ຊຸກຍູ້ການສຶກສາກ່ຽວກັບສິດທິມະນຸດຢູ່ ຫວຽດນາມ

(VOVWORLD) -ໃນລະບົບບັນດາຄຸນຄ່າຊື່ງມວນມະນຸດໄດ້ສ້າງຂຶ້ນ, ສິດທິມະນຸດມີທີ່ຕັ້ງສຳຄັນ ທັງແມ່ນເປົ້າໝາຍ, ກຳລັງຫນູນ ທັງແມ່ນເງື່ອນໄຂຊຸກຍູ້ການພັດທະນາຂອງບັນດາຄຸນຄ່າທີ່ຍັງເຫລືອ. ເຄົາລົບ ແລະ ຊຸກຍູ້ເລື່ອງຮັບປະກັນສິດທິມະນຸດໄດ້ກາຍເປັນທ່າອ່ຽງທີ່ຈຳເປັນມີລັກສະນະທົ່ວໂລກ, ຕາມນັ້ນແລ້ວ ການສຶກສາສິດທິມະນຸດໄດ້ກາຍເປັນຄວາມຮຽກຮ້ອງຕ້ອງການທີ່ຈຳເປັນມີລັກສະນະຍຸກສະໄຫມ. ຫວຽດນາມ ໄດ້ ແລະ ພວມຊຸກຍູ້ການສຶກສາກ່ຽວກັບສິດທິມະນຸດໃນທົ່ວລະບົບ.

ຊຸກຍູ້ການສຶກສາກ່ຽວກັບສິດທິມະນຸດຢູ່ ຫວຽດນາມ - ảnh 1ພາບປະກອບ:TTXVN

ຫວຽດນາມ ຈັດຕັ້ງການເຄື່ອນໄຫວສຶກສາສິດທິມະນຸດ ເພື່ອແນໃສ່ເຮັດໃຫ້ ທຸກຊົນຊັ້ນຄົນໃນສັງຄົມມີຄວາມຮັບຮູ້ກ່ຽວກັບສິດທິມະນຸດ, ເຮັດແນວໃດເພື່ອໃຫ້ພົນລະເມືອງທຸກຄົນລ້ວນແຕ່ຮູ້ວິທີປົກປ້ອງສິດຂອງຕົນ ແລະ ເຄົາລົບສິດຂອງຜູ້ອື່ນ, ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງມາດຖານໃນກົດໝາຍສາກົນ ແລະ ກົດໝາຍແຫ່ງຊາດກ່ຽວກັບສິດທິມະນຸດ. ພື້ນຖານແກ່ການເຄື່ອນໄຫວສຶກສາສິດທິມະນຸດຢູ່ ຫວຽດນາມ ນັ້ນແມ່ນຄຳຖະແຫລງການໂລກກ່ຽວກັບສິດທິມະນຸດປີ 1948, ໃນນັ້ນ ຊີ້ແຈ້ງ: “ສະມັດຊາໃຫຍ່ ສະຫະປະຊາຊາດໄດ້ຖະແຫລງບົດປະກາດຄຳຖະແຫລງຕໍ່ໂລກກ່ຽວກັບສິດທິມະນຸດແມ່ນເປົ້າໝາຍລວມໃຫ້ໝົດທຸກຊາດ ແລະ ປະເທດຊາດຕ້ອງສູ້ຊົນບັນລຸໃຫ້ໄດ້ເພື່ອແນໃສ່ເປົ້າໝາຍສຸດທ້າຍແມ່ນ ບຸກຄົນແຕ່ລະຄົນ, ແຕ່ລະອົງການຈັດຕັ້ງໃນສັງຄົມ, ຍາມໃດກໍ່ຈົດຈ່ຳບົດຖະແຫລງດ້ວຍການສຶກສາ ແລະ ການສິດສອນຈະມານະພະຍາຍາມຊຸກຍູ້ການເຄົາລົບສຳລັບບັນດາສິດ ແລະ ຄວາມເສລີພາບໂດຍພື້ນຖານ.

ການສຶກສາສິດທິມະນຸດຢູ່ ຫວຽດນາມ ໄດ້ຮັບການປະຕິບັດຢູ່ທຸກຂັ້ນແຕກຕ່າງກັນ ດ້ວຍຫລາຍຮູບການ, ວິທີການ,  ເປັນຫລາຍຮູບແບບ, ອຸດົມສົມບູນໂດຍອີງໃສ່ທັດສະນະຂອງພັກ ແລະ ລັດ ຫວຽດນາມ ກ່ຽວກັບສິດທິມະນຸດ. ເລື່ອງການສຶກສາສິດທິມະນຸດຢູ່ ຫວຽດນາມ ໄດ້ປະກອບສ່ວນຫລຸດຜ່ອນວິວັດການສ້າງລັດແຫ່ງກົດໝາຍ ສັງຄົມນິຍົມ, ສ້າງບັນດາເນື້ອໃນ, ຄຸນຄ່າຂອງລັດແຫ່ງກົດໝາຍ, ຮັບປະກັນໃຫ້ລັດແຫ່ງກົດໝາຍ ຫວຽດນາມໄດ້ສ້າງຂຶ້ນໃນພຶດຕິກຳຕົວຈິງ, ປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ເລື່ອງເຄົາລົບ ແລະ ປົກປ້ອງບັນດາສິດ ແລະ ຜົນປະໂຫຍດອັນຊອບທຳຂອງພົນລະເມືອງທຸກຄົນ.

ປະຈຸບັນ ຫວຽດນາມ ບັນລຸໄດ້ບັນດາຜົນງານເປັນຫນ້າຊື່ນຊົມໃນຂົງເຂດການສຶກສາສິດທິມະນຸດ, ສິດພົນລະເມືອງ; ພິເສດ ແມ່ນເລື່ອງສຶກສາສິດທິເດັກຕາມເນື້ອໃນສົນທິສັນຍາ ສປຊ ກ່ຽວກັບສິດທິເດັກ (CRC), ສຶກສາສິດທິແມ່ຍິງຕາມເນື້ອໃນຂອງສົນຕິສັນຍາຂອງ ສປຊ ກ່ຽວກັບການລົບລ້າງທຸກຮູບການຈຳແນກການປະພຶດຕໍ່ແມ່ຍິງ. ພັກ, ລັດ ໄດ້ວາງອອກແຜນນະໂຍບາຍ, ນະໂຍບາຍ ແລະ ມີຄວາມເອົາໃຈໃສ່ຊີ້ນຳໃນການປະຕິບັດການເຄື່ອນໄຫວການສຶກສາສິດທິມະນຸດ, ສິດພົນລະເມືອງຢູ່ ຫວຽດນາມ ພິເສດໃນການເຄື່ອນໄຫວການສຶກສາສິດທິເດັກ, ສິດທິແມ່ຍິງ. ຄວາມເອົາໃຈໃສ່ຊີ້ນຳດັ່ງກ່າວຂອງພັກ, ລັດ ສະແດງໃຫ້ເຫັນຢ່າງລະອຽດໃນການສ້າງບັນດາອົງການສະເພາະກິດກ່ຽວກັບການຄົ້ນຄ້ວາສິດທິມະນຸດ, ບັນດາອົງການສະເພາະກິດກ່ຽວກັບສິດທິແມ່ຍິງ, ສິດທິເດັກ. .. ບັນດາຜົນງານບັນລຸໄດ້ໃນການສຶກສາສິດທິແມ່ຍິງ, ສິດທິເດັກ ຢູ່ ຫວຽດນາມ ໄດ້ນຳມາໃຫ້ການສັງເກດໃຫມ່ຂອງໂລກ ແລະ ພາກພື້ນສຳລັບຫວຽດນາມ ຈາກນັ້ນສ້າງຄວາມສະດວກກວ່າໃຫ້ແກ່ ຫວຽດນາມໃນການເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ.

ການເຄື່ອນໄຫວສຶກສາສິດທິມະນຸດ, ສິດພົນລະເມືອງຢູ່ ຫວຽດນາມ ໃນໄລຍະຜ່ານມາ ໄດ້ປະກອບສ່ວນຍົກສູງຄວາມຮັບຮູ້, ສະຕິກ່ຽວກັບຄຸນຄ່າຂອງການເຄື່ອນໄຫວນີ້ໃນການສ້າງບຸກຄະລິກກະພາບຂອງຊາວ ຫວຽດນາມໃນສັງຄົມນິຍົມ ແລະ ຄວາມຈຳເປັນຕ້ອງເພີ່ມທະວີການເຄື່ອນໄຫວນີ້ໃນໄລຍະຈະມາເຖິງ.

ເພື່ອຊຸກຍູ້ການສຶກສາສິດທິມະນຸດ ຢູ່ ຫວຽດນາມ, ບັນດາອົງການທີ່ມີຫນ້າທີ່ຮັບຜິດຊອບພວມສ້າງບັນດາເອກະສານການສຶກສາສິດທິມະນຸດ, ສິດພົນລະເມືອງໃຫ້ແກ່ແຕ່ລະກຸ່ມອົງການ, ແຕ່ລະເປົ້າໝາຍສຶກສາຢ່າງລະອຽດ ບົນພື້ນຖານລັກສະນະລະບົບ, ລັກສະນະເຊື່ອມຕໍ່ຂອງເອກະສານ ແລະ ຮັບປະກັນການສະຫນິດຕິດພັນຂອງເນື້ອໃນການສຶກສາສິດທິມະນຸດ ແລະ ເນື້ອໃນການສຶກສາສິດພົນລະເມືອງ.

ຫວຽດນາມ ກໍ່ໄດ້ວາງອອກໂຄງການສຶກສາສິດທິມະນຸດ, ສິດພົນລະເມືອງເຂົ້າໃນລະບົບການສຶກສາຂອງລັດ ເພື່ອຮັບປະກັນຄວາມຮັບຜິດຊອບຂອງທັງອົງການຈັດຕັ້ງ ແລະ ເປົ້າໝາຍເຂົ້າຮ່ວມການສຶກສານີ້. ຫວຽດນາມ ກໍ່ໄດ້ເພີ່ມທະວີການບຳລຸງສ້າງຖັນແຖວພະນັກງານຫລັກແຫລ່ງ, ຄູອາຈານສະເພາະກິດເພື່ອແນໃສ່ນຳເນື້ອໃນກ່ຽວກັບສິດທິມະນຸດເຂົ້າໃນການສິດສອນຢ່າງເປັນທາງການໃນລະບົບການສຶກສາ. ການເຄື່ອນໄຫວຖະແຫລງຂ່າວ, ໂຄສະນາກ່ຽວກັບການສຶກສາສິດທິມະນຸດຜ່ານບັນດາພາຫະນະສື່ມວນຊົນກໍ່ໄດ້ຮັບການເພີ່ມທະວີ.

 ເພື່ອສ້າງໄດ້ແຫລ່ງກຳລັງທີ່ຈຳເປັນ ຕອບສະຫນອງໄດ້ຄວາມຮຽກຮ້ອງຕ້ອງການ, ຫນ້າທີ່ຂອງການເຄື່ອນໄຫວສຶກສາສິດທິມະນຸດ, ສິດພົນລະເມືອງໃນໄລຍະຈະມາເຖິງ ແລະ ທຸກປີ ລັດລ້ວນແຕ່ຈັດແບ່ງງົບປະມານຮັບໃຊ້ການເຄື່ອນໄຫວໂຄສະນາການສຶກສາ, ກອງປະຊຸມສຳມະນາວິທະຍາສາດກ່ຽວກັບສິດທິມະນຸດຢູ່ ຫວຽດນາມ. 

ຕອບກັບ

ຂ່າວ/ບົດ​ອື່ນ