ຊຸກຍູ້ການພົວພັນຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອິນເດຍ

(VOVWORLD) - ດ້ວຍຈຳນວນພົນລະເມືອງ 1,2 ຕື້ຄົນ ແລະ ແມ່ນພື້ນຖານເສດຖະກິດທີ່ເຕີບໂຕໄວທີ 2 ໃນໂລກນັ້ນ, ໃນຊຸມປີມໍ່ໆມານີ້, ອິນເດຍ ພົ້ນເດັ່ນຂຶ້ນຄືດັ່ງໜຶ່ງໃນບັນດາປະເທດພັດທະນາແຮງກ່ຽວກັບເຕັກໂນໂລຊີຂໍ້ມູນຂ່າວສານ, ການຢາ, ເຕັກໂນໂລຊີຊີວະພາບ...

ວັນທີ 2 ມີນາ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ແລະ ພັນລະຍາ ໄດ້ໄປຢ້ຽມຢາມທາງລັດຖະກິດ ສ. ອິນເດຍ ເປັນເວລາ 3 ວັນຕາມຄຳເຊີນຂອງທ່ານປະທານາທິບໍດີ ອິນເດຍ Ram Nath Kovind. ການໄປຢ້ຽມຢາມຂອງທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ດຳເນີນໄປພາຍຫຼັງ “ປີມິດຕະພາບ ຫວຽດນາມ - ອິນເດຍ 2017”, ເປີດກາລະໂອກາດສຳຄັນເພື່ອໃຫ້ການນຳສູງສຸດຂອງ ອິນເດຍ ແລະ ຫວຽດນາມ ພົບປະ, ຊຸກຍູ້ການພົວພັນຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດ ແລະ ຍົກອອກວິວັດການເພີ່ມທະວີການຮ່ວມມື 2 ຝ່າຍໃນອະນາຄົດ.

ຊຸກຍູ້ການພົວພັນຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອິນເດຍ - ảnh 1 ພາບປະກອບ

        ດ້ວຍຈຳນວນພົນລະເມືອງ 1,2 ຕື້ຄົນ ແລະ ແມ່ນພື້ນຖານເສດຖະກິດທີ່ເຕີບໂຕໄວທີ 2 ໃນໂລກນັ້ນ, ໃນຊຸມປີມໍ່ໆມານີ້, ອິນເດຍ ພົ້ນເດັ່ນຂຶ້ນຄືດັ່ງໜຶ່ງໃນບັນດາປະເທດພັດທະນາແຮງກ່ຽວກັບເຕັກໂນໂລຊີຂໍ້ມູນຂ່າວສານ, ການຢາ, ເຕັກໂນໂລຊີຊີວະພາບ, ອາວະກາດ ແລະ ເຕັກໂນໂລຊີຄົ້ນຫາໄລຍະໄກ. ສ່ວນ ຫວຽດນາມ ກໍ່ແມ່ນພື້ນຖານເສດຖະກິດພັດທະນາຢ່າງຂະຫຍັນຂັນເຄື່ອນ, ຕັ້ງໜ້າປະຕິຮູບເປີດປະຕູ.

        2 ປະເທດໄດ້ສະຫງວນຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສູງຕໍ່ກັນ, ມີຫຼາຍຈຸດທີ່ຄ້າຍຄືກັນກ່ຽວກັບຜົນປະໂຫຍດຍຸດທະສາດ, ພິເສດແມ່ນໃນສະພາບການໃໝ່ຂອງສະພາບການໂລກ. ທຸກໆປັດໄຈນີ້ແມ່ນພື້ນຖານເພື່ອໃຫ້ 2 ປະເທດເປີດກ້ວາງການຮ່ວມມືໃນທຸກໆຂົງເຂດ.

ການພົວພັນມິດຕະພາບໝັ້ນຄົງໜັກແໜ້ນຍາມໃດກໍ່ພັດທະນາ

       ຫວຽດນາມ ແລະ ອິນເດຍ ໄດ້ຍົກລະດັບການພົວພັນຂຶ້ນສູ່ລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນປີ 2016 ໃນການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ Narendra Modi. ຜ່ານຫຼາຍປີແຫ່ງການສ້າງການພົວພັນມິດຕະພາບແບບໝັ້ນຄົງໜັກແໜ້ນນັ້ນ, ການຄ້າ 2 ຝ່າຍລະຫວ່າງ ຫວຽດນາມ  - ອິນເດຍ ໄດ້ລື່ນກາຍລະດັບ 10 ຕື້ USD. 2 ຝ່າຍພວມວາງຄາດໝາຍຍົກລະດັບການຄ້າ 2 ຝ່າຍຂຶ້ນເປັນ 15 ຕື້ USD ໃນປີ 2020. ປະຈຸບັນ, ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ 4 ຂອງ ອິນເດຍ ໃນບັນດາປະເທດສະມາຊິກ ອາຊຽນ ແລະ ອິນເດຍ ນອນໃນ top 10 ປະເທດຄູ່ຮ່ວມມືການຄ້າແຖວໜ້າຂອງ ຫວຽດນາມ. ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ດັ້ງດິ່ງກູ໋ຍ, ຖືວ່າ:

        “ຈຸດພົ້ນເດັ່ນທີ່ສຸດແມ່ນການພົວພັນດ້ານປ້ອງກັນຊາດ  - ປ້ອງກັນຄວາມສະຫງົບ. 2 ຝ່າຍມີຫຼາຍໂຄງການຮ່ວມມື, ໃນການແລກປ່ຽນ, ຊື້ຂາຍອາວຸດ, ການຄົ້ນຄ້ວາວິທະຍາສາດເຕັກໂນໂລຊີ, ຍຸດໂທບາຍ, ພິເສດແມ່ນການຮ່ວມມືບຳລຸງສ້າງ. ອິນເດຍ ໄດ້ໃຫ້ການຮ່ວມມືເປັນຢ່າງດີໃນການສະໜອງໃຫ້ ຫວຽດນາມ ບັນດາທຶນການສຶກສາດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ບຳລຸງສ້າງກອງກຳລັງເພື່ອຮັບໃຊ້ເຫຼົ່າທັບທີ່ກ້າວໜ້າ ທັນສະໄໝຂອງກອງທັບຄື: ກ່ຳປັ່ນດຳນ້ຳ, ເຮືອບິນລຸ້ນໃໝ່. ເວົ້າລວມແລ້ວ, ການພົວພັນທຸກດ້ານລະຫວ່າງ ຫວຽດນາມ ແລະ ອິນເດຍ ຍາມໃດກໍ່ພັດທະນາ ແຕ່ຖ້າທຽບໃສ່ກັບຄວາມສາມາດບົ່ມຊ້ອນ ແລະ ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສູງລະຫວ່າງ 2 ຝ່າຍນັ້ນຍັງໄກຢູ່”

        ຍາມໃດ ຫວຽດນາມ ກໍ່ຕີລາຄາສູງ “ນະໂຍບາຍການກະທຳມຸ່ງໄປສູ່ທິດຕາເວັນອອກ” ຂອງອິນເດຍ ແລະ ຢັ້ງຢືນວ່າ ດ້ວຍບົດບາດແມ່ນປະເທດປະສານງານໃນການພົວພັນ ອາຊຽນ - ອິນເດຍ ນັ້ນ, ຫວຽດນາມ ໄດ້ເຮັດຈົນສຸດຄວາມສາມາດຂອງຕົນເພື່ອຊຸກຍູ້ການພົວພັນຄູ່ຮ່ວມມື ອາຊຽນ - ອີນເດຍ. ກົງກັນຂ້າມ, ອິນເດຍ ຍາມໃດກໍ່ຢືນຢັນວ່າ: ອາຊຽນ ແມ່ນໃຈກາງຂອງນະໂຍບາຍ “ການກະທຳມຸ່ງໄປສູ່ທິດຕາເວັນອອກ” ແລະ ໃຈກາງຂອງຄວາມໄຝ່ຝັນ “ສະຕະວັດ ອາຊີ” ຂອງ ອິນເດຍ, ໃນນັ້ນ ມີ ຫວຽດນາມ ແມ່ນເສົາຄ້ຳສຳຄັນຂອງນະໂຍບາຍ “ການກະທຳມຸ່ງໄປສູ່ທິດຕາເວັນອອກ” ນັ້ນ. ທ່ານ Parbathaneni Harish, ເອກອັກຄະລັດຖະທູດ ອິນເດຍ ປະຈຳ ສສ ຫວຽດນາມ ຢືນຢັນວ່າ:

        “ໃນໄລຍະຈະມາເຖິງ, ຄວາມສາມາດບົ່ມຊ້ອນ ແລະ ກາລະໂອກາດຮ່ວມມືລະຫວ່າງ 2 ປະເທດພວກເຮົາແມ່ນໃຫຍ່ຫຼວງທີ່ສຸດ. ອິນເດຍ ແລະ ຫວຽດນາມ ລ້ວນແຕ່ມີການປະຕິຮູບເສດຖະກິດຢ່າງແຮງ, ທັງ 2 ຝ່າຍລ້ວນແຕ່ກຳລັງ ພົນລະເມືອງໜຸ່ມ, ພວກເຮົາມີທ່າແຮງອັນໃຫຍ່ຫຼວງເມື່ອເບິ່ງຕົວເລກເຕີບໂຕເສດຖະກິດ ໃນອະນາຄົດ. ທັງ ຫວຽດນາມ ແລະ ອິນເດຍ ລ້ວນແຕ່ ມີການພົວພັນແບບສະໜິດແໜ້ນກັບບັນດາອົງການແຖວໜ້າຂອງໂລກ, ຍ້ອນເຫດນັ້ນ, ຂ້າພະເຈົ້າເຊື່ອໝັ້ນວ່າ ການແລກປ່ຽນການຮ່ວມມືລະຫວ່າງ 2 ປະເທດພວກເຮົາແມ່ນໃຫຍ່ຫຼວງ ໃນບັນດາຂົງເຂດຄື: ຂົງເຂດການເມືອງ, ປ້ອງກັນຊາດ, ເສດຖະກິດ.”

ການຢ້ຽມຢາມໄດ້ສ້າງວິວັດການຊຸກຍູ້ການຮ່ວມມື 2 ຝ່າຍໃຫ້ເປັນຮູບປະທຳ

       ໂດຍສືບຕໍ່ການໄປປະຕິບັດງານເມື່ອເດືອນ ມັງກອນ ປີ 2018 ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ການຢ້ຽມຢາມ ອິນເດຍ ຂອງທ່ານປະທານປະເທດ ເຈີ່ນດ້າຍກວາງ ຄັ້ງນີ້ສືບຕໍ່ເຮັດໃຫ້ການພົວພັນຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດເລິກເຊິ່ງກ່ວາອີກ ແລະ ຍົກອອກຂັ້ນຕອນການເພີ່ມທະວີການຮ່ວມມື 2 ຝ່າຍໃນໄລຍະຈະມາເຖິງ.

        ໃນການຢ້ຽມຢາມນີ້, ນອກຈາກການເຈລະຈາກັບທ່ານປະທານາທິບໍດີ Kovind, ການພົບປະກັບທ່ານນາຍົກລັດຖະມົນຕີ Narendra Modi, ລັດຖະມົນຕີການຕ່າງປະເທດ ອິນເດຍ Sushma Swaraj, ທ່ານປະທານສະພາຕ່ຳ ອິນເດຍ Sumitra Mahajan ພ້ອມກັບກຸ່ມສະມາຊິກສະພາແຫ່ງຊາດ ມິດຕະພາບ ຫວຽດນາມ - ອິນເດຍ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຍັງມີການເຄື່ອນໄຫວສຳຄັນຫຼາຍຢ່າງ. ໃນນັ້ນ, ເປັນໜ້າສົນໃຈແມ່ນທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ມີບົດກ່າວປາໄສກ່ຽວກັບນະໂຍບາຍ ແລະ ການພົບປະກັບບັນດານັກຮຽນຮູ້ ອິນເດຍ ທີ່ຫໍພິພິທະພັນ ແລະ ຫໍສະຫມຸດອະນຸສອນສະຖານ Nehru ຢູ່ ນິວເດລີ, ພ້ອມກັນນັ້ນ, ທ່ານປະທານປະເທດ ກໍ່ເຂົ້າຮ່ວມພິທີໄຂ “ວັນວັດທະນະທຳ ຫວຽດນາມ ຢູ່ ອິນເດຍ” ຢູ່ ນິວເດລີ. ກໍ່ໃນການຢ້ຽມຢາມຄັ້ງນີ້, ບາງສັນຍາສຳຄັນໄດ້ຮັບການລົງນາມລະຫວ່າງ 2 ປະເທດ ເພື່ອແນໃສ່ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນການຮ່ວມມືນຳໃຊ້ພະລັງງານປະລະມານູ ເພື່ອຈຸດປະສົງສັນຕິພາບ, ການຮ່ວມມືໃນຂົງເຂດເສດຖະກິດ ແລະ ການຄ້າ, ການຮ່ວມມືກະສິກຳ, ແລະ ການຮ່ວມມືປ້ອງກັນຊາດປ້ອງກັນຄວາມສະຫງົບ.

ຕອບກັບ

ຂ່າວ/ບົດ​ອື່ນ