ຊຸກຍູ້ການພົວພັນຮ່ວມມືກັບບັນດາຄູ່ຮ່ວມມືຫລັກແຫລ່ງ

(vovworld)-ສືບ​ຕໍ່​ຜັນ​ຂະ​ຫຍາຍ​ແນວ​ທາງ​ການ​ຕ່າງ​ປະ​ເທດ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ຄຽງ​ຄູ່​ກັບການ​ຊຸກ​ຍູ້​ຮ່ວມ​ມື​ໃນ​ບັນ​ດາ​ກົນ​ໄກ​ຫລາຍ​ຝ່າຍ, ຈຸດ​ສຸມ​ການ​ເຄື່ອນ​ໄຫວ​ການ​ຕ່າງ​ປະ​ເທດ​ຂອງ​ຫວຽດ​ນາມ ໃນ​ປີ 2015 ແມ່ນ​ຕັ້ງ​ຫນ້າ​ນຳ​ການ​ພົວ​ພັນ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ຄູ່​ຮ່ວມ​ມື​ຮອບ​ດ້ານ​ເຂົ້າ​ສູ່​ລວງ​ເລິກ, ມີ​ປະ​ສິດ​ທິ​ຜົນ, ເປີດກວ້າງ ແລະ ເຮັດ​ໃຫ້​ຂອບ​ເຂດ​ການ​ພົວ​ພັນ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ​, ບັນ​ດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ເລິກ​ເຊິ່ງ​ຂຶ້ນ​ຕື່ມ.
ຊຸກຍູ້ການພົວພັນຮ່ວມມືກັບບັນດາຄູ່ຮ່ວມມືຫລັກແຫລ່ງ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ແລະ
 ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ B.Obama
ຢູ່ນອກກອງ​ປະ​ຊຸມ EAS9
ພາບ:tinmoi.vn

                ນຳ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ຂຶ້ນ​ສູ່​ລະ​ດັບ​ສູງ​ໃຫມ່

        ນັບ​ແຕ່​ເມື່ອ​ສ້າງ​ຂອບ​ເຂດ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ປີ 2013, ໃນ​ກວ່າ 1 ປີ​ຜ່ານ​ມາ, 9 ຂົງ​ເຂດ​​ບຸ​ລິ​ມະ​ສິດ​ທີ່​ໄດ້​ວາງ​ອອກ​ໃນ​ຂອບ​ເຂດ​ການ​ພົວ​ພັນ​ນີ້ ໂດຍ​ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ຜັນ​ຂະ​ຫຍາຍ​ແມ່ນຕັ້ງ​ຫນ້າ​ທີ່​ສຸດ ແລະ ບັນ​ລຸ​ໄດ້​ໝາກ​ຜົນ​ຈຳ​ນວນ​ຫນຶ່ງ​ຢ່າງ​ແນ່ນອນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຕາມ​ການ​ຕ​ີ​ລາ​ຄາ​ຈາກ​ທັງ​ສອງ​ຝ່າຍ, ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ການ​ຮ່ວມ​ມື​ຍັງ​ໃຫຍ່​ຫລວງ​ຢູ່. ສະ​ນັ້ນ ປີ 2015 ໝັ້ນ​ໝາຍ​ສ້າງ​ບາດ​ກ້າວ​ບຸກ​ທະ​ລຸ​ໃນ​ການ​ພົວ​ພັນ​ສອງ​ຝ່າຍ, ເປັນ​ຕົ້ນ​ແມ່ນ​ຂົງ​ເຂດ​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ ເມື່ອ​ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟີກ(TPP) ຊື່ງ​ທັງ​ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ລ້ວນ​ແຕ່​ແມ່ນ​ສະ​ມາ​ຊິກ, ສຳ​ເລັດການ​ເຈ​ລະ​ຈາ​​ ​ໃນ​ປີນີ້. ຄາດ​ວ່າ ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ຈະ​ລື່ນ​ກາຍ​ຕົວ​ເລກ 35-36 ຕື້  USD ຂອງ​ປີ 2014. ແງ່​ຫວັງ​ນີ້ ແມ່ນ​ມີ​ພື້ນ​ຖານ ເພື່ອມີ​ຄວາມ​ເຊື່ອ​ໝັ້ນ​​ເພາະວ່າ ປີ 2015 ແມ່ນ​ປີ​ມີ​ຄວາມ​ໝາຍ​ພິ​ເສດ​ໃນ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ, ເປັນ​ຂີດ​ໝາຍ​ໄລ​ຍະ 20 ປີ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ສ້າງ​ການ​ພົວ​ພັນ​ເປັນ​ປົກ​ກະ​ຕິ. ຕາມ​ທ່ານ ຟ້າມກວາງວີງ, ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ອາ​ເມ​ລິ​ກາ ແລ້ວ, ຄວ​າມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ລະ​ຫວ່າງ​ສອງ​ປະ​ເທດ ບໍ່​ທັນ​ມີ​ໄລ​ຍະ​ໃດ​ແມ່ນດີ​ງາມ​ຄື​ປ​ະ​ຈຸ​ບັນ ແລະ ຈຸດ​ພົ້ນ​ເດັ່ນ​ໃນ​ການ​ຮ່ວມ​ມື ລະ​ຫວ່າງ​ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ໃນ​ປີ 2015 ນັ້ນ​ແມ່ນ​ບັນ​ດາ​ການ​ເຄື່ອນ​ໄຫວ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ໃນ​ຕະ​ຫລອດ​ປີ, ໃນ​ນັ້ນ ນັບ​ທັງ​ການ​ຢ້ຽມ​ຢ​າມ​ຂັ້ນ​ສູງ.

        “ໄລ​ຍະ​ມໍ່ໆ​ມານີ້, ທ່ານ John Kerry ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ໄດ້​ສົ່ງ​ສານ​ຂອງ​ອຳ​ນາດ​ການ​ປົກ​ຄອງ ອາ​ເມ​ລິ​ກາ ເຊື້ອ​ເຊີນ​ທ່ານ ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ໄປ​ຢ້ຽມ​ຢາມ ອາ​ເມ​ລິ​ກາ ໃນ​ປີ 2015. ພວກ​ເຮົາ ກໍ​ລໍ​ຄອຍ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Obama ຈະ​ມາ​ຢ້ຽມ​ຢາມ​ຫວຽດ​ນາມ ໃນ​ປີ ສະ​ເຫລີມ​ສະ​ຫລອງ​ເຫດ​ການ​ດັ່ງ​ກ່າວ. ຖ້າ​​ຫາກວ່າການ​ຢ້ຽມ​ຢາມ​ຂອງ​ການ​ນຳ​ສອງ​ທ່ານ​ນັ້ນໄດ້​ຮັບ​ການ​ປະ​ຕິ​ບັດ ແນ​່ນອນ​ວ່າ ຈະ​ມີ​ບັນ​ດາ​ໝາກ​ຜົນ​ສຳ​ຄັນ ແລະ ຈະ​ສ້າງ​ທ່າ​ຊຸກ​ຍູ້​ການ​ພົ​ວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດກວ່າ​ອີກ.”

        ປະ​ຈຸ​ບັນ, ສອງ​ປະ​ເທດ​ພວມ​ຕັ້ງ​ຫນ້າ​ຜັນ​ຂະ​ຫຍາຍ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສຶກ​ສາ,ວັດ​ທະ​ນະ​ທຳ, ພິ​ເສດ​ແມ່ນ​ການ​ປ້ອງ​ກັນ​ຊາດ ປ້ອງ​ກັນ​ຄວາມ​ສະ​ຫງົບ ເມື່ອ​ເປັນ​ຄັ້ງ​ທຳ​ອິດ ອາ​ເມ​ລິ​ກາ ຜັນ​ຂະ​ຫຍາຍ​ບ້ວງ​ຫນູນ​ຊ່ວຍ 18 ລ້ານ USD ​ໃຫ້​ແກ່​ຫວຽດ​ນາມ ເພື່ອ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ການ​ເດີນ​ທະ​ເລ.

        ຫັນ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ຈີນ ໃຫ້​ປອດ​ໃສ​

        ປີ 2015 ກໍ​ແມ່ນ​ປີ​ສະ​ເຫລີ​ມ​ສະ​ຫລອງ 65 ປີ​ແຫ່ງວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ​ຫວຽດ​ນາມ ແລະ ຈີນ. ນີ້​ແມ່ນ​ໂອ​ກາດ​ສຳ​ຄັນ​ເພື່ອ​ໃຫ້​ສອງ​ປະ​ເທດ​ຍົກ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ຄູ່​ຮ່ວມ​ມື​ ​ຍຸດ​ທະ​ສາດຮອບ​ດ້ານຂຶ້ນ​ສູ່​ລະ​ດັບ​ໃຫ​ມ່. ຍາມ​ໃດ​ຫວຽດ​ນາມ ກໍ​​ຖື ຈີນ ທັງ​ແມ່ນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ໃຫຍ່, ທັງ​ແມ່ນ​ປະ​ເທດ​ສັງ​ຄົມ​ນິ​ຍົມ ແລະ ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ​ຂອງ​ຫວຽດ​ນາມ. ເຖິງວ່າ​ສະ​ພາບ​ການ​ຢູ່​ພາກ​ພື້ນ ແລະ ໂລກ ມີ​ການ​ປ່ຽນ​ແປງ​ຫລາຍ​ຢ່າງ, ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ແຕ່​ຫວຽດ​ນາມ ຍາມ​ໃດ​ກໍ​ຖື​ການ​ພັດ​ທະ​ນາ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ກັບ​ຈີນ ເປັນ​ສຳ​ຄັນ ພ້ອມ​ທັງ​ປາດ​ຖະ​ຫນາ​ຢາກ ຈີນ ຖື ຫວຽດ​ນາມ ມີ​ສະ​ຖຽນ​ລະ​ພາບ, ວັດ​ທະ​ນາ​ຖາ​ວອນເປັນ​ກາ​ລະ​ໂອ​ກາດ​ສຳ​ລັບ​ຈີນ. ເລື່ອງ​ແລກ​ປ່ຽນ ແລະ ພົບ​ປະ​ຄະ​ນະ​ຜູ້​ແທນຂັ້ນ​ສູງ​ສອງ​ປະ​ເທດ ໄດ້​ຮັບ​ການ​ກຳ​ນົດ​ແມ່ນ​ຈຸດ​ສຸມ​ໃນ​ປີ 2015 ເພື່ອ​ຮັກ​ສາ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ຈີນ ໄປ​ຖືກ​ທິດ, ພັດ​ທະ​ນາ​ເປັນ​ປົກ​ກະ​ຕິ ແລະ ປອດ​ໃສ. ຕາມ​ທ່ານ ຫງວຽນ​ວັນ​ເທິ, ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ຈີນ ແລ້ວ, ນັບ​ແຕ່​ຕົ້ນ​ປີ 2015, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ​ຈ້ອງ ແລະ ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ຈີນ ສີ​ຈິ້ນ​ຜິງ ໄດ້​ໂອ້​ລົມ​ທາງ​ໂທ​ລະ​ສັບ, ກຳ​ນົດ​ທິດ​ແຜນ​ການ​ຈຳ​ນວນ​ຫນຶ່ງ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ ຈີນ ໃນ​ປີ 2015. ກ່ຽວ​ກັບ​ບັນ​ດາ​ການ​ກຳ​ນົດ​ທິດ​ຮ່ວມ​ມື​ປີ 2015, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ວັນ​ເທີ ໃຫ້​ຮູ້​ວ່າ:

        “ເພີ່ມ​ທະ​ວີ​ການ​ພົບ​ປະ​ແລກ​ປ່ຽນ​ຂັ້ນ​ສູງ​ລະ​ຫວ່າງ​ສອງ​ປະ​ເທດ ພ້ອມ​ທັງ​ພະ​ຍາ​ຍາມ​ຊອກ​ຫາ​ວິ​ທີ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ຍັງ​ຄົງ​ຄ້າງ​, ພິ​ເສດ​ແມ່ນ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ. ໃນ​ຂະ​ນະ​ຊອກ​ຫາ​ບາງ​ມາດ​ຕະ​ການ​ພື້​ນ​ຖານ​ຍາວ​ນານ​ໃຫ້​ແກ່​ບັນ​ຫາ​ຍັງ​ຄົງ​ຄ້າງ​ດັ່ງ​ກ່າວ, ສອງ​ຝ່າຍ ຄວນ​ພະ​ຍາ​ຍາມ​ຮັກ​ສາ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ​ຢູ່​ທະ​ເລ​ຕ​າ​ເວັນ​ອອກ, ຮັກ​ສາ​ສະ​ພາບ​ເດີມ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ປະ​ຕິ​ບັດ DOC ເປັນ​ຢ່າງ​ດີ ແລະ ກ້າວ​ໄປ​ເຖິງ​ການ​ສ້າງ​ປະ​ມວນ​ຂໍ້​ກຳ​ນົດ​ການ​ປະ​ພຶດ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ (COC).”

       ປັບ​ປຸງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ

        ປີ 2015 ກໍ​ແມ່ນ​ປີ ຫວຽດ​ນາມ ສະ​ເຫລີມ​ສະ​ຫລອງ 65 ປີ​ແຫ່ງວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທ​າງ​ການ​ທູດ​ກັບ ສ​ເຊັກ, ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ປະ​ເທດ​ເພື່ອນ​ມິດ​ທີ່​ເປັນ​ມູນ​ເຊື້ອ​ຢູ່ ເອີ​ລົບ​ຕາ​ເວັນ​ອອກ. ປະ​ຈຸ​ບັນ, ເຊັກ ກຳ​ນົດ​ວ່າ ຫວຽດ​ນາມ ແມ່ນ​ຫນຶ່ງ​ໃນ 12 ຄູ່​ຮ່ວມ​ມື​ອັນ​ດັບ​ຫນຶ່ງ​ກ່ຽວ​ກັບ​ການ​ພົວ​ພັນ​ດ້ານ​ການ​ຄ້າ. ສ່ວນ ຫວຽດ​ນາມ ກໍ​ກຳ​ນົດ ເຊັກ ແມ່ນ​ຄູ່​ຮ່ວມ​ມື, ແມ່ນ​ປະ​ຕູ​ເພືື່ອ​ໃຫ້​ຫວຽດ​ນາມ ເຂົ້າ​ອີ​ຢູ. ສະ​ນັ້ນ ​ການຂຸດ​ຄົ້​ນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​, ທ່າ​ແຮງ​ຂອງ​ກັນ ຢ່າງ​ສຸດ​ຂີດ ​ເພື່ອ​ຍົກ​ສູງວົງ​ເງິນ​ດ້ານ​ການ​ຄ້າ​ສອງ​ສົ້ນ ແມ່ນ​ຈຸດ​ໝາຍ​ຊື່ງສອງ​ປະ​ເທດ​ພວມ​ມຸ່ງ​ໄປ​ເຖິງ. ທ່ານ ເຈືອງ​ແມ້ງ​ເຊີນ, ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ສ​ເຊັກ ເນັ້ນ​ຫນັກ​ວ່າ:

        “ປະ​ຈຸ​ບັນ ກ່ຽວ​ກັບ​ການ​ແລ​ກ​ປ່ຽນ​ດ້ານ​ການ​ຄ້າ ແລະ ການ​ລົງ​ທຶນ ບໍ່​ທັນ​ສົມ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ. ພວກ​ຂ້າ​ພະ​ເຈົ້າ​ຈະ​ຍູ້​ແຮງ​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ອົງ​ການ​ວິ​ຊາ​ສະ​ເພາະ ລະ​ຫວ່າງ​ສອງ​ປະ​ເທດ ເພື່ອ​ເຮັດ​ແນວ​ໃດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ ເພີ່ມ​ວົງ​ເງິນ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ ແລະ ຍູ້​ແຮງ​ການ​ລົງ​ທຶນ​ຂອງ​ເຊັກ ເຂົ້າ​ຫວຽດ​ນາມ ກໍ​ຄື ຂອງຫວຽດ​ນາມ ໄປ​ຍັງ ເຊັກ ໃນ​ໄລ​ຍະ​ຈະ​ມາ​ເຖິງ.”

        ປີ 2015 ໄດ້​ຮັບ​ຖື​ວ່າ ແມ່ນ​ປີ​ບານ​ພັບ​ຂອງ​ຫວຽດ​ນາມ ໃນ​ວິ​ວັດ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ. ຄຽງ​ຄູ່​ກັບ​ການ​​ຊົມ​ໃຊ້​ບັນ​ດາ​ຜົນ​ປະ​ໂຫຍດ​​ຈາກບັນ​ດາ​ສັນ​ຍາ​ການ​ຄ້າ​ສອງ​ຝ່າຍ, ຫລາຍ​ຝ່າຍ, ​ເລື່ອງ​ຊຸກ​ຍູ້ການ​ຮ່ວມ​ມື​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ຫລັກ​ແຫລ່ງ​ໃນ​ພາກ​ພື້ນ ແລະ ໂລກ​ໃຫ້​ມີ​ປະ​ສິດ​ທິ​ຜົນ​ກວ່າ​ອີກ ຈະ​ຫນູນ​ຊ່ວຍ​ໃຫ້​ແກ່​ຈຸດ​ໝາຍ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ຫວຽດ​ນາມ ພ້ອມ​ທັງ​​ຍົກ​ສູງ​ ​ ບົດ​ບາດທີ່​ຕັ້ງຂອງ​ຫວຽດ​ນາມ​ໃນ​ເວ​ທີ​ສາ​ກົນ.

ຕອບກັບ

ຂ່າວ/ບົດ​ອື່ນ