ຊຸກຍູ້ການພົວພັນລະຫວ່າງຫວຽດນາມ ແລະ ສ.ຝລັ່ງ

(vovworld),vov- ຄື​ດັ່ງ​ພວກ​ເຮົາ​ໄດ້​ໃຫ້​ຂ່າວ​ໄປ​​ແລ້ວ, ວັນ​ທີ 23/9 ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​​ແລະ ພັນ​ລະ​ຍາ​ເລີ່​ມຕົ້ນ​ການ​ຢ້ຽມຢາມ ສຝລ່ັງ ຢ່າງ​ເປັນ​ທາງ​ການ ​ແຕ່​ວັນ​ທີ 24 - 26/9/2013. ການ​ຢ້ຽມຢາມ ຝລັ່ງຂອງ​ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢູງ ຄັ້ງ​ນີ້ ​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ ​ແມ່ນ​ການ​ຢ້ຽມຢາມ​ຄັ້ງ​ປະຫວັດສາດ, ສ້າງ​​ພື້ນຖານ​ອັນ​ໝັ້ນ​ແກ່ນ​ກວ່າ ​ເພື່ອ​ໃຫ້​ຫວຽດນາມ ​ແລະ ຝລັ່ງ ຊຸກຍູ້ການ​ພົວພັນ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ທຸກ​ຂົງ​ເຂດ​ຢ່າງ​ແຂງ​ແຮງ​ກວ່າ ​ແລະ ຄວາມ​ແທດ​ຈິງ.

ຊຸກຍູ້ການພົວພັນລະຫວ່າງຫວຽດນາມ ແລະ ສ.ຝລັ່ງ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ແລະ ທ່ານFrancois Hollande ປະ​ທາ​ນາ​ທິ​ບໍ​ດີ ຝ​ລັ່ງ
ພາບ:internet


        ຫວຽດນາມ ​ແລະ ຝລ່ັງ ສ້າງສາ​ຍພົວພັນ​ທາງ​ການ​ທູດ​​ເມື່ອ​ວັນ​ທີ 12/4/1973. ​​ໃນຕະຫລອດ 40 ປີຜ່ານມາ, ຫວຽດນາມ ​ແລະ ຝລັ່ງ ບໍ່​ພຽງ​ແຕ່​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫລາຍ​ຄະນະ​ເພື່ອ​ເພີ່ມ​ທະວີ​ການ​ພົວພັນ​ດ້ານ​ການ​ເມືອງ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ, ຮັດ​ແຫນ້ນ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ​ກັນ ​ເທົ່າ​ນັ້ນ ຫາກ​ຍັງ​ສ້າງ​ຫລາຍ​ກົນ​ໄກ​ຮ່ວມ​ມື​ສອງ​ຝ່າຍ ນັບທັງ​ການ​​ເຈລະຈາ​ຂັ້ນ​ຍຸດ​ທະ​ສາດ ​ແລະ ການ​ເຈລະຈາ​ຂັ້ນ​ສູງ​ປະຈຳ​ປີ​ໃນ​ທຸກ​ຂົງ​ເຂດ​ຄື: ​ເສດຖະກິດ, ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາ​ມສະ​ຫງົບ. ມາ​ຮອດ​ປະຈຸ​ບັນ, ຝລັ່ງ ​ໄດ້ກາ​ຍ​ເປັນ​ຄູ່​ຄ້າ​ເອີ​ລົບ​ລາຍ​ໃຫຍ່​ທີ 3 ຂອງ​ຫວຽດນາມ ດ້ວຍ​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ບັນລຸ 3,2 ຕື້ USD ​ໃນ​ປີ 2012, ​ໃນ​ນັ້ນ ຫວຽດນາມ​ສົ່ງ​ອອກ​ບັນດາ​ປະ​ເພດສິນຄ້າ​ຕົ້ນຕໍ​ຄື: ​ເກີບຫນັງ, ​ເຄື່ອງ​ຕຳ່​ແຜ່ນ​ຕັດຫຍິບ, ​ເຄື່ອງ​ໃຊ້​​ໃນ​ຄອບຄົວ, ສິນ​​ໃນ​ນ້ຳ, ກົນ​ຈັກ​ອຸປະກອນ, ​ເຄື່ອງ​ອ​າ​ໄຫລ່​ເອ​ເຕັກ​ໂຕນິກ, ສ່ວນ​ປະ​ເພດສິນຄ້າ​ທີ່​ນຳ​​ເຂົ້າ​ຈາກ ຝລ່ັງ ນັ້ນ​ແມ່ນ: ອຸປະກອນ​ການບິນ, ການ​ຢາ, ຜະລິດ​ຕະພັນ​ກົນ​ຈັກ, ຜະລິດ​ຕະພັນ​ເອ​ເລັກ​ໂຕ​ນິກ, ​ເຄມີ ​ແລະ ​ເຄື່ອງ​ດື່ມ. ​ໄລ່​ມາ​ຮອດ​ທ້າຍ​ປີ 2012, ຝລັ່ງ ຢືນ​ອັນ​ດັບ 2 ​ໃນ​ບັນດາ​ປະ​ເທດ ​ເອີ​ລົບ ​ແລະ ຢືນ​ອັນ​ດັບ​ທີ 15 ​ໃນ​ຍອດ​ຈຳນວນ 92 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນລົງທຶນ​ເຂົ້າ ຫວຽດນາມ ດ້ວຍ 375 ​ໂຄງການ ​ແລະ ຈຳນວນ​ທຶນ​ຂຶ້ນ​ເຖິງ 3,1 ຕື້ USD. ຍາມ​ໃດ ຝລັ່ງ ກໍ​ຮັກສາ​ທີ່​ຕັ້ງ​ນັກ​ອຸປະຖຳ​​ເອີ​ລົບສອງ​ຝ່າຍ ODA ​ໃຫຍ່​ສຸດຂອງຫວຽດນາມ ດ້ວຍ​ຍອດ​ຈຳນວນ​ທຶນ​ອຸປະຖຳ 2,5 ຕື້ USD ​ແມ່ນ​ສຸມ​ໃສ່​ບຸລິມະສິດ​ເຂົ້າ​ຂົງ​ເຂດ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ເສດຖະກິດ ສັງຄົມ, ຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ, ກະສິກຳ, ອຸດສາ​ຫະກຳ ​ແລະ ການ​ເງິນ. ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງຫວຽດນາມ ປະຈຳ​ຝລັ່ງ,​ທ່ານ ​ເອກ​ອັກຄະ​ລັດ​ຖະທູດ ​ເຢືອງຈີ​ຢູງ ​ໃຫ້​ຮູ້​ວ່າ:

        “ປະ​ຈຸບັນ, ກ່ຽວ​ກັບ​ການ​ສຶກສາ, ບຳລຸງ​ສ້າງ, ພວກ​ເຮົາ​ມີ​ນັກຮຽນ, ນັກ​ສຶກສາ​ກວ່າ 7000 ຄົນ ພວມ​ຮຳ່ຮຽນ​ຢູ່ ຝລັ່ງ. ​ໃນ​ຂົງ​ເຂດ​ສາທາລະນະ​ສຸກ, ປະ​ເທດ​ ຝລັ່ງ ຊ່ວຍ​ບຳລຸງ​ສ້າງ​ທ່ານໝໍ, ສາດສະດາຈານ​ຂະ​ແຫນງ​ຕົ້ນຕໍ ໃຫ້​ແກ່​ພວກ​ເຮົາ​ກວ່າ 2500 ຄົນ ​ແລະ ​ມາ​ຮອດ​ປະຈຸ​ບັນ ກຳລັງ​​ແກ່ນສານ​ຂອງຖັນ​ແຖວ​ການ​ແພດ​ ຂອງ​ພວກ​ເຮົາ ສ່ວນ​ຫລາຍ​ແມ່ນ​ຮຳ່ຮຽນ, ​ເຮັດ​ວຽກ ​ແລະ ​ເຕີບ​​ໃຫຍ່​ຢູ່ ຝລັ່ງ. ນອກ​ນັ້ນ ປະ​ຈຸ​ບັນ ມີ 50 ທ້ອງ​ຖິ່ນ​ຂອງຝລັ່ງ ​ແລະ ຫວຽດນາມ ​ໄດ້​ຮ່ວມ​ມື​ກັນ​ຢ່າງ​ແຫນ້​ນ​ແຟ້ນ​ໃນ​ຫລາຍ​ບັນຫາ​ຄື: ຄຸ້ມ​ຄອງ​ຕົວ​ເມືອງ, ການວາງ​ແຜນຜັງ, ປົກ​ປັກຮັກ​ສາ​ສິ່ງ​ແວດ​ລ້ອມ. ການ​ຮ່ວມ​ມື​ນັ້ນ​ແມ່ນ​ສຳຄັນ ​ເພາະວ່າ ການ​ຮ່ວມ​ມື​ຈາກຮາກ​ຖານ, ຈະ​ສ້າງ​ຄວາມ​ຕິດ​ພັນ​ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ, ສອງ​ລັດຖະບານ.”

        ກ່ອນ​ນີ້ 20 ປີ, ການ​ຢ້ຽມຢາມ​ຫວຽດນາມ ຂອງ​ທ່ານ​ປະທານາທິບໍດີ ຝລ່ັງ Mitterrand ​ເມື່ອ​ປີ 1993 ​ໄດ້​ເປັນ​ຂີດ​ໝາຍ​ສຳຄັນ, ​ເປີດ​ໄລຍະ​ໃຫມ່​ໃນ​ການ​ພົວພັນ ​ແລະ ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ, ການ​ຢ້ຽມຢາມ ຝລັ່ງ ຄັ້ງ​ນີ້​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ດຳ​ເນີນ​ໄປ​ໃນ​​ໄລຍະ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ ຫວຽດນາມ ​ແລະ ຝລັ່ງ ພວມ​ພັດທະນາ​ຢ່າງ​ເລິກ​ເຊິ່ງ ​ແລະ ກວ້າງຂວາງ ​ແລະ ຮອດ​ເວລາ​ກ້າວ​ໄປ​ເຖິງ​ການ​ສ້າງສາ​ຍພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ. ນີ້​ເປັນ​ຂີດ​ໝາຍ​ສຳຄັນ​ໃນ​​ຈຸດ​ເວລາ​ທີ່ສອງ​ປະ​ເທດສະ​ເຫລີ​ມສະຫລອງ 40 ປີ​ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ຝ່າຍ. ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ​ປະຈຳ ປາຣີ, ທ່ານ ​ Claude Blanchemaison ອະດີດເອກ​ອັກຄະ​ລັດຖະທູດ ຝລັ່ງ ປະຈຳ​ຫວຽດນາມ ​ໄດ້​ຊີ້​ແຈ້ງວ່າ:

        “ຢູ່ ອາຊີ, ຫວ່າງ​ແລ້ວ​ນີ້ ຫວຽດນາມ ​ໄດ້​ລົງ​ນາ​ມໃນ​ຂໍ້​ຕົກລົງ​ຄູ່​ຮ່ວມ​ມື​ຍຸ​ດທະ​ສາດກັບ​ສິງກະ​ໂປ, ສ່ວນ​ຢູ່ ​ເອີ​ລົບ ພາຍຫລັງ​ລົງ​ນາມ​ກັບ​ເຢຍລະ​ມັນ ​ແລະ ອັງກິດ, ຫວຽດນາມ​ໄດ້​ລົງ​ນາມ​ກັບ ​ແດນ​ມາກ. ຄວາມຈິ່ງ​ດັ່ງກ່າວ​ສະ​ແດງ​​ໃຫ້​ເຫັນຄວາມ​ຂະ​ຫຍັນ​ຂັນ​ເຄື່ອນ ​ແລະ ລັກສະນະ​ດູດ​ດື່ມ​ຂອງ​ຫວຽດນາມ ສຳລັບ​ໂລກ. ສຳ​ລັບ ຝລ່ັງ, ຫວຽດນາມ ​ແລະ ຝລັ່ງ ມີ​ສາຍ​ພົວພັນ​ມາ​ແຕ່​ດົນ​ນານ ​ແລະ ມີ​ຫລາຍ​ຈຸດ​ທີ່​ຄ​້າຍຄື​ກັນ​ກ່ຽວ​ກັບ​ວັດທະນະທຳ, ສອງ​ຝ່າຍ​ຕັດສິນ​ໃຈ​ພ້ອມ​ກັນ​ທະ​ວີ​ຄູນ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ. ນັ້ນ​ແມ່ນ​ພື້ນຖານ​ສ້າງສາ​ຍພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ​ພວກ​ເຮົາ. ”

        ​ສະ​ນັ້ນ ການ​ຢ້ຽມຢາມ​ຝລ່ັງຄັ້ງ​ນີ້ ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຈະ​ພ້ອມ​ກັບ​ບັນດາ​ການ​ນຳ ຝລ່ັງ ​ສົ່ງ​ສານ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ບົດບາດ,​ທີ່​ຕັ້ງ​ຂອງ​ຫວຽດນາມ ​ແລະ ຝລັ່ງ ກໍ​ຄື​​ເຫັນ​ດີເປັນ​ເອກະ​ພາບ​ຕໍ່ບັນດາ​ມາດ​ຕະການ​ລະອຽດ ​ເພື່ອປະຕິບັດ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ປະກົດ​ຜົນ​ເປັນ​ຈິງ, ​ເປັນ​ຕົ້ນ​ແມ່ນ​ຍູ້​ແຮງ​ການ​ຮ່ວມ​ມື​ເສດຖະກິດ​ເຂົ້າ​ສູ່​ລວງ​ເລິກ, ສ້າງ​ບາດກ້າວ​ບຸກທະລຸ​ໃນ​ການ​ພັດທະນາ​ດ້ານ​ການ​ຄ້າ, ການ​ຮ່ວມ​ມື​ລົງທຶນ, ວິທະຍາສາດ​ເຕັກ​ໂນ​ໂລ​ຊີ, ການ​ສຶກສາ​ບຳລຸງ​ສ້າງ ​ແລະ ວັດທະນະທຳ​ລະຫວ່າງ​ສອງ​ປະ​ເທດ. ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຈະ​ແມ່ນ​ກົນ​ໄກ​ເພື່ອ​ໃຫ້​ຫວຽດນາມ ​ແລະ ຝລັ່ງ ​ຫຍັບ​ໃກ້​ກັນ​ກວ່າ, ​ແລກປ່ຽນ​ບັນດາ​ບັນຫາ​ຍຸ​ດທະ​ສາດ, ບັນ​ຫາ​ການ​ຮ່ວມ​ມື​ຢ່າງ​ແທດ​ຈິງ​ກວ່າ ​ເພື່ອ​ພ້ອມ​ກັນ​ພັດທະນາ, ພອ້ມກັນ​ປະກອບສ່ວນ​ໃຫ້​​ແກ່​ສັນຕິພາບ, ສະຖຽນລະ​ພາບ, ມິດຕະພາບ ​ແລະ ວັດທະນາ​ຖາວອນ​ໃນ​ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ