ຊຸກ​ຍູ້ບັນ​ດາ​ມາດ​ຕະ​ການ​ພັດ​ທະ​ນາວ​ຽກ​ເຮັດ​ງານ​ທຳ​ພາຍຫຼັງ ໂລກ​ລະ​ບາດ Covid – 19

(VOVWORLD) - ມາຮອດປັດຈຸບັນ, ຫວຽດນາມສາມາkດຄວບຄຸມໂລກລະບາດ Covid – 19ໄດ້ໂດຍພື້ນຖານ, ແຕ່ໂລກລະບາດພວມກໍ່ຜົນທະທົບໂດຍກົງຢ່າງໜັກໜ່ວງເຖິງລາຍຮັບ ແລະ ການຫາເງິນລ້ຽງຊີບຂອງຜູ້ອອກແຮງງານ, ເປັນຕົ້ນແມ່ນບັນດາຜູ້ອອກແຮງງານທຸກຍາກ. ຕ້ອງມີວິທີການແກ້ໄຂສະພາບການດັ່ງກ່າວໂດຍໄວແມ່ນຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ ແລະ ກໍ່ແມ່ນແນວຄິດຈິດໃຈຂອງສະມາຊິກສະພາແຫ່ງຊາດຢູ່ກອງປະຊຸມສະໄໝສາມັນເທື່ອທີ 9ນີ້.
ຊຸກ​ຍູ້ບັນ​ດາ​ມາດ​ຕະ​ການ​ພັດ​ທະ​ນາວ​ຽກ​ເຮັດ​ງານ​ທຳ​ພາຍຫຼັງ ໂລກ​ລະ​ບາດ Covid – 19 - ảnh 1ກອງປະຊຸມສະພາແຫ່ງຊາດ (ພາບ: Quochoi.vn) 

ໂລກລະບາດ Covid – 19 ໄດ້ເຮັດໃຫ້ ຜູ້ອອກແຮງງານຫວຽດນາມນັບລ້ານຄົນຢູ່ໃນລະບົບ ແລະ ນອກລະບົບ ບໍ່ມີວຽກເຮັດງານທຳ. ມາຮອດປັດຈຸບັນ, ເມື່ອຫວຽດນາມ ຍູ້ໂລກລະບາດໃຫ້ຖອຍໄປໂດຍພື້ນຖານ, ບັນດາວິສາຫາກິດ ໄດ້ເລີ່ມຟື້ນຟູການຜະລິດ, ບັນຫາທີ່ວາງອອກນັ້ນແມ່ນ ແກ້ໄຂວຽກເຮັດງານທຳໃຫ້ແກ່ຜູ້ອອກແຮງງານທີ່ບໍ່ມີວຽກເຮັດງານທຳ, ຮັບປະກັນຈຳນວນແຮງງານສະເໜອງໃຫ້ແກ່ຕະຫຼາດແຮງງານຄືນໃໝ່.

ຮັບປະກັນແຮງງານທີ່ມີທັກສະ

ທ່ານດ່າວງອກຢຸງ ລັດຖະມົນຕີກະຂວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມໄດ້ໃຫ້ຂໍ້ສັງເກດວ່າ, ດ້ວຍບັນດານະໂຍບາຍຂອງລັດຖະບານ ແລະ ຄວາມມານະພະຍາຍາມ ຮັບເອົາໂອກາດຟື້ນຟູເສດຖະກິດ, ການເຄື່ອນໄຫວຜະລິດ, ການບໍລິການຟື້ນຟູ ມັນຈະມີຜູ້ອອກແຮງງານ ປະມານ 70.000 – 80.000 ຄົນຢູ່ຂົງເຂດຕ່າງໆຈະກັບຄືນສູ່ຕະຫຼາດແຮງງານເທື່ອລະກ້າວ. ເພາະສະນັ້ນ, ບັນດາທ້ອງຖິ່ນ, ວິສາຫະກິດຄວນມີບຸລິມະສິດແຖວໜ້າແມ່ນສຸມໃສ່ສ້າງໂຄງປະກອບແຫຼ່ງຊັບພະຍາກອນມະນຸດຄືນໃໝ່, ໄປຄຽງຄູ່ກັນນັ້ນແມ່ນການປ່ຽນແປງໃໝ່ເຕັກໂນໂລຢີ ແລະ ລະບົບມູນຄ່າ. ທ່ານກ່າວວ່າ:

ຄວາມຮຽກຮ້ອງທີ່ຈຳເປັນແມ່ນຕ້ອງບຳລຸງສ້າງຄືນໃໝ່, ຍົກສູງທັກສະອາຊີບໃຫ້ແກ່ແຮງງານເພື່ອເພີ່ມທະວີສະມັດຕະພາບການອອກແຮງງານ. ຜົນຕາມມາອັນໃຫຍ່ຫຼວງຂອງພວກເຮົາແມ່ນ ຖ້າຫາກວ່າຫຼຸດພະນັກງານລົງເປັນຈຳນວນຫຼາຍ ຄ່າໃຊ້ຈ່າຍໃນການຮັບສະໝັກແຮງານເຂົ້າເຮັດວຽກໃໝ່ຈະຫຼາຍທີ່ສຸດ ຫຼືວິສາຫະກິດຈະຕ້ອງປະເຊີນໜ້າກັບສະພາບການຂາດເຂີນແຮງງານໃນການເຄື່ອນໄຫວຜະລິດຄືນໃໝ່ຢ່າງແຮງ. ພວກຂ້າພະເຈົ້າຈະສະເໜີ ແລະ ເປັນເສນາທິການໃຫ້ແກ່ລັດຖະບານເພື່ອສະຫງວນເງິນປະມານ 3000 – 5000ຕື້ ດົ່ງ ຈາກກອງທຶນຮັບປະກັນການວ່າງງານເພື່ອບຳລຸງສ້າງກຳລັງແຮງງານຄືນໃໝ່. ຄາດວ່າ, ຈະມີແຮງງານປະມານ 1 ລ້ານຄົນໄດ້ຮັບການບຳລຸງສ້າງຄືນໃໝ່.

ຕາມທ່ານ ຫງໍຢຸຍຫ໋ຽວ ສະມາຊິກສະພາແຫ່ງຊາດສັງກັດຄະນະນະຄອນຮ່າໂນ້ຍແລ້ວ, ຕ້ອງສຸມໃສ່ເຂົ້າບັນດາອາຊີບປາຍແຫຼມ ແລະ ສຸມໃສ່ເຂົ້າການແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ບັນດາວິສາຫະກິດ ເຂົ້າສູ່ການເຄື່ອນໄຫວເພື່ອສ້າງວຽກເຮັດງານທຳໃຫ້ແກ່ຜູ້ອອກແຮງງານ. ທ່ານ ຫງໍຢຸຍຫ໋ຽວເວົ້າວ່າ:

ພວກເຮົາຕ້ອງພັດທະນາບັນດາຂະແໜງອາຊີບໃໝ່, ພິເສດແມ່ນສຸມຄວາມເອົາໃຈໃສ່ຕໍ່ຄອບຄົວດຳເນີນທຸລະກິດເອກະຊົນ. ຄວາມຕ້ອງການໃນການຮັບສະໝັກແຮງງານບັນດາຂະແໜງສະໜອງບໍລິການເຊື່ອມຕໍ່ຜ່ານອິນເຕີແນັດ, ການຄ້າເອເລັກໂຕນິກ, ຜະລິດຕະພັນຕ່ຳແຜ່ນຕັດຫຍິບ, ອຸປະກອນການແພດ, ການຢາ…ແນ່ນອນວ່າຈະເພີ່ມຂຶ້ນ. ສະພາແຫ່ງຊາດ ແລະ ລັດຖະບານຕ້ອງປະກາດໃຊ້ນະໂຍບາຍໃໝ່ເພື່ອໃຫ້ທ້ອງຖິ່ນ ແລະ ບັນດາກະຊວງ, ຂະແໜງການເຂົ້າຮ່ວມຢ່າງແຮງ ແລະ ຂ້ຽວຂາດເພື່ອແກ້ໄຂບັນດາຂໍ້ຫຍຸ້ງຍາກ ແລະ ໜູນຊ່ວຍໃຫ້ບັນດາວິສາຫະກິດຄືບັນດາບ້ວງສິນເຊື່ອໜູນຊ່ວຍຂອງລັດຖະບານ, ປະຕິບັດບັນດາລະບອບຫຼຸດຜ່ອນ, ຍົກເວັ້ນ ຫຼືເລື່ອມກຳນົດ ການເສຍພາສີ, ຄ່າທຳນຽມ…ສຸມໃສ່ເຂົ້າການປະຕິຮູບການບໍລິການ, ຫຼຸດຜ່ອນບັນດາລະບຽບການ, ສ້າງໂອກາດໃຫ້ແກ່ບັນດາວິສາຫະກິດພັດທະນາຢ່າງແຮງທີ່ສຸດໃນສະພາບການປະສົບຄວາມຫຍຸ້ງຍາກນີ້.

ຫວຽດນາມ ພວມຄວບຄຸມໂລກລະບາດ Covid – 19 ໄດ້ຢ່າງມີປະສົບທິດຜົນ. ພື້ນຖານເສດຖະກິດພວມຢູ່ໃນທ່ວງທ່າຟື້ນຟູຄືນໃໝ່. ເລື່ອງບຳລຸງສ້າງທັກສະໃຫ້ແກ່ຜູ້ອອກແຮງງານຄືນໃໝ່ກໍ່ຄືເຊື່ອມຕໍ່ການສະໜອງ - ຄວາມຕ້ອງການໃນຕະຫຼາດແຮງງານຈະຊ່ວຍໃຫ້ຜູ້ອອກແຮງງານມີໂອກາດມີເຮັດວຽກຢ່າງຫຼວງຫຼາຍ, ມີການດຳລົງຊີວິດທີ່ເປັນປົກກະຕິພາຍຫຼັງ ໂລກລະບາດ Covid – 19.

 ເຊື່ອມຕໍ່ລະຫວ່າງການສະໜອງ - ຄວາມຕ້ອງການດ້ານແຮງງານ

        ຢູ່ທ້ອງຖິ່ນ, ບັນດາແຂວງ, ນະຄອນຕ່າງໆ ໄດ້ກໍ່ສ້າງແຜນຮ່າງກ່ຽວກັບການສະໜອງແຮງງານ ເພື່ອຕອບສະໜອງໃຫ້ແກ່ຄວາມຕ້ອງການຂອງວິສາຫະກິດ, ອົງການຕ່າງໆໃນບໍລິເວນ. ພະແນກແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ນະຄອນຮ່າໂນ້ຍ ໄດ້ເຊື່ອມຕໍ່ບັນດາຮາກຖານການສຶກສາວິຊາຊີບ ກັບບັນດາສະຫະສະມາຄົມແຮງງານ, ສະຫະສະມາຄົມວິສາຫະກິດຂະໜາດກາງ ແລະ ນ້ອຍ, ສູນການບໍລິການຈັດຫາງານເພື່ອຢັ້ງຢືນຄວາມຕ້ອງການໃນການບໍາລຸງສ້າງ ແລ້ວຈັດຕັ້ງຜັນຂະຫຍາຍການກໍ່ສ້າງ. ໄລ່ຮອດທ້າຍເດືອນ ເມສາ ຜ່ານມາ, ໃນຈໍານວນວິສາຫະກິດ 1.600 ແຫ່ງ ທີ່ໄດ້ເຂົ້າຮ່ວມການສໍາຫຼວດໃນບໍລິເວນ, ໄດ້ມີວິສາຫະກິດປະມານ 1.000 ແຫ່ງ ມີຄວາມຕ້ອງການຮັບສະໝັກແຮງງານ ດ້ວຍຄາດໝາຍປະມານ 13.000 ຕໍາແໜ່ງ. ບັນດາຕໍາແໜ່ງທີ່ມີຄວາມຕ້ອງການຮັບສະໝັກແຮງງານສ່ວນຫຼາຍແມ່ນກໍາມະກອນຜະລິດ, ນັກວິສະວະກອນກົນຈັກ, ປະດິດສ້າງ, ຕັດຫຍິບ... ແລະຄວາມຕ້ອງການຮັບສະໝັກແຮງງານແມ່ນຫຼາຍຮູບຫຼາຍແບບພໍສົມຄວນ.

ຢູ່ແຂວງດົ່ງນາຍ, ເພື່ອຊ່ວຍແຮງງານຊອກວຽກເຮັດງານທໍາພາຍຫຼັງໂລກລະບາດໄດ້ນັ້ນ, ກໍາມະບານເຂດອຸດສາຫະກໍາ ໄດ້ເຊື່ອມຕໍ່ຊາວຜູ້ອອກແຮງງານ ກັບບັນດາວິສາຫະກິດທີ່ມີຄວາມຕ້ອງການຮັບສະໝັກແຮງງານດ້ວຍຈໍານວນຫຼາຍຢູ່ເຂດອຸດສາຫະກໍາ ບຽນຮວ່າ. ຕາມນັ້ນແລ້ວ, ໄດ້ແກ້ໄຂບັນຫາວຽກເຮັດງານທໍາໃຫ້ແກ່ຊາວອອກແຮງງານທີ່ຖືກວ່າງງານນັບຮ້ອຍຄົນ.

ໃນຂະນະນັ້ນ, ໂຄງການ “ມອບວຽກເຖິງມື, ເອົາຊະນະໂຄວິດ - 19” ໄດ້ປຸກລະດົມແຕ່ທ້າຍເດືອນເມສາຜ່ານມາ ໄດ້ປະກອບສ່ວນຊ່ວຍໃຫ້ແຮງງານ 200.000 ຄົນມີວຽກເຮັດງານທໍາ. ທ່ານໂຮ່ແອັງຕວ໊ນ, ປະທານສະຫະສະມາຄົມພັດທະນາວັດທະນະທໍາ ວິສາຫະກິດ ຫວຽດນາມ ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າໄດ້ປຸກລະດົມລາຍການນີ້ ເພື່ອແນໃສ່ເຊື່ອມຕໍ່ວິສາຫະກິດກັບຊາວຜູ້ອອກແຮງງານ, ຜູ້ນໍາໃຊ້ແຮງງານ ເພື່ອເຮັດແນວໃດຊ່ວຍຊາວຜູ້ອອກແຮງງານທີ່ຖືກວ່່າງງານມີວຽກເຮັດງານທໍາ. ຄວາມຈິງແລ້ວ, ປັດຈຸບັນມີຫຼາຍວິສາຫະກິດເປີດການເຄື່ອນໄຫວຄືນໃໝ່ ແລະ ສືບຕໍ່ການຜະລິດ. ລາຍການດັ່ງກ່າວ ຈະສ້າງທ່ວງທ່າໃຫ້ບັນດາບາດກ້າວເດີນຕໍ່ໄປ ເພື່ອເຊື່ອມຕໍ່ກັບຊາວຜູ້ອອກແຮງງານ, ເຊື່ອມຕໍ່ຜູ້ຖືກວ່າງງານກັບວິສາຫະກິດທີ່ພວມຕ້ອງການແຮງງານ”.

        ຫວຽດນາມ ພວມຄວບຄຸມໂລກລະບາດໂຄວິດ - 19 ໄດ້ຢ່າງສໍາເລັດຜົນ. ພື້ນຖານເສດຖະກິດພວມຢູ່ໃນທ່ວງທ່າຟື້ນຟູຄືນໃໝ່. ການບໍາລຸງກໍ່ສ້າງທັກສະຄືນໃຫ້ແກ່ຊາວຜູ້ອອກແຮງງານ ກໍຄືການເຊື່ອມຕໍ່ແຫຼ່ງສະໜອງ ກັບຜູ້ຕ້ອງການໃນຕະຫຼາດແຮງງານ ຈະຊ່ວຍຊາວຜູ້ອອກແຮງງານ ໄດ້ມີກາລະໂອກາດຊອກວຽກເຮັດງງານທໍາໄດ້ຫຼາຍກວ່າ, ມີຊີວິດການເປັນຢູ່ເປັນປົກກະຕິພາຍຫຼັງໂລກລະບາດໂຄວິດ - 19./.

ຕອບກັບ

ຂ່າວ/ບົດ​ອື່ນ