ຊຸກຍ​ູ້ກາ​ນຮ່ວມ​ມືຫຼາຍຝ່າຍ, ປັບປຸງ​ການ​ພົວພັນ​ສອງ​ຝ່າຍ

(VOVWORLD) -ຕອນເຊົ້າວັນທີ 27 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ອອກຈາກຮ່າໂນ້ຍ, ເດີນທາງໄປຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າໂລກ (G20) ຢູ່ ຍີ່ປຸ່ນ ໃນລະຫວ່າງວັນທີ 27 ມິຖຸນາ - 1 ກໍລະກົດ ຕາມຄໍາເຊີນຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe. ເລື່ອງເຂົ້າຮ່ວມກອງປະຊຸມສຸດຍອດ G20 ຄັ້ງນີ້ ໄດ້ຢັ້ງຢືນແຜນນະໂຍບາຍເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຂອງ ຫວຽດນາມ ພ້ອມທັງສະແດງໃຫ້ເຫັນການຮັບຮູ້ຂອງປະຊາຄົມສາກົນທີ່ມີຕໍ່ອິດທິພົນຊື່ສຽງ ແລະ ທີ່ຕັ້ງຂອງ ຫວຽດນາມ ສໍາລັບສັນຕິພາບ, ຄວາມໝັ້້ນຄົງ ແລະ ການພັດທະນາໃນພາກພື້ນ.

ນີ້ບໍ່ແມ່ນຄັ້ງທໍາອິດ ທີ່ຫວຽດນາມ ໄດ້ຮັບຄໍາເຊີນເຂົ້າຮ່ວມເຫດການສໍາຄັນທີ່ສຸດຂອງກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າໂລກ (G20). ປີ 2010, ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ G20 ເປັນຄັ້ງທໍາອິດ ດ້ວຍຖານະເປັນປະທານ ອາຊຽນ. ໃນຖານະເປັນປະເທດເຈົ້າພາບ ປີ APEC 2017, ຫວຽດນາມ ກໍເຊີນເຂົ້າຮ່ວມກອງປະຊຸມສຸດຍອດ G20 ແລະ ບັນດາການເຄື່ອນໄຫວທີ່ກ່ຽວຂ້ອງ ໃນປີປະເທດ ເຢຍລະມັນ ເປັນປະທານ. ທີ່ກອງປະຊຸມສຸດຍອດ G20 ຄັ້ງນີ້, ຫວຽດນາມ ແມ່ນ 1 ໃນ 8 ປະເທດຖືກເຊີນພິເສດຂອງປະເທດເຈົ້າພາບຍີ່ປຸ່ນ.

ເປັນເຈົ້າການປະກອບສ່ວນເພື່ອການຮ່ວມມືຫຼາຍຝ່າຍ

ກອງປະຊຸມສຸດຍອດ G20 ຄັ້ງນີ້ ຄາດວ່າຈະດໍາເນີນ 4 ວາລະປຶກສາຫາລືກ່ຽວກັບບັນຫາເສດຖະກິດທົ່ວໂລກ, ການຄ້າ, ການລົງທຶນ; ປ່ຽນແປງໃໝ່ປະດິດຄິດສ້າງ ແລະ ເສດຖະກິດດີຈີຕອນ; ການພັດທະນາແບບຍືນຍົງ, ວຽກເຮັດງານທໍາ, ແມ່ຍິງ, ສາທາລະນະສຸກ; ສິ່ງແວດລ້ອມ, ພະລັງງານ ແລະ ການປ່ຽນແປງຂອງດິນຟ້າອາກາດ.

ດ້ວຍຖານະເປັນແຂກຖືກເຊີນ, ຫວຽດນາມ ຈະເຂົ້າຮ່ວມບັນດາກອງປະຊຸມ ແລະ ວາລະປະຊຸມໃນຂອບເຂດກອງປະຊຸມ G20 ໃນປີ 2019; ເຂົ້າຮ່ວມການປຶກສາຫາລືທັງໝົດຢູ່ບັນດາວາລະປະຊຸມຂອງກອງປະຊຸມສຸດຍອດ ແລະ ປະກອບຄໍາເຫັນໃສ່ຮ່າງຖະແຫຼງການຮ່ວມຂອງກອງປະຊຸມ. ຄາດວ່າ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຈະມີບົດກ່າວປາໄສຢູ່ກອງປະຊຸມຄົບຄະນະຂອງກອງປະຊຸມສຸດຍອດ G20, ໃນນັ້ນ, ຈະແບ່ງປັນກ່ຽວກັບວິໄສທັດ, ແນວຄວາມຄິດຂອງການຮ່ວມມື ແລະ ຄວາມມານະພະຍາຍາມຂອງຫວຽດນາມ ໃນການແກ້ໄຂບັນດາບັນຫາເສດຖະກິດທົ່ວໂລກ ເພື່ອໂລກແຫ່ງສັນຕິພາບ, ວັດທະນາຖາວອນ ແລະ ບໍ່ໃຫ້ໃຜຖືກປະໄວ້ຢູ່ທາງຫຼັງ.

ຕາມທ່ານເອກອັກຄະລັດຖະທູດຫວຽດນາມ ປະຈໍາ ຍີ່ປຸ່ນ ຫວູຮົ່ງນາມ ແລ້ວ, 3 ບັນຫາຕົ້ນຕໍ ເຊິ່ງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ຖືເປັນສໍາຄັນ ແລະ ໄດ້ນໍາມາປຶກສາຫາລືຢູ່ກອງປະຊຸມຄັ້ງນີ້ ລວມມີ: ປະຕິຮູບອົງການການຄ້າໂລກ (WTO), ເສດຖະກິດດີຈີຕອນ ແລະ ສິ່ງແວດລ້ອມ, ພິເສດແມ່ນສິ່ງແວດລ້ອມຢູ່ທະເລ. ທັງ 3 ຫົວຂໍ້ເຫຼົ່ານັ້ນ ລ້ວນແຕ່ມີການກ່ຽວພັນຢ່າງສະໜິດແໜ້ນເຖິງຜົນປະໂຫຍດຂອງຫວຽດນາມ ແລະ ປັດຈຸບັນ, ຫວຽດນາມ ພວມຕັ້ງໜ້າເຂົ້າຮ່ວມການແກ້ໄຂ 3 ບັນຫາດັ່ງກ່າວ. ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈໍາ ຍີ່ປຸ່ນ ຫວູຮົ່ງນາມ ໃຫ້ຮູ້ວ່າ:

“ກ່ອນອື່ນໝົດ, ສໍາລັບບັນຫາເສລີດ້ານການຄ້າ, ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດເຂົ້າຮ່ວມ WTO ຊ້າກວ່າໝູ່ ແຕ່ເມື່ອເຂົ້າຮ່ວມ WTO ແລ້ວ, ຫວຽດນາມ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ. ທີສອງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແມ່ນຜູ້ທີ່ລິເລີ່ມ ເລື່ອງຫວຽດນາມ ຫັນປ່ຽນໄປສູ່ພື້ນຖານເສດຖະກິດ 4.0 ຢ່າງໄວວາ. ດ້ວຍຖານະເປັນຫົວໜ້າຄະນະຜູ້ແທນຫວຽດນາມທີ່ກອງປະຊຸມສຸດຍອດ G20 ຄັ້ງນີ້, ແນ່ນອນວ່າ ທ່ານນາຍົກລັດຖະມົນຕີ ຈະຕັ້ງໜ້າເຂົ້າຮ່ວມໃນບັນດາບັນຫາເສດຖະກິດດີຈີຕອນ. ທີສາມ, ຫວຽດນາມ ແມ່ນປະເທດທີ່ມີທະເລ ສະນັ້ນ ບັນດາສິ່ງເສດເຫຼືອປລາດສະຕິກ ທີ່ລ່ອງລອຍຢູ່ທະເລນັ້ນ ແມ່່ນມີໄພນາບຂູ່ເຖິງພື້ນຖານເສດຖະກິດທະເລຂອງຫວຽດນາມ. ດັ່ງນັ້ນ, ນີ້ແມ່ນບັນຫາທີ່ໃກ້ຊິດຕິດແທດກັບຫວຽດນາມ ແລະ ຂ້າພະເຈົ້າຖືວ່າ ບົດກ່າວປາໄສຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຈະໄດ້ເຕື້ອງເຖິງຫົວຂໍ້ນີ້”.

ປັບປຸງການຮ່ວມມື 2 ຝ່າຍ

        ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ G20 ຢູ່ Osaka, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ດຳເນີນການຢ້ຽມຢາມ ຍີ່ປຸ່ນ. ການຢ້ຽມຢາມຖືກດຳເນີນໄປໃນສະພາບການພົວພັນລະຫວ່າງ ຫວຽດນາມ - ຍີ່ປຸ່ນ ພວມພັດທະນາຢ່າງວ່ອງໄວ. 2 ປະເທດຫາກໍ່ຈັດຕັ້ງພິທີສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (2018) ແລະ ປັດຈຸບັນມີບັນດາກົນໄກຮ່ວມມືສຳຄັນຄື: ຄະນະກຳມະການຮ່ວມມື ຫວຽດນາມ - ຍີ່ປຸ່ນ; ການເຈລະຈາຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຍີ່ປຸ່ນ ກ່ຽວກັບການທູດ - ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ; ການເຈລະຈານະໂຍບາຍປ້ອງກັນຊາດ ຫວຽດນາມ - ຍີ່ປຸ່ນ; ຄະນະກຳມະການປະສົມກ່ຽວກັບການຄ້າ, ພະລັງງານ ແລະ ອຸດສາຫະຫຳ; ການເຈລະຈາກະສິກຳ…

        ກ່ຽວກັບການຮ່ວມມືດ້ານເສດຖະກິດ, ຍອດວົງເງິນການຄ້າລະຫວ່າງ 2 ປະເທດໃນ 5 ເດືອນຕົ້ນປີ 2019 ບັນລຸກ່ວາ 15 ຕື້ USD (ເພີ່ມຂຶ້ນ 3,2% ເມື່ອທຽບໃສ່ໄລຍະດຽວກັນປີ 2018). ການສະສົມຮອດເດືອນ ພຶດສະພາ - 2019, ຍີ່ປຸ່ນ ມີ ກ່ວາ 4.000 ໂຄງການ FDI ທີ່ຍັງມີຜົນສັກສິດຢູ່ ຫວຽດນາມ ດ້ວຍຍອດເງິນລົງທຶນຈົດທະບຽນເກືອບ 58 ຕື້ USD, ຢືນອັນດັບທີ 2 ໃນຈຳນວນ 116 ປະເທດ ແລະ ເຂດແຄ້ວນທີ່ມີການລົງທຶນເຂົ້າ ຫວຽດນາມ. ນອກນັ້ນ, 2 ປະເທດຍັງຮ່ວມມືໃນຫລາຍຂົງເຂດຄື: ກະສິກຳ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການຮ່ວມມືດ້ານແຮງງານ, ການສຶກສາ, ການທ່ອງທ່ຽວ…ນີ້ແມ່ນພື້ນຖານສະດວກເພື່ອໃຫ້ການພົວພັນລະຫວ່າງ ຫວຽດນາມ - ຍີ່ປຸ່ນ ສືບຕໍ່ພັດທະນາໃນໄລຍະຈະມາເຖິງ. ທ່ານເອກອັກຄະລັດຖະທູດ ຫວູຮົ່ງນາມ ໃຫ້ຂໍ້ສັງເກດວ່າ:

        “ຂ້າພະເຈົ້າຖືວ່າ ການພົວພັນລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ຈະສືບຕໍ່ພັດທະນາໄວ ແລະ ແຮງກ່ວາອີກ ໃນ 2 ແງ່ມູມ. ທີໜຶ່ງແມ່ນ, ພວກເຮົາອາດຈະເຫັນໄດ້ຢ່າງຊັດເຈນກ່ຽວກັບດ້ານການເມືອງ ເຊິ່ງ ຍີ່ປຸ່ນ ຖື ຫວຽດນາມ ຄືສະມາຊິກສຳຄັນໃນລະບົບຂອງ G20 ກໍ່ຄືໃນພື້ນຖານການເມືອງ - ເສດຖະກິດໂລກ. ບັນຫາທີສອງແມ່ນ, ຂ້າພະເຈົ້າຖືວ່າ: ຈະສ້າງພື້ນຖານໝັ້ນຄົງໃຫ້ແກ່ການພົວພັນ 2 ປະເທດພັດທະນາໄວກ່ວາ, ນັ້ນແມ່ນສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP). ໃນໄລຍະຈະມາເຖິງ, ບັນດາວິສາຫະກິດ ຫວຽດນາມ ຈະມີຄວາມລື້ງເຄີຍກັບບັນດາເງື່ອນໄຂຂອງ CPTPP ແລະ ເຂົ້າຮ່ວມຫລາຍກ່ວາອີກນັ້ນ ການແລກປ່ຽນການຄ້າລະຫວ່າງ 2 ປະເທດ ຈະເພີ່ມຂື້ຶ້ນຫລາຍກ່ວາ.

        ການໄປເຂົ້າຮ່ວມກອງປະຊຸມສຸດຍອດ G20 ແລະ ຢ້ຽມຢາມ ຍີ່ປຸ່ນຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃນຄັ້ງນີ້ ຈະປະກອບສ່ວນສຳຄັນເຂົ້າໃນການຢັ້ງຢືນແຜນນະໂຍບາຍ, ແນວທາງການພົວພັນຕ່າງປະເທດ ໂດຍກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກກອມມູນິດ ຫວຽດນາມ ຄັ້ງທີ 12 ວາງອອກ, ເປັນເຈົ້າການເຂົ້າຮ່ວມ ແລະ ເສີມຂະຫຍາຍທີ່ຕັ້ງບົດບາດຢູ່ບັນດາກົນໄກຫລາຍຝ່າຍ, ຢັ້ງຢືນການປະກອບສ່ວນຢ່າງຕັ້ງໜ້າຂອງ ຫວຽດນາມ ໃນການແກ້ໄຂບັນດາບັນຫາທົ່ວໂລກ. ພ້ອມກັນນັ້ນ ການຢ້ຽມຢາມກໍ່ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ໃຫ້ນັບມື້ນັບພັດທະນາຢ່າງເລິກເຊິ່ງກ້ວາງຂວາງ./.

ຕອບກັບ

ຂ່າວ/ບົດ​ອື່ນ