ຊຸກຍູ້ຄວາມສະເຫມີພາບລະຫວ່າງຍິງ -ຊາຍ ເຂດຊົນເຜົ່າສ່ວນຫນ້ອຍ ແລະ ເຂດພູດອຍ

(VOVWORLD) -ການຊຸກຍູ້ຄວາມສະເຫມີພາບ ລະຫວ່າງ ຍິງ -ຊາຍ ໃນນັ້ນ  ມີຄວາມສະເຫມີພາບລະຫວ່າງຍິງ -ຊາຍ ເຂດຊົນເຜົ່າສ່ວນຫນ້ອຍ ແລະ ເຂດພູດອຍ ແມ່ນຫນຶ່ງໃນບັນດາຫນ້າທີ່ສຳຄັນ ເພື່ອຮັບປະກັນເປົ້າໝາຍພັດທະນາປະເທດຊາດແບບຍືນຍົງ. ພ້ອມກັບບັນດາແຜນນະໂຍບາຍ, ນະໂຍບາຍຊຸກຍູ້ຄວາມສະເຫມີພາບ ລະຫວ່າງ ຍິງ -ຊາຍເວົ້າລວມ, ພັກ, ລັດ ຫວຽດນາມໄດ້ ແລະພວມຜັນຂະຫຍາຍຫລາຍໂຄງການໂດຍສຸມໃສ່ເຂົ້າບັນຫາການປະຕິບັດການຊຸກຍູ້ຄວາມສະເຫມີພາບ ລະຫວ່າງ ຍິງ -ຊາຍຢູ່ເຂດຊົນເຜົ່າສ່ວນຫນ້ອຍ. ໃນນັ້ນມີ  ໂຄງການ 8 “ປະຕິບັດຄວາມສະເຫມີພາບ ລະຫວ່າງ ຍິງ -ຊາຍ ແລະແກ້ໄຂບັນດາບັນຫາຮີບດ່ວນສຳລັບແມ່ຍິງ ແລະ ເດັກນ້ອຍ” (ໂຄງການ 8) ແມ່ນຫນຶ່ງໃນບັນດາໂຄງການພິເສດ.

ວັນທີ 14 ຕຸລາ ປີ 2021, ລັດຖະບານໄດ້ເຊັນອະນຸມັດໂຄງການ 8 ວ່າດ້ວຍການປະຕິບັດຄວາມສະເຫມີພາບ ລະຫວ່າງ ຍິງ -ຊາຍ ແລະແກ້ໄຂບັນດາບັນຫາຮີບດ່ວນສຳລັບແມ່ຍິງ ແລະ ເດັກນ້ອຍ”. ນີ້ແມ່ນຫນຶ່ງໃນ 10 ໂຄງການໃຫຍ່ ຂຶ້ນກັບໂຄງການເປົ້າໝາຍແຫ່ງຊາດເພື່ອການພັດທະນາເສດຖະກິດ - ສັງຄົມເຂດຊົນເຜົ່າສ່ວນຫນ້ອຍ ແລະ ເຂດພູດອຍ ໄລຍະ2021 – 2030. ໂຄງການພວມໄດ້ຮັບການປະຕິບັດຢູ່ 50 ແຂວງ, ນະຄອນ.

ໂຄງການ 8 - ໂຄງການພິເສດສະເພາະ ກ່ຽວກັບເພດສະບັບທຳອິດຢູ່ເຂດຊົນເຜົ່າສ່ວນຫນ້ອຍ

ໂຄງການ 8 ແມ່ນໂຄງການພິເສດສະເພາະ ກ່ຽວກັບເພດ, ຊຸກຍູ້ ແລະຮັບປະກັນໃຫ້ແມ່ຍິງບັນດາຊົນເຜົ່າສ່ວນຫນ້ອຍຢູ່ ຫວຽດນາມ ໄດ້ເຂົ້າເຖິງ ແລະ ຊົມໃຊ້ບັນດາກາລະໂອກາດ ແລະ ຜົນງານທີ່ຄືກັນໃນວິວັດການພັດທະນາ, ພິເສດ ແມ່ນແກ້ໄຂບັນດາບັນຫາຮີບດ່ວນຂອງແມ່ຍິງຊົນເຜົ່າສ່ວນຫນ້ອຍໃນໂຄງການເປົ້າໝາຍແຫ່ງຊາດ. ນີ້ແມ່ນຄັ້ງທຳອິດທີ່ມີໂຄງການ ພິເສດສະເພາະ ກ່ຽວກັບເພດໂດຍສະພາແຫ່ງຊາດຮັບຮອງເອົາ ແລະ ລັດຖະບານມອບໃຫ້ສະຫະພັນແມ່ຍິງ ຫວຽດນາມ ເປັນເຈົ້າພາບປະຕິບັດດ້ວຍຂອບຂະຫນາດ ແລະແຫລ່ງກຳລັງລົງທຶນທີ່ໃຫຍ່ຫລວງ. ເມື່ອເວົ້າເຖິງເປົ້າໝາຍໄດ້ຊົມໃຊ້ໂຄງການດັ່ງກ່າວ, ທ່ານນາງ ຮ່າທິງາ, ປະທານ ສະຫະພັນແມ່ຍິງ ຫວຽດນາມ, ຫົວຫນ້າຄະນະບໍລິຫານໂຄງການ 8 ໃຫ້ຮູ້ວ່າ:

         “ເປົ້າໝາຍໄດ້ຊົມໃຊ້ໂຄງການນັ້ນແມ່ນ ແມ່ຍິງ ແລະ ເດັກຍິງຊາວເຜົ່າສ່ວນຫນ້ອຍຢູ່ບັນດາຕາແສງ ແລະ ບ້ານທີ່ປະສົບກັບຄວາມຫຍຸ້ງຍາກ, ໃນນັ້ນ ບຸລິມະສິດພິເສດໃຫ້ແກ່ເດັກຍິງແມ່ນຊາວຊົນເຜົ່າສ່ວນຫນ້ອຍໃນບັນດາຄອບຄົວທຸກຍາກ ແລະໃກ້ຂັ້ນທຸກຍາກ. ນອກນັ້ນ ຍັງມີຜູ້ປະສົບເຄາະຮ້າຍຈາກໄພຄ້າຂາຍມະນຸດ,  ຖືກໃຊ້ຄວາມຮຸນແຮງ, ທາລຸນທາງເພດ,ແມ່ຍິງທີ່ອົບພະຍົບ, ແມ່ຍິງໄປອອກແຮງງານທີ່ບໍ່ປອດໄພ ຫລື ແມ່ຍິງເອົາຜົວເປັນຄົນຕ່າງປະເທດກັບຄືນມາ, ແມ່ຍິງເປັນຄົນພິການ… ນີ້ແມ່ນກຸ່ມຄົນຄວນໄດ້ຮັບຄວາມເອົາໃຈໃສ່ເປັນພິເສດ, ເບິ່ງແຍງຢ່າງໃກ້ຊິດ ແລະ ມີບັນດາກົນໄກນະໂຍບາຍ ພິເສດສະເພາະ ເພື່ອຫນູນຊ່ວຍ, ຊ່ວຍເຫລືອເຂົາເຈົ້າມີເງື່ອນໄຂ ແລະ ສະພາບແວດລ້ອມພັດທະນາໃຫ້ດີສຸດ”         

ໂຄງການ 8 ໄດ້ຮັບຄວາມຫວັງວ່າຈະສ້າງປະຖົມປັດໄຈໃຫ້ແກ່ບັນດາການເຄື່ອນໄຫວ, ຮູບແບບອື່ນໂດຍມີການສົມທົບລະຫວ່າງເພດຍິງ -ຊາຍຢ່າງມີປະສິດທິຜົນ ແລະ ຍືນຍົງຢູ່ເຂດຊົນເຜົ່າສ່ວນຫນ້ອຍເວົ້າລວມ ກໍຄືສ້າງກາລະໂອກາດເພື່ອໃຫ້ແມ່ຍິງ ແລະ ເດັກນ້ອຍຢູ່ເຂດຊົນເຜົ່າສ່ວນຫນ້ອຍເວົ້າສະເພາະ ໄດ້ເຂົ້າເຖິງ ແລະເຂົ້າຮ່ວມໂຄງການ. ທ່ານນາງ ຫງວຽນແທງເກີ່ມ, ກຳມະການຜູ້ປະຈຳການກຳມາທິການສັງຄົມຂອງສະພາແຫ່ງຊາດ ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າຍັງມີບັນດາໂຄງການຫນູນຊ່ວຍການສອນວິຊາຊີບ, ແນະນຳວຽກເຮັດງານທຳ,                                 ສະຫນອງທຶນຮອນເພ່ືອໃຫ້ເອື້ອຍນ້ອງແມ່ຍິງຫາເງິນລ້ຽງຊີບ ພິເສດ ແມ່ນແມ່ຍິງຢູ່ເຂດຊົນເຜົ່າສ່ວນຫນ້ອຍ. ຜ່ານການເຄື່ອນໄຫວນີ້ ເອື້ອຍນ້ອງແມ່ຍິງບໍ່ພຽງແຕ່ພັດທະນາເສດຖະກິດເທົ່ານັ້ນ ຫາກຍັງມີໂອກາດໄດ້ພົບປະແລກປ່ຽນ, ໄດ້ຮັບຄວາມຮູ້ທີ່ດີກ່ວ່າກ່ຽວກັບສິດຂອງຕົນ”

ການຫັນປ່ຽນຢ່າງຕັ້ງຫນ້າຈາກບັນດາໂຄງການກ່ຽວກັບຄວາມສະເຫມີພາບລະຫວ່າງຍິງ - ຊາຍ ຢູ່ ເຂດຊົນເຜົ່າສ່ວນຫນ້ອຍ ແລະເຂດພູດອຍ

ເຂດຊົນເຜົ່າສ່ວນຫນ້ອຍ ແລະເຂດພູດອຍ ມີປະຊາກອນກວມເອົາ 14,3% ປະຊາກອນທົ່ວປະເທດ. ໃນຊຸມປີຜ່ານມາ, ດ້ວຍບັນດານະໂຍບາຍ ແລະການກະທຳລະອຽດ, ຫວຽດນາມ ບັນລຸໄດ້ຫລາຍຜົນງານເປັນຫນ້າຊື່ນຊົມໃນການຊຸກຍູ້ຄວາມສະເຫມີພາບລະຫວ່າງ ຍິງ - ຊາຍ ແລະ ຮັບປະກັນສິດຂອງແມ່ຍິງຊາວຊົນເຜົ່າສ່ວນຫນ້ອຍ. ພົ້ນເດັ່ນ ແມ່ນອັດຕາພະນັກງານ, ລັດຖະກອນເພດຍິງ ໃນນັ້ນ ມີພະນັກງານ, ລັດຖະກອນເພດຍິງແມ່ນຊາວຊົນເຜົ່າສ່ວນຫນ້ອຍເຂົ້າຮ່ວມໃນອົງການລັດຢູ່ບັນດາທ້ອງຖິ່ນນັບມື້ນັບເພີ່ມຂຶ້ນ.

ຕາມຕົວເລກຂອງອົງການ ສປຊ ກ່ຽວກັບຄວາມສະເຫມີພາບ ລະຫວ່າງ ຍິງ - ຊາຍ ແລະ ມອບສິດໃຫ້ແກ່ແມ່ຍິງ (UN Women) ແລ້ວ, ໄລ່ຮອດປີ 2023 ຢູ່ໃນບັນດາເຂດເສດຖະກິດ - ສັງຄົມ, ເຂດພູພຽງ ແລະ ເຂດພູດອຍທາງພາກເຫນືອຫວຽດນາມ ອັດຕາແມ່ຍິງຊາວຊົນເຜົ່າສ່ວນຫນ້ອຍໃນຍອດຈຳນວນພະນັກງານ, ລັດຖະກອນເຮັດວຽກໃນບັນດາອົງການຈັດຕັ້ງພັກ, ສະພາປະຊາຊົນ, ອົງການບໍລິຫານ ແລະ ອົງການການເມືອງແມ່ນຢູ່ໃນລະດັບສູງສຸດຂອງທົ່ວປະເທດ, ຖັດຈາກນັ້ນ ແມ່ນເຂດໄຕງວຽນ, ທາງທິດເຫນືອຂອງພາກກາງ ແລະ ເຂດແຄມທະເລພາກກາງ.

          ບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະລັດ ແມ່ນມີຄວາມເອົາໃຈໃສ່ເຖິງເຂດຊົນເຜົ່າສ່ວນຫນ້ອຍ ແລະ ເຂດພູດອຍພ້ອມກັບການປະຕິບັດກົດໝາຍວ່າດ້ວຍຄວາມສະເຫມີພາບລະຫວ່າງຍິງ -ຊາຍ ສ່ວນຫນຶ່ງໄດ້ນຳມາເຊິ່ງບັນດາສິດຜົນປະໂຫຍດ ແລະກາລະໂອກາດໃຫມ່ໃຫ້ແກ່ແມ່ຍິງ, ເດັກຍິງຊາວຊົນເຜົ່າສ່ວນຫນ້ອຍ. ເອື້ອຍ ຊຸ່ງອີແທງ, ຊາວເຜົ່າມົ້ງ ຕາແສງ ປາກໍ ເມືອງ ມາຍເຈົາ ແຂວງ ຮ່ວາບິ່ງ ໃຫ້ຮູ້ວ່າ:

 “ກ່ອນນີ້ ລຸ້ນແມ່ເຖົ້າ, ລຸ້ນແມ່ ພຽງແຕ່ຢູ່ບ້ານເບິ່ງແຍງດູແລ ລ້ຽງລູກ, ເຮັດໄຮ່ເຮັດນາ. ແຕ່ປະຈຸບັນ ມີແມ່ຍິງຫລາຍຄົນໄດ້ມີອາຊີບສະເພາະ, ຂ້າພະເຈົ້າເອງກໍ່ຫາເງິນດ້ວຍຕົນເອງໄດ້. ຄອບຄົວຂ້າພະເຈົ້າກໍ່ແມ່ນຄອບຄົວມີຄວາມສະເຫມີພາບລະຫວ່າງ ຍິງ - ຊາຍແລ້ວ”.

ຄວາມສະເຫມີພາບລະຫວ່າງ ຍິງ - ຊາຍ ເວົ້າລວມ, ຄວາມສະເຫມີພາບລະຫວ່າງ ຍິງ - ຊາຍເຂດຊົນເຜົ່າສ່ວນຫນ້ອຍ ແລະ ເຂດພູດອຍ ເວົ້າສະເພາະ ແມ່ນເປົ້າໝາຍແຫ່ງການພັດທະນາຂອງຫວຽດນາມ. ພ້ອມກັບບັນດາໂຄງການດຳເນີນງານ, ຍຸດທະສາດແຫ່ງຊາດທີ່ກ່ຽວຂ້ອງເຖິງຄວາມສະເຫມີພາບລະຫວ່າງ ຍິງ - ຊາຍ, ໂຄງການ 8 ໂດຍສະຫະພັນແມ່ຍິງ ຫວຽດນາມ ພວມ ຜັນຂະຫຍາຍປະຕິບັດຢູ່ບັນດາທ້ອງຖິ່ນ ຈະປະກອບສ່ວນເພື່ອໃຫ້ ຫວຽດນາມ ປະຕິບັດສຳເລັດເປົ້າໝາຍດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ