ຊຸກຍູ້ການພົວພັນລະຫວ່າງຫວຽດນາມ - ອິນເດຍ ໃຫ້ເລິກເຊິ່ງ, ກ້ວາງຂວາງ

(vovworld) - ວັນ​ທີ 8/12, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຫງວຽນ​ທິກ​ິມ​ເງິນ ໄດ້​ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ສ. ອິນ​ເດຍ ຢ່າງ​ເປັນ​ທາງ​ການ ຕາມຄຳ​ເຊື້ອ​ເຊີນ​ຂອງ​ທ່ານ Mohamad Hamid Ansarin, ປະ​ທານ​ສະ​ພາ​ສູງ ສ. ອິນ​ເດຍ, ທ່ານ Sumitra Mahajan, ປະ​ທາ​ນ​ສະ​ພາ​ຕ່ຳ ສ. ອິນ​ເດຍ. ການ​ຢ້ຽມ​ຢາມ​ໄດ້​ປະ​ກອບ​ສ່ວນ​ເຮັດ​ໃຫ້​ການ​ພົວ​ພັນ​ມິດ​ຕະ​ພາບ, ທີ່​ເປັນ​ມູນ​ເຊື້ອ ແລະ ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ ແລະ ອິນ​ເດຍ ເລິກ​ເຊິ່ງ​ຂຶ້ນ​ຕື່ມ.

ຊຸກຍູ້ການພົວພັນລະຫວ່າງຫວຽດນາມ - ອິນເດຍ ໃຫ້ເລິກເຊິ່ງ, ກ້ວາງຂວາງ - ảnh 1


       

ອິນ​ເດຍ ມີ​ພື້ນ​ຖານ​ເສດ​ຖະ​ກິດ​ຫາກໍ່​ເດັ່ນ​ຂຶ້ນ​ໃນ​ໂລກ, ມີ​ເນື້ອ​ທີ​ກ້​ວາງ​ໃຫຍ່, ​ມີແຫຼ່ງຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​​ອຸ​ດົມ​ສົມ​ບູນ, ມີກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ເສດ​ຖະ​ກິດ ແລະ ລະ​ດັບ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ກ້າວ​ໜ້າ​ໃນ​ໂລກ. ນະ​ໂຍ​ບາຍ “ມຸ່ງ​ໄປ​ສູ່​ທິດ​ຕາ​ເວັນ​ອອກ” ແມ່ນ​ນະ​ໂຍ​ບາຍ​ການ​ທູດ​ຍຸດ​ທະ​ສາດ​ສຳ​ຄັນ​ພາຍຫຼັງ​ທີ່ ອິນ​ເດຍ ເລີ່ມ​ປະ​ຕິ​ບັດ​ການ​ປະ​ຕິ​ຮູບ​​ດ້ານເສດ​ຖະ​ກິດ, ຫັນ​ການ​ຄ້າ​ເປັນ​ເສ​ລີ​ໃນ​ຕົ້ນ​ທົດ​ສະ​ວັດ​ທີ 90 ຂອງ​ສະ​ຕະ​ວັດ​ທີ 20.  ໃນ​ນະ​ໂຍ​ບາຍ “ມຸ່ງ​ໄປ​ສູ່​ທິດ​ຕາ​ເວັນ​ອອກ” ຂອງ ອິນ​ເດຍ, ຫວຽດ​ນາມ ໄດ້​ຮັບ​ຖື​ວ່າ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ເສົາ​ຄຳ​້​ສຳ​ຄັນ.

ພື້ນ​ຖານ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ

        ຫວຽດ​ນາມ ແລະ ອິນ​ເດຍ ມີ​ການ​ພົວ​ພັນ​​ມິດ​ຕະ​ພາບທີ່​ເປັນ​ມູນ​ເຊື້ອ, ສະ​ໜິ​ດ​ຕິດ​ພັນ​​ກັນມາ​ແຕ່​ດົນ​ນານ​ແລ້ວ, ໂດຍ​ການ​ນຳ​ລຸ້ນ​ຕ່າງໆ​ຂອງ​ 2 ປະ​ເທດ ຮັກ​ສາ, ເພີ່ມ​ພູນ​​ຄູນ​ສ້າງ ແລະ ໄດ້​ຮັບ​ການ​ພັດ​ທະ​ນາ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່​ຢ່າງ​ຕໍ່​ເນື່ອງ. ຈາກ​ຊຸມ​ປີ 50 ຂອງ​ສັດ​ຕະ​ວັດ​ກ່ອນ, ທ່ານ​ປະ​ທານ ໂຮ່​ຈີ​ມິນ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Jawaharlal Nehru ໄດ​້ຢັ້ງ​ຢືນ​ນ້ຳ​ໃຈ​ມິດ​ຕະ​ພາບ​ອັນ​ບໍ​ລິ​ສຸດ​ຜຸດ​ຜ່ອງ​ຂອງ 2 ຊາດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິນ​ເດຍ Jawaharlal Nehru ແມ່ນ​ໜຶ່ງ​ໃນ​ບັນ​ດາ​ແຂກ​ສາ​ກົນ​ຄົນ​ທຳ​ອິດທີ່​ມາ ຢ້ຽມ​ຢາມ ຫວຽດ​ນາມ ພາຍຫຼັງ ຫວຽດ​ນາມ ຍາດ​ໄດ້​ໄຊ​ຊະ​ນະ​ໃນ​ການ​ຕໍ່​ສູ້​ຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ ຝ​ຣັ່ງ (ປີ 1954). ປີ 1958, ປ​ະ​ທານ ໂຮ່​ຈີ​ມິນ ໄດ້​ໄປ​ຢ້ຽມ​ຢາມ ອິນ​ເດຍ ແລະ ຫຼັງ​ຈາກນັ້ນ​ໜຶ່ງ​ປີ, ປະ​ທາ​ນາ​ທິ​ບໍ​ດີ ອິນ​ເດຍ ​ກໍ່​ໄດ້ມາ​ຢ້ຽມ​ຢາມ ຫວຽດ​ນາມ.

        ວັນ​ທີ 7/1/1972, ຫວຽດ​ນາມ ແລະ ອິນ​ເດຍ ໄດ້​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ, ເປີດ​ໜ້າ​ປະ​ຫວັດ​ສາດ​ໃໝ່​ໃນ​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ. ໃນ​ຊຸມ​ປີ​ຕົ້ນ​ສະ​ຕະ​ວັດ​ທີ 21, ການ​ພົວ​ພັນ ຫວຽດ​ນາມ - ອິນ​ເດຍ ໄດ້​ຄ່ອຍໆ​ກ້າວ​ເຂົ້າ​ສູ່​ລວງ​ເລິກ ແລະ ກາຍ​ເປັນ​ຮູບ​ແບບ​ໃຫ້​ແກ່​ການ​ຮ່ວມ​ມື​ສັນ​ຕິ​ພາບ, ມິດ​ຕະ​ພາບ​ລະ​ຫວ່າງ 2 ປະ​ເທດ, 2 ຊາດ, ພ້ອມ​ກັນ​ຮ່ວມ​ມື​ພັດ​ທະ​ນາ ເພື່ອ​ຄວາ​ມ​ວັດ​ທະ​ນາ​ຖາ​ວອນ​ຂອງ​ແຕ່​ລະ​ປະ​ເທດ. ເດືອ​ນ 7/2007, ອິນ​ເດຍ ແລະ ຫວຽດ​ນາມ ໄດ້ສ້າງ​ຕັ້ງ​ການ​ພົວ​ພັ​ນ​ຄູ່​ຮ່ວມ​ມື​ຍຸ​ດ​ທະ​ສາດ​ຢ່າງ​ເປັນ​ທາງ​ການ.

        ໃນ​ຊຸມ​ປີມໍ່​ໆ​ມານີ້, ສາຍ​ພົວ​ພັນ ຫວຽດ​ນາມ - ອິນ​ເດຍ ນັບ​ມື້​ນັບ​ພັດ​ທະ​ນາ​ກ່​ວາ​ອີກ ໃນ​ຂະ​ນະ​ທີ່​ ​ການ​ພົບ​ປະ​ຂັ້​ນ​ສູງ​ລະ​ຫວ່າງ​ການນ​ຳ 2 ປະ​ເທດນັບ​ມື້​ນັບ​ຫຼາຍ. ຫວ່າງ​ແລ້ວນີ້, ແມ່ນ​ການຢ​້ຽມ​ຢາມ ອິນ​ເດຍ ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ເມື່ອ​ປີ 2014 ແລະ ການ​ຢ້ຽມ​ຢາມ ຫວຽດ​ນາມ ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິນ​ເດຍ Narendra Modi ເມື່ອ​ເດືອນ 9/2016. ໃນ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້, 2 ຝ່າຍ​ໄດ້​​ນຳການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ໃຫ້​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່ - ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ.

ຊຸກຍູ້ການພົວພັນລະຫວ່າງຫວຽດນາມ - ອິນເດຍ ໃຫ້ເລິກເຊິ່ງ, ກ້ວາງຂວາງ - ảnh 2
ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິ​ມ​ເງິນ ຕ້ອນ​ຮັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິນ​ເດຍ Narendra Modi ຢ້ຽມ​ຢາມ ຫວຽດ​ນາມ ໃນ​ວັນ​ທີ 3/9
(ພາບ: TTXVN)

ປະ​ສິດ​ທິ​ຜົນ​ແທດ​ຈິງ​ຂອງ​ການ​ພົວ​ພັນ​ ຫວຽດ​ນາມ - ອິນ​ເດຍ

        ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ​ລະ​ຫວ່າງ ຫວຽດ​ນາມ ແລະ ອິນ​ເດຍ ມີ​ບັນ​ດາ​ການ​ຫັນ​ປ່ຽນ​ຢ່າງ​ຕັ້ງ​ໜ້າ​ທີ່​ສຸດ. ປະ​ຈຸ​ບັນ, ອິນ​ເດຍ ​ໄດ້​ກາຍ​ເປັນຫ​ນຶ່ງ​ໃນ​ 10 ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ທີ່​ສຸດ​ຂອງ ຫວຽດ​ນາມ, ໃນ​ຂະ​ນະ​ນັ້ນ ຫວຽດ​ນາມ ກໍ່​ແມ່ນ​ຄູ່​ຮ່ວມ​ມື​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ໃນ​ນະ​ໂຍ​ບາຍ “ມຸ່ງ​ໄປ​ສູ່​ທິດ​ຕາ​ເວັນ​ອອກ” ຂອງ​ອິນ​ເດຍ. ວົງ​ເງິນ​ການ​ຄ້າ 2 ສົ້ນ​ຄ່ອຍໆ​ເພີ່ມ​ຂຶ້ນ​ໃນ​ແຕ່​ລະ​ປີ, ປີ 2013 ບັນ​ລຸ 5,23 ຕື້ USD, ປີ 2014 ບັນ​ລຸ 5,6 ຕື້ USD ແລະ 9 ເດືອນ​ຕົ້ນ​ປີ 2016 ບັນ​ລຸ 3,9 ຕື້ USD, 2 ຝ່າ​ຍ​ພວມ​ມຸ່ງ​ໄປ​ເຖິງ​ຄາ​ດ​ໝາ​ຍ​ບັນ​ລຸ 15 ຕື້ USD ໃນ​ປີ 2020. ອິນ​ເດຍ ຢືນ​ອັນ​ດັບ​ທີ 28 ໃນ​ຈຳ​ນວນ 116 ປະ​ເທດ ແລະ ເຂດ​ແຄ້ວນ​ລົງ​ທຶນ​ເຂົ້າ ຫວຽດ​ນາມ. ປະ​ຈຸ​ບັນ, ອິນ​ເດຍ ມີ 118 ໂຄງ​ການ​ລົງ​ທຶນຍັງ​ມີ​ຜົນ​ສັກ​ສິດຢູ່ ຫວຽດ​ນາມ ດ້ວຍຍອດ​ວົງ​ເງິນ​ຈົດ​ທະ​ບຽນ​ 590 ລ້ານ USD.

        ກ່ຽວ​ກັບ​ດ້ານ​ການ​ສຶກ​ສາ - ບຳ​ລຸງ​ສ້າງ, ອິນ​ເດຍ ພວມ​ຊ່ວຍ ຫວຽດ​ນາມ ບ​ຳ​ລຸງ​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນູດ​ຄຸ​ນ​ນະ​ພາບ​ສູງ​ໃນຫຼາຍ​ຂົງ​ເຂດ​ຄື: ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ, ເສດ​ຖະ​ກິດ, ກົດ​ໝາຍ, ພາ​ສາ​ອັງ​ກິດ… ຜ່ານ​ການ​ສະ​ໜອງ​ທຶນ​ສຶກ​ສາ​ໄລ​ຍະ​ສັ້ນ ແລະ ໄລ​ຍະ​ຍາວ.

        ການ​ພົວ​ພັນ​ລະ​ຫວ່າງ​ບັນ​ດາ​ອົງ​ການ​ນິ​ຕິ​ບັນ​ຍັດ 2 ປະ​ເທດ ໃນ​ຊຸມ​ປີ​ຜ່ານ​ມາ​ໄດ້​ຮັບ​ການ​ປັບ​ປຸງ ແລະ ພັດ​ທະ​ນາ​ຢ່າງ​ຕັ້ງ​ໜ້າ, ປະ​ກອບ​ສ່ວນ​​ສຳ​ຄັນ​ເຂົ້າ​ໃນ​ການພັດ​ທະ​ນາ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ ອິນ​ເດຍ ແລະ ຫວຽດ​ນາມ. ສະ​ພາ​ແຫ່ງ​ຊາດ 2 ປະ​ເທດ​ເພີ່​ມ​ທະ​ວີ​ການ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ, ແລກ​ປ່ຽນ​ບັນ​ດາ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ, ​ຂັ້ນ​ກຳ​ມາ​ທິ​ການ, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່​ງ​ຊາດ, ກຸ່ມ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ເພື່ອ​ແບ່ງ​ປັນ​ບົດ​ຮຽນ​ໃນ​ການ​ເຄື່ອນ​ໄຫວ, ສະ​ໜັບ​ສະ​ໜູນ ແລະ ສ້າງ​ເງື່ອນ​ໄຂ​ກ່ຽວ​ກັບ​ດ້ານ​ນະ​ໂຍ​ບາຍ, ກົດ​ໝາຍ​ໃນ​ການ​ພົວ​ພັນ​ມິດ​ຕ​ະ​ພາບ, ການ​ຮ່ວມ​ມື 2 ຝ່າຍ, ພິ​ເສດ​ແມ່ນ​ບັນ​ດາ​ບັນ​ຫາ​ທີ່​ທັງ 2 ຝ່າຍ​ຕ່​າງ​ມີ​ຄວາມ​ສົນ​ໃຈ, ມີ​ຜົ​ນ​ປະ​ໂຫຍດ​ແທ​ດ​ຈິງ ກ່ຽວ​ກັບ​ດ້ານ​ການ​ເມືອງ, ການ​ປ້ອງ​ກັນ​ຊາດ - ປ້ອງ​ກັນ​ຄວາ​ມ​ສະ​ຫງົບ ແລະ ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລຢ​ີ.

        ທີ່​ບັນ​ດາ​ເວ​ທີ​ປາ​ໄສ​ລັດ​ຖະ​ສະ​ພາ​ສາ​ກົນ ແລະ ພາກ​ພື້ນ, ບັນ​ດາ​ຄະ​ນະ​ສະ​ມາ​ຊິກ​ສ​ະ​ພາ​ແຫ່​ງ​ຊາດ​ຂອງ 2 ປະ​ເທດ​ໄດ້​ແບ່ງ​ປັນ ແລະ ສະ​ໜັບ​ສະ​ໜູນ​ບັນ​ດາ​ທັດ​ສະ​ນະ​​ເຊິ່ງ​ການ​ນຳ 2 ປະ​ເທດ​ໄດ້​ເປັນ​ເອ​ກະ​ພາບ​​ນຳກັນ​ກ່ຽວ​ກັບ​ສະ​ພາບ​ການ​ສາ​ກົນ, ພິ​ເສດ​ແມ່ນ​ທັ​ດ​ສະ​ນະ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ. ສະ​ພາ​ແຫ່ງ​ຊາດ ອິນ​ເດຍ ໄດ້​ສະ​ໜັບ​ສະ​ໜູນ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເປັນ​ປະ​ທາ​ນ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ໃຫຍ່​ສະ​ຫະ​ພັນ​ລັດ​ຖະ​ສະ​ພາ​ສາ​ກົນ​ຄັ້ງ​ທີ 132 (IPU – 132) ໃນ​ປີ 2015.

        ການ​ຢ້ຽມ​ຢາມ ສ. ອິນ​ເດຍ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່​ງ​ຊາ​ດ ຫງວຽນ​ທິ​ກິມ​ເງິນ ມີ​ຄວາມ​ໝາຍ​ສຳ​ຄັນ, ເຮັດ​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ອິນ​ເດຍ ​ເລິກ​ເຊິ່ງ​ຂຶ້ນ​ຕື່ມ, ຫັນ​ການພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ 2 ປະ​ເທດ​ເປັນ​ລະ​ອຽດ, ປັບ​ປຸງ ແລະ ເພີ່​ມ​ທະ​ວີ​ການ​ຮ່ວມ​ມືຫຼາຍ​ດ້ານ​ລະ​ຫວ່າງ ຫວຽດ​ນາມ - ອິນ​ເດຍ ໃນ​ສະ​ພາບ​​ທີ່ 2 ປ​ະ​ເທດ ມຸ່ງ​ໄປ​ເຖິງ​ການ​ສະ​ເຫຼີ​ມ​ສະຫຼອງ 45 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ (1972 – 2017) ແລະ 10 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ (2007 – 2017). ການ​ຢ້ຽມ​ຢາມກໍ່​ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາ​ມ ແລ​ະ ບັນ​ດາ​ອົງ​ການ​ນິ​ຕິ​ບັນ​ຍັດ ອິນ​ເດຍ ໃຫ້​ເລິກ​ເຊິ່ງ, ກ້​ວາງ​ຂ​ວາງ​ຂຶ້ນ​ຕື່ມ, ສ້າງ​ພື້ນ​ຖານ​ຢ່າງ​ໜັກ​ແໜ້ນ​ໃຫ້​ແກ່​ການ​ພົວ​ພັນ​​ມີສະ​ຖຽນ​ລ​ະ​ພາບ​​ໃນ​ໄລ​ຍະຍາວ​ນານ ກັບ ອິນ​ເດຍ, ໃນ​ສະ​ພາບ​ການ​ທີ່ ຫວຽດ​ນາມ ພວມ​ເຊື່ອມ​ໂຍງ​ນັບ​ມື້​ນັບ​ເລິກ​ເຊິ່ງ, ກ້​ວາງ​ຂວາງ​ເຂົ້າ​ກັບ​ພາກ​ພື້ນ ແລະ​ ໂລກ.


ຂ່າວ/ບົດ​ອື່ນ