ຊຸກຍູ້ບົດບາດຂອງສະມາຊິກລັດຖະສະພາໜຸ່ມ ໃນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ

(VOVWORLD) -

ກອງປະຊຸມສະມາຊິກລັດຖະສະພາໜຸ່ມທົ່ວໂລກ ຄັ້ງທີ 9, ໂດຍສະພາແຫ່ງຊາດ ຫວຽດນາມ ເປັນເຈົ້າພາບຈັດຕັ້ງເປັນຄັ້ງທຳອິດ, ໃນລະຫວ່າງວັນທີ 14 -17 ກັນຍາ, ຢູ່ ຮ່າໂນ້ຍ ໄດ້ບັນລຸຜົນສຳເລັດຢ່າງຈົບງາມ. ດ້ວຍຫົວຂໍ້: “ບົດບາດຂອງໄວໜຸ່ມໃນ ການຊຸກຍູ້ການປະຕິບັດບັນດາເປົ້າໝາຍ ພັດທະນາແບບຍືນຍົງ ຜ່ານການຫັນເປັນ ດີຈີຕອນ ແລະ ນະວັດຕະກຳ”, ກອງປະຊຸມໄດ້ຮຽກຮ້ອງບັນດາສະມາຊິກລັດຖະສະ ພາໜຸ່ມເສີມຂະຫຍາຍນຳ້ໃຈ ຄວາມຮັບຜິດຊອບ ໃນການຊຸກຍູ້ການປະຕິບັດບັນດາ ເປົ້າໝາຍພັດທະນາແບບ ຍືນຍົງ (SDGs) ໃນຂອບເຂດທົ່ວໂລກ ດ້ວຍບັນດາ ການກະທຳທີ່ແທດຈິງ.

ຊຸກຍູ້ບົດບາດຂອງສະມາຊິກລັດຖະສະພາໜຸ່ມ ໃນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ - ảnh 1ການໂອ້ລົມສົນທະນາກ່ຽວກັບກຳລັງຄວາມສາມາດດີຈີຕອນ ໃຫ້ແກ່ຊາວໜຸ່ມ
(ພາບ:VOV)

        ກອງປະຊຸມສະມາຊິກລັດຖະສະພາໜຸ່ມທົ່ວໂລກ ຄັ້ງທີ 9 ໄດ້ເນັ້ນໜັກບົດ ບາດສຳຄັນພິເສດຂອງລັດຖະສະພາ ໃນການປະຕິບັດບັນດາ SDGs, ພິເສດແມ່ນໃນ ການສ້າງກອບກົດໝາຍທີ່ອຳນວຍຄວາມສະດວກໃຫ້ແກ່ການປະຕິບັດ SDGs. ພ້ອມທັງ, ຍົກສູງ “ບົດບາດປະຈັນບານ” ຂອງບັນດາສະມາຊິກລັດຖະສະພາໜຸ່ມ ໃນການນຳສຽງເວົ້າຂອງໄວໜຸ່ມເຂົ້າໃນໂຄງການດຳເນີນງານ ກໍ່ຄື ການໝູນໃຊ້ນະວັດຕະກຳ ເຂົ້າໃນການປະຕິບັດບັນດາ SDGs; ຢັ້ງຢືນການເຂົ້າຮ່ວມ ຂອງໄວໜຸ່ມຈະປະກອບສ່ວນຍູ້ໄວ, ກໍ່ຄືຊອກຫາທິດກ້າວເດີນໃໝ່ໃຫ້ແກ່ການຫັນ SDGs ໃຫ້ປະກົດຜົນເປັນຈິງ.

ສະມາຊິກລັດຖະສະພາໜຸ່ມທົ່ວໂລກກະທຳ, ຍູ້ໄວວິວັດການປະຕິບັດບັນດາ SDGs

        ພາຍຫຼັງດຳເນີນກອງປະຊຸມ 8 ຄັ້ງກ່ອນ, ເປັນຄັ້ງທຳອິດ, ທີ່ກອງປະຊຸມ ສະມາຊິກລັດຖະສະພາໜຸ່ມທົ່ວໂລກ ຄັ້ງທີ 9 ນີ້ ໄດ້ຮັບຮອງເອົາຖະແຫຼງການ ກອງປະຊຸມກ່ຽວກັບ “ບົດບາດຂອງໄວໜຸ່ມໃນການຊຸກຍູ້ການປະຕິບັດບັນດາເປົ້າ ໝາຍ ພັດທະນາແບບຍືນຍົງ ຜ່ານການຫັນປ່ຽນດີຈີຕອນ ແລະ ນະວັດຕະກຳ”. ຖະແຫຼງການໄດ້ຍົກອອກມາໃນສະພາບການປະຈຸບັນ, ບັນດາປະເທດພວມປະເຊີນ ໜ້າກັບສິ່ງທ້າທາຍຫຼາຍຢ່າງ, ໃນການບັນລຸບັນດາ SDGs, ໃນຂະນະມີພຽງ 12% ບັນດາເປົ້າໝາຍພວມໄດ້ປະຕິບັດເປັນຢ່າງດີ, ສ່ວນ 50% ເປົ້າໝາຍແມ່່ນພວມດຳ ເນີນ ຢ່າງຊັກຊ້າ.

        ຕາມບັນດາສະມາຊິກລັດຖະສະພາໜຸ່ມແລ້ວ, ໂລກພວມຕ້ອງປະເຊີນໜ້າກັບ ການພັດທະນາຢ່າງວ່ອງໄວຂອງເຕັກໂນໂລຊີ, ການຫັນເປັນດີຈີຕອນ ແລະ ນະວັດຕະກຳ. ດ້ວຍບົດບາດແມ່ນຜູ້ນຳໃຊ້ເຕັກໂນໂລຊີ ແລະ ຜູ້ຊຸກຍູ້ເຕັກໂນໂລຊີ ພັດທະນານັ້ນ, ໄວໜຸ່່ມພວມກຳແໜ້ນບົດບາດສຳຄັນໃນການວາງການຫັນເປັນ ດີຈີຕອນ ແລະ ນະວັດຕະກຳແມ່ນໃຈກາງຂອງບັນດາການເຄື່ອນໄຫວ, ເພື່ອແນໃສ່ ຍູ້ໄວຄວາມຄືບໜ້າໃນການປະຕິບັດ SDGs ແລະ ເພື່ອໃຫ້ທຸກຄົນອາດສາມາດ ສຳຜັດຢ່າງສະດວກກ່ວາ ແລະ ບໍ່ມີໃຜຖືກຕົກຢູ່ເບື້ອງຫຼັງ. ໃນນັ້ນ, ບັນດາສະມາຊິກລັດຖະ ສະພາໜຸ່ມ ອາດຈະສວມບົດບາດສຳຄັນໃນການພັດທະນາລຸຸ້ນຊາວໜຸ່ມໃຫ້ມີຄວາມຮູ້ ດ້ານເຕັກໂນໂລຊີ ແລະ ອາດສາມາດແກ້ໄຂບັນຫາເພື່ອຊຸກຍູ້ສັນຕິພາບ ແລະ ການພັດທະນາແບບຍືນຍົງ. ທ່ານ Dan Carden, ປະທານເວທີປາໄສສະມາຊິກ ລັດຖະສະພາໜຸ່ມ ສະຫະພັນລັດຖະສະພາສາກົນ (IPU), ສະມາຊິກລັດຖະສະພາ ລາຊະອານາຈັກ ອັງກິດ, ເນັ້ນໜັກວ່າ:

        “ວິທະຍາສາດ ແລະ ເຕັກໂນໂລຊີ ບໍ່ພຽງແຕ່ແມ່ນຂໍ້ກຸນແຈໃຫ້ແກ່ການພັດທະນາ ແບບຍືນຍົງເທົ່ານັ້ນ, ຫາກຍັງຊຸກຍູ້ສັນຕິພາບ ແລະ ຄວາມໝັ້ນຄົງອີກດ້ວຍ. ພວກເຮົາ, ບັນດາສະມາຊິກລັດຖະສະພາໜຸ່ມ, ອາດສາມາດສວມບົດບາດສຳຄັນ ໃນການພັດທະນາລຸ້ນໄວໜຸ່ມໃຫ້ມີຄວາມຮູ້ດ້ານເຕັກໂນໂລຊີ ແລະ ອາດສາມາດແກ້ໄຂບັນຫາເພື່ອຊຸກຍູ້ສັນຕິພາບ ແລະ ການພັດທະນາແບບຍືນຍົງໄດ້. ສະມາຊິກລັດຖະສະພາໜຸ່ມມີຄວາມຮັບຜິດຊອບຮັບປະກັນວ່າ ການປ່ຽນແປງທາງດ້ານ ເຕັກໂນໂລຊີຈະໄດ້ຮັບການຄຸ້ມຄອງດ້ວຍບັນດາຫຼັກການທີ່ມີຈັນຍາບັນ, ໃນນັ້ນ, ການຮັບຮູ້ຄວາມ ເປັນຫຼາຍຮູບຫຼາຍແບບຂອງວັດທະນະທຳ ແມ່ນກຳລັງແຮງໃຫ້ແກ່ການພັດທະນາ ແບບຍືນຍົງ”.

        ໂດຍຢັ້ງຢືນບົດບາດນຳໜ້າຂອງລຸ້ນໜຸ່ມ, ໃນນັ້ນມີບັນດາສະມາຊິກລັດຖະ ສະພາໜຸ່ມ, ໃນການຍູ້ໄວວິວັດການປະຕິບັດບັນດາ SDGs ໃນຊຸມປີຕໍ່ໄປ, ທ່ານ Duarte Pacheco,  ປະທານ IPU ຮຽກຮ້ອງວ່າ:

        “ພວກເຮົາຄວນຕັດສິນໃຈປະຕິບັດບັນດາຄຳໝັ້ນສັນຍາທີ່ໄດ້ໃຫ້ແລ້ວນັ້ນ, ບັນດາສະມາຊິກລັດຖະສະພາ ຄວນກາຍເປັນການນຳ, ບໍ່ພຽງແຕ່ແມ່ນນັກການເມືອງ ເທົ່ານັ້ນ. ລຸ້ນໜຸ່ມ ຄວນສ້າງການປ່ຽນແປງໃໝ່, ຊຸກຍູ້ວິທະຍາສາດ, ນະວັດຕະກຳ, ສະຫງວນຫຼາຍ ແຫຼ່ງກຳລັງກ່ວາໃຫ້ແກ່ເຕັກໂນໂລຊີ, ຍົກສູງຄວາມຮູ້ດ້ານດີຈີຕອນ, ມີປະຕິກິລິຍາ ທີ່ເໝາະສົມເພື່ອປົກປັກຮັກສາສິ່ງແວດລ້ອມ ແລະ ຮັບມືກັບ ການປ່ຽນແປງຂອງດິນ ຟ້າອາກາດ. IPU, ບັນດາສະມາຊິກຄະນະການນຳ, ຄະນະເລຂາ IPU  ຍາມໃດ ກໍ່ໜູນຊ່ວຍ ແລະ ສ້າງທຸກເງື່ອນໄຂສະດວກ ເພື່ອໃຫ້ບັນດາສະມາຊິກລັດຖະສະພາ ໜຸ່ມເຄື່ອນໄຫວ”.

ເສີມຂະຫຍາຍບົດບາດຂອງສະມາຊິກລັດຖະສະພາໜຸ່ມ ຫວຽດນາມ ໃນວິວັດການ ປະຕິບັດບັນດາ SDGs

        ຕາມຕົວເລກສະຖິຕິແລ້ວ, ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດໃນໂລກມີ ອັດຕາຜູູ້ມີອາຍຸຕຳ່ກ່ວາ 45 ປີເຂົ້າຮ່ວມການເຄື່ອນໄຫວລັດຖະສະພາຫຼາຍທີ່ສຸດ, ກວມເອົາ 25% ຈຳນວນສະມາຊິກສະພາແຫ່ງຊາດທັງໝົດ. ເລື່ອງສະພາແຫ່ງຊາດ ຫວຽດນາມ ຈັດກອງປະຊຸມສະມາຊິກລັດຖະສະພາໜຸ່ມທົ່ວໂລກ ຄັ້ງທີ 9 ບັນລຸຜົນສຳເລັດ ແມ່ນໂອກາດເພື່ອໃຫ້ ຫວຽດນາມ ໄດ້ຮອງຮັບ ແລະ ຮັບຟັງບັນດາ ບົດຮຽນຂອງບັນດາສະມາຊິກລັດຖະສະພາ, ພິເສດແມ່ນບັນດາສະມາຊິກລັດຖະ ສະພາໜຸ່ມໃນຂອບເຂດທົ່ວໂລກ, ໃນການສ້າງ ແລະ ວາງນະໂຍບາຍ. ທ່ານ  ຮ່ວາງມິງຮ໊ຽວ, ສະມາຊິກສະພາແຫ່ງຊາດແຂວງ ເງະອານ, ຖືວ່າ:

        “ມີຫຼາຍບົດຮຽນຂອງບັນດາປະເທດເພື່ອໃຫ້ ຫວຽດນາມ ອາດສາມາດຖອດ ຖອນເອົາບົດຮຽນ, ປະສົບການໄດ້. ອາດເວົ້າເຖິງບັນດາຂໍ້ກຳນົດ, ຊອບແວ, ແອັບພິລີເຄຊັນ ຂອງເຂົາເຈົ້າໃນການເພີ່ມທະວີການເຂົ້າຮ່ວມຂອງປະຊາຊົນ, ພິເສດແມ່ນລຸ້ນໜຸ່ມ, ໃນການເຂົ້າຮ່ວມປະກອບຄຳເຫັນເຂົ້າໃນການວານະໂຍບາຍ. ຫຼືມີລັດຖະສະພາສ້າງກຳມາທິການອະນາຄົດ ເພື່ອພິຈາລະນາບັນດາ ບັນຫາກ່່ຽວຂ້ອງເຖິງເຕັກໂນໂລຊີໃໝ່, ຄື: AI, blockchain... ນີ້ອາດຈະແມ່ນການເຈາະຈິ້ມດ້ານນະໂຍບາຍທີ່ດີເຊິ່ງ ຫວຽດນາມ ອາດຈະຖອດຖອນບົດຮຽນ”.

        ໃນສະພາບການພາຍໃນປະເທດ ແລະ ສາກົນປະຈຸບັນ, ບັນດາສາມະຊິກ ສະພາແຫ່ງຊາດໜຸ່ມຂອງ ຫວຽດນາມ ໄດ້ມີສະຕິຕໍ່ຄວາມຮັບຜິດຊອບຂອງຕົນ ແລະ ໃຫ້ຄຳໝັ້ນສັນຍາຈະເຂົ້າຮ່ວມຕັ້ງໜ້າ, ມີປະສິດທິຜົນ ໃນວິວັດການສ້າງລະບອບ, ກອບນິຕິກຳໃຫ້ສົມບູນແບບ; ເຂົ້າຮ່ວມການຕິດຕາມກວດກາສຳລັບການ ປະຕິບັດບັນດານະໂຍບາຍຢ່າງມີປະສິດທິຜົນ. ພ້ອມນັ້ນ, ກໍ່ມານະພະຍາຍາມຢ່າງບໍ່ ຢຸດຢັ້ງເພືື່ອກາຍເປັນພົນລະເມືອງດີຈີຕອນ ທົ່ວໂລກ ແລະ ແຜ່ກະຈ່າຍບັນດາຄຸນ ຄ່າ, ສີສັນວັດທະນະທຳ ຫວຽດນາມ ອອກສູ່ໂລກ. ທ່ານ ຫງວຽນແອັງຕວັນ, ປະທານກຸ່ມສະມາຊິກສະພາແຫ່ງຊາດໜຸ່ມ ຫວຽດນາມ, ຮອງຫົວໜ້າຄະນະຈັດຕັ້ງ ກອງປະຊຸມສະມາຊິກລັດຖະສະພາໜຸ່ມທົ່ວໂລກ ຄັ້ງທີ 9, ເນັ້ນໜັກວ່າ:

        “ຜ່ານກອງປະຊຸມຄັ້ງນີ້, ພວກຂ້າພະເຈົ້າຢາກຮຽກຮ້ອງ ແລະ ຊຸກຍູ້ນຳ້ໃຈ, ຄວາມຮັບຜິດຊອບ ແລະ ການເຂົ້າຮ່ວມຂອງໄວໜຸ່ມ ຫວຽດນາມ ເຂົ້າໃນ 3 ເນື້ອໃນ ເຊິ່ງປະເທດຊາດພວມຕ້ອງການໃນໄລຍະປະຈຸບັນ, ນັ້ນແມ່ນ: ນະວັດຕະກຳ, ການຫັນເປັນດີຈີຕອນ ແລະ ຊຸກຍູ້ຄວາມເປັນຫຼາຍຮູບຫຼາຍສີດ້ານວັດທະນະທຳ ເພື່ອເປົ້າໝາຍພັດທະນາແບບຍືນຍົງ. ເມືື່ອໄວໜຸ່ມມີສະຕິຄວາມຮັບຮູ້ຖືກຕ້ອງກັບຄວາມ ຮັບຜິດຊອບຂອງຕົນຢູ່່ໃນເນື້ອໃນນີ້, ເວລານັ້ນພວກເພື່ອນຈະສ້າງໄດ້ກຳລັງໜູນ, ແຫຼ່ງກຳລັງໃໝ່ໃຫ້ແກ່ການພັດທະນາຂອງປະເທດຊາດ, ມຸ່ງໄປເຖິງເປົ້າໝາຍ ຫວຽດນາມ ເຂັ້ມແຂງ ແລະ ວັດທະນາຖາວອນ ຄືດັ່ງມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ໄດ້ວາງອອກ”.

        ເລື່ອງກອງປະຊຸມສະມາຊິກລັດຖະສະພາໜຸ່ມທົ່ວໂລກ ຄັ້ງທີ 9 ໄດ້ຈັດຂຶ້ນກ່ອນ ທີ່ຈະຈັດກອງປະຊຸມສຸດຍອດ ສປຊ ກ່ຽວກັບບັນດາ SDGs (18 – 19 ກັນຍາ ຢູ່ ນິວຢອກ, ປະເທດ ອາເມລິກາ) ໄດ້ສະແດງໃຫ້ເຫັນແຈ້ງເຖິງການກະທຳຂອງ ບັນດາສະມາຊິກລັດຖະສະພາໃນໂລກ ໃນການເສີມຂະຫຍາຍບົດບາດຂອງ ສະມາຊິກລັດຖະສະພາ, ໃນນັ້ນມີບັນດາສະມາຊິກລັດຖະສະພາໜຸ່ມ, ໃນການ ປະຕິບັດ SDGs. ຈາກນັ້ນ, ບັນດາສະມາຊິກສະພາແຫ່ງຊາດໜຸ່ມ ຫວຽດນາມ ກໍ່ມີສະຕິຮັບຮູ້ໄດ້ເຖິງບົດບາດ ແລະ ຄວາມຮັບຜິດຊອບຂອງຕົນໃນການສ້າງ ແລະ ປະຕິບັດນະໂຍບາຍໃຫ້ສົມບູນແບບ ເພື່ອພ້ອມກັບສະພາແຫ່ງຊາດ ຫວຽດນາມ ປະຕິບັດບັນດາຄຳໝັ້ນສັນຍາທີ່ໄດ້ເຫັນດີເປັນເອກະພາບກ່ຽວກັບການປະຕິບັດບັນດາ ເປົ້າໝາຍພັດທະນາແບບຍືນຍົງ, ພິເສດແມ່ນການປະຕິບັດບັນດາ SDGs ຜ່ານການຫັນເປັນດີຈີຕອນ ແລະ ນະວັດ ຕະກຳ./.

ຕອບກັບ

ຂ່າວ/ບົດ​ອື່ນ