ຊຸກ​ຍູ້​ການ​ພົວ​ພັນ​ຮອບ​ດ້ານ​ຫວຽດ​ນາມ-ອີ​ຢູ

(VOVWORLD) -ປີ 2019, ຫວຽດນາມ ແລະ ສະຫະພາບເອີລົບ (EUສືບຕໍ່ມີບັນດາບາດກ້າວເດີນຢ່າງໜັກແໜ້ນ ເພື່ອປັບປຸງການພົວພັນສອງຝ່າຍທີ່ໄດ້ສ້າງຕັ້ງຂຶ້ນເກືອບ 30 ປີຜ່ານມາບັນດາໝາກຜົນໃນການຮ່ວມມືດ້ານການເມືອງພິເສດແມ່ນດ້ານເສດຖະກິດ ໄດ້ສ້າງເປັນຂີດໝາຍທາງດ້ານປະຫວັດສາດ, ເປັນການສະແດງອອກໃຫ້ເຫັນຢ່າງຈະແຈ້ງໃຫ້ແກ່ການພົວພັນຄູ່ຮ່ວມມື ແລະ ຮອບດ້ານລະຫວ່າງ ຫວຽດນາມ ແລະ ສະຫະພາເອີລົບ.
ຊຸກ​ຍູ້​ການ​ພົວ​ພັນ​ຮອບ​ດ້ານ​ຫວຽດ​ນາມ-ອີ​ຢູ - ảnh 1 ພາບປະກອບ (ພາບ: chinhphu.vn)

ນອກຈາກການຢ້ຽມຢາມສອງຝ່າຍຂອງການນຳ, ເຈົ້າໜ້າທີ່ຂັ້ນສູງສອງຝ່າຍແລ້ວ, ໃນປີ 2019, ຫວຽດນາມ ແລະ ສະຫະພາບເອີລົບ ໄດ້ລົງນາມໃນບັນດາສັນຍາທີ່ສຳຄັນ, ສ້າງພື້ນຖານຮ່ວມມືພັດທະນາໃນໄລຍະທີ່ຈະມາເຖິງ.

ການຮ່ວມມືດ້ານເສດຖະກິດ: ບາດກ້າວຫັນປ່ຽນປະຫວັດສາດໃນການພົວພັນສອງຝ່າຍ.

ປີ 2019, ການຮ່ວມມືດ້ານເສດຖະກິດແມ່ນຂີດໝາຍສຳຄັນກ່ວາໝູ່ໃນການພົວພັນສອງຝ່າຍ. ເລື່ອງເຊັນສັນຍາການຄ້າເສລີ ຫວຽດນາມ ແລະ ສະຫະພາບເອີລົບ (EVFTA)  ແລະ ສັນຍາອາລັກຂາການລົງທຶນ ຫວຽດນາມ ແລະ ສະຫະພາບເອີລົບ (EVIPA) ພາຍຫຼັງໄດ້ດຳເນີນການເຈລະຈາເປັນເວລາ 7 ປີ ໄດ້ສ້າງກຳລັງໜູນໃໝ່, ເປັນຂີດໝາຍແຫ່ງການຫັນປ່ຽນອັນສຳຄັນໃນການພົວພັນຄູ່ຮ່ວມມື ແລະ ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ສະຫະພາບເອີລົບ (EU).

ດ້ວຍສັນຍາ 2 ສະບັບດັ່ງກ່າວ, ໃນການຮ່ວມມືດ້ານເສດຖະກິດ-ການຄ້າສອງຝ່າຍ, ຈາກເລື່ອງ ຫວຽດນາມ ໄດ້ຮັບການໜູນຊ່ວຍຂອງ EU ເພື່ອພັດທະນາ, ລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກໄດ້ຫັນມາເປັນການພົວພັນຄູ່ຮ່ວມມືສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ ດ້ວຍບັນດາຄຳໝັ້ນສັນຍາຂອງສັນຍາການຄ້າເສລີ (FTA) ແບບໃໝ່. EVFTA ແລະ EVIPA ໄດ້ເປີດບັນດາໂອກາດທີ່ໃຫ່ຍຫຼວງ ເພື່ອໃຫ້ສອງຝ່າຍຂຸດຄົ້ນຄວາມສາມາດບົ່ມຊ້ອນຢ່າງສຸດຂີດ ແລະ ເພີ່ມເຕີ່ມໃຫ້ແກ່ກັນ. ຍູ້ແຮງການແລກປ່ຽນດ້ານການຄ້າ, ການລົງທຶນ, ຊຸກຍູ້ການພັດທະນາແບບຍືນຍົງ. ເມື່ອແລກປ່ຽນກັບວົງການສື່ມວນຊົນ, ທ່ານ ຫວູ້ແອັງກວາງ, ເອກອັກຄະລັດຖະທູດ, ຫົວໜ້າຄະນະປະຕິບັດງານຫວຽດນາມ ປະຈຳສະຫະພາບເອີລົບ ຖືວ່າ:

ສັນຍາສອງສະບັບ ມີຄວາມໝາຍສຳຄັນສຳລັບທັງຫວຽດນາມ ແລະ EU, ບໍ່ພຽງແຕ່ແມ່ນດ້ານການຄ້າ ແລະ ການລົງທຶນ. ນີ້ແມ່ນສັນຍາການຄ້າເສລີແບບໃໝ່, ຮອບດ້ານ, ມີຄຸນນະພາບສູງ, ການຄ້າ ແລະ ການລົງທຶນ ໄດ້ຕິດພັນກັບບັນດາມາດຖານທາງສັງຄົມ, ການອອກແຮງງານ, ສິ່ງແວດລ້ອມກໍ່ຄືບັນດາເປົ້າໝາຍພັດທະນາແບບຍືນຍົງ ແລະ ກວມລວມ. ພາຍຫຼັງສອງຝ່າຍໄດ້ເຊັນກັນ ແລະ ໃຫ້ສັດຕະຍາບັນສັນຍາສອງສະບັບນີ້ ມັນຈະນຳມາເຊິ່ງຜົນປະໂຫຍດອັນໃຫ່ຍຫຼວງໃຫ້ທັງ ຫວຽດນາມ ແລະ EU.

ປັບປຸງການພົວພັນດ້ານການເມືອງ

ນອກຈາກການພົວພັນດ້ານເສດຖະກິດ, ປີ 2019, ການພົວພັນລະຫວ່າງ ຫວຽດນາມ- EU ມີບັນດາບາດກ້າວເດີນໃໝ່ໃນການພົວພັນດ້ານການເມືອງ, ການປ້ອງກັນຄວາມສະຫງົບ.

ແລະ ກໍ່ໃນປີ 2019, ບັນດາການຢ້ຽມຢາມຂອງການນຳສອງຝ່າຍຄັ້ງຕ່າງໆນັ້ນໄດ້ສະແດງໃຫ້ເຫັນການໃຫ້ບຸລິມະສິດໃນນະໂຍບາຍການຕ່າງປະເທດຂອງຫວຽດນາມ ແລະ EU, ພ້ອມທັງສ້າງພື້ນຖານທີ່ນັບມື້ນັບໜັກແໜ້ນກ່ວາ ແລະ ເປີດ ແງ່ຫວັງໃໝ່ຫຼາຍຢ່າງໃນການພົວພັນລະຫວ່າງ ຫວຽດນາມ ແລະ EU, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຢືນຢັນວ່າ:

ໃນສະພາບການທີ່ລັດທິອາລັກຂາພວມພົ້ນເດັ່ນໄດ້ເກີດຂຶ້ນນັ້ນ, ບັນດາສິ່ງທ້າທາຍຕໍ່ຄວາມໝັ້ນຄົງແບບໃໝ່ນັບມື້ນັບຫຼາຍຂຶ້ນ, ການຄ້າທົ່ວໂລກໄດ້ປະເຊີນໜ້າກັບຄວາມຫຍຸ້ງຍາກຫຼາຍຢ່າງ, ການຮ່ວມມືລະຫວ່າງສອງຝ່າຍມີຄວາມໝາຍພິເສດ, ສະແດງໃຫ້ເຫັນຈິນຕະນາການທີ່ແຂງແຮງ, ວິໄສທັດຍຸດທະສາດຂອງທັງຫວຽດນາມ ແລະ EU ແມ່ນສອງພື້ນຖານເສດຖະກິດເພີ່ມເຕີ່ມໃຫ້ແກ່ກັນ, ພ້ອມກັນຮ່ວມມື, ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ພ້ອມກັນພັດທະນາມຸ່ງໄປສູ່ອະນາຄົດອັນສົດໃສ, ປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງ ແລະ ປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ.

ສ່ວນທ່ານ Bernd Large, ປະທານຄະນະກຳມາທິການການຄ້າສາກົນລັດຖະສະພາເອີລົບ ໄດ້ຕີລາຄາວ່າ:

ແຕ່ລະເທື່ອທີ່ກັບມາ ຫວຽດນາມ, ຂ້າພະເຈົ້າເຫັນໄດ້ບັນດາຄວາມກ້າວໜ້າໃນການພົວພັນສອງຝ່າຍ, ບັນດາບາດກ້າວພັດທະນາທີ່ຕັ້ງໜ້າ. ພວກເຮົາພວມມານະພະຍາຍາມເພື່ອບັນລຸໄດ້ບັນດາໝາກຜົນທີ່ຕັ້ງໜ້າໃນໄລຍະຈະມາເຖິງ, ປະກອບສ່ວນປົວແປງການພົວພັນສອງຝ່າຍໃຫ້ດີກ່ວານີ້ອີກ.

ສະຫະພາບເອີລົບ ດ້ວຍວິໄສທັດມຸ່ງໄປສູ່ເຂດທາງທິດຕາເວັນອອກ ໄດ້ຖື ຫວຽດນາມ-ຊື່ງແມ່ນປະເທດພວມພັດທະນາ ແມ່ນຄູ່ຮ່ວມມືຂອງຕົນ. ກົງກັນຂ້າມ, ຫວຽດນາມ ມີຄວາມພາກພູມໃຈທີ່ໄດ້ຮ່ວມມືກັບສະຫະພາບເອີລົບ ຊື່ງແມ່ນພື້ນຖານຄວາມສີວິໄລທີ່ກ້າວໜ້າແມ່ນກຸ່ມເສດຖະກິດພັດທະນາທີ່ທັນສະໄໝ.

ດ້ວຍວິໄສທັດລວມນັ້ນ, ບັນດາໝາກຜົນການຮ່ວມມືໃນປີ 2019 ລະຫວ່າງ EU ແລະ ຫວຽດນາມ ແມ່ນບາດກ້າວເດີນທີ່ສຳຄັນ, ສ້າງບາດກ້າວບຸກທະລຸໃໝ່ໃຫ້ແກ່ການພົວພັນຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ-ສະຫະພາບເອີລົບ.

ຕອບກັບ

ຂ່າວ/ບົດ​ອື່ນ