ຊຸກຍູ້ບັນດາກົນໄກຮ່ວມມື, ສອດຄ່ອງກັບສະພາບແວດລ້ອມແຫ່ງການ ແກ້ງແຍ້ງສາກົນໃຫມ່

(vovworld)-ກອງ​ປະຊຸມ​ລັດຖະມົນຕີ​ກ່ຽວ​ກັບ​ການ​ພັດທະນາ​ແຫ​ລ່ງຊັບພະຍາກອນ​ມະນຸດ​ເວທີ​ປາ​ໄສ​ການ​ຮ່ວມ​ມື​ເສດຖະກິດ ອາຊີ -ປາຊີ​ຟີ​ກ(APEC)  ຄັ້ງ​ທີ 6 ​ໂດຍ​ຫວຽດນາມ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ຂຶ້ນ ຫາ​ກໍ່​ອັດ​ລົງຢູ່ ຮ່າ​ໂນ້ຍ ພາຍຫລັງ​ເຮັດ​ວຽກ​ມາ​ເປັນ​ເວລາ 2 ວັນ. ກອງ​ປະຊຸມ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ ​ເປັນ​ຂີດ​ໝາຍ 25 ປີ​ແຫ່ງ​ການ​ສ້າງ​ຕັ້ງ ​ແລະ ພັດທະນາ​ຂອງ APEC, ກະກຽມ                                                                  ​ໃຫ້​ແກ່​ເລື່ອງ​ຫວຽດນາມ ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ກອງ​ປະຊຸມ APEC ຄັ້ງ​ທີ 25 ​ໃນ​ປີ 2017. ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ ອີກ​ຄັ້ງ​ຫນຶ່ງ ຢືນຢັນ: ຫວຽດນາມ ​ໄດ້, ພວມ ​ແລະ ຈະ​ຮ່ວມ​ມື​ຢ່າງ​ຕັ້ງຫນ້າ​ພ້ອມ​ກັບ APEC ​ເພື່ອ​ຊຸກຍູ້​ບັນດາ​ກົນ​ໄກ​ຮ່ວມ​ມື, ຮ່ວມ​ສຳພັນ​ດ້ານ​ເສດຖະກິດ​ເປັນ​ຫລາຍ​ຮູບ​ຫລາຍ​ແບບ, ​ໄຫວ​ພິບ, ປະສິດທິ​ຜົນ, ສອດ​ຄ່ອງກັບ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ແກ້ງ​ແຍ້​ງສາກົນ​ໃຫມ່.
ຊຸກຍູ້ບັນດາກົນໄກຮ່ວມມື, ສອດຄ່ອງກັບສະພາບແວດລ້ອມແຫ່ງການ ແກ້ງແຍ້ງສາກົນໃຫມ່ - ảnh 1
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ກ່າວຄຳເຫັນທີ່ວາລະໄຂກອງປະຊຸມ

ກອງ​ປະຊຸມ​ລັດຖະມົນຕີ APEC ຄັ້ງ​ທີ 6 ກ່ຽວ​ກັບ​ການ​ພັດທະນາ​  ແຫ​ລ່ງຊັບພະຍາກອນ​ມະນຸດ ​ໄດ້​ສຸມ​ໃສ່​ປຶ​ກສາ​ຫາລື 3 ຫົວ​​ເລ່ືອງ​ກ່ຽວ​ຂ້ອງ​ເຖິງ​ການ​ຫນູນ​ຊ່ວຍ​ການ​ເຕີບ​ໂຕຢ່າງ​ສະ​ໝຳ່ສະ​ເຫມີ ​ແລະ ໝັ້ນຄົງ ​ເພື່ອ​ແກ້​ໄຂ​ບັນດາ​ແງ່​ມູມຂອງ​ວິວັດ​ການ​ໂລກາ​ພິວັດ; ຍົກ​ສູງ​ຄຸນ​ນະພາ​ບ​ແຫ​ລ່ງຊັບພະຍາກອນ​ມະນຸດ ​ເພື່ອ​ຕອບ​ສະຫນອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ລະບົບ​ສະຫນອງ ​ແລະ ຊຸກຍູ້​ການຍົກຍ້າຍ​ຄົນ​ງານ ​ແລະ ພັດທະນາ​ທັກ​ສະ. ກອງ​ປະຊຸມ​ແມ່ນ​ຫນຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ສຳຄັນ ​ເພື່ອ​ຫັນ​ບັນດາ​ເນື້ອ​ໃນ​ຂອງ​ຖະ​ແຫລ​ງກາ​ນຮ່ວມ​ຂອງ​ບັນດາ​ການ​ນຳ APEC ​ໃຫ້​​ປະກົດ​ຜົນ​ເປັນ​ຈິງ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ພັດທະນາ​    ແຫ​ລ່ງຊັບພະຍາກອນ​ມະນຸດ ບໍ່​ພຽງ​ແຕ່​ໃນ APEC ​ເທົ່າ​ນັ້ນ ຫາກ​ກັບ​ບັນດາ​ຄູ່​ຮ່ວມ​ມື​ພາຍ​ນອກ ອີກ​ດ້ວຍ, ຊື່​ງ​ໄດ້​ຮັບຮອງ​ເອົາ​ທີ​່ກອງ​ປະຊຸມ​ສຸດ​ຍອດ APEC ຄັ້ງ​ທີ 21
    ​ແຫ​ລ່ງຊັບພະຍາກອນ​ມະນຸດ ປະກອບສ່ວນ​​​​ໃຫ້​ແກ່​ການ​ເຕີບ​ໂຕ APEC

        ອາດ​ຈະ​ຢືນຢັນ​ໄດ້​ວ່າ, ຜ່ານ​ໄລຍະ 25 ປີ​ແຫ່ງ​ການ​ພັດທະນາ, APEC ​ໄດ້​ມີ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ປະ​ສິດທິ​ຜົນ​ແຫ​ລ່ງຊັບພະຍາກອນ​ມະນຸດ​ຢ່າງອຸດົມສົມບູນ ດ້ວຍ​ລະດັບ​ຄວາມ​ຮູ້, ທັກ​ສະ​ນັບ​ມື້​ນັບ​ສູງ ຄຽງ​ຄູ່​ກັບ​ການ​ພັດທະນາ​ຂອບ​ເຂດ, ລະບອບ​ນະ​ໂຍບາຍ​ສອດຄ່ອງ, ​ເຊີ​ດຊູ​ຄຸນຄ່າ​ວັດທະນະທຳ​ມະນຸດ, ປົກ​ປ້ອງ ​ແລະ ​ເຊື່ອມ​ຕໍ່​ມະນຸດກັບ​ມະນຸດ.

        ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ທ່າ​ອ່ຽງ​ໂລກາພິວັດ ​ແລະ​ຫັນ​ເປັນ​ເສລີ ນັບ​ມື້​ນັບ​ເລິກ​ເຊິ່ງກວ້າງຂວາງ, ຮູບ​ການ​ຮ່ວມ​ມື, ຮ່ວ​ມສຳພັນ​​ເສດຖະກິດ​ເປັນ​ຫລາຍ​ຮູບ​ຫລາຍ​ແບບ, ສ້າງ​ກາລະ​ໂອກາດ​ໃຫມ່​ຫລາຍ​ຢ່າງ, ​ແຕ່​ກໍ່​ວາງ​ອອກ​ບັນດາ​ສິ່ງ​ທ້າ​ທາຍ​ໃຫມ່​ສຳລັບ​ໂລກ​ເວົ້າ​ລວມ ​ແລະ ​ແຕ່ລະ​ປະ​ເທດສະມາຊິກ APEC ​ເວົ້າ​ສະ​ເພາະ. ນີ້​ກໍ​ແມ່ນ​ສິ່ງ​ທີ່ ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢູງ ​ເນ​ັ້ນຫນັກ​ທີ່​ວາລະ​​ໄຂ​ກອງ​ປະຊຸມ​ລັດຖະມົນຕີ APEC ຄັ້ງ​ທີ 6 ກ່ຽວ​ກັບ​ການ​ພັດທະນາ​

ແຫ​ລ່ງຊັບພະຍາກອນ​ມະນຸດ.

        “​ໃນ​ສະພາບ​ການ​ເສດຖະກິດ​ໂລກ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ​ພວມ​ວາງ​ອອກ​ສຳລັບ​ແຕ່ລະ​ປະ​ເທດ​ສະມາຊິກ​ພວກ​ເຮົາ​ຄື: ການ​ຟື້ນ​ຕົວ​ການ​ເຕ​ີບ​ໂຕ​ຍັງ​ຊັກ​ຊ້າ, ຂາດ​ຄວາມ​ໝັ້ນຄົງ, ຈຳນວນຜູ້​ວ່າງ​ງານຍັງ​ຫລາຍ, ຂາດ​ຄວາມ​ດຸ່ນດ່ຽງ​ກ່ຽວ​ກັບ​ການ​ສະຫນອງ ​ແລະ ຄວາມ​ຕ້ອງການ​ຄົນ​ງານ​ມີ​ສີມື​ສູງ, ຂາດ​ສະຖຽນ​ລະ​ພາບ​ທາງ​ສັງຄົມ. ນີ້​ແມ່ນ​ບັນດາ​ບັນຫາ​ຄວນ​ໄດ້​ຮັບ​ການ​ແກ້​ໄຂ​ຢູ່​ລະດັບ​ຊາດ, ພາກ​ພື້ນ ​ແລະ ທົ່ວ​ໂລກ. ຄວາມ​ຕັດສິນ​ໃຈ ​ແລະ ຄວາ​ມ​ມານະ​ພະຍາຍາມ​ຂອງ​ແຕ່​ລະ​ພື້ນຖານ​ເສດຖະກິດ ​ແມ່​ນຈຳ​ເປັນ​ທີ່​ສຸດ, ​ແຕ່​ບໍ່​ທັນ​ຄົບ​ຖ້ວນ.”

ກາ​ລະ​ໂອກາດ ​ແລະ ສິ່ງ​ທ້າ​ທາຍ​ໂດຍ​ທ່າ​ອ່ຽງຂົນຂວາຍ​ໃນ APEC ນຳ​ມາ​​ໃຫ້

    ​ໂດຍ​ຮັບ​ຮູ້​ຢ່າງ​ລະອຽດ​ວ່າ ມີ​ແຫຼ່ງຊັບພະຍາກອນ​ມະນຸດທີ່​ມີ​ຄຸນ​ນະ​ພາບ​ສູງ​ແມ່ນ​ຂໍ້​ກຸນ​ແຈ​ເປີດ​ປະຕູ ​ແລະ ຮັບປະກັນ​ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ຮອບດ້ານ​ໃນ​ສະພາບ​ການ​ໂລກາ​ພິວັດ ​ແລະ ຫັນ​ເປັນ​ເສລີ​ນັບ​ມື້​ນັບ​ເລິກ​ເຊິ່ງກ້ວາງ​ຂວາງ, ຫວຽດນາມ ​ໄດ້​ສ້າງ​ໃຫ້​ຕົນ​ເອງ​ບັນດາ​ທ່າ​​ແຮງ​ສ​ະ​ເພາະ ​ໃນ​ການ​ພັດທະນາ​ແຫຼ່ງຊັບ​ພະຍາ​​ກອນ​ມະນຸດ​ຂອງ​ຕົນ​ເພື່ອ​ເຂົ້າ​ຮ່ວມ​ໃນ​ວິວັດທະນາ​ການສັບ​ຊ້ອນວຽກ​ງານ ​ແລະ ຫັນ​ຄົນ​ງານ​ມີ​ວິຊາ​ສະ​ເພາະ​ໃນ​ຂອບ​​ເຂດ​ທົ່ວ​ໂລກ​ຄື​ໃນ​ປະຈຸ​ບັນ. ​ແຕ່​ວ່າ, ກໍ່​ຄື​ບັນດາ​ປະ​ເທດ​ສະມາ​ຊິກ APEC ​ແລ້ວ, ຄຽງ​ຄູ່​ກັບ​ບັນດາ​ກາລະ​ໂອກາດ​ທີ່​ນຳ​ມາ​ເຊິ່ງນັ້ນ, ຫວຽດນາມ ພວມ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ບັນດາ​ການ​ທ້າ​ທາຍ​ບໍ່​ແມ່ນ​ໜ້ອຍ, ນັ້ນ​ແມ່ນ ​ເຮັດ​​ແນວ​ໃດ​ຕ້ອງ​ແກ້​ໄຂ​ບັນດາ​ຄຳ​ໝັ້ນ​ສັນຍາ​ໃນ​ບັນດາ​ລະ​ບອບ​ພາກ​ພື້ນ ​ແລະ ທົ່ວ​ໂລກ​ຢ່າງ​ມີປະສິດທິ​ຜົນ​ສູງ​ສຸດ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ​ຂອງ​ປະ​ເທດ​ຊາດ. ອະດີດ​ຮອງ​ນາຍົກລັດຖະມົນຕີ ຫວູຄວານ, ຖື​ວ່າ:

    “ຖ້າຫາກວ່າ​ກ່ອນ​ນີ້, ລະບອບ APEC ​ແມ່ນ​ເອກະສິດ, ​ແຕ່​ປະຈຸ​ບັນ​ໄດ້​ປະກົດ​ອອກ​ມີ​ຫຼາຍ​ລະບອບ​ອື່ນໆ​ອີກ, ​ເຊິ່ງ​ໃນ​ນັ້ນ​ພົ້ນ​ເດັ່ນ​​ແມ່ນ​ການ​ຮ່ວມ​ມື TPP (ສັນຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ຂ້າມ​ ປາຊີ​ຟິກ), ການ​ຮ່ວມ​ມື ອາຊີ ຕາ​ເວັນ​ອອກ ຫຼື ບັນດາ​ລະບອບ​ເສລີ 2 ຝ່າຍ​ອື່ນ. ດັ່ງ​ນັ້ນ APEC ຕ້ອງ​ກຳນົດ​ຄື​ແນວ​ໃດ​​ໃນ​ລະບອບ​ນີ້, ​ເພື່ອ​ລີກ​ຫຼ້ຽງການ​ກ້າວ​ກ່າ​ຍ”

ຕັ້ງຫນ້າ​ຊຸກຍູ້​ບັນດາ​ກົນ​ໄກ​ຮ່ວມ​ມື​ໃນ APEC

        ​ໃນ​ໄລຍະ 16 ປີ​ແຫ່ງ​ການ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ APEC, ຫວຽດນາມ ​ໄດ້​ຮ່ວມ​ມື​ຢ່າງ​ຕັ້ງຫນ້າ ​ແລະ ຈະ​ສືບ​ຕໍ່​ພ້ອມ​ກັບບັນດາ​ປະ​ເທດ​ສະມາຊິກ APEC ຊຸກຍູ້​ບັນດາ​ກົນ​ໄກ​ຮ່ວມ​ມື, ຮ່ວມ​ສຳພັນ​ດ້ານ​ເສດຖະກິດ​ເປັນ​ຫລາຍ​ຮູບ​ຫລາຍ​ແບບ, ​ໄຫວ​ພິບ, ມີ​ປະສິດທິ​ຜົນ ສອດຄ່ອງ​ກັບ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ແກ້ງ​ແຍ້​ງສາກົນ​ໃຫມ່. ກອງ​ປະຊຸມ​ລັດຖະ​ມົນຕີ APEC ກ່ຽວ​ກັບ​ການ​ພັດທະນາ​ແຫ​ລ່ງຊັບພະຍາກອນ​ມະນຸດ ຄັ້ງ​ນີ້ ປະກອບສ່ວນ​ຮັດ​ແຫນ້ນ​ສາຍ​ກ່ຽວ​ພັນ, ການ​ຮ່ວມ​ມື​ໃນ​ພາກ​ພື້ນ​ຢ່າງ​ມີ​ປະສິດທິ​ຜົນ ດ້ວຍ​ເລື່ອງ​ວາງ​ອອກ​ຂໍ້​ສະ​ເຫ​ນີ​ແນະ, ຂໍ້​ລິ​ເລີ່​ມ​ໃຫມ່​ຫລາຍ​ຂໍ້, ບັນດາ​ມາດ​ຕະການ​ປະສິດທິ​ຜົນ​ຖື​ມະນຸດ​ເປັນ​ໃຈກາງ, ຈຳກັດ​ບັນດາ​ການ​ເຄື່ອນ​ໄຫວ​ຫຍໍ້​ທໍ້​ຂອງ​ໂລກາ​ພິວັດ.

        ​ໃນ​ໄລຍະ​ຈະ​ມາ​ເຖິງ, ຫວຽດນາມ ພວມ​ຕັ້ງຫນ້າ ກະກຽມ​ໃຫ້​ແກ່​ເຫດການ​ກອງ​ປະຊຸມ APEC ຄັ້ງ​ທີ 25 ຈັດ​ຂຶ້ນຢູ່ ຫວຽດນາມ ​ໃນ​ປີ 2017. ທ່ານ David Dodwell, ຜູ້ຕາງຫນ້າ​ສະພາ​ເສດຖະກິດ APEC ຖື​ວ່າ:

        “ຫວຽດນາມ ຈະ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ກອງ​ປະຊຸມ APEC ​ໃນ​ປີ 2017, ​ເພາະສະ​ນັ້ນ ຂ້າພະ​ເຈົ້າ​ຖື​ວ່າ ນີ້​ແມ່ນ​ບາດກ້າວ​ກະກຽມ​ຂອງ​ຫວຽດນາມ ເປັນ​ຢ່າງ​ດີ, ຮັບປະກັນ​ໃຫ້​ແກ່​ຜົນສຳ​ເລັດ​ຂອງ​ປີ APEC ປີ 2017. ບັນດາ​ການ​ເຄື່ອນ​ໄຫວ​ຢ່າງ​ຕັ້ງຫນ້າ​ຂອງ​ຫວຽດນາມ ​ໃນ APEC ​ແມ່ນ​ບາດກ້າວ​ເລີ່​ມຕົ້ນ​ໃຫ້​ວິວັດ​ການ​ສືບ​ຕໍ່​​ເຈລະຈາ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຂອງ ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ.”

        ພາຍຫລັງ 30 ປີ ​ແຫ່ງ​ການ​ປ່ຽນ​ແປງ​ໃຫມ່, ປະຈຸ​ບັນ ຫວຽດນາມ ພວມ​ໃນ​ໄລຍະ​ອັດຕາ​ສ່ວນ​ພົນລະ​ເມືອງ​ຫນຸ່ມ​ຢູ່​ໃນ​ລະດັບ​ສູງ, ກຳລັງ​​ແຮງ​ງານ​ອຸດົມສົມບູນ ​ແລະ ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫລາຍ​ຢ່າງ. ​ໄລຍະ​ນີ້​ຈະ​ແກ່ຍາວ​ອີກ 30 -35 ປີ​ ຕາມ​ການ​ຄາດ​ຄະ​ເນ​ຂອງ​ບັນດາ​ນັກ​ວິ​ທະ​ຍາ​ສາດ. ບັນດາ​ມາດ​ຕະການ​​ເໝາະ​ສົມ​ໃນ​ການ​ສອນ​ວິຊາ​ຊີບ, ນຳ​ໃຊ້​ກຳລັງຄົນ​ງານຢ່າງ​ເໝາະ​ສົມ, ພິ​ເສດ​ແມ່ນ​ການ​ຮ່ວມ​ມື​ຢ່າງ​ຕັ້ງຫນ້າ​ໃນ​ບັນດາ​ກົນ​ໄກ​ສຳຄັນ​ທົ່ວ​ໂລກ​ຄື: APEC, ​ແມ່ນ​ບັນດາ​ເງື່ອນ​ໄຂ​ສະດວກ​ເພ່ືອ​ໃຫ້​ຫວຽດນາມ ຍູ້​ແຮງ​ລະດັບ​ການ​ພັດທະນາ​ເສດຖະກິດ​ສັງຄົມ.

 

ຂ່າວ/ບົດ​ອື່ນ