ຊຸກຍູ້ການຮ່ວມມືຮອບດ້ານຫວຽດນາມ -ລາວ


(vovworld)- ວັນ​ທີ 23/3, ໂດຍ​ຮັບ​ຄຳ​ເຊີນ​ຂອງ​ທ່ານ ຈູມ​ມາ​ລີ ໄຊ​ຍະ​ສອນ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ, ປະ​ທານ​ປະ​ເທດ​ລາວ ແລະ ພັນ​ລະ​ຍາ,  ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີນ​ຊາງ ພ​້ອມ​ດ້ວຍ​ພັນ​ລະ​ຍາ ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ສ​ປ​ປ ລາວ. ນີ້​ແມ່ນ​ເຫດ​ການ​ມີ​ຄວາມ​ໝາຍ​ໃນ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ, ປະ​ກອບ​ສ່ວນ​ປັບ​ປຸງ ແລະ​ຮັດ​ແຫນ້ນ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ແບບ​ພິ​ເສດ ຫວຽດ​ນາມ - ລາວ. ບົດ​ຂຽນ​ຂອງ​ນັກ​ຂ່າວ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ທີ່​ມີ​ຫົວ​ຂໍ້​ວ່າ: ຊຸກ​ຍູ້​ການ​ຮ່ວມ​ມື​ຮອບ​ດ້ານ​ຫວຽດ​ນາມ -ລາວ

ຊຸກຍູ້ການຮ່ວມມືຮອບດ້ານຫວຽດນາມ -ລາວ - ảnh 1
ທ່ານ​​​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານປະ​ເທດລາວຈູມ​ມາ​ລີ
 ໄຊ​ຍະ​ສອນ ແລະ ທ່ານ​ປະ​ທານ​ປະ​ເທດຫວຽດ​ນາມ
​ເຈືອງ​ເຕີນ​ຊ​າງໃນ​ການ​ຢ້ຽມ​ຢາມ​ສ​ປ​ປ​ລາວເມື່ອ​ປີ 2012
ພ​າບ:vov

        ນີ້​ແມ່ນ​ການ​ຢ້ຽມ​ຢາມ ສ​ປ​ປ ລາວ ຄັ້ງ​ທີ 3 ຂອງ​ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ເຈືອງ​ເຕີນ​ຊາງ, ພາ​ຍ​ຫລັງ​ການ​ຢ້ຽມ​ຢາມ​ເມື່ອ​ເດືອນ 2/2012 ແລະ ເດືອນ 11/2013. ການ​ຢ້ຽມ​ຢາມແມ່ນຢັ້ງ​ຢືນ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ລາວ, ພ້ອມ​ທັງ​ຍູ້​ແຮງ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ທຸກ​ຂົງ​ເຂດ ຈາກ​ການ​ເມືອງ, ການ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ການ​ຄ້າ, ການ​ລົງ​ທຶນ​ຕະ​ຫລອດ​ຮອດ​ວັດ​ທະ​ນະ​ທຳ, ການ​ສຶກ​ສາ​ບຳ​ລຸງ​ສ້າງ.

       ມູນ​ເຊື້ອ​ມິດ​ຕະ​ພາບ​ໝັ້ນ​ຄົງສະ​ຫນິດ​ແຫນ້ນ

       ຫວນ​ຄືນ​ໄລ​ຍະກວ່າ​ເຄິ່ງ​ສັດ​ຕະ​ວັດ ນັບ​ແຕ່​ເມື່ອ​ສອງ​ປະ​ເທດ​ສ້າງ​ການ​ພົວ​ພັນ​ທາງ​ການ​ທູດ​ໃນ​ວັນ​ທີ 5/9/1962, ສາຍ​ພົວ​ພັນ​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ​ຫວຽດ​ນາມ - ລາວ ໂດຍ​ທ່ານ​ປະ​ທານ​ໂຮ່​ຈິ​ມີນ ແລະ ທ່ານ​ປະ​ທານ ໄກ​ສອນ ພົມ​ວິ​ຫານ ກໍ່​ຕັ້ງ ແລະ ການ​ສືບ​ທອດນຳ​ລຸ້ນ​ຕ່າງ​ຂອງ​ສອງ​ພັກ, ສອງ​ລັດ ພ້ອມ​ກັບ​ປະ​ຊາ​ຊົນ​ສອງ​ປະ​ເທດ, ເພີ່ມ​ພູນ​ຄູນ​ສ້າງ. ກວ່າ 50 ປີ​ຜ່ານ​ມາ, ສາຍ​ພົວ​ພັນ​ສະ​ຫນິດ​ຕິດ​ພັນ​ນັ້ນ ໄດ້​ກາຍ​ເປັນ​ແບບ​ຢ່າງກ່ຽວ​ກັບ​ຄວ​າມ​ສັດ​ຊື່​ບໍ​ລິ​ສັດ​ຜຸດ​ຜ່ອງ ກ່ຽວ​ກັບ​ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບ​ດ້ານ ແລະ ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ​້​ເນັ້​ນ​ຫນັກ​ວ່າ:

        “ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ລາວ ໄດ້​ຮັບ​ການ​ສ້າງ​ຂຶ້ນ​ດ້ວຍ​ເລືອ​ດ​ເນື້ອ​ຂອງ​ຫລາຍ​ລຸ້ນ​ຄົນ ແລະ ໄດ້​ກາຍ​ເປັນ​ຊັບ​ສົມ​ບັດ​ອັນ​ລ້ຳ​ຄ່າ​ຂອງ​ສອງ​ຊາດ​ພວກ​ເຮົາ. ເຖິງວ່າ ສະ​ພາບ​ການ​ໂລກ​ມີ​ການ​ປ່ຽນ​ແປງ​ຫລາຍ​ຢ່າງ​ຄື​ແນວ​ໃດ​ກໍ​ຕາມ, ຍາມ​ໃດ​ຫວຽດ​ນາມ ກ​ໍ​ສະ​ຫນັບ​ສະ​ຫນູນ ລາວ ແລະ ສະ​ຫງວນ​ອາ​ລົມ​ຈິດ​ພິ​ເສດ. ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ລາວ ຍາ​ມ​ໃດ​ກໍ​ຢືນ​ອັນ​ດັບ​ຫນຶ່ງ​ໃນນະ​ໂຍ​ບາຍ​ກາ​ນ​ຕ່າງ​ປະ​ເທດ​ຂອງ​ພັກ, ລັດ​ຫວຽດ​ນາມ.”

        ໃນ​ຊຸມ​ປີມໍ່ໆ​ມານີ້, ພ້ອມ​ກັບ​ການ​ຍູ້​ແຮງ​ການ​ແລກ​ປ່ຽນ​ບັນ​ດາ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ, ສອງ​ຝ່າຍ ພວມ​ຕັ້ງ​ຫນ້າ​ສົມ​ທົບ​ກັນ​ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​​ຂອງ​ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ ແລະ ໝາກ​ຜົນ​ຂອງກອງ​ປະ​ຊຸມ​ຄັ້ງ​ທີ 37 ຂອງ​ຄະ​ນະ​ກຳ​ມາ​ທິ​ການ​ລະ​ຫວ່າງ​ລັດ​ຖະ​ບານ ຫວຽດ​ນາມ - ລາວ (1/2015) ຢ່າງ​ມີ​ປະ​ສິດ​ທິ​ຜົນ. ພົ້ນ​ເດັ່ນ, ການ​ຮ່ວມ​ມ​ື​ດ້ານ​ເສດ​ຖະ​ກິດ, ການ​ລົງ​ທຶນ, ການ​ຄ້າ ລະ​ຫວ່າງ​ສອງ​ປະ​ເທດ ດີ​ສົມ​ຄວນ. ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ປີ 2014 ບັນ​ລຸ​ປະ​ມານ 1,4 ຕື້ USD, ເພີ່ມ​ຂຶ້​ນ 24,5% ເມື່ອ​ທຽບ​ໃສ່​ປີ 2013. ສອງ​ຝ່າຍ​ສູ້​ຊົນ​ນຳ​ການ​ເຕີບ​ໂຕວົງ​ເງິນ​ສົ່ງ​ອອກ​ເພີ່ມ​ຂຶ້ນ 40% ເມື່ອ​ທຽບ​ໃສ່​ປີ 2014 ເພື່ອ​ສາ​ມາດ​ສຳ​ເລັດ​ຄາດ​ໝາຍ​ນຳ​ວົງ​ເງິນ​ດ້ານ​ການ​ຄ້າ​ສອງ​ຝ່າຍ​ບັນ​ລຸ 2 ຕື້ USD ໃນ​ປີ 2015. ປີ 2015 ນີ້, ສອງ​ຝ່າຍ ສູ້​ຊົນ​ຊຸກ​ຍູ້​ການ​ຜັນ​ຂະ​ຫຍາຍ​ບາງ​ໂຄງ​ການ​ໃຫຍ່​ຄື​: ເຊື່ອມ​ຕໍ່​ຄົມ​ມະ​ນາ​ຄົມ, ໃນ​ນັ້ນ ກໍ່​ສ້າງ​ເສັ້​ນ​ທາງ​ຄວາມ​ໄວ​ສູງ ຫວຽດ​ນາມ - ລາວ, ໂຄງ​ການກໍ່​ສ້າງ​ທໍ່​ສົ່ງ​ນ້ຳ​ມັນ​ຈາກ ທ່າ​ກຳ​ປັ່ນ ຮ່ອນ​ລາ, ຮ່​ວາ​ບີງ ເຖິງ ແຂວງ​ຄຳ​ມ່ວນ.

        ພ້ອມ​ກັບ​ດ້ານ​ເສດ​ຖະ​ກິດ, ການ​ຮ່ວມ​ມ​ື​ດ້ານ​ການ​ສຶກ​ສາ ຍາມ​ໃດ​ກໍ​ແມ່ນ​ຂົງ​ເຂ​ດ​ບຸ​ລິ​ມະ​ສິດ​ຕົ້ນ​ຕໍ​ໃນ​ການ​ພົ​ວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປ​ະ​ເທດ. ​ສອງ​ຝ່າຍ​ພວມ​ຕັ້ງ​ຫນ້າ​ຜັນ​ຂະ​ຫຍາຍ “ແຜນ​ຮ່າງ​ຍົກ​ສູງ​ຄຸນ​ນະ​ພາບ ແລະ ປະ​ສິດ​ທິ​ຜົນ​ການ​ຮ່ວມ​ມື ຫວຽດ​ນາມ - ລາວ ໃນ​ຂົງ​ເຂດ​ການ​ສຶກ​ສາ ແລະ ພັດ​ທະ​ນາ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ໄລ​ຍະ 2011-2020”. ການ​ຮ່ວມ​ມື​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ​ບັນ​ຫາຊາຍ​ແດນ​ສອງ​ປະ​ເທດ ໄດ້​ຮັບ​ການ​ເພີ່ມ​ທະ​ວີ ແລະ ຜັນ​ຂະ​ຫຍາຍ​ເປັນ​ຢ່າງ​ດີ​ໃນ​ທຸກ​ຂົງ​ເຂດ. ສອງ​ຝ່າຍ ຍູ້​ແຮງການ​ໂຄ​ສະ​ນາ, ສຶກ​ສາ​ໃນ​ປະ​ຊາ​ຊົນ, ເປັນ​ຕົ້ນ​ແມ່ນ​ລຸ້ນ​ຫນຸ່ມ​ສອງ​ປະ​ເທດ ກ່ຽວ​ກັບ​ມູນ​ເຊື້ອ​ການ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ - ລາວ. ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ທ້ອງ​ຖິ່ນ​ສອງ​ປະ​ເທດ​ກໍ​ໄດ້​ຮັບ​ຄວ​າມ​ເອົາ​ໃຈ​ໃສ່​ຊຸກ​ຍູ້. ບັນ​ດາ​ທ້ອງ​ຖິ່ນ​ຢູ່​ເຂດ​ຊາຍ​ແດນ​ສອງ​ປະ​ເທດ ໄດ້​ເພີ່ມ​ທະ​ວີ​ການ​ພົວ​ພັນ​ສາ​ມັກ​ຄີ, ການ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ, ຮັບ​ປະ​ກັນ​ຄວາມ​ສະ​ຫງົບ​ປອດ​ໄພ, ສັງ​ຄົມ ຢູ່​ເຂດ​ຊາຍ​ແດນ, ແກ້​ໄຂ​ບັນ​ດາ​ກໍ​ລະ​ນີ​ເກີດ​ຂຶ້ນ​ເປັນ​ຢ່າງ​ດີ ເພື່ອກໍ່​ສ້າງ​ເສັ້ນ​ຊາຍ​ແດນ​ແຫ່ງສັນ​ຕິ​ພາບ, ສະ​ຖຽ​ນ​ລະ​ພາບ ແລະ ພັດ​ທະ​ນາ.

ສືບ​ຕໍ່​ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ໃນ​ສະ​ພາບ​ການ​ໃຫມ​່

       ບັນ​ດາ​ຜົນ​ງານ​ທີ່​ບັນ​ລ​ຸ​ໄດ້​ນັ້ນ ຍ້ອນ​ສອງ​ຝ່າຍ​ຮັກ​ສາ​ບັນ​ດາ​ກົນ​ໄກ​ປະ​ຊຸມ​ປະ​ຈຳ​ປີ​ຢູ່​ທຸກ​ຂັ້ນ​ລະ​ຫວ່າງ​ສອງ​ປະ​ເທດ​ເປັນ​ປະ​ຈຳ. ຕໍ່​ຫນ້າ​ສະ​ພາບ​ການ​ໂລກ, ພາກ​ພື້ນ ມີ​ການ​ຜັນ​ແປໃຫມ່​ຫລາຍ​ຢ່າງ, ສອງ​ປະ​ເທດ ລ້ວນ​ແຕ່​ສືບ​ຕໍ່​ຢັ້ງ​ຢືນ​ຄວາມ​ສຳ​ຄັນ ແລະ ຄວາມ​ໝາຍ​ຍຸດ​ທະ​ສາດ​ຂອງ​ການນັບ​ມື້​ນັບ ​ປັບ​ປຸງ ແລະ​ພັດ​ທະ​ນາ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ຫວຽດ​ນາມ - ລາວ ໃນ​ສະ​ພາບ​ການ​ໃຫມ່​, ປ່ຽນ​ໃຫ​ມ່​ຈີນ​ຕະ​ນາ​ການ, ເນື້ອ​ໃນ ແລະ ຮູບ​ການ​ຮ່ວມ​ມື, ແກ້​ໄຂ​ບັນ​ດາ​ບັນ​ຫາ​ເກີດ​ຂຶ້ນ​ກ່ຽວ​ຂ​້ອງ​ເຖິງ​ຜົນ​ປະ​ໂຫຍດ, ຄວາມ​ສະ​ຫງົບ​ປອດ​ໄພ ແລະ ການ​ພັດ​ທະ​ນາ​ຂອງ​ແຕ່​ລະ​ປະ​ເທດ​ຢ່າງ​ທັນ​ການ. ທ່ານ ວິ​ໄລ​ວົງ ບຸດ​ດາ​ຄຳ ເລ​ຂາ​ທີ​ຫນຶ່ງ​ສູນ​ກາງ​ຊາວ​ຫນຸ່ມ​ ປະ​ຊາ​ຊົ​ນ​ປະ​ຕິ​ວັດ​ລາວ, ຮອງ​ປະ​ທານ​ສູນ​ກາງ​ສະ​ມາ​ຄົມ​ມິດ​ຕະ​ພາບ ລາວ- ຫວຽດ​ນາມ ຖື​ວ່າ:

        “ໃນ​ໄລ​ຍະ​ໂລ​ກາ​ພິ​ວັດ ແລະ ເຊື່ອມ​ໂຍງ​​ເຂົ້າ​ກັບ​ສາ​ກົນປະ​ຈຸ​ບັນ, ພວກ​ເຮົາ​ ຍິ່ງ​ຕ້ອງ​ເພີ່ມ​ທະ​ວີ ແລະ ຮັກ​ສາ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ, ເປັນ​ຕົ້ນ​ແມ່​ນ​ລຸ້ນ​ຫນຸ່ມ​ສອງ​ປະ​ເທດ, ຕ້ອງ​ເພີ່ມ​ທະ​ວີ​ການ​ສຶກ​ສາ​ກ່ຽວ​ກັບ​ມູນ​ເຊື້ອ.”

        ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ລາວ ຂອງ​ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ຄັ້ງ​ນີ້ ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ສອງ​ຝ່າຍ​ສຸມ​ໃສ່​ແລກ​ປ່ຽນ​ກ່ຽວ​ກັບ​ບັນ​ດາ​ມາດ​ຕະ​ການ​ເພີ່​ມທະ​ວີ ແລະ ປັບ​ປຸງ​ການ​ພົ​ວ​ພັນ​ແບບ​ພິ​ເສດ, ສະ​ຫນິດ​ຕິດ​ພັນ, ໄວ້​ເນື້ອ​ເຊື່ອ​ໃຈ​ລະ​ຫວ່າງ​ສອງ​ພັກ, ສອ​ງ​ລັດ​ໃນ​ໄລ​ຍະ​ໃຫມ່. ຫວນ​ຄືນ​ໄລ​ຍະ​ປະ​ຫວັດ​ສາດ​ຜ່ານ​ມາ, ສອງ​ຝ່າຍ ມີ​ພື້ນ​ຖານ​ຢ່າງ​​ສົມ​ບູນ​ເພື່ອຢັ້ງ​ຢືນ ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ ແລະ ປ​ະ​ຊາ​ຊົນ​ສອງ​ປະ​ເທດ ຫວຽດ​ນາມ - ລາວ ຈະ​ສືບ​ຕໍ່​ເປີດ​ໄລ​ຍ​ະ​ພັດ​ທະ​ນາ​ໃຫມ່, ຂະ​ຫຍັນ​ຂັນ​ເຄື່ອນ, ມີ​ປະ​ສິດ​ທິ​ຜົນ, ແທດ​ຈິງ ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ປ​ະ​ຊາ​ຊົນ​ແຕ່​ລະ​ປະ​ເທດ, ເພື່ອ​ສັນ​ຕ​ິ​ພາບ, ສະ​ຖຽນ​ລະ​ພາບ, ວັດ​ທະ​ນາ​ຖາ​ວອນ​ຂອງ​ພາກ​ພື້ນ.


ຕອບກັບ

ຂ່າວ/ບົດ​ອື່ນ