ຊີຣີ ຕົກເຂົ້າສູ່ສະພາບການຂາດສະຖຽນລະພາບໃໝ່

(VOVWORLD) - ພາຍຫລັງບັນດາຄວາມມານະພະຍາຍາມໄກ່ເກ່ຍບໍ່ສຳເລັດ, ທ້າຍອາທິດຜ່ານມາ, ກຳລັງກອງທັບລັດຖະບານ ຊີຣີ ໄດ້ເປີດບັ້ນບຸກໂຈມຕີທາງບົກແນໃສ່ເທດສະບານເມືອງ Douma ຢູ່ໃກ້ກັບນະຄອນຫລວງ Damascus ກຳລັງຢູ່ໃຕ້ການຄວບຄຸມຂອງຝ່າຍລຸກຮື້ຂຶ້ນ.

ຊາວ ຊີຣີ ເຄີຍມີຄວາມເບີກບານມ່ວນຊື່ນທີ່ສຸດ ເມື່ອກຳລັງລັດອິດສະລາມ (IS) ຖືກບຸກໂຈມຕີໃຫ້ອອກຈາກປະເທດນີ້ ໃນທ້າຍປີ 2017 ຍ້ອນເຂົາເຈົ້າເຊື່ອໝັ້ນວ່າ ຈະມີໂອກາດສ້າງຊີວິດຄືນໃໝ່. ນັບແຕ່ນັ້ນມາຮອດປັດຈຸບັນ, ຊີຣີ ຍັງຄົງຖືກຕົກເລິກເຂົ້າໃນສະພາບການຂາດສະຖຽນລະພາບ. ພິເສດ ແມ່ນໃນຊຸມວັນນີ້, ສະພາບການຢູ່ ຊີຣີ ພັດຮ້ອນເຮັ່ງຂຶ້ນໃນສື່ມວນຊົນສາກົນ ເມື່ອສົງໄສວ່າ ມີເຫດການບຸກໂຈມຕີດ້ວຍອາວຸດເຄມີ ເຮັດໃຫ້ສາມັນຊົນຫລາຍຄົນເສຍຊີວິດຢູ່ Douma. ອີກຄັ້ງໜຶ່ງ ຊີຣີ ພັດຖືກຕົກເຂົ້າສູ່ສະພາບສັບສົນ ເຖິງວ່າບໍ່ແມ່ນບັນຫາໃໝ່ກໍ່ຕາມ ແຕ່ກໍ່ມີໄພຍູ້ປະເທດນີ້ ໃຫ້ຕົກເຂົ້າສູ່ສະພາບຂາດສະຖຽນລະພາບ ຍ້ອນວ່າ ໃນປີກ່ອນ ອາເມລິກາ ກໍ່ອີງໃສ່ເຫດຜົນຄ້າຍຄືດັ່ງກ່າວ ເພື່ອຍິງລູກສອນໄຟນຳວິຖີ Tomahawk ແນໃສ່ ຊີຣີ ນັບສິບລູກ.

        ພາຍຫລັງບັນດາຄວາມມານະພະຍາຍາມໄກ່ເກ່ຍບໍ່ສຳເລັດ, ທ້າຍອາທິດຜ່ານມາ, ກຳລັງກອງທັບລັດຖະບານ ຊີຣີ ໄດ້ເປີດບັ້ນບຸກໂຈມຕີທາງບົກແນໃສ່ເທດສະບານເມືອງ Douma ຢູ່ໃກ້ກັບນະຄອນຫລວງ Damascus ກຳລັງຢູ່ໃຕ້ການຄວບຄຸມຂອງຝ່າຍລຸກຮື້ຂຶ້ນ. ການປະທະກັນລະຫວ່າງ 2 ຝ່າຍເຮັດໃຫ້ສາມັນຊົນນັບສິບຄົນເສຍຊີວິດ, ໃນນັ້ນ ມີຫລາຍກໍລະນີປະສົບກັບບັນຫາກ່ຽວກັບລະບົບຫາຍໃຈ ຍ້ອນຫາຍໃຈເອົາຄວັນອາຍພິດ. ເຫດການດັ່ງກ່າວຍັງບໍ່ທັນຊັດແຈນເທື່ອ ແຕ່ໄດ້ຍື່ນສະເໜີຕໍ່ສະພາຄວາມໝັ້ນຄົງສະຫະປະຊາຊາດຢ່າງວ່ອງໄວ ໄດ້ກໍ່ໃຫ້ເກີດການໂຕ້ຖຽງກັນລະຫວ່າງ ລັດເຊຍ ແລະ ອາເມລິກາ, ຊ້ຳບໍ່ໜຳ ວໍຊິງຕັນ ຖະແຫຼງວ່າ ຈະມີບັນດາມາດຕະການໂຕ້ຕອບລັດຖະບານ ຊີຣີ ເຖິງວ່າມີ ຫຼື ບໍ່ມີການສະໜັບສະໜູນຈາກສະຫະປະຊາຊາດກໍ່ຕາມ.

ເປັນຫຍັງຕ້ອງແມ່ນ Douma?

        Douma ແມ່ນໜຶ່ງໃນບັນດາເຮືອນຮ້ານເພື່ອຕ້ານຢັນສຸດທ້າຍຂອງຝ່າຍລຸກຮື້ຂຶ້ນຢູ່ Ghouta ຕາເວັນອອກ. ໃນຕະຫລອດ 6 ປີຜ່ານມາ, ຝ່າຍລຸກຮື້ຂຶ້ນ ແລະ ບັນດາພວກກະບົດເຄີຍນຳໃຊ້ Douma ເປັນຖານທີ່ໝັ້ນຍິງທຳລາຍນະຄອນຫລວງ Damascus. ຕີຢຶດຄອງໄດ້ Ghouta ຕາເວັນອອກ ແມ່ນໄຊຊະນະທີ່ມີລັກສະນະຕັດສິນຊີ້ຂາດ ແນໃສ່ປ່ຽນແປງສະໜາມຮົບ ຊີຣີ ນັບແຕ່ເມື່ອສົງຄາມກາງເມືອງເກີດຂຶ້ນໃນປີ 2011. ນີ້ໄດ້ຮັບຖືວ່າ ແມ່ນໄຊຊະນະຢ່າງໃຫຍ່ຫລວງ, ມີຄວາມໝາຍສຳລັບທ່ານປະທານາທິບໍດີ ຊີຣີ Bashar al-Assad ຍ້ອນວ່າ ກອງທັບລັດຖະບານ ຊີຣີ ຍາດໄດ້ກຳແພງໃຫຍ່ສຸດທ້າຍຂອງຝ່າຍຄ້ານຢູ່ໃກ້ກັບນະຄອນຫລວງ Damascus. ສິ່ງດັ່ງກ່າວ ກໍ່ມີຄວາມໝາຍວ່າ ແມ່ນໄຊຊະນະຂອງສຳພັນທະມິດ ລັດເຊຍ - ຊີຣີ ໃນການສູ້ຮົບຢູ່ ຊີຣີ ແລະ ກໍ່ມີຄວາມໝາຍກ່ຽວກັບເລື່ອງບົດບາດຂອງ ອາເມລິກາ ແລະ ສຳພັນທະມິດ ໃນສະໜາມຮົບ ຊີຣີ ຖືກອ່ອນແອລົງ.

        ເຫດການຖືກສົງໄສວ່າ ມີການບຸກໂຈມຕີດ້ວຍອາວຸດເຄມີຢູ່ Douma ໄດ້ແຜ່ລາມອອກໄປຖືກກັບຈຸດເວລາທີ່ຝ່າຍລຸກຮື້ຂຶ້ນຖືກເສຍທ່າຢູ່ Douma. ອຳນາດການປົກຄອງປະທານາທິບໍດີ Bashar al-Assad ແລະ ລັດເຊຍ ລ້ວນແຕ່ຖືວ່າ: ນີ້ແມ່ນ “ແຜນການໄດ້ຂຶ້ນແຜນປອມແປງມາກ່ອນແລ້ວ” ແນໃສ່ເຮັດໃຫ້ບັນດາບັ້ນຮົບຕ້ານການກໍ່ການຮ້າຍຢູ່ ຊີຣີ ບຸກໂຈມຕີຫຼົງທິດ.

        ແນ່ນອນວ່າ, ອາເມລິກາ ແລະ ບັນດາປະເທດພັນທະມິດຝ່າຍຕາເວັນຕົກບໍ່ຄັດຄືດັ່ງກ່າວ. ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຖີ້ມໂທດໃສ່ ລັດເຊຍ ແລະ ອີຣານ ຢ່າງວ່ອງໄວ ຍ້ອນວ່າ ໄດ້ສະໜັບສະໜູນລັດຖະບານ ຊີຣີ, ກຳລັງທີ່ຖືກກ່າວຫາວ່າ ຕ້ອງຮັບຜິດຊອບເຫດບຸກໂຈມຕີດັ່ງກ່າວ. ຊ້ຳບໍ່ໜຳ ວໍຊິງຕັນ ຖະແຫຼງວ່າ ຈະມີບັນດາມາດຕະການຕອບໂຕ້ລັດຖະບານ ຊີຣີ ເຖິງວ່າມີ ຫຼື ບໍ່ມີການສະໜັບສະໜູນຈາກສະຫະປະຊາຊາດກໍ່ຕາມ. ກ່ຳປັ່ນຂັບໄລ່ USS Donald Cook ບັນຈຸລູກສອນໄຟນຳວິຖີນັບສິບລູກໄດ້ຮັບຄຳສັ່ງເຄື່ອນຍ້າຍເຂົ້າໃກ້ກັບທ່າກ່ຳປັ່ນ Tartus ຂອງ ຊີຣີ ໃນທັນທີ. ກ່ຳປັ່ນຂັບໄລ່ລຳທີ 2 ແມ່ນ USS Porter ກໍ່ອາດຈະມາເຖິງສະຖານທີ່ດັ່ງກ່າວໃນ 2,3 ວັນຂ້າງໜ້າ.

        ທີ່ການປະຊຸມດ່ວນຂອງສະຫະປະຊາຊາດໃນວັນທີ 9 ເມສາ, ລັດເຊຍ ຢືນຢັນວ່າ ບໍ່ມີສັນຍານຂອງການບຸກໂຈມຕີດ້ວຍອາວຸດເຄມີໃດໆ. ລັດເຊຍ ກໍ່ເຊີນຜູ້ຕາງໜ້າຂອງສະຫະປະຊາຊາດມາສະຖານທີ່ສົງໄສເກີດເຫດການເພື່ອສຳຫລວດກວດກາ. ພ້ອມທັງກ່າວເຕືອນວ່າ ຈະເກີດຜົນຮ້າຍຢ້ອນຫລັງຢ່າງຮ້າຍແຮງ ຖ້າຫາກບຸກໂຈມຕີ ຊີຣີ. ໂດຍບໍ່ຫົວຊາຕໍ່ຂໍ້ອ້າງອີງຂອງ ລັດເຊຍ, ອາເມລິກາ ສືບຕໍ່ເມີນເສີຍ, ຖີ້ມໂທດໃສ່ອຳນາດການປົກຄອງ Bashar al-Assad ແລະ ລັດເຊຍ.

        ໃນຂະນະນັ້ນ, ບັນດາກຳລັງປ້ອງກັນອາກາດ ລັດເຊຍ ຢູ່ ຊີຣີ ໄດ້ຮັບຄຳສັ່ງປະຈຳການສູ້ຮົບໃນຢູ່ລະດັບສູງສຸດ. ບັນດາລະບົບລູກສອນໄຟປ້ອງກັນອາກາດໄລຍະໄກ S-400, ປືນໃຫຍ່-ລູກສອນໄຟປ້ອງກັນອາກາດ Pantsir-S1 ແລະ ເຮືອບິນສູ້ຮົບ Su-30SM, Su-35 ລັດເຊຍ ທີ່ຕັ້ງທັບຢູ່ຖານທີ່ໝັ້ນກອງທັບເຮືອ Tartus ແລະ ຖານທີ່ໝັ້ນກອງທັບອາກາດ Khmermim ພວມຢູ່ໃນສະພາບການກຽມພ້ອມສູ້ຮົບ.

ບັນດາການຄຳນວນຕ່າງໆ

        ແຕ່ດົນແລ້ວ, ວົງການນັກໄຈ້ແຍກໄດ້ຖືວ່າ: ອາເມລິກາ ມີບັນດາການຄຳນວນຜົນປະໂຫຍດອື່ນໆຢູ່ ຊີຣີ, ໃນນັ້ນ ປາດຖະໜາຢາກໃຫ້ເພີ່ມຜົນສະທ້ອນຢູ່ພາກພື້ນຕື່ມອີກ ພ້ອມທັງ ສືບຕໍ່ຂຸດຄົ້ນແຫຼ່ງຊັບພະຍາກອນທຳມະຊາດຂອງ ຊີຣີ, ໂຄ່ນລົ້ມລະບອບຂອງທ່ານປະທານາທິບໍດີ Bashar al-Assad ເພື່ອສ້າງລັດຖະບານໃໝ່ທີ່ບໍ່ເປັນມິດກັບ ລັດເຊຍ. ໜຶ່ງໃນບັນດາໃບໄພ້ລື້ງເຄີຍທີ່ກ່າວຫາລັດຖະບານ ຊີຣີ ວ່າ ແມ່ນຕົວການກໍ່ໃຫ້ເກີດການບຸກໂຈມຕີດ້ວຍອາວຸດເຄມີ.

        ຍິ່ງໄປກ່ວານັ້ນ, ອາເມລິກາ ຍາມໃດກໍ່ມີຄວາມມຸ່ງຫວັງຢ່າງແຮງ ຢາກເພີ່ມການແກ່ງແຍ້ງດ້ານພູມສາດການເມືອງກັບ ລັດເຊຍ ຢູ່ພາກພື້ນ ລົບລ້າງຜົນສະທ້ອນຂອງ ລັດເຊຍ ສຳລັບບັນດາປະເທດຕາເວັນອອກກາງລົງເທື່ອລະກ້າວ.

        ຍ້ອນເຫດນັ້ນ, ຈຶ່ງເຫັນໄດ້ງ່າຍຄວາມເຄັ່ງຕຶງໃນປັດຈຸບັນຢູ່ ຊີຣີ ພວມຖືກ ອາເມລິກາ ແລະ ຝ່າຍຕາເວັນຕົກ “ເປັນເຈົ້າການ” ຍູ້ຂຶ້ນຂັ້ນໄດຂັ້ນໃໝ່ໃນຈຸດເວລາທີ່ການສູ້ຮົບຕ້ານການກໍ່ການຮ້າຍຢູ່ ຊີຣີ ໃກ້ຈະສິ້ນສຸດລົງ, ກ່ຽວກັບວິວັດທະນາການສັນຕິພາບກໍ່ພວມມີບັນດາຄວາມຫວັງໃໝ່ ພາຍຫລັງບັນດາຮອບເຈລະຈາສັນຕິພາບ. ຄຳກ່າວຫາຂອງ ອາເມລິກາ ກ່ຽວກັບການສົງໄສວ່າ ມີການບຸກໂຈມຕີດ້ວຍອາວຸດເຄມີຢູ່ Douma ບໍ່ຕ່າງຫຍັງກັບຄວາມຢືນຢັນວ່າ ເຂົາເຈົ້າບໍ່ມີທີ່ຕັ້ງຢູ່ຕາເວັນອອກກາງແລ້ວ ແລະ ພວມພະຍາຍາມກັບຄືນມາຄືເກົ່າ.

        ເຖິງຢ່າງໃດກໍ່ຕາມ, ໂດຍບໍ່ວ່າກົນອຸບາຍໃດໆຢູ່ເບື້ອງຫລັງການຄຳນວນຂອງ ອາເມລິກາ, ເລື່ອງ ວໍຊິງຕັນ ນາບຂູ່ “ອາດຈະປະລະທຸກມາດຕະການ”, ທີ່ພວມຍູ້ຄວາມເຄັ່ງຕຶງຢູ່ ຊີຣີ ຂຶ້ນລະດັບໃໝ່./.

ຕອບກັບ

ຂ່າວ/ບົດ​ອື່ນ