ຊອກຫາການສະໜັບສະໜູນຈາກທະວີບອາເມລິກາລາຕີງ

    ວັນ​ທີ 11/7, ປະທານາທິບໍດີລັດເຊຍ Vladimir Putin ​ເລີ່​ມຕົ້ນ​ການ​ເດີນທາງ​ຢ້ຽມຢາມ 3 ປະ​ເທດ​ອາ​ເມ​ລິ​ກາ​ລາ​ຕີງ​ຄື ກູ​ບາ, ອັກ​ຊັງ​ຕີນ ​ແລະ ບຣາຊິນ. ​ໂດຍ​ຖືກ​ດຳ​ເນີນ​ໃນ​ສະພາວະ​ທີ່​ມົດສກູ​ພວມ​ຊອກ​ຫາ​ວິທີຮັບ​ມື​ກັບ​ຄວາມ​ຕົກ​ຢູ່​ໂດດ​ດ່ຽວ​ທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຂອງ​ສາກົນ​ຊຶ່ງ​ກ່ຽວຂ້ອງ​ເຖິງ​ວິ​ກິດ​ການ​ຢູ່​ຢູ​ແກຼນ, ການ​ຢ້ຽມຢາມ​ຄັ້ງ​ນີ້​ໄດ້​ຮັບ​ການ​ສັງ​ເກດ​ຈາກ​ວົງການ​ນັກ​ໄຈ້​ແຍກ​ວ່າ ​ແມ່ນ​ເພື່ອ​ແນ​ໃສ່​ຈຸດປະສ​ົງຊອກ​ຫາ​ການ​ສະໜັບ​ສະໜູນຈາກ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ອາ​ເມ​ລິ​ກາ​ລາຕີ​ງ, ພິ​ເສດ​ແມ່ນ​ເປີດ​ບັນດາ​ຕະຫຼາດ, ກາລະ​ໂອກາດ​ຮ່ວມ​ມື​ໃໝ່​ກັບ​ທະວີ​ບ ໜຶ່ງທີ່​ມີ​ປະຊາກອນ​ຫຼວງ​ຫຼາຍ ​ແລະ ອຸດົມ​ຮັ່ງມີ.

ຊອກຫາການສະໜັບສະໜູນຈາກທະວີບອາເມລິກາລາຕີງ - ảnh 1
ປະທານາທິບໍດີລັດເຊຍ Vladimir Putin


     ກູ​ບາ​ແມ່ນ​ປະ​ເທດ​ທຳ​ອິດ​ໃນການ​ເດີນທາງ​ຢ້ຽມຢາມ 3 ປະ​ເທດ​ອາ​ເມ​ລິ​ກາ​ລາ​ຕີງ​​ເປັນ​ເວລາ 6 ວັນ. ຢູ່​ປະ​ເທດ​ນີ້, ປະທານາທິບໍດີລັດເຊຍ Vladimir Putinຈະ​ມີ​ການ​ພົບ​ປະ​ກັບ​ທ່ານ​ປະທານ Raul Castro  ​ແລະ ຜູ້ນຳ Fidel Castro ​ເພື່ອ​ປຶກສາ​ຫາລື​ບັນຫາ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ພະລັງ​ງານ, ຄົມມະນາຄົມ, ການບິນ, ອາ​ວະ​ກາດ ​ແລະ ສາທາລະນະ​ສຸກ. ຫຼັງ​ຈາກ​ນັ້ນ, ປະທານາທິບໍດີ ລັດເຊຍ Vladimir Putinຈະ​ໄປ​ເຖິງ​ອັກ​ຊັງ​ຕີນ​ເພື່ອ​ປຶກສາ​ຫາລື​ບັນຫາ​ການ​ຄ້າ ​ແລະ ພະລັງ​ງານກັບ ປະທານາທິບໍດີ Cristina Kirchner ກ່ອນ​ທີ່​ເດີນທາງ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ຂອງ​ກຸ່ມ​ບັນດາ​ປະ​ເທດ​ພວມ​ພັດທະນາ BRICS ຢູ່​ບຣາຊິນ .

   ​ແກ້​ໄຂ​ທ່າ​ໂດດດ່ຽວ​ຢູ່​ເອີ​ລົບ.

  ນັບ​ແຕ່​ເມື່ອ​ ວິ​ກິດ​ການ​ຢູ່​ຢູ​ແກຼນລະ​ເບີດ​ຂຶ້ນ, ການ​ພົວພັນ​ລະຫວ່າງ​ລັດ​ເຊຍ ​ແລະ ຝ່າຍ​ຕາ​ເວັນ​ຕົກ​ມີ​ຄວາມ​ເຄັ່ງ​ຕຶງ​ທີ່​ສຸດ, ຊ້ຳ​ບໍ​ໜຳ​ແມ່ນ​ຢູ່​ໃນ​ທ່າ​ສູ້​ຢັນ​ກັນ​ໂດຍ​ກົງ​. ການ​ພົວພັນ​ນັບ​ມື້​ນັບຊົ່ວ​ຮ້າຍ​ລົງ​ຂະນະ​ທີ່​ລັດ​ເຊຍ​ໂຮມ Crimea ​ເຂົ້າ​ເຂດ​ດິນ​ແດນ​ສະຫະ​ພັນ​ເມື່ອ​ເດືອນ 4, ອັນ​ໄດ້​ກໍ່​​ໃຫ້​ເກີດກະ​ແສ​ຟອງຕຳ​ໜິຕິຕຽນ​ຢ່່າງຮຸນ​ແຮງ. ຕາມ​ຂໍ້​ກ່າວ​ຫາ​ຈາກ​ອາ​ເມ​ລິ​ກາ ​ແລະ ຝ່າຍ​ຕາ​ເວັນ​ຕົກ, ສະພາບ​ຂາດ​ສະຖຽນ​ລະ​ພາບ​ຢູ່ ​ຢູ​ແກຼນ​ໃນ​ປະຈຸ​ບັນກໍ​ຍ້ອນ​ເລື່ອງ​ລັດ​ເຊຍ​ໜູນ​ຫຼັງ​ແກ່​ກຳລັງ​ຝ່າຍ​ຄ້ານຢູ່​ພາກ​ຕາ​ເວັນ​ອອກ. ອາ​ເມ​ລິ​ກາ ​ແລະ EU ​ໄດ້​ຈັດ​ວາງ​ຫຼາຍ​ຄຳ​ສັ່ງ​ຫ້າມ​ອອກ​ວິຊາ ​ແລະ ປິດ​ລ້ອມ​ຊັບ​ສົມບັດ​ສຳລັບ​ບັນດາບໍລິສັດ ​ແລະ ບັນດາ​ສ່ວນ​ບຸກຄົນ​ຂອງ​ລັດ​ເຊຍ. ລັດ​ເຊຍ​ຍັງ​ຖືກ​ປັດ​ເຂ່ຍອອກ​ຈາກ​ກຸ່ມ G8 . ຫວ່າງ​ຕົ້ນ​ເດືອນ 6, ​ເປັນ​ຄັ້ງ​ທຳ​ອິດ​ໃນ​ຮອບ 17 ປີ, ກຸ່ມ​ບັນດາ​ປະ​ເທດ​ອຸດສາຫະກຳ​ພັດທະນາ G7 ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ສຸດ​ຍອດຢູ່​ແບນ​ຊິກ ​ໂດຍ​ບໍ່​ມີ​ການ​ເຂົ້າ​ຮ່ວມ​ຂອງ​ລັດ​ເຊຍ.

   ​ເຖິງ​ວ່າ​ໃນ​ໄລຍະ​ມໍ່​ໆມາ​ນີ້, ລັດ​ເຊຍ​ໄດ້​ມີ​ບັນດາ​ການ​ກະທຳ​ເພື່ອ​ບັນ​ເທົ່າ​ຄວາມ​ເຄັ່ງ​ຕຶງ​ກັບ​ຝ່າຍ​ຕາ​ເວັນ​ຕົກ​ໃນ​ບັນຫາ ຢູ​ແກຼນຄື ​ໄດ້​ລົບ​ລ້າງ​ມະຕິ​ສະບັບ​ໜຶ່ງ​ອະນຸຍາດ​ໃຫ້​ສ່ົງ​ກຳລັງ​ທະຫານ​ໄປ​ຍັງ​ຢູ​ແກຼນ, ຖອນ​ກຳລັງ​ທະຫານ​ທີ່​ປະຈຳ​ການ​ຢູ່​ມໍ່​ກັບ​ຊາຍ​ແດນ ຢູ​ແກຼນ​ເກືອບທັງ​ໝົດ; ປຶກສາ​ຫາລື​ກັບ​ບັນດາ​ການ​ນຳ​ເອີ​ລົບ​ກ່ຽວ​ກັບ​ບັນດາ​ວິທີ​ຢຸດຕິ ວິ​ກິດ​ການ​, ຮຽກຮ້ອງ​ໃຫ້​ໜູນ​ຊ່ວຍ​ມະນຸດສະທຳ​ໃຫ້​ແກ່​ບັນດາ​ຜູ້​ຮັບ​ເຄາະ​ຮ້າຍ​ຍ້ອນ​ສົງຄາມ​ກໍ່​ຂຶ້ນ....​ແຕ່​ລັດ​ເຊຍ​ຍັງ​ຄົງ​ມີ​ຄວາມ​ວິຕົກ​ກັງວົນ​ກ່ຽວ​ກັບ​ເລື່ອງ​ຖືກ​ອາ​ເມລິກາ ​ແລະ ​ເອີ​ລົບຈັດ​ວາງ​ບັນດາ​ຄຳ​ສັ່ງ​ລົງ​ໂທດ ​ແລະ ​ເລື່ອງ​ເອີ​ລົບ​ຕັດສິນ​ໃຈ​ຢ່າງ​ແຂງ​ແຮງ​ຫຼຸດຜ່ອນ​ການ​ອາ​ໄສ​ລັດ​ເຊຍ​ໃນ​ຂົງ​ເຂດ​ພະລັງງານ ທີ່​ພວມ​ພາ​ໃຫ້​ລັດ​ເຊຍ​ຕ້ອງ​ຊອກ​ຫາ​ບັນດາ​ທິດ​ຮ່ວມ​ມື​ໃໝ່, ຊອກ​ຫາ​ບ່ອນ​ອີງ​ດ້ານ​ເສດຖະກິດ​ທົດ​ແທນ​ການ​ສູ້​ຢັນ​ກັບ​ເອີ​ລົບ.

    ​ໃນ​ມໍ່​ໆມາ​ນີ້, ລັດ​ເຊຍ​ເອງ​ກໍ​ໄດ້​ຍອມຮັບ​ວ່າ ບັນດາ​ຄຳ​ສັ່ງ​ຂວ້ຳບາດ​ຂອງ​ຝ່າຍ​ຕາ​ເວັນ​ຕົກ​ແນ​ໃສ່​ລັດ​ເຊຍ ​ໄດ້​ຊ່ວຍ​ໃຫ້​ມົດສກູ​ເຫັນ​ໄດ້​ເຖິງ​ບັນດາ​ຂໍ້ຄວາມ​ຈຳກັດ​ໃນ​ຂົງ​ເຂດ​ການ​ເງິນ, ​ເສດຖະກິດ​ຂອງຕົນ. ນີ້​ກໍ​ຖືກ​ຖື​ວ່າ​ແມ່ນ​ກາລະ​ໂອກາດ​ເພື່ອ​ໃຫ້​ລັດ​ເຊຍ​ຄຳນຶງ​ເຖິງ​ວິທີ​ຮັກສາ​ຄວາມ​ໝັ້ນຄົງດ້ານ​ເສດຖະກິດ, ຫຼຸດຜ່ອນ​ການ​ຂຶ້ນ​ກັບ​ບັນດາ​ຄູ່​ຮ່ວມ​ມື​ພາຍ​ນອກ.

   ການ​ຈັບ​ມື​ລະຫວ່າງລັດ​ເຊຍ-ຈີນ ​ແລະ ສັນຍາ​ລວມມູນ​ຄ່າ 400 ຕື້ USD ​ໃນ​ຂົງ​ເຂດ​ພະລັງງານ​ເມື່ອ​ເດືອນ​ແລ້ວ​ນີ້ ກໍ​ແມ່ນ​ຂີດ​ໝາຍ​ການ​ປ່ຽນ​ແປງ​ຍຸດ​ທະ​ສາດ​ຮ່ວມ​ມື​ຂອງ​ມົດສກູ. ​ແຕ່​ເມື່ອ​ສັງ​ເກດ​ໃນ​ຍາວ​ນານ, ປັກ​ກິ​ງບໍ່​ແມ່ນ​ຄູ່​ຮ່ວມ​ມື​ພາ​ໃຫ້​ມົດສກູ​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຢ່າງ​ສິ້ນ​ເຊິ່ງຍ້ອນຄວາມ​ບໍ່​ລົງ​ລອຍ​ກັນ​ລະຫວ່າງ 2 ຝ່າຍ​ຍັງ​ຫຼາຍ​ຢູ່ ​ແລະ ຝ່າຍ​ຕາ​ເວັນ​ຕົກພຽງ​ແຕ່​ແມ່ນ​ຂໍ້​ອ້າງ​ອີງ​ເພື່ອ​ເຮັດ​ໃຫ້ 2 ຝ່າຍ​ຕ້ອງ​ມາ​ຫາ​ກັນ​ໃນ​ຫຼາຍບັນຫາ. ​ເພາະສະ​ນັ້ນ, ການ​ຊອກ​ທາງ​ໄປ​ຍັງ​ທະວີບ ອາ​ເມ​ລິ​ກາ​ລາຕີ​ງນັ້ນ, ລັດ​ເຊຍ​ສາມາດ​ທຳລາຍ​ທ່າ​ໂດດດ່ຽວ​ກ່ຽວ​ກັບ​ເສດຖະກິດ, ທັງ​ເພີ່ມ​ທະວີ​ຜົນ​ສະທ້ອນ​ຕໍ່​ພາກ​ພື້ນ​ທີ່​ມີ​ຄຸນຄ່າ​ດ້ານ​ພູມ​ສາດ ​ແລະ ການ​ເມືອງ​ນີ້.

    ການ​ເດີນທາງ​ຢ້ຽມຢາມ​ດ້ວຍ​ໜ້າ​ທີ່​ສຳຄັນ​ຫຼາຍ​ປະການ.

  ການ​ເດີນທາງ​ຢ້ຽມຢາມ 3 ປະ​ເທດ​ອາ​ເມ​ລິ​ກາ​ລາ​ຕີງຂອງ ປະທານາທິບໍດີ ລັດເຊຍ Vladimir Putin ​ໃນ​ຄັ້ງ​ນີ້​ແມ່ນ​ມີ ໜ້າ​ທີ່​ສຳຄັນ​ຫຼາຍ​ປະການ​ຄື ເປີດ​ບັນດາ​ຕະຫຼາດ, ກາລະ​ໂອກາດ​ຮ່ວມ​ມື​ໃໝ່​ກັບ​ທະວີ​ບ ໜຶ່ງທີ່​ມີ​ປະຊາກອນ​ຫຼວງ​ຫຼາຍ ​ແລະ ອຸດົມ​ຮັ່ງມີ.

   ອາດ​ຈະ​ເຫັນ​ໄດ້​ວ່າ​ ໃນການ​ເດີນທາງ​ຢ້ຽມຢາມຄັ້ງ​ນີ້, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ມຸ່ງ​ໄປ​ສູ່ 2 ກຸ່ມ​ປະ​ເທດ​ຄື ບັນດາ​ປະ​ເທດ​ທີ່​ມີ​ການ​ຮ່ວມ​ມື​ມາ​ແຕ່​ດົນນານ ​ແລະ ບັນດາ​ປະ​ເທດ​ຊຶ່ງ​ຮັບ​ຖື​ວ່າ​ແມ່ນ​ດ້ານ​ຫຼັງ​ຂອງ​ອາ​ເມ​ລິ​ກາ. ຕາມ​ວົງ​ການ​ນັກ​ໄຈ້​ແຍກ​ແລ້ວ, ການ​ເດີນທາງ​ຢ້ຽມຢາມຂອງປະທານາທິບໍດີ ລັດເຊຍ Vladimir Putin ​ແນ່ນອນ​ວ່າ​ຈະ​ຮັບ​ໝາກຜົນ​ຕາມ​ຄວາມ​ມຸ່ງ​ຫວັງ. ກ່ອນ​ການ​ຢ້ຽມຢາມ​ພຽງ 2 ວັນ, ມົດສກູ​ໄດ້​ຕັດສິນ​ລົບ​ລ້າງ 90% ​ໜີ້​ສິນ​ຕາມບັນດາ​ບ້ວງ​ສິນ​ເຊື່ອ​ທີ່​ໄດ້​ຮັບ​ການ​ສະໜອງ​ຈາກ​ສະ​ໄໝ​ອະດີດ​ສະຫະພາບ​ໂຊ​ຫວຽດ ​ໃຫ້​ແກ່​ກູ​ບາ. ຄາດ​ຄະ​ເນ​ວ່າ ຍອດ​ໜີ້​ສິນ​ຂອງ​ກູ​ບາ​ກັບ​ລັດ​ເຊຍ ຕາມບັນດາ​ບ້ວງ​ສິນ​ເຊື່ອ​ແມ່ນ 35,2 ຕື້ USD. 10% ທີ່​ຍັງ​ເຫຼືອ ​ແມ່ນ​ຈະ​ຖືກ​ຊຳລະ​ໃນ​ຮອບ 10 ປີ, ​ແນ​ໃສ່​ອຸປະຖຳ​ໃຫ້​ແກ່​ບັນດາ​ໂຄງການ​ລົງທຶນ​ຂອງ​ລັດ​ເຊຍ​ໃນ​ເຂດ​ດິນ​ແດນ ກູ​ບາ. ​ແນ່ນອນ​ວ່າ, ການ​ກະທຳ​ນີ້​ຈະ​ເຮັດ​ໃຫ້ການ​ພົວພັນ​ລັດ​ເຊຍ-ກູ​ບາ​ເພີ່ມ​ຄວາມ​ອົບ​ອຸ່ນ​ຂຶ້ນ, ​ເປີດ​ຊ່ອງ​ທາງ​ໃຫ້​ຫຼາຍ​ຂົງ​ເຂດ​ຮ່ວມ​ມື​ທີ່​ສຳຄັນ​ອື່ນໆ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ.

   ​ໃນ​ຂະນະ​ນັ້ນ, ສຳລັບ​ອັກ​ຊັງ​ຕິນ, ​ໃນ​ຂະນະ​ທີ່​ການ​ພົວພັນ ອາ​ເມ​ລິ​ກາ-ອັກ​ຊັງ​ຕິນ ພວມ​ດຳ​ເນີນ​ດ້ວຍ​ສິ່ງກີດຂວາງ​ບາງ​ຢ່າງ, ລະອຽດ​ແມ່ນກ່ຽວຂ້ອງ​ເຖິງ​ການ​ຕັດສິນ​ຂອງ​ສານ​ສູງ​ສຸດ​ອາ​ເມ​ລິ​ກາ​ເມື່ອ​ມໍ່ໆ​ມາ​ນີ້, ບັງຄັບ​ໃຫ້ອັກ​ຊັງ​ຕິ​ນຊຳລະ​ບ້ວງ​ໜີ້​ຂຶ້ນ​ເຖິງ 1,3 ຕື້ USD ນັ້ນ, ​ອາດ​ແມ່ນ​ວ່າ ລັດ​ເຊຍ​ຈະ​ຮັບ​ຖື​ຄື​ດັ່ງ​ຄູ່​ຮ່ວມ​ມື​ໃໝ່, ໜ້າ​ໄວ້​ເນື້ອ​ເຊື່ອ​ໃຈ ຊ່ວຍ​ໃຫ້​ອັກ​ຊັງ​ຕິນຫຼຸດ​ພົ້ນ​ຈາກ​ສະພາບ​ລົ້​ມລະລາຍ.

   ບໍ່​ແມ່ນ​ວ່າ​ ມາ​ຮອດ​ປະຈຸ​ບັນ, ລັດ​ເຊຍຈຶ່ງມີບັນດາ​ການ​ພົວພັນ​ກັບບັນດາປະ​ເທດ​ອາ​ເມ​ລິ​ກາ​ລາ​ຕີງ, ​ແຕ່​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ ພາຍຫຼັງ​ການ​ຜັນ​ແປດ້ານ​ການ​ເມືອງຢູ່​ຢູ​ແກຼນນັ້ນ, ການ​ເປີດ​ກ້ວາງ​ສາຍ​ພົວພັນຫຼາຍ​ດ້ານຂອງ​ລັດ​ເຊຍ​ກັບ​ອາ​ເມ​ລິ​ກາ​ລາຕີ​ງ ກໍ​ແມ່ນ​ໜ້າ​ທີ່​ສຳຄັນ​ຂອງ ປະທານາທິບໍດີລັດເຊຍ Vladimir Putin ດ້ວຍ​ຈຸດໝາຍ​ຟື້ນ​ຟູ​ປະ​ເທດ​ຊາດ. ດ້ວຍ ການ​ເດີນທາງ​ຢ້ຽມຢາມຄັ້ງ​ນີ້, ມົດສກູ​ພວມ​ພິສູດ​ໃຫ້​ເຫັນ​ການ​ສົ່ງ​ຜົນ​ສະທ້ອນ​ຂອງ​ຕົນ, ແກ້​ໄຂ​ທ່າ​ໂດດດ່ຽວ​ຈາກ​ອາ​ເມ​ລິ​ກາ ​ແລະ ຝ່າຍ​ຕາ​ເວັນ​ຕົກ, ຊອກ​ຫາ​ການ​ສະໜັບສະໜູນ​ຈາກ​ບັນດາ​ຄູ່​ຮ່ວມ​ມື​ຢູ່​ນອກ​ທະວີບ​ເອີ​ລົບ.

ຕອບກັບ

ຂ່າວ/ບົດ​ອື່ນ