ຊຸກຍູ້ການພົວພັນຫວຽດນາມ-ມົງໂກນ


(vovworld)-  ​​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ປະ​ເທດຫວຽດນາມ ​​​ເຈືອງ​ເຕິ​ນຊາງ, ທ່ານ​ປະທານາທິບໍດີ​ມົງ​ໂກນ Tsakhiagin Elbegdorja ​ໄດ້​ມາຢ້ຽມຢາມຫວຽດນາມ ທາງ​ລັດຖະກິດ​ແຕ່​ວັນ​ທີ 21-24/11/2013. ການ​ຢ້ຽມຢາມ​ຫວຽ​ດນາມ ຂອງ​ຜູ້ນຳ​ລັດ​ມົງ​ໂກນ ດຳ​ເນີນ​ໄປ​ໃນ​ສະພາບ​ການ​ສອງປະ​ເທດ​ພວມ​ກະກຽມ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່​ງວັນສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດ (17/11/1954-17/11/2014) ຈະ​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ​ແລະ ມົງ​ໂກນ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ໄລຍະ​ສ້າງສາ, ພັດທະນາ​ປະ​ເທດ​ຊາດ, ​ເຊື່ອມ​ໂຍງ​ເຂົ້າກັບ​ພາກ​ພື້ນ ​ແລະ ສາກົນ​ຢູ່​ແຕ່ລະ​ປະ​ເທດ​ໃນ​ປະຈຸ​ບັນ.

 ຊຸກຍູ້ການພົວພັນຫວຽດນາມ-ມົງໂກນ - ảnh 1

ທ່ານ​ປະທານາທິບໍດີ​ມົງ​ໂກນ Tsakhiagin Elbegdorja

(ພາບ: ກະຊວງ​ການ​ຕ່າງປະ​ເທດ)

​   ປະ​ເທດ​ມົງ​ໂກນ​ນອນ​ໃນ​ເຂດ​ອາຊີ​ກາງ​, ​ເສດຖະກິດ​ຂອງ​ມົງ​ໂກນ ​ຂຶ້ນ​ກັບ​ຂະ​ແໜງ​ຂຸດ​ຄົ້ນບໍ່​ແຮ່ ​ແລະ ລ້ຽງສັດ​ເປັນຕົ້ນ. ມົງ​ໂກນ ​ແມ່ນ 1 ​ໃນ​ຈຳນວນ 10 ປະ​ເທດ​ມີ​ແຫຼ່ງ​ໂລຫະ​ຫຼາຍ​ກ່ວາ​ໝູ່​ໃນ​ໂລກ ​ແລະ ຂະ​ແໜງ​ອຸດສາຫະກຳ​ຕົ້ນຕໍ​ແມ່ນ​ຂຸດ​ຄົ້ນ​ໂລຫະ. ​ໃນ​ຊຸມ​ປີ​ມໍ່​ໆມາ​ນີ້, ​ການ​ເຕີບ​ໂຕ​ເສດຖະກິດ​ຍາມ​ໃດ​ກໍ່​ຮັກສາ​ໃນ​ລະດັບ 2 ຕົວ​ເລກ, ປີ 2012, ລາຍ​ຮັບ​ສະ​ເລ່ຍຕໍ່​ຫົວ​ຄົນ​ແມ່ນ​ກ່ວາ 3500 ​ໂດລາສະຫະລັດ. ປະຈຸ​ບັນ, ມົງ​ໂກນ ​ມີ​ການ​ພົວພັນ​ດ້ານ​ການ​ຄ້າ​ກັບ 120 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ.

ພື້ນຖານ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ

   ວັນ​ທີ 17/11/1954, ການ​ພົວພັນທາງການ​ທູດລະຫວ່າງ​ຫວຽດນາມ-​ມົງ​ໂກນ ​ໄດ້​ຮັບ​ການ​ສ້າງຕັ້ງຂຶ້ນ. ການ​ຢ້ຽມຢາມ​ມົງ​ໂກນ​ ຢ່າງ​ເປັນ​ທາງ​ການ​ເມື່ອ​ເດືອນ 7/1955 ຂອງ​ຄະນະ​ຜູ້​ແທນ​ຂັ້ນສູງ​ພັກ ​ແລະ ລັດຖະບານ​ຫວຽດນາມ ​ໂດຍ​ປະທານ​ໂຮ່ຈິ​ມິນ ນຳ​ໜ້າ ​ແລະ ການ​ຢ້ຽມຢາມ​ຫວຽດນາມ ຂອງ​ທ່ານ​ເລຂາຜູ້​ທີ​ໜຶ່ງ​ສູນ​ກາງ​ພັກ ປຊຊ ປະຕິວັດ​ມົງ​ໂກນ Iu.Sedenban ​ເມື່ອ​ເດືອນ 9/1959 ​ໄດ້​ສ້າງ​ພື້ນຖານ​ອັນ​ໝັ້ນຄົງ​ໃຫ້​ແກ່​ສາຍ​ພົວພັນ​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ.

   ​ໃນ​ເກືອບ 60 ປີຜ່ານມາ, ຍາມ​ໃດ ຫວຽດນາມ ​ແລະ ມົງ​ໂກນ ກໍ່​ໄດ້​ສະຫ​ນັບ​ສະ​ໜູນ ​ແລະ ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນບົນ​ເສັ້ນທາງສ້າງສາ ​ແລະ​ພັດທະນາ​ປະ​ເທດ​ຊາດ. ມົງ​ໂກນ ​ໄດ້​ຕັ້ງໜ້າ​ສະໜັບສະໜູນ ປຊຊ ຫວຽ​ດນາມ ​ໃນ​ໄລຍະ​ຕໍ່ຕ້ານ​ຕ້ານ​ຈັກກະພັດ​ອາ​ເມ​ລິ​ກາ ​ແລະ ຊ່ວຍ​ບຳລຸງ​ສ້າງ​ພະນັກງານ​ວິທະຍາສາດ​ເຕັກນິກ, ສັດ​ຕະວະ​ແພດ, ລ້ຽງສັດ… ສ່ວນ​ຫວຽດນາມ ​ໄດ້​ຕັ້ງໜ້າ​ຊ່ວຍ​ມົງ​ໂກນ ​ໃນ​ວຽກ​ງານ​ຕ່າງໆ​ຄື: ສົ່ງ​ຜູ້​ຊ່ຽວຊານ​ໄປ​ມົງ​ໂກນ ສຳ​ຫຼວດ ​ແລະ ພັດທະນາ​ຄົມມະນາຄົມ, ປູກ​ຕົ້ນ​ໄມ້, ສ້ອມ​ແປງ​ເຮືອນ​ຢູ່ ​ແລະ ບູລະນະ​ບັນດາ​ປູ​ສະ​ນີຍະສະ​ຖານ​ປະຫວັດສາດ. ຫວຽດນາມ ​ຍັງ​ອຸປະຖຳ​ດ້ານ​ທັນ​ຍາ​ຫານ ​ແລະ ການ​ເງິນ​ເພື່ອ​ໃຫ້​ມົງ​ໂກນ ​ແກ້​ໄຂ​ຜົນ​ຮ້າຍ​ຈາກ​ໄພ​ທຳ​ມະ​ຊາດ, ຮັບ ​ແລະ ບຳລຸງ​ສ້າງ​ນັກ​ສຶກສາມົງ​ໂກນ ​ໃນ​ຫຼາຍ​ຂະ​ແໜງ​ແຕ່ງ​ກັນ.

ຊຸກຍູ້ການພົວພັນຫວຽດນາມ-ມົງໂກນ - ảnh 2

ວາລະ​ປະຊຸມ​ຄັ້ງທີ 15 ຄະນະ​ກຳມະການ​

ລະຫວ່າງ​ລັດຖະບານ​ຫວຽດນາມ-​ມົງ​ໂກນ

(ພາບ: ven.vn)

​ເພື່ມ​ທະວີ​ການ​ຮ່ວມ​ມື​ໃນ​ໄລຍະ​ໃໝ່

  ​ໃນ​ໄລຍະ​ຜ່ານ​ມາ, ການ​ຢ້ຽມຢາມ ​ແລະ ພົບ​ປະລະຫວ່າງ​ການ​ນຳ​ຂັ້ນສູງ​ສອງ​ປະ​ເທດຄັ້ງຕ່າງໆສືບ​ຕໍ່​ໄດ້​ຮັບ​ການ​ຮັກສາ​ໄວ້. ການ​ພົບ​ປະ​ແລກປ່ຽນ​ລະຫວ່າງ​ບັນດາ​ກະຊວງ, ຂະ​ແໜງ​ການ​ໄດ້​ດຳ​ເນີນ​ເປັນ​ປະຈຳ, ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດ ປ້ອງກັນ​ຄວາມ​ສະຫງົບ​ມີ​ຄວາມ​ຄຶບໜ້າ​ຫຼາຍ​ຢ່າງ. ຍາມ​ໃດ, ມົງ​ໂກນ​ ກໍ່ຖືການ​ພົວພັນ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ​ກັບ​ຫວຽດນາມ ​ເປັນ​ສຳຄັນ, ຖື​ວ່າ, ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄູ່ຮ່ວມ​ມື​ສຳຄັນ​ຢູ່​ພາກ​ພື້ນ​ອາຊີ-​ປາຊີ​ຟິກ.

ຊຸກຍູ້ການພົວພັນຫວຽດນາມ-ມົງໂກນ - ảnh 3

ປະ​ເທດ​ມົງ​ໂກນ

(ພາບ: khamphaviet.vn)

   ​ເດືອນ 12/2012, ຫວຽດນາມ ​ແລະ ມົງ​ໂກນ ​ໄດ້​ຮັບຮອງ​ກັນມີ​ຂໍ້ກຳນົດ​ເສດຖະກິດ​ການ​ຕະຫຼາດ​ຄົບ​ຖ້ວນ. ​ແຕ່​ເຖິງ​ແນ​ວ ນັ້ນກໍ່ຕາມ, ການ​ພົວພັນ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ​ຫວຽດນາມ-​ມົງ​ໂກນ ບໍ່​ທັນ​ມີ​ການ​ພັດທະນາ​ດັ່ງ​ຄວາມ​ປາດ​ຖະໜາ​ເທື່ອ. ການ​ຄ້າ​ສອງ​ຝ່າຍ​ຮັກສາ​ໃນລະດັບ​ຕ່ຳ: ວົງ​​ເງິນ​ການ​ຄ້າ​ສອງ​ສົ້ນປີ 2012 ບັນລຸ 16,3 ລ້ານ​ໂດ​ລາ​ສະຫະລັດ. ສອງ​ຝ່າຍ​ຍັງ​ຮັກສາ​ກົນ​ໄກ​ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​ຫວຽດນາມ-​ມົງ​ໂກນ ​ເປັນ​ປະຈຳ.

  ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ສຶກສາ, ສອງ​ຝ່າຍ​ໄດ້​ລົງ​ນາມ​ໃນ​ສັນຍາ​ກ່ຽວ​ກັບ​ການຮ່ວມ​ມື​ດ້ານ​ການ​ສຶກສາ​ໄລຍະ 2013-2016, ຕາມ​ນັ້ນ​ແລ້ວ, ​ແຕ່ລະ​ປີ, ຫວຽ​ດນາມ ຮັບ​ບຳລຸງ​ສ້າງ​ນັກ​ສຶກສາມົງ​ໂກນ 15 ຄົນ ​ແລະ ມົງ​ໂກນ ບຳລຸງ​ສ້າງ​ນັກ​ສຶກສາ​ຫວຽດນາມ 5 ຄົນ. ປະຈຸ​ບັນ, ມີນັກ​ສຶກສາ​ຫວຽດນາມ 20 ຄົນພວກ​ຮ່ຳຮຽນ​ຢູ່​ມົງ​ໂກນ ​ແລະ ນັກ​ສຶກສາມົງ​ໂກນ​ ກ່ວາ 500 ຄົນ​ພວມຮ່ຳຮຽນ​ຢູ່​ຫວຽດນາມ. ສອງ​ປະ​ເທດ​ຍັງ​ມີ​ການ​ຮ່ວມ​ມື​ກັນ​​ເປັນ​ຢ່າງ​ດີ​ຢູ່​ບັນດາ​ເວທີ​ປາ​ໄສ​ຂອງ​ສະຫະ​ປະຊາ​ຊາດ.

  ​ໃນ​ວິວັດ​​ແຫ່ງ​ການ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ, ​ເຊື່ອມ​ໂຍງ​ເຂົ້າກັບ​ພາກ​ພື້ນ ​ແລະ ສາກົນ​ປະຈຸ​ບັນ,  ​ຫວຽດນາມ ​ແລະ ມົງ​ໂກນ ຍັງ​ສືບ​ຕໍ່​ໜູນ​ຊ່ວຍ​ຊື່​ງກັນ ​ແລະ ກັນ​ໃນ​ທຸກ​ຂົງ​ເຂດ. ພື້ນຖານ​ຂອງ​ສາຍ​ພົວພັນ​ຮ່ວມ​ມື​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ ​ໄດ້​ຮັບ​ການທົດ​ສອບ​ໃນ​ເກືອບ 60 ປີຜ່ານ​ມາ ​ແມ່ນ​ກຳລັງ​ໜູນ​ເພື່ອ​ໃຫ້​ສອງ​ປະ​ເທດ​ສືບ​ຕໍ່​ຮ່ວມ​ມື​ກັນ​ບົນ​ເສັ້ນທາງ​ສ້າງສາ, ພັດທະນາ​ຢູ່​ແຕ່ລະ​ປະ​ເທດ. ການ​ຢ້ຽມຢາມ​ຫວຽດນາມ ຄັ້ງນີ້​ຂອງປະທານາທິບໍດີ​ມົງ​ໂກນ Tsakhiagin Elbegdorja ​ເພື່ອ​ແນ​ໃສ່​ຜັນ​ຂະຫຍາຍ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ມົງ​ໂກນ ທີ່​ມີ​ຕໍ່​ພາກ​ພື້ນ​ອາຊີ-​ປາຊີ​ຝິກ, ​ເປີດ​ກ້ວາງ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ, ​ໃນ​ນັ້ນມີ​ຫວຽດນາມ, ພ້ອມ​ທັງ​ນຳ​ການ​ພົວພັນ​ຫວຽດນາມ-​ມົງໂກນ ພັດທະນາ​ຢ່າງ​ເລິກ​ເຊິ່ງກ້ວາງ​ຂວາງ​ໃນ​ໄລຍະ​ຈະ​ມາ​ເຖິງ./.

 

ຕອບກັບ

ຂ່າວ/ບົດ​ອື່ນ