ຊຸກຍູ້ການພົວພັນຮ່ວມມື ຫວຽດນາມ - ໄອແລນ


(vovworld)- ວັນ​ທີ 4/11,  ປະ​ທາ​ນາ​ທິ​ບໍ​ດີ ສ​າ​ທາ​ລະ​ນະ​ລັດ ໄອ​ແລນ, Olafur Ragnar Grimsson ແລະ ພັນ​ລະ​ຍາ ໄດ້​ເລີ່ມ​ຕົ້ນ​ບັນ​ດາ​ການ​ເຄື່ອນ​ໄຫວ ໃນ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ ຫວຽດ​ນາມ ແຕ່​ວັນ​ທີ 4-6/11 ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີນ​ຊາງ. ການ​ຢ້ຽມ​ຢາມ​ຂອງ​ທ່ານ ປະ​ທາ​ນາ​ທິ​ບໍ​ດີ Olafur Ragnar Grimsson ເປັນ​ຂີດ​ໝາຍ​ສຳ​ຄັນ​ໃນ​ການ​ພົວ​ພັນ​ສອງ​ຝ່າຍ, ເປີດບັນ​ດາ​ກາ​ລະ​ໂອ​ກາດ​ຂຸດ​ຄົ້ນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ຢ່າງ​ສຸດ​ຂີດ. ບົດ​ຂຽນ​ຂອງ​ນັກ​ຂ່າວ ແອງ​ຮ່​ວຽນ.

ຊຸກຍູ້ການພົວພັນຮ່ວມມື ຫວຽດນາມ - ໄອແລນ - ảnh 1
ປະ​ທາ​ນາ​ທິ​ບໍ​ດີ ສ​າ​ທາ​ລະ​ນະ​ລັດ Iceland
Olafur Ragnar Grimsson

        ໄອ​ແລນ ແມ່ນ​ປະ​ເທດ​ຂຶ້ນ​ກັບ ເອີ​ລົບ​ເຫນືອ, ມີ​ລາຍ​ຮັບ​ສະ​ເລ່ຍ​ໃສ່​ຫົວ​ຄົນ​51.000 ກວ່າ USD/ປີ ນອນ​ໃນ​​ກຸ່ມ​ບັນ​ດາປະ​ເທດ​ມີ​ລາຍ​ຮັບ​ສູງກວ່າ​ໝູ່​ໃນ​ໂລກ. ການ​ເຕີບ​ໂຕ​ເສດ​ຖະ​ກິດ​ຢູ່​ໃນ​ລະ​ດັບ​ສູງ​ແຖວ​ຫນ້າ​ຂອງ​ໂລກ​ໃນ​ໄລ​ຍະ​ຍາວ ໄດ້​ເຮັດ​ໃຫ້ ໄອ​ແລນ ຈາກ​ປະ​ເທດ​ມີ​ລາຍ​ຮັບ​ຕ່ຳ​ຂອງ​ເອີ​ລົບ ກາຍ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ​ພັດ​ທະ​ນາ, ໄດ້​ຮັບ​ຖື​ວ່າ ແມ່ນ​ແບບ​ຢ່າງ​ໃຫ້​ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ ເພື່ອ​ຄົ້​ນ​ຄ້​ວາ, ຖອດ​ຖອນ​ບົດ​ຮຽນ. ໂດຍ​ແມ່ນ​ປະ​ເທ​ດ​ພວມ​ພັດ​ທະ​ນາ​ຢູ່ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ຫວຽດ​ນາມ ແລະ ໄອ​ແລນ ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຫລາຍ​ຢ່າງ ແລະ ກາ​ລະ​ໂອ​ກາດ​ຮ່ວມ​ມື​ເສດ​ຖະ​ກິດ, ແລກ​ປ່ຽນ​ການ​ຄ້າ ແລະ ການ​ລົງ​ທຶນ.

       ການ​ພົວ​ພັນ​ສອງ​ຝ່າຍ​ພັດ​ທະ​ນາ​ອັນ​ດີ​ງາມ

        ຫວຽ​ດນ​າມ ແລະ ໄອ​ແລນ ຮັກ​ສາ​ການ​ພົວ​ພັນ​ມິດ​ຕະ​ພາບ​ອັ​ນ​ດີ​ງາມ ນັບ​ແຕ່​ເມື່ອ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ໃນ​ປີ 1973. ສອງ​ປະ​ເທດ​ພວມ​ຮັກ​ສາ​ການ​ພົວ​ພັນ​ສອງ​ຝ່າຍ​ຢ່າງ​ຕັ້ງ​ຫນ້າ. ສອງ​ປະ​ເທດ​ໄດ້​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ເປັນ​ຫລາຍ​ຄັ້ງ. ເດືອນ 6/1995, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວໍ​ວັນ​ກຽດ ໄປ​ຢ້​ຽມ​ຢາມ ໄອ​ແລນ ແລະ ເດືອນ 9/2002, ນາ​ຍົກ​ລັດ​ຖະ​ມົນ​ຕີ ຟານ​ວັນ​ຂາຍ ໄປ​ຢ້ຽມ​ຢາມ ໄອ​ແລນ. ສ່ວນ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄອ​ແລນ ມາຢ້ຽມ​ຢາມ ຫວຽດ​ນາມ ເມື່ອ​ເດືອນ 4/2002, ຫວ່າງ​ແລ້ວນີ້ ທ່າ​ນ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮ່​ວາງ​ຈູງ​ຫາຍ ຢ້ຽມ​ຢາມ ໄອ​ແລນ ເມື່ອ​ເດືອນ 9/2011.

        ສອງ​ປະ​ເທດ ໄດ້​ລົງ​ນາມ​ໃນ​ສັນ​ຍາ​ຫລີກ​ລ້ຽງ​ກ​ານ​ເກັບ​ພາ​ສີ​ຊ້ອນ, ສັນ​ຍາ​ສົ່ງ​ເສີມ ແລະ ອາ​ລັກ​ຂາ​ການ​ລົງ​ທຶນ,ສັນ​ຍາ​ຂົນ​ສົ່ງ​ທາງ​ອາ​ກາດ. ເຖິງ​ຢ່າງ​ໃດ​ກ​ໍ​ຕາມ, ມາ​ຮອດ​ປະ​ຈຸ​ບັນ, ການ​ພົວ​ພັນ​ດ້ານ​ການ​ຄ້າ ລະ​ຫວ່າງ ຫວຽດ​ນາມ ແລະ ໄອ​ແລນ ຍັງ​ຢູ່​ໃນ​ລະ​ດັບ​ຕ່ຳ, ການ​ພົວ​ພັນ​ຄ້າ​ຂາຍ​ສິນ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ ຍັງ​ຈຳ​ກັດ​ຢູ່. ຫວຽດ​ນາມ ສົ່ງ​ອອກ​ສິນ​ຄ້າ​ໄປ​ຍັງ ໄອ​ແລນ ສ່ວນ​ຫລາຍ​ແມ່ນ ຜະ​ລິດ​ຕະ​ພັນ​ໄມ້, ເຄື່ອງ​ຕ່ຳ​ແຜ່ນ​ຕັດ​ຫຍິບ, ຜັກ​ໝາກ​ໄມ້… ໃນ​ຂະ​ນະ​ນັ້ນ, ໄອ​ແລ​ນ ສົ່ງ​ອອກ​​ສິນ​ທະ​ເລ ແລະ ກົນ​ຈັກຈຳ​ນວນ​ຫນ້ອຍ​ໄປ​ຍັງ​ຫວຽດ​ນາມ. ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ປີ 2014 ບັນ​ລຸ​ພຽງ 6 ລ້ານ  USD, 6 ເດື​ອນ​ຕົ້ນ​ປີ 2015 ບັນ​ລຸ 9 ລ້ານ USD. ຈາກ​ຄວາມ​ຈິງ​ນັ້ນ, ດ້ວຍ​ຄວາມ​ສາ​ມາດ​ບົ່ມ​ຊ​້ອນ​ຂອງ​ແຕ່​ລະ​ປະ​ເທດ, ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ການ​ຄ້າ ລະ​ຫວ່າງ​ຫວຽດ​ນາມ ແລະ ໄອ​ແລນ ຍັງ​ມ​ີ​ກາ​ລະ​ໂອ​ກາດ​ເພື່ອ​ພັດ​ທະ​ນາ.

        ໃນ​ຂົງ​ເຂດ​ຮ່ວມ​ມື​ພັດ​ທະ​ນາ, ຫວຽດ​ນາມ ແມ່ນ​ຫນຶ່ງ​ໃນ 9 ປະ​ເທດ ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ພັດ​ທະ​ນາ​ຂອງ ໄອ​ແລນ. ປີ 2005, ໄອ​ແລນ ໃຫ້​ຄຳ​ໝັ້ນ​ສັນ​ຍາ ສະ​ຫນອງ​ທຶນ ODA 3,5 ລ້ານ ເອີ​ໂຣ ໃຫ້​ຫວຽດ​ນາມ  ແລະ ລ້ວນ​ແຕ່ເພີ່ມ​ຂຶ້ນ​ແຕ່​ລະ​ປີ, ໂດຍ​ສຸມ​ໃສ່​ບັນ​ດາ​ຂົງ​ເຂດ​ບຸ​ລິ​ມະ​ສິດ​ຂອງ​ຫວຽດ​ນາມ ນັ້ນ​ຄື: ການ​ລົບ​ລ້າງ​ຄວາມ​ອຶດ​ຫິວ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ, ສາ​ທາ​ລະ​ນະ​ສຸກ, ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ລະ​ບອບ​ນະ​ໂຍ​ບາຍ, ພັດ​ທະ​ນາ​ເສດ​ຖະ​ກິດ​ພາກ​ເອ​ກະ​ຊົນ, ປະ​ຕິ​ຮູບ​ບໍ​ລິ​ຫານ, ຮັບ​ມື​ກັບ​ການ​ປ່ຽ​ນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ກ່ຽວ​ກັບ​ການ​ພົວ​ພັນ​ດ້ານ​ປ້ອງ​ກັນ​ຊາດ, ຫວຽດ​ນາມ ແລະ ໄອ​ແລນ ພວມ​ຜັນ​ຂະ​ຫຍາຍ​ແຜນ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫລັງ​ຈາກ​ລູກ​ລະ​ເບີດບໍ່​ທັນ​ແຕກ​ຍັງ​ຕົກ​ຄ້າງ​​ຢູ້​ຫວຽດ​ນາມ ຫລັງ​ສົງ​ຄາມ, ການ​ຮ່ວມ​ມື​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫລັງ​ຈາກ​ທາດ​ພິດ​ສີ​ສົ້ມ, ຊອກ​ຫາ​ກູ້​ໄພ​ກູ້​ຊີບ.

       ມີ​ຄວາມ​ສາ​ມາດ​ບົ່ມ​ຊ​ອ້ນ​ຫລາຍ​ຢ່າງ​ເພື່ອ​ຮ່ວມ​ມື

        ຫວຽດ​ນາມ ແລະ ບັນ​ດາ​ປະ​ເທດ​ໃນ​ກຸ່ມ EFTA, ໃນ​ນັ້ນ ມີ​ໄອ​ແລນ ພວມ​ເຈ​ລະ​ຈາ​ສັນ​ຍາ​ການ​ຄ້າ​ເສ​ລີ, ສູ້​ຊົນ​ສຳ​ເລັດ​ໃນ​ປີ 2015. ປະ​ຈຸ​ບັນ ຫວຽດ​ນາມ ແລະ ໄອ​ແລນ ໄດ້​ລົງ​ນາມ​ໃນ​ສັນ​ຍາ​ຫລີກ​ລ້ຽງ​ການ​ເກັບ​ພາ​ສີ​ຊ້ອນ, ຖະ​ແຫລງ​ການ​ບັນ​ດາ​ຜົນ​ປະ​ໂຫຍດ​ເຊິ່ງ​ກັນ ແລະ​ກັນ​ໃນ​ການ​ສ້າງ​ຄວາມ​ສະ​ດວກ​ໃຫ້​ການ​ພົວ​ພັນ​ດ້ານ​ການ​ຄ້າ​ລະ​ຫວ່າງ​ຫວຽດ​ນາມ ແລະ ໄອ​ແລນ, ສັນ​ຍາ​ສົ່ງ​ເສີມ ແລະ ອາ​ລັກ​ຂາ​ການ​ລົງ​ທຶນ, ສັນ​ຍາ​ຂົນ​ສົ່ງ​ທາງ​ອາ​ກາດ. ໄອ​ແລນ ກໍ​ໄດ້​ຮັບ​ຮອງ​ເອົາ​ໂຄງ​ການ​ຮ່ວມ​ມື​ກັບ​ຫວຽດ​ນາມ ກ່ຽວ​ກັບ​ສິນ​ໃນ​ນ້ຳ, ໃນ​ນັ້ນ ຮັບ​ເອົາ​ພະ​ນັກ​ງານ​ຫວຽດ​ນາມ ໄປ​ຮ່ຳ​ຮຽນ​ຢູ່ ໂຮງ​ຮຽນ​ສິນ​ໃນ​ນ້ຳ​ຂອງ ສ​ປ​ຊ ທີ່ ໄອ​ແລນ, ສົ່ງ​ຜູ້​ຊ່ຽວ​ຊານ​ມາ​ຫວຽດ​ນາມ ຈັດຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ, ເປີດ​ຊຸດ​ອົບ​ຮົມ.. ນີ້​ແມ່ນ​ບັນ​ດາ​ພື້ນ​ຖານ​ດ້ານ​ນິ​ຕິ​ທຳ​ສຳ​ຄັນ ເພື່ອ​ໃຫ້​ສອງ​ຝ່າຍ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ແລະ ການ​ລົງ​ທຶນ. ຄຽງ​ຄູ່​ກັນ​ນັ້ນ ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ຢູ່ ໄອ​ແລນ ປະ​ຈຸ​ບັນ ມີ​ປະ​ມານ 1.000 ຄົນ ສ່ວນ​ຫລາຍ​ແມ່ນ​ດຳ​ລົງ​ຊີ​ວິດ​ຢູ່ ນະ​ຄອນ​ຫລວງ Reykjavik ມີ​ວຽກ​ເຮັດ​ງານ​ທຳ​ເປັນ​ປົກ​ກະ​ຕິ, ຍາມ​ໃດ​ກໍ​ເຄົາ​ລົບ​ກົດ​ໝາຍ​ຂອງ​ປະ​ເທດ​ປະ​ຈຳ​ຖິ່ນ. ການ​ພົວ​ພັນ​ອັນ​ດີ​ງາມ​ລະ​ຫວ່າງ​ປະ​ຊາ​ຄ​ົມ​ຊາວ​ຫວຽດ​ນາມ ອາ​ໄສ ຢູ່ ໄອ​ແລນ ກັບ​ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ໄອ​ແລນ ເປັນ​ຂົວ​ຕໍ່​ສຳ​ຄັນ​ເພື່ອ​ໃຫ້​ຫວຽດ​ນາມ ແລະ ໄອ​ແລນ ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

        ບົນ​ພື້ນ​ຖານ​ການ​ພົວ​ພັນ​ອັນ​ດີ​ງາມນັ້ນ, ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຂອງ​ ປະ​ທາ​ນາ​ທິ​ບໍ​ດີ ສ​າ​ທາ​ລະ​ນະ​ລັດ ໄອ​ແລນ, Olafur Ragnar Grimsson ແມ່ນ​ໂອ​ກາດ​ດີ​ເພື່ອ​ໃຫ້​ສອງ​ປະ​ເທດ​ຊຸກ​ຍູ້​ການ​ຂຸດ​ຄົ້ນ​ບັນ​ດາ​ທ່າ​ແຮງ ແລະ ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ການ​ຮ່ວມ​ມື, ສ້າງ​ເງື່ອນ​ໄຂ​ໃຫ້​ວິ​ສາ​ຫະ​ກິດ​ສອງ​ຝ່າຍ​ຊ​ອກ​ຫາ​ກາ​ລະ​ໂອ​ກາດ​ທຳ​ມາ​ຫາ​ກິນ, ຊູກ​ຍູ້​ ​ການ​ເຈ​ລະ​ຈາ​ສັນ​ຍາ​ການ​ຄ້າ​ເສ​ລີ ລະ​ຫວ່າງ ຫວຽດ​ນາມ ແລະ ກຸ່ມ​ການ​ຄ້າ​ເສ​ລີ ເອີ​ລົບ (EFTA) ໃຫ້ສິ້ນ​ສຸດ ໂດຍ​ໄວ ຊື່ງ ໄອ​ແລ​ນ ເປັນ​ສະ​ມາ​ຊິກ ພ້ອມ​ທັງ ແລກ​ປ່ຽນ​ບັນ​ດາ​ບັນ​ຫາ​ຂອງ​ພາກ​ພື້ນ ແລະ ສາ​ກົນ ຊື່ງ​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຂອງ​ທ່ານ ປະ​ທາ​ນາ​ທິ​ບໍ​ດີ ສ​າ​ທາ​ລະ​ນະ​ລັດ ໄອ​ແລນ, Olafur Ragnar Grimsson ຈະ​ຊຸກ​ຍູ​້​ການ​ຮ່ວມ​ມື​ຢ່າງ​ແຮງ, ນຳ​ ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ແທດ​ຈິງ​ໃຫ້​ປະ​ຊາ​ຊົນ​ສອງ​ປະ​ເທດ.

 

ຕອບກັບ

ຂ່າວ/ບົດ​ອື່ນ