ຊຸກຍູ້ການເຕີບໂຕຕິດພັນກັບການຄວບຄຸມໄພເງິນເຟີ້

  ​( vovworld ) – ​​​​ພ້ອມ​ກັບ​ການ​ຕີ​ລາຄາ​ສະພາບ​ເສດຖະກິດ​ສັງຄົມ​ໃນ​ເດືອນ 7 ​ແລະ 7 ​ເດືອນ​ຜ່ານ​ມາ, ​ໃນ​ວາລະ​ປະຊຸມ​ປະຈຳ​ເດືອນ 7/2012 ຂອງ​ລັດຖະບານ​ຫວຽດນາມ ຊື່​ງຖືກ​ຈັດ​ຂຶ້ນ​ໃນວັນ​ທີ 30-31/7/2012, ລັດຖະບານ​ໄດ້​ສະຫງວນ​ເວລາ​ສ່ວນ​ຫຼາຍ​ເພື່ອປຶກສາ​ຫາລື​ກ່ຽວ​ກັບບັນດາ​ມາດ​ຕະການ​ຊຸກຍູ້ ​ແລະ ຮັກສາ​ການ​ເຕີບ​ໂຕ​ຢູ່​ໃນ​ລະດັບ​ເໝາະ​ສົມ, ໝັ້ນຄົງ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ. ລັດຖະບານ​ກໍ່​ໄດ້​ວາງ​ຈຸດໝາຍ​ຮັກສາ​ລະດັບການ​ເຕີບ​ໂຕ​ແຕ່​ບໍ່​​ເຮັດ​ໃຫ້ເສດຖະກິດ​ມະຫາ​ພາກ ຂາດ​ສະຖຽນ​ລະ​ພາບ​​ ກໍ່​ຄື​ບໍ່​ເຮັດ​ໃຫ້​ອັດຕາໄພ​ເງິນ​ເຟີ້​ຂຶ້ນສູງ​ຄືນ​ໃໝ່. ຕໍ່​ໄປ​​ແມ່ນ​ບົດ​ຂຽນ​ຂອງ​ນັກ​ຂ່າວ Thu Hoa ທີ່​ພາດຫົວ​ເລື່ອງ​ວ່າ: ຊຸກຍູ້​ການ​ເຕີບ​ໂຕ​ຕິດ​ພັນ​ກັບ​ການ​ຄວບ​ຄຸມ​ໄພ​ເງິນ​ເຟີ້


ຊຸກຍູ້ການເຕີບໂຕຕິດພັນກັບການຄວບຄຸມໄພເງິນເຟີ້ - ảnh 1

(ພາບປະກອບ:vnexpress.net)

   ​ໃນ​ວາລະ​ປະຊຸມ​ຄັ້ງນີ້,​ ບັນດາ​ສະມາຊິກ​ລັດຖະບານລ້ວນ​ແຕ່​ເຫັນ​ດີ​ເປັນ​ເອກະສັນ​ນຳ​ກັນ​ວ່າ, ສະພາບ​​ເສດຖະກິດ​ສັງຄົມໃນ​ເດືອນ 7 ​ແລະ 7 ​ເດືອນ​ຜ່ານ​ມາສືບ​ຕໍ່​ມີ​ການ​ຜັນ​ແປຢ່າງຕັ້ງໜ້າ, ຖືກ​ທິດ, ຖືກຕ້ອງ​ຕາມ​ຈຸດໝາຍ​ທີ່​ໄດ້​ວາງ​ອອກ ​ແລະ ຄາດ​ວ່າ​ນັບ​ມື້​ນັບ​​ດີ​ກ່ວາ, ຕັ້ງໜ້າ​ກ່ວາ​ໃນ​ທຸກ​ຂົງ​ເຂດ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຄວາມ​ຫຍຸ້ງຍາກ, ການ​ທ້າ​ທາຍ​ຍັງ​ມີ​ຫຼາຍ​ຢູ່, ​ໃນ​ນັ້ນພົ້ນ​ເດັ່ນ​ຂຶ້ນ​ແມ່ນ​ລະດັບການ​ເຕີບ​ໂຕ​ຕ່ຳ​ກ່ວາ​ເມື່ອ​ທຽບ​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ ​ແລະ ​ເພື່ອ​ບັນລຸ​ໄດ້​ລະດັບ​ການ​ເຕີບ​ໂຕ GDP ​ແຕ່ 5,2-5,7% ​ໃນ​ປີ 2012 ​ແມ່ນ​ຍາກ​ທີ່​ສຸດ. ສະນັ້ນຄວາມ​ຮຽກຮ້ອງ​ລວມ​ແມ່ນ​​ຊຸກ​ຍູ້ລະດັບ​ເຕີບ​ໂຕ​ຕ້ອງ​ໄປ​ຄຽງ​ຄູ່​ກັບ​ການ​ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ. ກ່ຽວ​ກັບ​ບັນດາ​ມາດ​ຕະການ​ລະອຽດ, ລັດຖະບານ​ເນັ້ນໜັກ​ເຖິງ​ການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ດ້ານ​ທຶນຮອນ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ, ​ເສີມ​ຂະຫຍາຍປະສິດທິ​ຜົນ​ບັນດາ​ແຫຼ່ງສິນ​ເຊື່ອ​ເຂົ້າ​ໃນ​ຂົງ​ເຂດ​ກະສິກຳ, ວິ​ສາ​ຫະກິດສົ່ງ​ອອກ, ວິ​ສາ​ຫະກິດ​ຂະໜາ​ດກາງ ​ແລະ ນ້ອຍ, ວິ​ສາ​ຫະກິດ​ນຳ​ໃຊ້​ຄົນ​ງານ​ຫຼາຍ. ກ່ຽວ​ກັບ​ເລື່ອງຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ,​ທະນາຄານ​ແຫ່ງ​ລັດ​ໄດ້​ຮີບ​ເຮັ່ງ​ສ້າງ​ໂຄງ​ປະກອບ​ຫນີ້​ສິນຄືນ​ໃໝ່, ຫລຸດຜ່ອນ​ໜີ້​ເສຍ​ດ້ວຍ​ຫຼາຍ​ມາດ​ຕະການ​ຕິດ​ພັນ​ກັບ​ການສ້າງ​ໂຄງ​ປະກອບ​ທະນາຄານ​ຄືນ​ໃໝ່. ທ່ານ ​Nguyen Van Binh ຜູ້​ວ່າການ​ທະນາຄານ​ແຫ່ງ​ລັດ​ຫວຽດນາມ ​ໄດ້​ໃຫ້​ຄຳໝັ້ນສັນຍາ​ຈະ​ປະຕິບັດ​ບັນດາ​ເນື້ອ​ໃນ​ກ່ຽວ​ກັບ​ການ​ສ້າງ​ໂຄງ​ປະກອບ​ລະບົບ​ທະນາຄານ​ຄືນ​ໃໝ່​ຢ່າງ​ຄົບ​ຖ້ວນ​ໃນ​ແຜນການ​ປີ​ນີ້:

   “​ມາ​ຮອດ​ປະຈຸ​ບັນ, ພວກ​ຂ້າພະ​ເຈົ້າ​ໄດ້​ແກ້​ໄຂ ​ແລະ​ ກ້າວ​ໄປ​ເຖິງການ​ສ້າງ​ໂຄງ​ປະ​ກອບທັງ 9 ອົງການ​ສິນ​ເຊື່ອ​ຄືນ​ໃໝ່. ວິທີ​ການ​ໃຫ້​ແກ່​ທະນາຄານ​ແຕ່ລະ​ແຫ່ງພວມ​ຢູ່ໃນ​ໄລຍະ​ສ້າງສຳ​ເລັດ​. ພວກ​ຂ້າພະ​ເຈົ້າ​ໄດ້​ສ້າງ​ເງື່ອນ​ໄຂ, ​ຕໍ່ກຳນົດເວລາ, ​ແຕ່​ຖ້າ​ຫາກບັນດາ​ອົງການ​ສິນ​ເຊື່ອ​ບໍ່​ສາມາດ​ປະຕິບັດ​ຕາມ​ວິທີ​ການ​ຊັບຊ້ອນ​ເອງ​ໄດ້, ພວກ​ຂ້າພະ​ເຈົ້າຈະ​ມີ​ວິທີ​ການ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ຂອງ​ລະບົບ

  
ຊຸກຍູ້ການເຕີບໂຕຕິດພັນກັບການຄວບຄຸມໄພເງິນເຟີ້ - ảnh 2

ວາລະປະຊຸມ​ເດືອນ 7/2012 ຂອງ​ລັດຖະບານ

(ພາບ: ອິນ​ເຕີ​ແນັດ)

​   ເລື່ອງ​ກວດກາ, ສ້າງ​​ໂຄງ​ປະກອບ​ລັດວິ​ສາ​ຫະກິດຄືນ​ໃໝ່ຢ່າງຮີບ​ເຮັ່ງ ​ແລະ ຕັ້ງໜ້າ ​ເພື່ອ​ຍົກ​ສູງ​ປະສິທິຜົນ​ໃນ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ​ໃນ​ບັນດາ​ຂະ​ແໜງ​ວິຊາ​ຊີບ​ຕົ້ນຕໍ​ຂອງ​ວິ​ສາ​ຫະກິດ ກໍ່​ແມ່ນ​ມາດ​ຕະການ​ທີ່​ສຳຄັນ​ຊື່​ງລັດຖະບານ​ໄດ້​ມຸ້ງ​ໄປ​ເຖິງ. ​ພ້ອມ​ກັນນັ້ນກໍ່​ແມ່ນ​ການ​ຍູ້​ແຮງ​ລະດັບ​ຄວາມ​ໄວ​ໃນ​ການ​ປ່ອຍ​ເງິນ​ບັນດາ​ແຫຼ່ງທຶນ ODA, ທຶນຈາກ​ງົບປະມານ​ແຫ້ງ​ລັດ, ທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ. ທ່ານ Vu Duc Dam ລັດຖະມົນຕີ ຫົວໜ້າ​ຫ້ອງ​ວ່າການ​ລັດຖະບານ​ໃຫ້​ຮູ້​ວ່າ: ລັດຖະບານ​ໄດ້​ມີ​ຂໍ້​ຕົກລົງ​ບໍລິຫານ​ຢ່າງ​ມີ​ໄຫວ​ພິບ​ໃນ​ຈຸດ​ເວລາ​ປະຈຸ​ບັນ:

  “ລັດຖະບານ​ໄດ້​ຕົກລົງ​ວ່າ ນອກຈາກ​ການ​ນຳ​ໃຊ້​ທຶນຕາມ​ແຜນການ​ປີ 2012 ​ແລ້ວ, ກິ​ດຈະ​ກຳ​ສຳຄັນ, ຮີບ​ດ່ວນ​, ມີ​ຄວາມ​ໝາຍສຳຄັນ​ຕໍ່​ຊີວິດ​ສັງຄົມ ​ແລະ ການ​ຜະລິດຈຳນວນ 1 ຖ້າ​ມີ​ເງິນຈະ​ຖືກ​ຍູ້ໄວ ​ເພື່ອ​ກໍ່ສ້າງ​​ໃຫ້ສຳ​ເລັດ​ໃນ​ປີ 2012 ນີ້ ຫລື​ວ່າ ​ໃນຕົ້ນປີ 2013 . ນີ້​ກໍ່​ແມ່ນ​​ແງ່ 1 ຂອງ​ບັນຫາ​ສ້າງ​ໂຄງ​ປະກອບ​ການ​ລົງທຶນ​ຂອງ​ລັດ​ຄືນ​ໃໝ່“

ຊຸກຍູ້ການເຕີບໂຕຕິດພັນກັບການຄວບຄຸມໄພເງິນເຟີ້ - ảnh 3

ຄວບຄຸມ​ໄພ​ເງິນ​ເຟີ້, ຮັກສາ​ເສດຖະກິດ​ເປັນ​ປົກກະຕິ

(ພາບ:tapchitaichinh.vn)

   ​ໄປ​ຄຽງ​ຄູ່​ກັບ​ການ​ຮັກສາ​ລະດັບ​ເຕີບ​​ໂຕ​ແບບ​ຍືນ​ຍົງ, ຄວບ​ຄຸມ​ໄພ​ເງິນ​ເຟີ້, ການ​ປະຕິບັດ​ນະ​ໂຍບາຍ​ຊີວິດ​ສັງຄົມ, ບັນດາ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ໃຫ້​ດີ​ກ່ວາ​ອີກ ກໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຊີ້​ນຳ​ຈາກ​ລັດຖະບານ. ຕາມ​ນັ້ນ​ແລ້ວ, ບັນດາ​ຂັ້ນ,​ ຂະ​ແໜງ​ການ​ຕອ້ງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ວຽກ​ງານ​ສອນ​ວິຊາ​ຊີບ, ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ຜູ້​ອອກ​ແຮງ​ງານ, ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ໃຫ້​ບັນດາ​ເປົ້າໝາຍ​ນະ​ໂຍບາຍ, ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ປະ​ເທດ​ຊາດ. ທ່ານ Trinh Dinh Dung ລັດຖະມົນຕີ​ວ່າການ​ກະຊວງ​ກໍ່ສ້າງ​ຫວຽດນາມ ​ໃຫ້​ຮູ້​ວ່າ: ທາງ​ກະຊວງ​ມີ​ທິດ​ຍູ້​ແຮງ​ການ​ກໍ່ສ້າງ​ເຮືອນ​ຢູ່​ສັງຄົມ, ທັງ​ປະກອບສ່ວນ​ກະຕຸກ​ຊຸກຍູ້​ຄວາມ​ຕ້ອງການ, ຊຸກຍູ້​ເສດຖະກິດ, ທັງ​ແກ້​ໄຂ​ບັນຫາ​ເຮືອນ​ຢູ່​ໃຫ້​ເປົ້າໝາຍ​ມີ​ລາຍ​ຮັບ​ຕ່ຳ​ເພື່ອ​ຮັບປະກັນ​ຊີວິດ​ສັງຄົມ:

   ”​​ພວກ​ເຮົາ​ໄດ້​ປະຕິບັດ​ການ​ກໍ່ສ້າງເຮືອນ​ຢູ່​ໃຫ້​ແກ່​ຜູ້​ທຸກຍາກຢູ່​ຊົນນະບົດດີ​ທີ່​ສຸດ, ​ແຕ່​ເຮືອນ​ຢູ່​ໃຫ້​ຜູ້​ທຸກ​ຍາກ​ໃນ​ເຂດ​ຕົວ​ເມືອງ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ. ພວກ​ຂ້າພະ​ເຈົ້າຈະ​ຂໍ​ຄຳ​ເຫັນ​ຈາກ​ທ່ານ​ນາຍົກລັດຖະມົນຕີ ​ເພື່ອ​ມີ​ອັດຕາ​ດອກ​ເບັ້ຍ​ຕ່ຳ​ເພື່ອ​ໜູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ກໍ່ສ້າງ​ເຮືອນ​ຢູ່​ສັງຄົມ ນອກຈາກ​ການ​ໜູນ​ຊ່ວຍ​ຂອງ​ລັດ​ຄື​ຍົກ​ເວັ້ນຄ່າ​ນຳ​ໃຊ້​ທີ່​ດິນ ​ແລະ ບາງ​ນະ​ໂຍບາຍ​ອື່ນ

    ​ແລະ ກໍ່​ໃນ​ວາລະປະຊຸມ​ປະຈຳ​ເດືອນ 7/2012, ທ່ານ​ນາຍົກລັດຖະມົນຕີ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ຂະ​ແໜງ​ການ, ຂັ້ນຕ່າງໆ ຈົ່ງ​ເພີ່ມ​ທະວີ​ວຽກ​ງານ​ປະຕິ​ຮູບດ້ານ​ບໍລິຫານ, ປ້ອງ​ກັນ, ຕ້ານ​ໄພ​ສໍ້​ລາດ​ບັງ​ຫຼວງ, ການ​ຟູມ​ເຟືອຍ, ສືບ​ຕໍ່​ປະຕິບັດ​ວຽກ​ງານ​​ໂຄສະນາ​​ເຜີຍ​ແຜ່ຢ່າງ​ມີ​ປະສິດທິ​ຜົນ, ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ​ແລະ ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ຂອງ​ທົ່ວສັງຄົມ​ໃນ​ການ​ປະຕິບັດ​ຈຸດໝາຍ​ຊຸກຍູ້​ການ​ເຕີບ​ໂຕ ຕິດ​ພັນ​ກັບ​ການ​ຄວບ​ຄຸມ​ໄພ​ເງີ​ນ​ເຟີ້, ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ.



ຕອບກັບ

ຂ່າວ/ບົດ​ອື່ນ