສະຫະພັນ ມຽນມາ ທັນວາ ຢ່າງເປັນທາງການຮອດວັນທີ 18, ຕາມຄຳເຊື້ອເຊີນຂອງ ທ່ານ U Uyn Min ປະທານາທິບໍດີ ສ. ສະຫະພັນ ມຽນມາ. ການຢ້ຽມຢາມມຽນມາ ຂອງ ທ່ານນາຍົກລັດຖະມົນຕີຢ່າງເປັນທາງການນີ້ໄດ້ຢັ້ງຢືນວ່າ ຫວຽດນາມຖືການພົວພັນຄູ່ຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ - ມຽນມາ ການຊຸກຍູ້ການພົວພັນຮ່ວມມືໃນຫຼາຍຂົງເຂດຄື: ການຄ້າ, ການລົງທຶນ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບເປັນທາງການ.
ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ ແລະ ຍືນ​ຍົງ ລະ​ຫວ່າງ ຫວຽດ​ນາມ - ມຽນ​ມາ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານ U Uyn Min ປະທານາທິບໍດີ ສ. ສະຫະພັນ ມຽນມາ (ພາບ: VGP)

ການພົວພັນລະຫວ່າງ ຫວຽດນາມ ແລະ ມຽນມາ ໄດ້ຍົກຂຶ້ນສູ່ລະດັບການພົວພັນຄູ່ຮ່ວມມືຮອບດ້ານ ຢ່າງເປັນທາງການໃນປີ 2017 ແລະ ປັດຈຸບັນ, ສອງຝ່າຍພວມສ້າງໂຄງການກະທຳເພື່ອຜັນຂະຫຍາຍການພົວພັນຄູ່ຮ່ວມມືຮອບດ້ານໄລຍະ 2019 – 2024. ໃນການຢ້ຽມຢາມມຽນມາຢ່າງເປັນທາງການຄັ້ງນີ້, ສອງຝ່າຍໄດ້ລົງນາມໃນໂຄງການກະທຳໃຫ້ແກ່ການຮ່ວມມືລະຫວ່າງສອງປະເທດ ໄລຍະ 2019 – 2024. ນີ້ແມ່ນເອກະສານທີ່ສຳຄັນ, ກຳນົດທິດການພັດທະນາຂອງການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດ ດ້ວຍວິໄສທັດ ໄລຍະຍາວ ແລະ ນັບມື້ນັບເລິກເຊິ່ງ ແລະ ໜັກແໜ້ນ.

ການຮ່ວມມືຮອບດ້ານ

ນັບແຕ່ເມື່ອຍົກຂຶ້ນສູ່ລະດັບການພົວພັນຄູ່ຮ່ວມມືຮອບດ້ານ, ການພົວພັນສອງປະເທດນັບມື້ນັບພັດທະນາຢ່າງແຮງ ໃນບັນດາຂົງເຂດທັງໝົດ. ພ້ອມກັບການພົວພັນດ້ານການເມືອງນັບມື້ນັບໄດ້ຮັບການເປີດກ້ວາງ, ບັນດາກະຊວງ, ຂະແໜງການທຸກຂັ້ນ, ຄວາມໄວ້ເນື້ອເຊື່ອໃຈລະຫວ່າງ ສອງພັກກຳອຳນາດ ແລະ ລັດຖະບານສອງປະເທດນັບມື້ນັບໄດ້ຮັບການເພີ່ມທະວີ.

ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ສອງປະເທດໄດ້ຮັບການພັດທະນາບົນບັນດາກົນໄກຮ່ວມມືສອງຝ່າຍທີ່ມີຢູ່ແລ້ວ, ຫັນບັນດາຂໍ້ຕົກລົງທີ່ໄດ້ຮັບການລົງນາມແລ້ວໃຫ້ກາຍເປັນການປະຕິບັດ ແລະ ຊອກຫາບັນດາໂອກາດໃໝ່ໃຫ້ແກ່ການຮ່ວມມືສອງຝ່າຍ, ສອດຄອງກັບບັນດາຫຼັກການຂອງ ກົດບັດ ສປຊ ແລະ ກົດບັດ ອາຊຽນ, ເສອດຄອງກັບ ສົນທິສັນຍາແຫ່ງຄວາມເປັນມິດ ແລະ ຮ່ວມມື ຢູ່ ອາຊີຕາເວັນອອກສ່ຽງໃຕ້ ແລະ ບັນດາມາດຖານຂອງກົດໝາຍສາກົນ ທີ່ເປັນທີ່ຍອມຮັບຢ່າງກ້ວາງຂວາງ, ກໍ່ຄືການເຄົາລົບກົດໝາຍ, ເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງແຕ່ລະຝ່າຍ.

ຄຽງຄູ່ກັບບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວ ຄື ຄະນະກຳມະການຮ່າວມືປະສົມ, ອະນຸກຳມະການຮ່ວມມືການຄ້າ, ທີ່ຄຳປຶກສາດ້ານການເມືອງ, ທີ່ຄຳປຶກສາດ້ານປ້ອງກັນຄວາມສະຫງົບ… ນັ້ນ ເລື່ອງກຳເນີດຂອງບັນດາກົນໄກຮ່ວມມືໃຫມ່ໃນ 2 ປີທີ່ຜ່ານມາກໍ່ປະກອບສ່ວນບໍ່ໜ້ອຍເຂົ້າໃນການຊຸກຍູ້ການພົວພັນລະຫວ່າງສອງປະເທດ. ນັ້ນແມ່ນການສ້າງຕັ້ງ ສະມາຄົມມິດຕະພາບ ມຽນມາ - ຫວຽດນາມ ແລະ ສະໂມສອນວິສາຫະກິດ ຫວຽດນາມ ຢູ່ ມຽນມາ ໄດ້ໜູນຊ່ວຍໃຫ້ແກ່ການຮ່ວມມືລະຫວ່າງສອງປະເທດຕະຫຼອດຮອດປະຊາຊົນທຸກຊັ້ນວັນນະ. ເລື່ອງວິສາຫະກິດການທະຫານຂອງປະເທດເຂົ້າຮ່ວມໂຄງການຮ່ວມທຸລະກິດໂທລະຄົມມະນາຄົມ Mytel, ເຂົ້າຮ່ວມງານວາງສະແດງສິນຄ້າ…ພວມໄດ້ປະກອບສ່ວນເຮັດໃຫ້ການພົວພັນລະຫວ່າງສອງປະເທດໄດ້ຮັບການເປີດກ້ວາງ ແລະ ນັບມື້ນນັບອຸດົມສົມບູນກ່ວາອີກ.

ຄູ່ຮ່ວມມືທີ່ເລິກເຊິ່ງ

        ດ້ວຍຂອບເຂດຂອງການພົວພັນໃໝ່, ສາຍພົວພັນລະຫວ່າງສອງປະເທດ ໄດ້ມີບັນດາບາດກ້າວພັດທະນາຢ່າງກະໂດດຂັ້ນ. ການພົວພັນດ້ານເສດຖະກິດ, ການຄ້າ, ການລົງທຶນ ໄດ້ຮັບການເອົາໃຈໃສ່ເປັນພິເສດ, ບັນລຸໄດ້ໝາກຜົນຕັ້ງໜ້າຫຼາຍຢ່າງ. ໄລ່ມາຮອດເດືອນ ຕຸລາ 2019, ວົງເງິນການຄ້າສອງສົ້ນ ບັນລຸໄດ້ປະມານ 790 ລ້ານ USD ເພີ່ມຂຶ້ນກວ່າ 9,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2018. ໃນໄລຍະ 3 ປີຜ່ານມາ, ຈໍານວນວິສາຫະກິດຫວຽດນາມ ໄປດໍາເນີນທຸລະກິດ ແລະ ລົງທຶນ ຢູ່ມຽນມາ ໄດ້ເພີ່ມຂຶ້ນທົບສອງເທົ່າ (ແຕ່ຈໍານວນວິສາຫະກິດປະມານ 100 ແຫ່ງໃນປີ 2016 ເພີ່ມຂຶ້ນເຖິງຫຼາຍກວ່າ 200 ແຫ່ງໃນປັດຈຸບັນ).

        ໃນຂົງເຂດຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ກອງທັບສອງປະເທດ ໄດ້ຜັນຂະຫຍາຍເນື້ອໃນຮ່ວມມືໃໝ່ຫຼາຍຢ່າງ ເປັນຕົ້ນແມ່ນ: ການພົບປະແລກປ່ຽນນາຍທະຫານໜຸ່ມ, ບໍາລຸງສ້າງພາສາຫວຽດນາມ ແລະ ມຽນມາ; ເສນາຮັກ; ອຸດສາຫະກໍາດ້ານປ້ອງກັນປະເທດ; ຊຸກຍູ້ການຄຸ້ມຄອງເຂດຊາຍແດນ; ປ້ອງກັນ, ຕ້ານການອົບພະຍົບຢ່າງຜິດກົດໝາຍ, ການຄ້າເຖື່ອນ...

        ໄປຄຽງຄູ່ກັນນັ້ນ, ໃນບັນດາຂົງເຂດການຮ່ວມມືອື່ນໆ ກໍ່ໄດ້ ແລະ ກໍາລັງໄດ້ຮັບການຊຸກຍູ້ຢ່າງແຮງຄື: ຂະແໜງກະສິກໍາ, ອຸດສາຫະກໍາເບົາ, ສາທາລະນະສຸກ, ການສຶກສາ, ວິທະຍາສາດເຕັກນິກ, ຍຸຕິທໍາ, ການສ້າງກົດໝາຍ, ຂໍ້ມູນຂ່າວສານ, ການສື່ສານ, ກິລາ...

ອະນາຄົດທີ່ໝັ້ນຄົງ

        ຫວຽດນາມ ແລະ ມຽນມາ ເປັນເພື່ອນມິດມາແຕ່ດົນນານ, ເປັນຄູ່ຮ່ວມມືທີ່ໜ້າໄວ້ວາງໃຈໃນອາຊຽນ ແລະ ໃນຂອບເຂດບັນດາເວທີປາໄສສາກົນ ແລະ ພາກພື້ນ. ໃນການພົບປະ ແລະ ແລກປ່ຽນຄະນະຜູ້ແທນຂັ້ນສູງຄັ້ງຕ່າງໆ ທີ່ດໍາເນີນແຕ່ເມື່ອກ່ອນມາຮອດປັດຈຸບັນ, ຝ່າຍ ມຽນມາ ຍາມໃດກໍສະແດງຄວາມປາດຖະໜາຢາກຮໍ່າຮຽນ, ຖອດຖອນບົດຮຽນໃນການພັດທະນາເສດຖະກິດ, ປ່ຽນແປງໃໝ່ ແລະ ປະຕິຮູບການເປີດປະຕູຂອງຫວຽດນາມ. ນີ້ແມ່ນສິ່ງສະດວກ ເພື່ອໃຫ້ຫວຽດນາມ ສືບຕໍ່ປະຕິບັດ ແລະ ຜັນຂະຫຍາຍການພັດທະນາການພົວພັນຄູ່ຮ່ວມມືຮອບດ້ານກັບ ມຽນມາ. ດັ່ງນັ້ນ, ໃນການຢ້ຽມຢາມ ມຽນມາຢ່າງເປັນທາງການຄັ້ງນີ້, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຈະເປັນສັກຂີພິຍານການລົງນາມໃນສັນຍາສັນຍາຮ່ວມມືລະຫວ່າງກະຊວງການຕ່າງປະເທດຂອງສອງປະເທດ, ເພື່ອແນໃສ່ເພີ່ມທະວີການຮ່ວມມືລະຫວ່າງ ຫວຽດນາມ ແລະ ມຽນມາ ຢູ່ບັນດາເວທີປາໄສສາກົນ, ບັນດາເວທີປາໄສຫຼາຍຝ່າຍ, ໃນບັນດາບັນຫາສາກົນ ແລະ ພາກພື້ນ. ເລື່ອງເຮັດໃຫ້ບັນດາການຮ່ວມມືເລິກເຊິ່ງຂຶ້ນຕື່ມນັ້ນ ຈະຊ່ວຍໃຫ້ຫວຽດນາມ ຮັບດໍາລົງໜ້າທີ່ເປັນປະທານ ອາຊຽນ ໃນປີ 2020 ແລະ ກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021 ໄດ້ເປັນຢ່າງດີ.

        ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຍັງແນໃສ່ສົ່ງສານຢ່າງແຮງວ່າ: ຫວຽດນາມ ໄດ້ ແລະ ຍັງຄົງສືບຕໍ່ສະແດງໃຫ້ເຫັນວ່າ ຫວຽດນາມແມ່ນຄູ່ຮ່ວມມືທີ່ໜ້າໄວ້ວາງໃຈ ແລະ ໃຫ້ການແບ່ງປັນຢ່າງເລິກເຊິ່ງກັບ ລັດຖະບານ ແລະ ປະຊາຊົນ ມຽນມາ. ຫວຽດນາມ ແບ່ງປັນບົດຮຽນປະສົບການໃນການບໍລິຫານເສດຖະກິດການຕະຫຼາດ, ພັດທະນາບັນດາພາກສ່ວນເສດຖະກິດພາກເອກະຊົນ, ຄຸ້ມຄອງການລົງທຶນຕ່າງປະເທດ, ຄວບຄຸມພາສີປະເພດຕ່າງໆ, ພັດທະນາພື້ນຖານການສຶກສາສາມັນທີ່ກ້າວໜ້າ ແລະ ແບບວິທີອະນຸລັກຮັກສາພື້ນຖານວັດທະນະທໍາທ່ີເປັນມູນເຊື້ອໄວ້. ການແບ່ງປັນ ແລະ ຖອດຖອນບົດຮຽນຂອງກັນ ບໍ່ພຽງແຕ່ຊ່ວຍສອງປະເທດພ້ອມກັນພັດທະນາເທົ່ານັ້ນ ຫາກຍັງເພີ່ມທະວີຄວາມໄວ້ວາງໃຈ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືລະຫວ່າງສອງປະເທດ ນັບມື້ນັບໝັ້ນແກ່ນ./.

ຕອບກັບ

ຂ່າວ/ບົດ​ອື່ນ