ຊຸກຍູ້ການຮ່ວມມືກັບ ແບກຊິກ ແລະ ລັດຖະສະພາເອີລົບ

ຊຸກຍູ້ການຮ່ວມມືກັບ ແບກຊິກ ແລະ ລັດຖະສະພາເອີລົບ - ảnh 1
( ພາບ : http://baodientu.chinhphu.vn)

        ວັນ​ທີ 11/12, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮູ່ງ ​ແລະ ບັນດາ​ສະມາຊິກ​ໃນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ກັບ​ຄືນ​ເມືອ​ຮອດ​ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ຢ້ຽມຢາມ​ສັນຖະວະ​ໄມຕີ​ລາຊະ​ອານາຈັກ ​ແບນ​ຊິກ, ລັດຖະສະພາ​ເອີ​ລົບ ​ແລະ ລາຊະ​ອານາຈັກ​ອັງກິດ​ຢ່າງ​ເປັນ​ທາງ​ການ. ການ​ຢ້ຽມຢາມດັ່ງກ່າວ​ໄດ້​​ເປັນ​ການຢັ້ງຢືນ​ຄວາມ​ຕັດສິນ​ໃຈ​ຂອງ​ຫວຽດນາມ​ໃນ​ການ​ຊຸກຍູ້​ການ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ໃນ​ສະຫະພາບ​ເອີ​ລົບອີກ​ຄັ້ງ​ໜຶ່ງ, ​ເພື່​ອ​ແນ​ໃສ່​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ.

        ​ໃນ​ການພ​​ົບ​ປະ​ຄັ້ງ​ຕ່າງໆ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ, ບັນດາ​ການ​ນຳ​ອົງການ​ນິຕິບັນຍັດ ​ແລະ ​ເຈົ້າ​ຫນ້າ​ທີ່​ລັດຖະບານ​​ແບນ​ຊິກ, ອັງກິດ ​ແລະ ລັດຖະສະພາ​ເອີ​ລົບ​ຫລາຍ​ທ່ານ ​ໄດ້​ຕີ​ລາຄາ​ສູງ​​ການ​ພັດທະນາ​ຂອງ​ສາຍ​ພົວພັນ​ມິ​ດຕະພາບ ການ​ຮ່ວມ​ມື​ກັບ​ຫວຽດນາມ. ​ໃນ​ການ​ເຈລະຈາຕ່າງໆ, ສອງ​ຝ່າຍ​ໄດ້​ເຫັນ​ດີ​ຫລາຍ​ມາດ​ຕະການ​ຢ່າງ​ເລິກ​ເຊິ່ງ ​ແລະ ກວ້າງຂວາງ ​ເພື່ອ​ເພີ່ມ​ທະວີ​ການ​ພົວພັນ​ລັດຖະສະພາ ​ແລະ ການ​ຮ່ວມ​ມື​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ, ພ້ອມ​ທັງ​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື​ຫລາຍສະບັບ​ໃນ​ຫລາຍ​ຂົງ​ເຂດ. ການ​ນຳ​ຂັ້ນ​ສູງຂອງ​ແບນ​ຊິກ, ອັງກິດ ​ແລະ ລັດຖະສະພາ​ເອີ​ລົບ ລ້ວນ​ແຕ່​ຖື​ວ່າ: ການ​ຢ້ຽມຢາມ​ຂອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮູ່ງ ​ໄດ້​ປະກອບສ່ວນ​ຢ່າງ​ແທດ​ຈິງ​ເຂົ້າ​ໃນ​ການ​ຊຸກຍູ້​ບັນດາ​ສາຍ​ພົວພັນ​ທີ່​ມີ​ຢູ່​ແລ້ວ ​ແລະ ຢືນຢັນ ຈະ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ກັບ​ຫວຽດນາມ ​ໃນ​ຮັບ​ກາ​ນສອງ​ຝ່າຍ ​ແລະ ຫລາຍ​ຝ່າຍ ກໍ່​ຄື​ໃນ​ບັນດາ​ເວທີ​ປາ​ໄສ​ສາກົນ.

        ​ໃນ​ວາລະ​ປະຊຸມ​ລັດຖະສະພາ​ເອີ​ລົບ ຄັ້ງ​ທີ 9,​ ທ່ານ Werner Langen ປະທານ​ຄະນະ​ຜູ້​ແທນ​ຂອງ​ລັດຖະສະພາ​ເອີ​ລົບ ກ່ຽວ​ກັບ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ແລະ ອາ​ຊຽນ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຄວາ​ມມານະ​ພະຍາຍາມ​ຂອງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໃນ​ການ​ສ້າງລະບົບ​ກົດໝາຍ​ໃຫ້​ສົມບູນ​ແບບ ​ເພື່ອ​ຕອບ​ສະຫນອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ການ​ເຊື່ອ​ມ​ໂຍງ​ເຂົ້າ​ກັບ​ສາກົນ. ພ້ອມ​ກັນ​ນັ້ນ, ຍັງ​ສ​ະ​ເຫ​ນີ​ໃຫ້ສະພາ​ແຫ່ງ​ຊາດ​ຫວຽດນາມ ​ແລະ ລັດຖະສະພາ​ເອີ​ລົບ ສືບ​ຕໍ່​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ເພື່ອເພີ່ມທະວີການ​ປ່ຽນ​ແປງຂໍ້ມູນ​ຂ່າວສານ,​ ບົດຮຽນ​ດ້ານນິຕິບັນຍັດ, ປະ​ກອບ​ສ່ວນ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ, ພ​ິ​ເສດ​ແມ່ນ​​ໃນ​ດ້ານເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ.​ທ່ານ Werner Langen ​ເວົ້າວ່າ:

        “ພວກ​ຂ້າພະ​ເຈົ້າ​ຕີ​ລາຄາ​ສູງ​ຕໍ່​ເລື່ອງ ຫວຽດນາມ ​ໄດ້​ດຳ​ເນີນ​ການ​ປ່ຽນ​ແປ່​ງ​ໃຫມ່.​ອີ​ຢູ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະຍູ້​ແຮງ​ການ​ພົວພັນ​ກັບ​ຫວຽດນາມ ກວ່າ​ອີກ ​ແລະ ຈະ​ຫນູນ​ຊ່ວຍ​ຫວຽດນາມ ​ໃນ​ກາ​ນລົບ​ລ້າງ​ຄວາມ​ອຶດຫິວ ຫລຸດຜ່ອນ​ຄວາ​ມທຸກ​ຍາກ. ພວກ​ຂ້າພະ​ເຈົ້າ​ປາດ​ຖະຫນາ​ຢາກ​ ດຳ​ເນີນ​ການ​ເຈລະຈາ​ດ້ານການ​ຄ້າ​ເສລີ​ສອງ​ຝ່າຍ​ລະຫວ່າງ ຫວຽດນາມ ​ແລະ ອີ​ຢູ.​ ພວກ​ຂ້າພະ​ເຈົ້າ​ເຫັນ​ວ່າ ບັນດາ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ສອງ​ຝ່າຍຈະ​ສືບ​ຕໍ່​ໄດ້​ຮັບ​ການ​ເສີມ​ຂະຫຍາຍ ຖ້າ​ຫາກ​ສອງ​ຝ່າຍ​ມີ​ຂໍ້​ຕົກລົງ​ທີ່​ຂັນແຂງ​ກວ່າ ​ແລະ ມີ​ລະດັບ​ສູງ​ກວ່າ​ເພື່ອ​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນ​ຍາດັ່ງກ່າວ”

        ທີ່​ລາຊະ​ອານາຈັກ​ແບນ​ຊິກ,​ ບັນດາ​ການ​ນຳ​ສະພາ​ແຫ່ງ​ຊາດ ​ແລະ ລັດຖະບານ​ແບນ​ຊິກ ຢືນຢັນ​ວ່າ: ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ ຫວຽດນາມ ​ແລະ ​ແບ​ນຊິກ ພວມ​ພັດທະນາ​ຢ່າງ​ດີງາມ. ​​ແຕ່ເຖິງ​ຢ່າງ​ໃດ​ກໍ​ຕາມ, ສອງ​ຝ່າຍ​ຄວນ​ມານະ​ພະຍາຍາມ​ກວ່າ​ອີກ​ເພື່ອ​ລື່ນ​ກາຍ​ບັນດາ​ຂອບ​ເຂດ​ການ​ຮ່ວມ​ມື​ທີ່​ມີ​ຢູ່​ແລ້ວ. ​ໃນ​ນັ້ນ, ຄວນ​ຍູ້​​ແຮງ​ການ​ການ​ພົບ​ປະ​ແລກປ່ຽນ​ລະ​ຫວ່າງ​ວິ​ສາ​ຫະກິດ ​ແລະ ປະຊາຊົນ​ສອງ​ປະ​ເທດ​ຢ່າງ​ແຂງ​ແຮງ​ກວ່າ ​ເພື່ອ​ຍູ້​ແຮງ​ການ​ຮ່ວມ​ມື​ດ້ານເສດ​ຖະກິດ ​ແລະ ການ​ຄ້າ. ທ່ານ Mark Eyskens ລັດຖະມົນຕີ​ການ​ຕ່າງປະ​ເທດ ​ແບນ​ຊິກ ​ໄດ້​ເນັ້ນ​ຫນັກ​ວ່າ:

        “​ໃນ​ໄລຍະ​ທີ່ຜ່າ​ນມາ, ຫວຽດນາມ ມີ​ຄວາມ​ມານະ​ພະຍາຍາມ​ໃນ​ການ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ດ້ານເສດຖະກິດ​ກັບ​ບັນດາ​ປະ​ເທດ, ​ໃນ​ນັ້ນ ມີ​ແບນ​ຊິກ ​ແລະ​ ​ເພີ່ມ​ທະວີ​ການ​ໝູນ​ໃຊ້​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​​ໃຫມ່. ບັນດາ​ນັກ​ລົງທຶນ ​ແລະ ບັນດາ​ວິ​ສາ​ຫະກິດ​ແບນ​ຊິກ ຕີ​ລາຄາ​ສູງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ​ຂອງ​ຫວຽດນາມ ກໍ່​ຄື​ບັນດາ​ກາລະ​ໂອກາດ​ດຳ​ເນີນ​ທຸລະ​ກິດ​ຢູ່ ຫວຽດນາມ.​ ພວກ​ຂ້າພະ​ເຈົ້າ​ປາດ​ຖະຫນາ​ວ່າ: ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ​ແບນ​ຊິກ ຈະນັບ​ມື້​ນັບ​ພັດທະນາ​ຢ່າງ​ແຂງ​ແຮງ​ກວ່າອີກ”

        ທີ່​ລາຊະ​ອານາຈັກ ອັງກິດ, ທ່ານ Lindsay Hoyle ​ໄດ້​ເຫັນ​ດີ​ສະ​ເຫ​ນີຕໍ່​ບັນດາ​ອົງການ​ນິຕິ​ບັນຍັດ​ສອງ​ປະ​ເທດ ຊຸກຍູ້​ສອງ​ລັດຖະບານ​ແກ້​ໄຂ​ບັນດາ​ບັນຫາ​ທີ່​ຍັງ​ຄົງ​ຄ້າງໃນ​ການ​ພົວພັນດ້ານ​ເສດຖະກິດ​ການ​ຄ້າ ​ແລະ ການ​ລົງທຶນ, ​ເພື່ອ​ບັນລຸ​ໄດ້​ຈຸດໝາຍ​ທີ່​ສອງ​ລັດ​ໄດ້​ລົງ​ນາມ​ໃນ​ຖະ​ແຫລ​ງການ​ຮ່ວມ​ກ່ຽວ​ກັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ. ພ້ອມ​ກັນ​ນັ້ນ ​ເປັນ​ເອກະ​ພາບຕໍ່​ທັດ​ສະ​ນະ​​ມູ້​ງ​ໄປ​ເຖິງ​ການ​ສ້າງ​ຕັ້ງ​ຄະນະ​ກຳມະການ​ປະສົມ​ຂອງ​ສອງ​ປະ​ເທດ ບົນ​ພື້ນຖານ​ສ້າງ​ວິວັດ​ການ, ​ເນື້ອ​ໃນ​ລະອຽດ ​ເພື່ອ​ບັນລຸ​ໄດ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ລະຫວ່າງ​ສະຫະພັນ​ວິ​ສາ​ຫະກິດ ອັງກິດ ​ແລະ ຫວຽດນາມ, ​ເພື່ອ​ແກ້​ໄຂ​ສະພາບ​ຂາດ​ຂໍ້​ມູນ​ຂ່າວສານ, ຊຶ່ງ​ແມ່ນ​ຫນຶ່ງ​ໃນ​ບັນດາ​ສາຍ​ເຫດ​​ທີ່​ພາໃຫ້​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ລະຫວ່າງ​ສອງ​ປະ​ເທດ​ຖືກ​ຫລຸດ​ລົງ. ທ່ານ Lindsay Hoyle ​ເວົ້າ​ວ່າ:

        “ນີ້​ແມ່ນ​ການ​ຢ້ຽມຢາມ​​ທີ່ມີ​ຄວາມ​ສຳຄັນ​ຍິ່ງ​ສຳລັບສາຍ​ພົວພັນ​ຮ່ວມ​ມື​ອັນ​ດີງາ​ມ ລະຫວ່າງ ຫວຽດນາມ ​ແລະ ອັງກິດ. ອາດ​ເວົ້າ​ໄດ້​ວ່າ: ຖະ​ແຫລ​ງການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ ຫວຽດນາມ ​ແລະ ອັງກິດ ຊຶ່ງ​ໄດ້​ຮັບ​ການ​ລົງ​ນາມ​ໃນ​ປີ 2010 ກ​ໍ​ເປັນ​ຂີດ​ໝາຍ​ສຳຄັນທີ່​ສຸດ ​ແລະ ການ​ປະຕິບັດ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຂອງ​ພວກ​ເຮົາ ກໍ​ພັດທະນາ​ຢ່າງ​ຈົບງາມ​ໃນ 12 ​ເດືອນ​ຜ່ານ​ມາ. ຂ້າພະ​ເຈົ້າ​ປາດ​ຖະຫນາ​ວ່າ ຈະ​ໄດ້​ສືບ​ຕໍ່​ສ້າງສາ​ຍພົວພັນ​ຍາວ​ນານ​ກັບ​ຫວຽດນາມ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ຫວຽດນາມ​ໃນ​ທຸກ​ຂົງ​ເຂດ​ຄື: ​ເສດຖະກິດ, ການ​ເມືອງ, ການ​ຄ້າ, ວິທະຍາສາດ​ເຕັກ​ໂນ​ໂລ​ຊີ ​ແລະ ຮັບ​ມື​ກັບ​ການ​ປ່​ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຢ່າງ​ມີ​ປະສິດທິ​ຜົນ. ຂ້າພະ​ເຈົ້າ​ປາດ​ຖະຫນາ​ວ່າ: ສາຍ​ພົວພັນ​ຮ່ວມ​ມື​ນີ້ ລ້ວນ​ແຕ່​ເພື່ອ​ຜົນ​ປະ​ໂຫຍ​ດລວມຂອງ​ສອງ​ປະ​ເທດ”

        ຕາມ​ທ່ານ ​ເຈີ​ນວັນ​ຮັ່ງ, ຫົວຫນ້າ​ກຳມາ​ທິການ​ການ​ຕ່າງປະ​ເທດຂອງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ແລ​້ວ, ນອກຈາກ​ການ​ຊຸກຍູ​​້ການ​ພົວພັນ​ຮ່ວມ​ມື, ຜ່ານ​ການ​ຢ້ຽມຢາມ​ຄັ້ງ​ນີ້ ຄະນະ​ຜູ້​ແທນ​ຫວຽດນາມ ກໍ​ຊອກ​ຮູ້​​ບັນດາ​ສາຍ​ເຫດ, ຂໍ້​ຈຳກັດ​ໃນ​ການ​ຮ່ວມ​ມື​ເສດຖະກິດ, ການ​ຄ້າຕື່ມ​ອີກ ​ເພື່ອ​ຊອກ​ຫາ​ມາດ​ຕະການ​ແກ້​ໄຂ. ທ່ານ ​ເຈີ​ນວັນ​ຮັ່ງ ​ໄດ້​ເນັ້ນ​ຫນັກ​ວ່າ:

        “ຂ້າພະ​ເຈົ້າ​ມີ​ຄວາມ​ແປກ​ປະຫລາດ​ໃຈຕໍ່​ໝາກຜົນ​ທີ່​ບັນລຸ​ໄດ້​ແມ່ນ​ສູງ​ກວ່າ​ເມື່ອ​ທຽບ​ກັບ​ຄາດໝາຍ​ທີ່​ໄດ້​ວາງ​ອອກ. ບັນດາ​ປະ​ເທດ​ມີ​ຄວາມ​​ເອົາ​ໃຈ​ໃສ່ທີ່​ສຸດ​ເຖິງ​ການ​ພັດທະນາ​ເສດຖະກິດ. ໝາກຜົນ​​ແຫ່ງການ​ຢ້ຽມຢາມ​ຄັ້ງ​ນີ້​ນັ້ນແມ່ນ ພວກ​ເຮົາ​ໄດ້​ຈັດ​ຕັ້ງບັນດາ​ຫນ່ວຍ​​ເພື່ອນ​ມິດ​ຂອງ​ຫວຽດນາມ​ໃນ ອີ​ຢູ ນັ້ນ​ແມ່ນ​ບັນດາ​ເພື່ອ​ນມິດ​ທີ່​ສຸດ​ຈິດ​ສຸດ​ໃຈ, ສັດ​ຊື່ບໍລິສຸດ, ​​ເຕົ້າ​ໂຮມ​ກັນ​ເພື່ອ​​ເຮັດ​ແນວ​​ໃດ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ກັບ​ຫວຽດນາມ.“

​        ​ແລະ​ກໍ່​​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້ ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ມີ​ໂອກາດ​ແລກປ່ຽນ​ບົດຮຽນ​ໃນ​ບັນດາ​ຂົງ​ເຂດ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ ​ແລະ ຮັດ​ແຫນ້ນ​ການ​ຮ່ວມ​ມື​ທີ່​ສະໜິດຕິດ​ພັນ ​ແລະ ສາຍ​ພົວພັນ​ຮ່ວມ​ມື​ລະຫວ່າງ​ການ​ນຳ​ສະພາ​ແຫ່ງ​ຊາດ​ຫວຽດນາມ ກັບ​ການ​ນຳ​ລັດຖະສະພາ​ແບນ​ຊິກ, ອັງກິດ ​ແລະ ລັດຖະສະພາ​ເອີ​ລົບກ່ວາ​ອີກ, ຈາກ​ນັ້ນ ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ອົງການ​ນິຕິບັນຍັດ​ຫວຽດນາມ ກັບ​ບັນດາ​ປະ​ເທດ​ດັ່ງ​ກ່າວ.

                                                                                                                                   ຊົງ​ທາວ
ຂ່າວ/ບົດ​ອື່ນ