ຊຸກຍູ້ການຮ່ວມມືອະນຸພາກພື້ນແມ່ນ້ຳຂອງ


(vovworld)- ໃນ​ວັນ​ທີ 22  ແລະ 23/6, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ນຳ​ຫນ້າ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸ​ມ​ສຸດຍອດ​ການ​ຮ່ວມ​ມື ກຳ​ປູ​ເຈຍ - ລາວ - ມຽນ​ມາ- ຫວຽດ​ນາມ ຄັ້ງ​ທີ 7 ແລະ ກອງ​ປະ​ຊຸມ​ສຸດຍອດ ຍຸດ​ທະ​ສາດ​ເສດ​ຖະ​ກິດ Ayeyawady ChaoPhraya- Mekong (ເອ​ຢາ​ວາ​ດີ -ເຈົ້າ​ພະ​ຍາ- ແມ່​ນ້ຳ​ຂອງ)  ຄັ້ງ​ທີ 6 ທີ່​ມຽນ​ມາ. ເຂົ້າ​ຮ່ວມ​ບັນ​ດາ​ກອງ​ປະ​ຊຸ​ມ​ດັ່ງ​ກ່າວ, ຫວຽດ​ນາມ ຢືນ​ຢັນ​ຄວາມ​ຕັດ​ສິນ​ໃຈ ຍູ້​ແຮງ ແລະ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ບັ​ນ​ດາຂົງ​ເຂດຄື: ການ​ຄ້າ ແລະ ການ​ລົງ​ທຶນ, ເຊື່ອມ​ຈອດ​ພາກ​ພື້ນ, ພັດ​ທະ​ນາ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ ແລະ ປັບ​ປຸງ​ການ​ພົວ​ພັນ​ກັບ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ.

ຊຸກຍູ້ການຮ່ວມມືອະນຸພາກພື້ນແມ່ນ້ຳຂອງ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ນຳ​ຫນ້າ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸ​ມ​ສຸດຍອດ​ການ​ຮ່ວມ​ມື ກຳ​ປູ​ເຈຍ - ລາວ - ມຽນ​ມາ- ຫວຽດ​ນາມ ຄັ້ງ​ທີ  7 ຢູ່ ມຽນ​ມາ
ພາບ:baomoi.com

        ຄວາມ​ຈິງ​, ໃນ​ 10 ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ, GDP ຂອງ​ກຸ່ມ 6 ປະ​ເທດ​ສະ​ມາ​ຊິກ​ເກົ່າ ລວມ​ມີ: ອິນ​ໂດ​ເນ​ເຊຍ, ບ​ຣູ​ໄນ, ໄທ, ມາ​ເລ​ເຊຍ, ສິງ​ກະ​ໂປ, ຟິ​ລີບ​ປີນ ແລະ 4 ປະ​ເທດ ສະ​ມາ​ຊິກ​ໃຫ​ມ່ ລ​ວມ​ມີ: ກຳ​ປູ​ເຈຍ, ລາວ, ມຽນ​ມາ, ຫວຽດ​ນາມ ມີ​ຄວາມ​ຜິດ​​ດ່​ຽງ​ໃຫຍ່​ພໍ​ສົມ​ຄວນ. ຄຽງ​ຄູ່​ກັນ​ນັ້ນ, ຂອບ​ຂະ​ຫນາດ​ຕະ​ຫລາດ ແລະ ໂຄງ​ປະ​ກອບ​ຂອງ​ບັນ​ດາ​ຂະ​ແຫນງ​ເສດ​ຖະ​ກິດ​ໃນ​ບັນ​ດາ​ປະ​ເທດ ອາ​ຊຽນ ກໍ​ມີ​ຄວາມ​ແຕກ​ຕ່າງ ແລະ ຄວາມ​ຜິດ​ດ່​ຽງ. ເພາະ​ສະ​ນັ້ນ, ຄວາມ​ຜິດ​ໂຕນການ​ພັດ​ທະ​ນາ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ພວມ​ເປັນ​ສິ່ງ​ກີດ​ຂວາງ​ຕົ້ນ​ຕໍ​ສຳ​ລັບ​ອ​ະ​ນາ​ຄົດ​ແຫ່ງ​ການ​ພັດ​ທະ​ນາ​ຂອງ​ອາ​ຊຽນ, ເປັນ​ຕົ້ນ​ໃນ​ສະ​ພາບ​ການ ອາ​ຊຽນ ສຳ​ເລັດ​ຄາດ​ໝາຍ​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ​ໃນ​ທ້າຍ​ປີນີ້. ສະ​ນັ້ນ ກົນ​ໄກ​ການ​ຮ່ວມ​ມື ກຳ​ປູ​ເຈຍ -ລາວ -ມຽນ​ມາ-ຫວຽດ​ນາມ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຕອບ​ສະ​ຫນອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຢ່າງ​ພາ​ວະ​ວິ​ໄສ​ຂອງ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ອະນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ ແລະ ອາ​ຊຽນ.

       ກົນ​ໄກ​ຮ່ວມ​ມື​ພວມ​ເສີມ​ຂະ​ຫຍາຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ

       ​ກອງ​ປະ​ຊຸມ​​ສຸດຍອດ​ການ​ຮ່ວມ​ມື ກຳ​ປູ​ເຈຍ - ລາວ -ມຽນ​ມາ- ຫວຽດ​ນາມ ຄັ້ງ​ທຳ​ອິດແມ່ນ​ຈັດ​ຂຶ້ນ​ຢູ່ ນະ​ຄອນ​ຫລວງ ວຽງ​ຈັນ​ ໃນ​ທ້າຍ​ປີ 2004 ແລະ ຕໍ່​ມາ​ແມ​່ນ​ດຳ​ເນີນ​​ຢູ່ ມາ​ເລ​ເຊຍ, ຟິ​ລິບ​ປີນ, ຫວຽດ​ນາມ, ກຳ​ປູ​ເຈຍ, ລາວ, ສ່ວນ ກອງ​ປະ​ຊຸມ​ຄັ້ງ​ທີ 7 ນີ້ ແມ່ນ​ຖືກ​ຈັດ​ຂຶ້ນ​ຢູ່ ມຽນ​ມາ. ອາດ​ຈະ​ເຫັນ​ໄດ້​ວ່າ ຈຸດ​ພົ້ນ​ເດັ່ນ​ຜ່ານ​​ກອງ​ປະ​ຊຸມຄັ້ງ​ຕ່າງໆ ແມ່ນ​ຄຳ​ໝັ້ນ​ສັນ​ຍາ​ດ້ານ​ການ​ເມືອງ​ຢ່າງ​ແຮງ​ຂອງ​ບັນ​ດາ​ປະ​ເທດ​ກ່ຽ​ວ​ຂ້ອງ, ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ເຊື່ອມ​ຕໍ່​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ, ກະ​ສິ​ກຳ, ອຸດ​ສາ​ຫະ​ກຳ, ການ​ທ່ອງ​ທ່ຽວ, ສາ​ທາ​ລະ​ນະ​ສຸກ, ສິ່ງ​ແວດ​ລ້ອມ, ພະ​ລັງ​ງານ, ບຳ​ລຸງ​ສ້າງ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ.

        ສຳ​ລັບ ກວ່າ 200 ໂຄງ​ການ ພວມ​ໄດ້​ຮັບ​ການ​ປະ​ຕິ​ບັດ, ສຸ​ມ​ໃສ່​ເຂົ້າ​ໃນ​ບັນ​ດາ​ຂົງ​ເຂດ​ພັດ​ທະ​ນາ​ພຶ້ື້ນ​ຖານ​ໂຄງ​ລ່າງ, ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ, ພັດ​ທະ​ນາ​ພື້ນ​ຖານ​ເຊື່ອມ​ໂຍງ​ດ້ານ​ເສດ​ຖະ​ກິດ, ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ ແລະ ໂທ​ລະ​ຄົມ​ມະ​ນາ​ຄົມ, ພັດ​ທະ​ນາ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ກຸ່ມ 4 ປະ​ເທດ: ຫວຽດ​ນາມ - ລາວ -ມຽນ​ມາ - ກຳ​ປູ​ເຈຍ  ໄດ້ ແລະ ພວມ​ບັນ​ລຸ​ຫລາຍ​ໝາກ​ຜົນ​ໃນ​ການ​ລົບ​ລ້າງ​ຄວາມ​ອຶດ​ຫິວ​ຫລຸ​ດ​ຜ່ອນ​ຄວາມ​ທຸກ​ຍາກ, ປັບ​ປຸງ​ສະ​ພາບ​ແວດ​ລ້ອມ ແລະ ຊຸກ​ຍູ້​ການ​ທ່ອງ​ທ່ຽວ​ພາຍ​ໃນ​ກຸ່ມ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເພື່ອ​ໃຫ້​ບັນ​ດາ​ປະ​ເທດ​ດັ່ງ​ກ່າວ​ພັດ​ທະ​ນາ​ຢ່າງວ່ອງ​ໄວ, ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂວາງ ຄວນ​ຍາດ​ແຍ່ງ​ຄວາມ​ສ​າ​ມາດ​ບົ່ມ​ຊ້ອນ​ການ​ຮ່ວມ​ມື​ພາຍ​ໃນ​ກຸ່ມ​ຢ່າງ​ສຸດ​ຂີດ. ​ກອງ​ປະ​ຊຸມ​ສຸດຍອດ​ການ​ຮ່ວມ​ມື ກຳ​ປູ​ເຈຍ - ລາວ -ມຽນ​ມາ- ຫວຽດ​ນາມ ຄັ້ງ​ທີ 7 ຖືກ​ຈັດ​ຂຶ້ນ​ຢູ່ ມຽນ​ມາ ຄັ້ງ​ນີ້ ແມ່ນ​ສຸມ​ໃສ່ສຳ​ຫລວດກວດ​ຄືນ​ສະ​ພາບ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ແຜນ​ການ, ປຶກ​ສາ​ຫາ​ລື​ບາງ​ຂົງ​ເຂດ​ຮ່ວມ​ມື​ລະ​ອຽດ ກໍ​ຄື ທິດ​ທາງ​ຍູ້​ແຮງ​ການ​ຮ່ວມ​ມື​ໃນ​​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ. ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ​ບັນ​ດາ​ປະ​ເທດ​ດັ່ງ​ກ່າວ, ກອງ​ປະ​ຊຸມ​ຄັ້ງ​ນີ້​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ການ​ນຳ​ຕັດ​ສິນ​ຫລາຍ​ບັນ​ຫາ​ໃຫຍ່ ແລະ ເປັນ​ເອກ​ະ​ພາບ​ກຳ​ນົດ​ທິດ​ການ​ຮ່ວມ​ມື​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ເປັນ​ຕົ້ນ​ແມ່ນ​ສຸມ​ໃສ່​ເຂົ້າ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ, ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ, ກະ​ສິ​ກຳ, ອຸດ​ສາ​ຫະ​ກຳ ແລະ ພະ​ລັງ​ງານ, ການ​ທ່ອງ​ທ່ຽວ, ພັດ​ທະ​ນາ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ ຜ່ານ​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ໃນ​ແຕ່​ລະ​ຂົງ​ເຂດ​ກໍ​ຄື​ສົ່ງ​ເສີມ, ດຶງ​ດູດ​ບັນ​ດາ​ແຫລ່ງ​ກຳ​ລັງ​ສາ​ກົນ​ເຂົ້າ​ຮ່ວມ​ວິ​ວັດ​ການ​ຮ່ວມ​ມື​ພັດ​ທະ​ນາ.

       ຫວຽດ​ນາມ​ຕັ້ງ​ຫນ້າ​ຊຸກ​ຍູ້​ການ​ຮ່ວມ​ມື​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ

        ໃນ​ໄລ​ຍະ​ຜ່ານ​ມາ, ຫວຽດ​ນາມ ໄດ້​ເປັນ​ເຈົ້າ​ການ ແລະ​ຕັ້ງຫນ້າ​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ຂອງ​ກົນ​ໄກ​ນີ້, ສວ​ມ​ບົດ​ບາດ​ຫລັກ​ແຫລ່ງ​ໃນ​ການ​ສ້າງ​ບັນ​ດາ​ໂຄງ​ການ​ດຳ​ເນີນ​ງານ​ປະ​ຈຳ​ປີ​ຂອງ​ການ​ຮ່ວມ​ມື​ອະ​ນ​ຸ​ພ​າ​ກ​ພື້ນ​ແມ່​ນ້ຳ​ຂອງ, ສະ​ເຫນີ​ບາງ​ຂໍ້​ລິ​ເລິ່ມ ເພື່ອ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ພ​ິ​ເສດ ປີ 2013-2014, ຫວຽດ​ນາມ ຮັບ​ບົດ​ບາດ​ເປັນ​ປ​ະ​ທານ​ກຸ່ມ​ວຽກ​ງານ Marketing  ແລະ ສື່​ສານ ໃນ​ການ​ເຊື່ອມ​ຕໍ່​ພື້ນ​ຖານ​ໂຄງ​ລ່າງ​ທ່ອງ​ທ່ຽວ​ອາ​ຊຽນ.

        ທີ່ກອງ​ປະ​ຊຸມ​ຄັ້ງ​ນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ເຕີນ​ຢູງ ພ້ອມ​ກັບ​ບັນ​ດາ​ການ​ນຳ ຈະ​ສຳ​ຫລວດກວດ​ຄືນ​ວິ​ວັດ​ການ​ຜັນ​ຂະ​ຫຍາຍ 10 ກົນ​ໄກ​ຮ່ວມ​ມື​ແມ່​ນ້ຳ​ຂອງ ຕິດ​ພັນ​ກັບ​ວິ​ວັດ​ການ​ຮ່ວມ​ມື​ສອງ​ຝ່າຍ​ລະ​ຫວ່າງ​ບັນ​ດາ​ປະ​ເທດ ແລະ ຊຸກ​ຍູ້​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ທັງ​ ອະ​ນ​ຸ​ພ​າ​ກ​ພື້ນ​ແມ່​ນ້ຳ​ຂອງ, ຕີ​ລາ​ຄາ​ບັນ​ດາ​ກົນ​ໄກ​ຮ່ວມ​ມື​ກັບ​ບັນ​ດາ​ຄູ​່​ຮ່ວມ​ມື​ຄື: ອາ​ເມ​ລິ​ກາ, ຍີ່​ປຸ່ນ, ສ​ເກົາ​ຫລີ, ທະ​ນາ​ຄານ​ພັດ​ທະ​ນາ ອາ​ຊ​ີ (ADB).

        ​ແລະ ຢູ່ ມຽນ​ມາ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸ​ມ​ສຸດຍອດ ຍຸດ​ທະ​ສາດ​ເສດ​ຖະ​ກິດ Ayeyawady – ChaoPhraya- Mekong (ACMECS). ນີ້​ແມ່ນ​ຂອບ​ເຂດ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ລວມ​ມີ 5 ປະ​ເທດ​ຄື: ກຳ​ປູ​ເຈຍ, ລາວ, ມຽນ​ມາ, ໄທ ແລະ ຫວຽດ​ນາມ ເພື່ອ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ຮ່ວມ ແລະ ສອງ​ຝ່າຍ ແນ​ໃສ່​ຂຸດ​ຄົ້ນ ແລະ ເສີມ​ຂະ​ຫຍາຍ​ທ່າ​ໄດ້​ປຽບ​ການ​ປຽບ​ທຽບ​ລະ​ຫວ່າງ​ບັນ​ດາ​ເຂດ, ບັນ​ດາ​ປະ​ເທດ​ສະ​ມາ​ຊິກ, ຍົກ​ສູງ​ກຳ​ລັງ​ແກ້ງ​ແຍ້ງ ແລະ ຮັດ​ແຄບ​ຊ່ອງ​ຫວ່າງ​ແຫ່ງ​ການ​ພັດ​ທະ​ນາ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງພ້ອມ​ກັບ​ບັນ​ດາ​ການ​ນຳ ກຳ​ປູ​ເຈຍ, ລາວ, ມຽນ​ມາ ແລະ ໄທ ຕີ​ລາ​ຄາ​ໝາກ​ຜົນ​ກາ​ນ​ປະ​ຕິ​ບັດ​ໂຄງ​ການ​ດຳ​ເນີນ​ງານ ACMECS ໄລ​ຍະ 2013-2015 ໃນ​ບັນ​ດາ​ຂົງ​ເຂດ​ຮ່ວມ​ມື​ຄື: ອຸ​ດ​ສາ​ຫະ​ກຳ, ພະ​ລັງ​ງານ, ການ​ທ່ອງ​ທ່ຽວ, ການ​ຄ້າ, ການ​ລົງ​ທຶນ, ກະ​ສິ​ກຳ, ພັດ​ທະ​ນາ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ເຊື່ອມ​ຕໍ່​ຄົມ​ມະ​ນາ​ຄົມ, ສາ​ທາ​ລະ​ນະ​ສຸກ, ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ ແລະ ສິ່ງ​ແວດ​ລ້ອມ ເພື່ອ​ຕິດ​ພັນ​ກາ​ນ​ຮ່ວມ​ມື ACMECS ກັບ​ວິ​ວັດ​ການ​ສ້າງ​ປະ​ຊາ​ຄົມ​ເສດ​ຖະ​ກິດ ອາ​ຊຽນ 2015 ແລະ ປະ​ຕິ​ບັດ​ແຜນ​ການ​ສັງ​ລວມ​ກ່ຽວ​ກັບ​ການ​ເຊື່ອມ​ຈອດ ອາ​ຊຽນ. ບົນ​ພື້ນ​ຖານນີ້ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈະ​ພ້ອມ​ກັບ​ບັນ​ດາ​ການ​ນຳ​ເປັນ​ເອ​ກະ​ພາບ​ທິດ​ທາງ, ຄາດ​ໝາຍ ແລະ ບັນ​ດາ​ຂົງ​ເຂດ, ໂຄງ​ການ​ບຸ​ລິ​ມະ​ສິດ​ຄວນ​ຍູ້​ແຮງ​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ກໍ​ຄື​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ພັດ​ທະ​ນາ, ເປັນ​ຕົ້ນ​ໃນ​ສະ​ພາບ​ການ​ປະ​ຊາ​ຄົມ​ອາ​ຊຽນ​ສ້າງ​ຕັ້ງ​ສຳ​ເລັດ​ໃນ​ທ້າຍ​ປີນີ້.

        ເຂົ້າ​ຮ່ວມ​ບັນ​ດາ​ກອງ​ປະ​ຊຸມ, ຫວຽດ​ນາມບໍ່ພຽງ​ແຕ່​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດ​ສິນ​ໃຈ​ປະ​ຕິ​ບັດ​ບັນ​ດາ​ກົນ​ໄກ​ຮ່ວມ​ມື​ສຳ​ຄັນ​ນີ້ ຫາກ​ຍັງ ​ຍູ້​ແຮງ​ການ​ຮ່ວມ​ມືດ້ານ​ການ​ຄ້າ, ການ​ລົງ​ທຶນ, ການ​ເຊື່ອມ​ຕໍ່​ພາກ​ພື້ນ, ຮັກ​ສາ​ແຫລ່ງ​ນ້ຳ, ພັ​ດ​ທະ​ນາ​ແຫ່​ລງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ລະ​ຫວ່າງ​ບັນ​ດາ​ປະ​ເທດ, ປະ​ກອບ​ສ່ວນ​ຍົກ​ສູງ​ບົດ​ບາດ, ທີ່​ຕັ້ງ​ຂອງ​ຫວຽດ​ນາມ, ສືບ​ຕໍ່​ສະ​ແດງ​ໃຫ້​ເຫັນ​ບົດ​ບາດ​ຊຸກ​ຍູ້​ການ​ຮ່ວມ​ມື​ແມ່​ນ້ຳ​ຂອງ​ກໍ​ຄ​ື​ປັບ​ປຸງ​ການ​ພົວ​ພັນ ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ​ເວົ້​າ​ລວ​ມ ແລະ ກັບ ມຽນ​ມາ ເວົ້າ​ສະ​ເພາະ.

ຕອບກັບ

ຂ່າວ/ບົດ​ອື່ນ