ຊຸກຍູ້ການພົວພັນຮ່ວມມືຮອບດ້ານຫວຽດນາມ-ສິງກະໂປ

   ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ການ​ພົວພັນ​ລະຫວ່າງ​ຫວຽດນາມ-​ສິງກະ​ໂປ​ໄດ້ຮັບ​ການ​ພັດ​ທະນາ​ຢ່າງ​ບໍ່​ຢຸດ​ຢັ້ງດ້ວຍ​ໝາກຜົນ​ອັນຈົບງາມ​ໃນ​ທຸກ​ຂົງ​ເຂດ. ການ​ຢ້ຽມຢາມ​ສາທາລະນະ​ລັດ​ສິງກະ​ໂປ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ Nguyen Phu Trong ​ເລຂາທິການ​ໃຫ່ຍຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ​​ແຕ່​ວັນ​ທີ 12-14/9/2012 ຈະ​ສືບ​ຕໍ່ຊຸກຍູ້ ​ແລະ ​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ເລິກ​ເຊິ່ງ​ຂຶ້ນ​ຕື່ມ. ຕໍ່​ໄປນີ້​​ແມ່ນບົດຂອງ​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ​ ທີ່​ພາດ​ຫົວ​ຂໍ້ວ່າ: ຊຸກຍູ້ການ​ພົວພັນ​ຮ່ວມ​ມື​ຮອບດ້ານ​ຫວຽດນາມ-​ສິງກະ​ໂປ.


ຊຸກຍູ້ການພົວພັນຮ່ວມມືຮອບດ້ານຫວຽດນາມ-ສິງກະໂປ - ảnh 1

ປະ​ເທດ​ສິງກະ​ໂປ

(ພາບ:visco.edu.vn)

  ນີ້​ແມ່ນ​ຄັ້ງທຳ​ອິດ​ທີ່ທ່ານເລຂາທິການ​ໃຫ່ຍຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ​ໄປ​ຢ້ຽມຢາມ​ສິງກະ​ໂປ ພາຍຫຼັງ​ເວລາ​ເກືອບ 20 ປີ​ນັບ​ແຕ່​ການ​ຢ້ຽມຢາມ​ສິງກະ​ໂປ ​ເປັນຄັ້ງທຳ​ອິດ​ຂອງ​ທ່ານໂດ໋​ເມືອ​ຍ ເລຂາທິການ​ໃຫ່ຍຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຊຸດ​ທີ 7 ​​ເມື່ອ​ປີ 1993.

   ​ໃນ​ຊຸມ​ປີຜ່ານມາ, ຫວຽດນາມ ​ແລະ ສິງກະ​ໂປ ​ໄດ້​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນສູງ​ເປັນ​ປະຈຳ. ​ເມື່ອ​ເດືອນ 9/2011, ທ່ານ​ປະທານ​ປະ​ເທດຫວຽດນາມ Truong Tan Sang  ​ໄດ້​ໄປ​ຢ້ຽມຢາມສິງກະ​ໂປ ​ແລະ​ທ່າ​ນປະທານາທິບໍດີສິງກະ​ໂປ Tony Tan Keng Yam ​ໄດ້​ມາ​ຢ້ຽມຢາມ​ຫວຽດນາມ ​ເມື່ອ​ເດືອນ 4/2012. ຫວຽດນາມ ​ແລະ ສິງກະ​ໂປ ​ໄດ້​ລົງ​ນາມ​ໃນ​ຖະ​ແຫຼ​ງການ​ຮ່ວມ​ກ່ຽວ​ກັບ​ຂອບ​ເຂດ​ການ​ຮ່ວມ​ມື​ຮອບດ້ານ​ໃນ​ສັດຕະວັດ​ທີ 21 ​ແຕ່​ປີ 2004 ​ແລະ ສັນຍາ​ແມ່​ເຊື່ອມ​ຕໍ່​ນັບ​ແຕ່​ປີ 2005.

 
ຊຸກຍູ້ການພົວພັນຮ່ວມມືຮອບດ້ານຫວຽດນາມ-ສິງກະໂປ - ảnh 2

ທ່ານ​ເລຂາທິການ​ໃຫ່ຍ ​Nguyen Phu Trong ​ແລະ

ທ່າ​ນປະທານາທິບໍດີສິງກະ​ໂປ Tony Tan Keng Yam

(ພາບ: baodientu.chinhphu.vn)

ນັບ​ແຕ່​ປີ 1996 ມາ​ຮອດ​ປະຈຸ​ບັນ, ຍາມ​ໃດ, ສິງກະ​ໂປ ກໍ່​ແມ່ນ​ໜື່ງ​ໃນ​ບັນດາ​ຄູ່​ຮ່ວມ​ມື​ລົງທຶນ ​ແລະ ການ​ຄ້າ​​ໃຫ່ຍອັນ​ດັບ 1 ຂອງ​ຫວຽດນາມ. ​ໄລ່​ຮອດ​ເດືອນ 4/2012, ສິງກະ​ໂປ ​ໄດ້​ລົງທຶນ​ເຂົ້າຫວຽດນາມ ກ່ວາ 1000 ​ໂຄງການ ດ້ວຍ​ຈຳນວນ​ທຶນ​ຈົດ​ທະບຽນ​ທີ່​ມີ​ມູນ​ຄ່າ​ເກືອບ 23 ຕື້​ໂດ​ລາ​ສະຫະລັດ. ຫວຽດນາມ ​ກໍ່​ໄດ້​ລົງທຶນ​ເຂົ້າສິງກະ​ໂປ 41 ​ໂຄງການ​ດ້ວຍມຸນ​ຄ່າ​ກ່ວາ 614 ລ້ານ​ໂດ​ລາ​ສະຫະລັດ. ຫຼາຍ​ໂຄງການ​ລົງທຶນ​ຂອງສິງກະ​ໂປ ​ເຂົ້າຫວຽດນາມ ​ບັນລຸ​ໝາກຜົນ​ດີ, ​ໃນ​ນັ້ນ, ​ເຂດ​ອຸດສາ​ຫະກຳຫວຽດນາມ ​-ສິງກະ​ໂປ  ຖືກ​ຖື​ວ່າ​ແມ່ນ​ສັນຍາ​ລັກ, ຊື່​ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ປະສິດທິ​ຜົນ​ແຫ່ງ​ການ​ຮ່ວມ​ມື​ລົງທຶນ​ຂອງສິງກະ​ໂປ ຢູ່ຫວຽດນາມ ຢ່າງ​ມີ​ຊີວິດ​ຊີວາ. ວົງ​ເງິນ​ການ​ຄ້າ​ສອງ​ສົ້ນຫວຽດນາມ-ສິງກະ​ໂປ  ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ລຽນຕິດ, ​ໃນ​ປີ 2008 ​ໄດ້​ຂຶ້ນ​ເຖິງ 12 ຕື້​ໂດ​ລາ​ສະຫະລັດ.

 .
ຊຸກຍູ້ການພົວພັນຮ່ວມມືຮອບດ້ານຫວຽດນາມ-ສິງກະໂປ - ảnh 3

ທ່ານເລຂາທິການ​ໃຫ່ຍ​ພັກ​ກອມ​ມູນິດ​ຫວຽດນາມ ​Nguyen Phu Trong

(ພາບ:phunuonline.com.vn)

​ ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ການ​ຮ່ວມ​ມື​ດ້ານ​ການ​ປ້ອງ​ກັນຊາ​ດ ລະຫວ່າງຫວຽດນາມ ​ແລະ ສິງກະ​ໂປ ​ກໍ່​ໄດ້​ຮັບ​ການ​ເພີ່​ມທະວີຂຶ້ນ​ໂດຍ​ຜ່ານ​ບັນດາ​ການ​ຢ້ຽມຢາມ​ຂັ້ນລັດຖະມົນຕີ ​ແລະ ການ​ນຳ​ຂັ້ນສູງ​ອີກ​ຫຼາຍ​ທ່ານຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ. ປະຈຸ​ບັນ, ກະຊວງ​ປ້ອງ​ກັນ​ປະ​ເທດ​ພວມ​ປະຕິບັດ​​ກົນ​ໄກ​ຮ່ວມ​ມື​ສອງ​ຝ່າຍ​ຈຳນວນ 1. ການ​ສຶກສາ-​ບຳລຸງ​ສ້າງ​ກໍ່​ແມ່ນ​ຂົງ​ເຂດ​ຮ່ວມ​ມື​ທີ່​ມີ​ປະສິດທິ​ຜົນ ​ແລະ ຫຼາຍ​ຮູບ​ຫຼາຍ​ແບບ​ລະຫວ່າງ​ສອງ​ປະ​ເທດ. ​ໄລ່​ຮອດ​ປະຈຸ​ບັນ, ມີນັກ​ສຶກສາຫວຽດນາມ ປະມານ 9000 ຄົນ​ພວມ​ຮ່ຳຮຽນ​ຢູ່ສິງກະ​ໂປ.

  ນັບ​ແຕ່​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ຢ່າງ​ເປັນ​ທາງ​ການ​ໃນ​ເດືອນ 10/1993 ​ເນື່ອງ​ໃນ​ໂອກາດ​ການ​ໄປ​ຢ້ຽມຢາມ​ສິງກະ​ໂປ ​ຂອງທ່ານໂດ໋​ເມືອ​ຍ ເລຂາທິການ​ໃຫ່ຍຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຊຸດ​ທີ 7,  ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ພັກ​ເຄື່ອນ​ໄຫວ​ເພື່ອ​ປະຊາຊົນ​ສິງກະ​ໂປ (PAP) ​ໄດ້​ຮັກສາ​ການ​ພົວພັນ​ອັນ​ດີງາມ ​ແລະ ຜັນ​ຂະຫຍາຍ​ຫຼາຍ​ມາດ​ຕະການ​ຮ່ວມ​ມື​ຄື: ​ແລກປ່ຽນ​ຄະນະ​ຜູ້​ແທນ​ສອງ​ຝ່າຍ; ​ແລກປ່ຽນ​ບົດຮຽນ​ໃນ​ການ​ກໍ່ສ້າງ​ພັກ, ບົດຮຽນ​ການນຳພາ, ​ຄຸ້ມ​ຄອງ, ພັດທະນາ​ປະ​ເທດ​ຊາດ, ບຳລຸງ​ສ້າງ​ພະນັກງານ. ການ​ຢ້ຽມຢາມ​ສິງກະ​ໂປ ຢ່າງ​ເປັນ​ທາງ​ການ​ຂອງ ທ່ານເລຂາທິການ​ໃຫ່ຍຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ​Nguyen Phu Trong ​ເພື່ອ​ແນ​ໃສ່​ສືບ​ຕໍ່​ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວ​ການ​ຕ່າງປະ​ເທດ​ຢ່າງຄົບ​ຊຸດ, ຮອບດ້ານ; ​ເປັນ​ເຈົ້າການ, ຕັ້ງໜ້າ​ເຊື່ອມ​ໂຍງ​ເຂົ້າກັບ​ສາກົນ ; ຢັ້ງຢືນ​ນະ​ໂຍບາຍ​ຖື​ເປັນ​ສຳຄັນ ​ແລະ ​ໃຫ້​ບຸລິມະສິດຢ່າງ​ສູງກ່ຽວ​ກັບ​ເພີ່ມ​ທະວີ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ; ຢັງຢືນ​ຫວຽດນາມ ​ແມ່ນ​ສະມາຊິກ​ທີ່​ມີ​ຄວາມ​ຮັບຜິດຊອບ, ພ້ອມ​ແລ້ວ​ທີ່​ຈະ​ພ້ອມ​ກັບ​ສິງກະ​ໂປ ​ແລະ ບັນດາ​ປະ​ເທດ​ອາ​ຊຽນ ຕັດສິນ​ໃຈ​ສ້າງ​ປະຊາ​ຄົມ​ອາ​ຊຽນ ​ແຫ່ງ​ສາມັກຄີ, ສະໜິດ​ຕິດ​ພັນ, ​ເຂັ້ມ​ແຂງ, ໝັ້ນຄົງ ​ເພື່ອພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ແຫ່ງ​ສັນຕິພາບ, ມິດຕະພາບ, ຮ່ວມ​ມື ​ແລະ ພັດທະນາ. ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງພັກ​ກອມ​ມູນິດ​ຫວຽດນາມ ​ແລະ ພັກ​ເຄື່ອນ​ໄຫວ​ເພື່ອ​ປະຊາຊົນ​ສິງກະ​ໂປ (PAP), ສ້າງ​ພື້ນຖານໝັ້ນຄົງ​ໜັກ​ແໜ້ນ​ໃຫ້​ແກ່​ການ​ພົວພັນ​ສອງ​ປະ​ເທດ​ສືບ​ຕໍ່​ພັດທະນາ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່. ທີ່​ບັນດາ​ການ​ພົບ​ປະ​ເຈລະຈາ​ໃນ​ການ​ຢ້ຽມຢາມ​ຄັ້ງນີ້, ທ່ານ​ເລຂາທິການ​ໃຫ່ຍ ​Nguyen Phu Trong ຈະ​ພ້ອມ​ກັບ​ບັນດາ​ການ​ນຳ​ສິງກະ​ໂປ ​ແລະ ພັກ​ເຄື່ອນ​ໄຫວ​ເພື່ອ​ປະຊາຊົນ​ສິງກະ​ໂປ ​ປຶກສາ​ຫາລື​ບັນດາ​ມາດ​ຕະການ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ​ທີ່​ດີງາມ, ຊຸກຍູ້​ການ​ຮ່ວມ​ມື​ຮອບດ້ານ ມຸ້ງ​ໄປ​ເຖິງ​ການ​ພັດທະນາ ​ແລະ ລົງ​ນາມ​​ຂອບ​ເຂດ​ການ​ຮ່ວມ​ມື​ໃໝ່​ໃນ​ປີ 2013 ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ​ວັນ​ສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ​ຄົບຮອບ 40 ປີ ພ້ອມ​ທັງ​ວາງ​ອອກ​ບັນດາ​ການ​ກຳນົດ​ທິດ​ໃຫ່ຍ​ໃຫ້​ແກ່​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ. ດ້ວຍ​ຈຸດປະສົງ​ດັ່ງກ່າວ, ການ​ຢ້ຽມຢາມສິງ​ປະ​ໂປ ຢ່າງ​ເປັນ​ທາງ​ການ​ຂອງທ່ານ​ເລຂາທິການ​ໃຫ່ຍ ​Nguyen Phu Trong ຈະ​ຕອບ​ສະໜອງ​ຄວາມ​ປາດ​ຖະໜາ ​ແລະ ຜົນ​ປະ​ໂຫຍ​ດລວມຂອງ​ປະຊາຊົນ​ສອງ​ປະ​ເທດ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ຮອບດ້ານ​ຫວຽດນາມ-​ສິງ​ກະ​ໂປ ​ເພື່ອ​ສັນຕິພາບ, ສະຖຽນລະ​ພາບ, ການ​ຮ່ວມ​ມື ​ແລະ ການ​ພັດທະນາ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແລະ ​ໃນ​ໂລກ.

 

ຕອບກັບ

ຂ່າວ/ບົດ​ອື່ນ