ຊ່ວຍເຫລືອຜູ້ທຸກຍາກຕ້ອນຮັບບຸນປີໃຫມ່ປະຈຳຊາດ

(vovworld) - ປີ​ນີ້, ​ເຖິງ​ວ່າ​ພື້ນຖານ​ເສດຖະກິດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫລາຍ​ຢ່າງກໍຕາມ, ​ແຕ່​ລັດຖະບານ ຫວຽດນາມ ຍັງ​ຄົງ​ສະຫງວນ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ໃຫ້​ແກ່​ຜູ້​ທຸກ​ຍາກ, ​ເປັນ​ຕົ້ນ​ໃນ​ໂອກາດ​ບຸນປີ​ໃຫມ່​ປະ​ຈຳ​ຊາດ (ບຸນ​ເຕັດ). ​ການເອົາ​ໃຈ​ໃສ່ເບິ່ງ​ແຍງ​ເພື່ອ​ໃຫ້ຜູ້​ທຸກ​ຍາກ​ໄດ້​ຕ້ອນຮັບ​ບຸນ​ເຕັດຢ່າງ​ຄົບ​ຖ້ວນ​ ໄດ້​ກາຍ​ເປັນ​ຂະ​ບວນການ​ຂອງ​ທົ່ວ​ສັງຄົມ, ​ແມ່ນ​ຫນ້າ​ທີ່​ຈຸດ​ສຸມ​ຂອງ​ທຸກຂະ​ແຫນງ​ການ, ທ້ອງ​ຖິ່ນ, ວິ​ສາ​ຫະກິດ ​ແລະ ວົງ​ຄະນາ​ຍາດ, ​ທັງ​ແມ່ນ​ຫນຶ່ງ​ໃນ​ບັນດາ​ແຜນ​ນະ​ໂຍບາຍ​ໃຫຍ່​​ໃນ​ບັນ​ດານະ​ໂຍບາຍຮັບປະກັນ​ຊີ​ວິດ​ສັງຄົມ​ຂອງ ຫວຽດນາມ.

        ກ່ອນ​ນີ້​ສອງ​ສາມ​ເດືອນ, ​ທຸກຂະ​ແຫນງ​ການ, ທ້ອງ​ຖິ່ນ​ໄດ້​ກະກຽມບຸນ​ເຕັດ ​ໃຫ້​ແກ່​ບັນດາ​ຄອບຄົວ​ທຸກ​ຍາກ​​. ທ່ານນາງ ຟ້າ​ມທິຫາຍຈ່ວຽນ ລັດຖະມົນຕີ​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ​ ​ແລະ ສັງຄົມ ຫວຽດນາມ ​ໃຫ້​ຮູ້​ວ່າ: ທາງກະຊວງ​ໄດ້​ສະ​ເຫ​ນີຕໍ່​ທ່ານ​ປະທານ​ປະ​ເທດ ​ຍົກລະດັບ​​ການຫນູນ​ຊ່ວຍ​​ໃຫ້​ແກ່ຜູ້​ທີ່ມີຄຸນງາມຄວາມດີ​ໃນ​ໂອກາດ ບຸນ​ເຕັດ​ປີ​ນີ້​ ​ໃຫ້​ສູງ​ກວ່າ​ປີ​ກ່ອນ ດ້ວຍ​ແຫ​ລ່ງງົບປະມານ​ເກືອບ 400 ຕື້​ດົ່ງ, ​ເພີ່ມ​ຂຶ້ນ 3,5 ຕື້​ດົ່ງ. ຈາກ​ຄຳ​ສະ​ເຫ​ນີຂອງ​ບັນດາ​ທ້ອງ​ຖິ່ນ, ກະຊວງ​ແຮງ​ງານ​ທະຫານ​ເສຍ​ອົງຄະ​ ​ແລະ ສັງຄົມ ກໍ​ໄດ້​ສະ​ເຫ​ນີຕໍ່ລັດຖະບານ ຫນູນ​ຊ່ວຍ​ເຂົ້າສານ 23.000 ​ໂຕນ​ເພື່ອໃຫ້​ຜູ້​ທຸກ​ຍາກ​ຕ້ອນຮັບ ບຸນ​ເຕັດ. ຕາມ​ ທ່ານນາງ ຟ້າ​ມທິຫາຍຈ່ວຽນ ລັດຖະມົນຕີ​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ​ ​ແລະ ສັງຄົມ ຫວຽດນາມ ​ແລ້ວ, ນີ້​ແມ່ນ​ຄວາມ​ມານະ​ພະຍາຍາມ​ອັນ​ໃຫຍ່​ຫລວງ​ຂອງ​ພັກ, ລັດ ​ໃນ​ເງື່ອນ​ໄຂ​ເສດຖະກິດ, ສັງຄົມ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫລາຍ​ຢ່າງ.

        “ລັດຖະບານ​ໄດ້​ຊີ້​ນຳ​ໜູນ​ຊ່ວຍ​ເຂົ້າສານ​ໃຫ້​ແກ່​ຄອບຄົວ​ທຸກ​ຍາກ, ຖ້າ​​ຫາກຄອບຄົວ​​ໃດ​ເກືອບ​ຢູ່​ໃນລະດັບທຸກຍາກ. ອຳ​ນາດການ​ປົກຄອງຈະ​ພິຈາລະນາ​ຫນູນ​ຊ່ວຍ​ເພື່ອ​​ຕ້ອນຮັບບຸນ​ເຕັດໃນ​ຄວາມ​ອົບ​ອຸ່ນ. ຫວຽດນາມ ​ແມ່ນ​ຫນື່ງ​ໃນ​ບັນດາ​ປ​ະ​ເທດສະມາຊິກ ອາ​ຊຽນ ​ທີ່ມີ​ຫລາຍ​ນ​ະ​ໂຍບາຍ​ຮັບປະກັນ​ຊີວິດ​ສັງຄົມ ​ແລະ ​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ​​ໄດ້ປະຕິບັດ​ນະ​ໂຍບາຍ​ນີ້​ເປັນ​ຢ່າງ​ດີ, ​ໃນ​ນັ້ນ ມີ​ຫລາຍ​ນະ​ໂຍບາຍ​ສຳລັບຜູ້​ທຸກ​ຍາກ. ສະ​ເພາະ​ໂອກາດບຸນ​ເຕັດ, ລັດຖະບານໄດ້​ຮຽກຮ້ອງ​ໃຫ້​ບັນດາ​ແຂວງ​ຈົ່ງ​ກວດກາ​ຄືນ​ບັນດາ​​ເປົ້າ​ໝາຍຄອບຄົວ​ທຸກ​ຍາກ​ເພື່ອ​ຮັບປະກັນ​​ໃຫ້ທຸກ​ຄົນ​ລ້ວນ​ແຕ່​ໄດ້​ຕ້ອນຮັບບຸນ​ເຕັດ​ຢ່າງ​ຄົບ​ຖ້ວນ. ທາງກະຊວງ​ກໍ​ໄດ້​ຮຽບຮຽງ ​ແລະ ຍື່ນ​ສະ​ເຫ​ນີຕໍ່​ລັດຖະບານ ​ເພື່ອ​ຫນູນ​ຊ່ວຍ​​ບັນດາ​​ເປົ້າ​ໝາຍ​ດັ່ງກ່າວ.”

ຊ່ວຍເຫລືອຜູ້ທຸກຍາກຕ້ອນຮັບບຸນປີໃຫມ່ປະຈຳຊາດ - ảnh 1
ມອບຂອງຂວັນໃຫ້ແກ່ຜູ້ທຸກຍາກໃນໂອກາດບຸນເຕັດ
ພາບ:internet

   ​ໃນ​ໂທ​ລະ​​ເລກ​ທາງ​ການຊີ້​ນຳ​ການ​ຜັນ​ຂະຫຍາຍ​ວຽກ​ງາ​ນຮັບ​ໃຊ້ບຸນ​ເຕັດ, ທ່ານ​ນາຍົກລັດຖະມົນ​ຕີ ຫງວຽນ​ເຕີ​ນຢູງ ສະ​ເຫ​ນີ​ໃຫ້​ບັນດາ​ອົງການ​ກ່ຽວຂ້ອງ​ ຕ້ອງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ສະຫນອງ​ສິນຄ້າໃຫ້​ເຂດ​ຊົນນະບົດ, ​ເຂດ​ຫ່າ​ງ​ໄກ​ສອກຫລີກ, ​ເຂດ​ຊົນ​ເຜ່ົາ​ສ່ວນ​ຫນ້ອຍ, ​ເຂດ​ຊາຍ​ແດນ ທະ​ເລ​ໝູ່​ເກາະ. ທ່ານ​ນາຍົກລັດຖະມົນຕີ ກໍ​ສະເຫ​ນີ ບັນດາ​ຂະ​ແຫນງ​ການ​ກ່ຽວຂ້ອງ​ຕ້ອງ​ປະຕິບັດ​ບັນ​ດາ​ລະ​ບອບ​ນະ​ໂຍ​ບາຍ​ຂອງ​ພັກ ແລະ ລັດຢ່າງ​ທັນ​ການ, ​ສົມ​ທົບ​ກັບ​ການ​ຢື້​ຢາມ​ຖາມ​ຂ່າວລະດົມ​ທາງ​ດ້ານ​ວັດຖຸ, ຈິດ​ໃຈ​​ໃຫ້ບັນດາ​ຄອບຄົວ​ທຸກ​ຍາກ, ຄອບຄົວ​ໃນ​ເປົ້າ​ໝາຍ​ນະ​ໂຍບາຍ​ໃນ​ທ້ອງ​ຖີ່ນ. ທ່ານນາງ ຟ້າ​ມທິຫາຍຈ່ວຽນ ລັດຖະມົນຕີ​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ຫວຽດນາມ ​ໃຫ້​ຮູ້​ວ່າ:

        “ປີ​ນີ້, ລັດຖະບານ, ນາຍົກລັດຖະມົນຕີ ​ໄດ້​ມີ​ໂທລະ​ເລກ​ທາງ​ການສະ​ເຫນ​ີວ່າ: ທີ​ຫນຶ່ງ ຕ້ອງ​ປະຕິບັດ​ນະ​ໂຍບາຍ​ທີ່​ມີ​ຕໍ່​ບັນດາ​ເປົ້າ​ໝາຍ​ດັ່ງກ່າວ​​ໃນ​ໂອກາດ​ບຸນ​ເຕັດຢ່າງ​ຄົບ​ຖ້ວນ, ທັນ​ການ. ທີ​ສອງ ຈັດ​ຕັ້ງ​ການ​ຢື້​ຢາມ​ຖາມ​ຂ່າວ, ລະດົມ​ກຳລັງ​ໃຈ​​ເຂົາ​ເຈົ້າ. ທີ​ສາມ ​ແມ່ນ​ລະດົມ​ທຸກ​ແຫ​ລ່ງກຳລັງ, ອົງກາ​ນຈັດ​ຕັ້ງການ​ເມືອງ ສັງຄົມ, ອົງ​ການ​ຈັດ​ຕັ້ງມະຫາ​ຊົນ,​ ວິ​ສາ​ຫະກິດ ​ເພື່ອ​ມີ​ແຫ​ລ່ງກຳລັງ​ເບີ່​ງ​ແຍງ​ດູ​ແລ, ຫນູນ​ຊ່ວຍ​ໃຫ້​ແກ່​ຄອບຄົວ​ທຸກ​ຍາກ. ມາ​ຮອດ​ປະຈຸ​ບັນ, ຂອງຂວັນ​ໄດ້​ສົ່ງ​ເຖິງ​ບັນດາ​ຄອບຄົວ​ທີ່​ທຸກ​ຍາກແລ້ວ.”

        ພ້ອມ​ກັບ​ການ​ຫນູນ​ຊ່ວຍ​ຜູ້​ທຸກ​ຍາກ​ຕ້ອນຮັບ​ບຸນ​ເຕັດແລ້ວ, ປີ​ນີ້ ຄະນະ​ປະ​ຈຳ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໄດ້​ຈັດແບ່ງ​ກອງ​ທຶນ​ເພື່ອ​ຜູ້​ທຸກ​ຍາກ​ສູນ​ກາງ ດ້ວຍຈຳນວນ​ເງິນ 3 ຕື້​ດົ່ງ, ​ເທົ່າ​ກັບ ຂອງ​ຂວັນ 11.000 ພູດ. ຈຳນວນ​ເງິນ​ດັ່ງກ່າວ​ໄດ້​ສົ່ງ​ເຖີງ​ແນວ​ໂຮມ​ປະ​ເທດ​ຊາດ​ບັນດາ​ແຂວງ, ນະຄອນ, ​ເຫລົ່າທັບ​ເຮືອ ​ແລະ ອົງການ​ສະມາຊິກ​ຈຳນວນ​ຫນຶ່ງ ​ເພື່ອ​ສົ່ງ​ເຖິງ​ຄອບຄົວ​ທຸກ​ຍາກ, ​ເປັນ​ຕົ້ນ​ບັນດາ​ຄອບຄົວ​ທຸກ​ຍາກ​ຢູ່​ເຂດ​ຫ່າງ​ໄກ​ສອກຫລີກ, ​ເຂດ​ຊາຍ​ແດນ, ທະ​ເລ ​ແລະ ໝູ່​ເກາະ. ທ່ານ​ ຮູ່ນດ໋າມ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໃຫ້​ຮູ້​ວ່າ: ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໄດ້​ຕັ້ງຫນ້າ​ຂົນຂວາຍ​ບັນດາ​ອົງການ, ສ່ວນ​ບຸກຄົນ​ພ້ອມ​ກັນ​ເຂົ້າ​ຮ່ວມ​​ການ​ເອົາ​ໃຈ​ໃສ່ເບິ່ງ​ແຍງ​ໃຫ້​ແກ່ຜູ້​ທຸກ​ຍາກ.

        “ປີ​ນີ້, ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ສືບ​ຕໍ່​ຂົນ​ຂວາຍບັນດາ​ອົງການ​ຈັດ​ຕັ້ງ, ສ່ວນ​ບຸກຄົນຮ່ວມ​ແຮງ​ຮ່ວມ​ໃຈ​ຊ່ວຍ​ເຫລືອ​ຜູ້​ທຸກ​ຍາກ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ​ແທດ​ຈິງກວ່າ, ​ໃກ້ຊິດຕິດ​ແທດ​ກັບ​ສະພາບ​ປະຈຸ​ບັນ. ສະ​ນັ້ນ ມີ​ຫລາຍ​ອົງການ, ສ່ວນ​ບຸກຄົນ​ໄດ້​ຈົດ​ທະບຽນ​ສະຫນັບສະຫນູນ​ຜູ້​ທຸກ​ຍາກ. ​ໃນ​ສະພາບ​ເສດຖະກິດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫລາ​ຍຢ່າງ​ນັ້ນ, ການ​ກະທຳ​ນີ້​ແມ່ນ​ມີ​ຄວາມ​ໝາຍ​ຢ່າງ​ເລິກ​ເຊິ່ງ.”

ຊ່ວຍເຫລືອຜູ້ທຸກຍາກຕ້ອນຮັບບຸນປີໃຫມ່ປະຈຳຊາດ - ảnh 2
ຊ່ວຍຄອບຄົວທຸກຍາກໄດ້ຕ້ອນຮັບບຸນເຕັດຢ່າງອົບອຸ່ນ
ພາບ:internet

        ​ໃນ​ໂອກາດ​ນີ້, ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ພ້ອມ​ກັບ​ບັນດາ​ວິ​ສາ​ຫະກິດ, ອົງການ​ດຳ​ເນີນ​ທຸ​ລະ​ກິດ ການ​ຄ້າ ​ໄດ້​ສົ່ງ​ສິນຄ້າ​ເຖິງ​ເຂດ​ຊົນນະບົດ, ​ເປັນ​ຕົ້ນ​ແມ່ນ​ເຂດ​ຫ່າງ​ໄກ​ສອກຫລີກ ດ້ວຍ​ລາຄາ​ເໝາະ​ສົມ ​ເພື່ອ​ຮັບ​ໃຊ້​ຜູ້​ທຸກ​ຍາກ, ຜູ້​ມີ​ລາຍ​ຮັບ​ຕ່ຳ. ທ່ານ ຫວູຮູ​ຍຮວ່າງ, ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ​ໃຫ້​ຮູ້​ວ່າ: ບັນດາ​ມາ​ດຕະການ​ຮັບປະກັນ​ປະລິ​ມານ​ສິນຄ້າ​ທີ່​ສະຫນອງ​ໃຫ້​ແກ່​ປະຊາຊົນ​ໄດ້​ຮັບ​ການ​ຜັນ​ຂະຫຍາ​ຍຢ່າງ​ຕັ້ງຫນ້າ​ຈາກທ້ອງ​ຖິ່ນຕ່າງໆ.

        “​ໃນ​ໄລຍະ​ກາງ​ປີ, ບັນດາ​ທ້ອງ​ຖິ່ນ​ໄດ້​ເປ​ັນ​ເຈົ້າ​ການ​ກະກຽມ​ງົບປະມານ​ຫນູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ການ​ຄ້າ ​ເພື່ອ​ເກັບ​ຊື້, ສະ​ສົມ​ສິນຄ້າ​​ເພື່ອ​ຮັບ​ໃຊ້ໃຫ້​ແກ່​ບຸນ​ເຕັດ. ດ້ວຍ​ບ້ວງ​​ເງິນຫນູນ​ຊ້ວຍກວ່າ 1000 ຕື້​ດົ່ງ. ອາດ​ຈະ​ຢືນຢັນ​ໄດ້​ວ່າ ບັນດາ​ທ້ອງ​ຖິ່ນ ​ໄດ້​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ. ສະ​ນັ້ນ ​ແຫ​ລ່ງສະຫນອງ​ສິນຄ້າ​​ຈຶ່ງໄດ້​ຮັບ​ປະກັນ.”

        ດ້ວຍ​​ເລື່ອງ​ບັນດາ​ຂະ​ແຫນງ​ການ, ທ້ອງ​ຖິ່ນ​ໄດ້​ມີ​ການກະກຽມ​ຢ່າງລອບ​ຄອບ​ຖີ່​ຖ້ວນ ​ແລະ ຜັນ​ຂະຫຍາຍ​ວຽກ​ງານ​ເອົາ​ໃຈ​ໃສ່ເບິ່ງ​ແຍງ​​ເພື່ອໃຫ້​ຜູ້​ທຸກ​ຍາກຕ້ອນ​ຮັບ​ບຸນ​ປີ​ໃໝ່ຢ່າງ​ຕັ້ງຫນ້າ​ນັ້ນ ​ໄດ້​ຫນູນ​ຊ່ວຍ​ບັນດາ​ຄອບຄົວ​ທຸກ​ຍາກ​ຢ່າງ​ທັນ​ການ​ໃນ​ໂອກາດ​ບຸນ​ເຕັດ​ປີ​ນີ້. ສິ່ງ​ດັ່ງກ່າວ​ໄດ້​ປະກອບສ່ວນ​ປະຕິບັດ​ຫນຶ່ງ​ໃນ​ບັນດາ​ແຜນ​ນະ​ໂຍບາຍ​ໃຫຍ່​ໃນ​ລະບົບ​ນະ​ໂຍບາຍຮັບປະກັນ​ຊີວິດ​ສັງຄົມຂອງ ຫວຽດນາມ ​ນັ້ນ​ແມ່ນ​ຮັບປະກັນ​ໃຫ້​ຜູ້ທຸກ​ຍາກ​ໝົດທຸກ​ຄົນລ້ວນ​ແຕ່​ໄດ້​ຕ້ອນຮັບ​ບຸນ​ເຕັດ​ຢ່າງ​ອົບ​ອຸ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ