ຊອກຫາການໜູນຊ່ວຍດ້ານການທະຫານ - ບາດກ້າວເດີນ ທີ່ຜະຈົນໄພຂອງນາຍົກລັດຖະມົນຕີ ອີຣັກ Nouri al – Maliki

ຊອກຫາການໜູນຊ່ວຍດ້ານການທະຫານ - ບາດກ້າວເດີນ ທີ່ຜະຈົນໄພຂອງນາຍົກລັດຖະມົນຕີ ອີຣັກ Nouri al – Maliki - ảnh 1
ທ່ານນາຍົກລັດຖະມົນຕີ ອີຣັກ Nouri al – Maliki
(ພາບ: AP)

    ທ່ານນາຍົກລັດຖະມົນຕີ ອີຣັກ Nouri al – Maliki ພວມ​ທຳ​ການ​ຢ້ຽມຢາມ ອາ​ເມ​ລິ​ກາ​ເປັນ​ເວລາ 3 ວັນ​ເພ​ື່ອ​ແນ​ໃສ່​ຊອກ​ຫາ​ການ​ໜູນ​ຊ່ວຍ​ດ້ານ​ການ​ທະຫານ​ໃນ​ສະພາວະ​ທີ່​ອີ​ຣັກ ພວມ​ຕົກຢູ່ໃນ ແປວໄຟແຫ່ງການໃຊ້ຄວາມຮຸນແຮງ. ນີ້ອາດຈະແມ່ນວິທີການແກ້ໄຂ ທີ່ສະຫຼາດສະຫຼຽວເພື່ອ ໃຫ້ທ່ານ ທ່ານ Nouri al – Maliki ປັບປຸງສິດອຳນາດ ແລະ ນຳປະເທດຊາດຫຼຸດພົ້ນອອກຈາກສະພາບ ການປະຈຸບັນຫຼືບໍ່?

    ກ່າວ​ຄຳ​ເຫັນ​ກັບ​ວົງ​ການ​ນັກ​ຂ່າວ ກ່ອນ​ທີ່​ເດີນທາງ​​ໄປ​ຢ້ຽ​ມຢາມ​ອາ​ເມ​ລິ​ກາ, ທ່ານນາຍົກລັດຖະມົນຕີ ອີຣັກ Nouri al – Maliki ຢືນຢັນ​ວ່່າ ກຳລັງ ອານ​ກີ​ດາ ພວມ​ດຳ​ເນີນ​ບັ້ນ​ເຄື່ອນ​ໄຫວ​ກໍ່​ການ​ຮ້າຍ​ຕ້ານ​ປະ​ຊາຊົນ​ອີຣັກ ​ແລະ ທ່່ານບໍ່​ຢາກ​ໃຫ້​ປະ​ເທດ​ຂອງ​ທ່ານ​ກາຍ​ເປັນຖານ​ທີ່​ໝັ້ນ​ຂອງ​ພວກ​ກໍ່​ການ​ຮ້າຍ​ນີ້. ​ເພາະສະ​ນັ້ນ, ບັນດາ​ການໜູນ​ຊ່ວຍ​ດ້ານ​ການ​ທະຫານຂອງ ອາ​ເມ​ລິ​ກາຄື ​ເຮືອບິນ, ອາວຸດ​ຍຸດທະ​ພັນ ​ແມ່ນ​ຈຳ​ເປັນ​ເພື່ອ​ຕ້ານ​ຄືນ​ລັດທິ ກໍ່​ການ​ຮ້າຍ ​ແລະ ກວາດ​ລ້າງບັນດາ​ກຸ່ມ​ປະກອບ​ອາວຸດ. ທ່ານ​ຈະ​ຍົກ​ຂໍ້​ສະ​ເໜີ​ນີ້​ອອກ​ມາ​ທີ່​ການ​ເຈລະຈາ​ກັບ​ປະທານາທິບໍດີອາ​ເມ​ລິ​ກາ Barak Obama .

  ​ແຕ່​ເຈດ​ຈຳນົງ​ຂອງທ່ານນາຍົກລັດຖະມົນຕີ ອີຣັກ Nouri al – Maliki ​ໄດ້​ຖືກ​ຄັດຄ້ານ​ຈາກ​ບັນດາ​ສະມາຊິກ​ສະພາ​ແຫ່ງ ອາ​ເມ​ລິ​ກາບໍ່​ແມ່ນ​ໜ້ອຍ. ບັນດາ​ສະມາຊິກ​ສະພາສູງຜູ້​ທີ່​ມີ​ຊື່​ສຽງ, ​ໃນ​ນັ້ນ​ມີ​ທ່ານ John McCain , Carl Levin, Robert Menendez   ​ແລະ Lindsey Graham ​ໄດ້​ສົ່ງ​ຈົດໝາຍ​ເຖິງປະທານາທິບໍດີອາ​ເມ​ລິ​ກາ Barak Obama ​ເພື່ອ​ສະ​ແດງ​ຄວາມ​ວິ​ຕົກ​ກັ່ງ​ວົນ​ທີ່​ສຸດ​ຕໍ່​ສະພາບ​ການ​ທີ່​ພວມ​ຂີ້ຮ້າຍ​ໄປ​ຢູ່​ອີຣັກ. ທ່ານ​ສະມາຊິກ​ສະພາ​ສູງ​ທ່ານ​ນີ້​ແລ້ວ, ຍ້ອນ​ການ​ນຳພາ​ຂອງທ່ານ Nouri al – Maliki ​ເອງ ​ໄດ້​ກໍ່​ການ​ແບ່ງ​ແຍກ​ຊົນ​ຊາດ​ຊົນ​ເຜົ່າ​ຢູ່​ອີຣັກ, ປະກອບ​ສ່ວນ​ເຮັດ​ໃຫ້​ເພີ່ມ​ທະວີ​ການ​ຈະລາຈົນ​ຂະນະ​ທີ່​ທ່ານ​ເອົາ​ໃຈ​ໃສ່​ຫຼາຍ​ເກີນ​ໄປ​ເຖິງ​ການ​ເດີ​ນຕາມ​ການ​ນຳພາ​ແບບ​ຜະ​ເດັດ​ການ ​ແລະ ມີ​ລັກສະນະ​ພັກ​ຝ່າຍ, ບໍ່​ໃຫ້​ຊາວ​ມຸດ​ສະ​ລິ​ມນິກາຍ​ຊັນ​ນີຊົມ​ໃຊ້​ບັນດາ​ສິດຜົນປະ​ໂຫຍ​ດ, ໝິ່ນປະໝາດ​ຊາວ​ເຄີ​ດ ​ແລະ ປິດ​ລ້ອມ ​ແລະ ​ເຮັດ​ໃຫ້​ຊາວ​ມຸດ​ສະ​ລິ​ມນິກາຍຊີ​ອະ ບັນດາຜູ້​ຫວັງ​ມີ​ປະ​ເທດ​ອີຣັກປະຊາທິປະ​ໄຕຖືກຕົກ​ຢູ່ໂດດ​ດຽວ. ​ເພາະສະ​ນັ້ນ, ການ​ເພີ່ມ​ເຕີມ​ອາວຸດ​ຍຸດທະ​ພັນ​ໃຫ້​ແກ່​ອີຣັກ ​ແມ່ນ​ບໍ່​ຕ່າງຫຍັງ​ກັບ​ການ​ຖອກ​ນ້ຳມັນ​ໃສ່​ແປວ​ໄຟ​ຕື່ມ​ອີກ ​ແລະ ຈະ​ບໍ່​ອາດ​ແກ້​ໄຂ​ສະພາບ​ຂາດ​ສະຖຽນ​ລະ​ພາບ​ຢູ່​ປະ​ເທດ​ນີ້ເຖິງ​ຮາກ​ເຖິງ​ເຫງົ້າ​ໄດ້.​

    ຄວາ​ມຈິງ ຢູ່​ອີຣັກ, ການ​ປະ​ທະ​ກັນ​ທີ່​ນອງ​ເລືອດ​ແມ່ນ​ນັບ​ມື້​ນັບ​ເປັນ​ໜ້າ​ວິຕົກ​ກ່ັງ​ວົນ. ຕາມຄະນະ​ເຈົ້າ​ໜ້າ​ທີ່​ສະຫະ​ປະຊາ​ຊາດ​ປະຈຳ​ອີຣັກ​ແລ້ວ, ນັບ​ແຕ່​ຕົ້ນ​ປີ 2013 ມາ​ຮອດ​ປະຈຸ​ບັນ, ມີ​ສາມັນ​ຊົນ​ປະມານ 6.000 ຄົນ​ຖືກ​ເສຍ​ຊີວິດ ​ແລະ ອີກ 14.000 ຄົນ​ໄດ້​ຮັບ​ບາດ​ເຈັບ ຍ້ອນ​ການວາງ​ລະ​ເບີດ​ແບບ​ສະຫຼະ​ຊີບ​ຢູ່​ປະ​ເທດນີ້. ຈຳນວນ​ຜູ້​ຮັບ​ບາດ​ເຈັບ​ລົ້ມ​ຕາຍ​ນີ້ ​ແມ່ນ​ເທົ່າ​ກັບ​ລະດັບ​ສະ​ຖີຕິ​​ໄລຍະ 2006-2007, ຂະນະ​ທີ່​ສົງຄາມ​ກາງ​ເມືອງ​ຢູ່​ອີຣັກພວມ​ຢູ່​ໃນ​ຍອດ​ສູງ.​​ໃນ 5 ​ເດືອນ​ທີ່​ຜ່ານ​ມາ, ມື້​ໃດ​ຢູ່​ອີຣັກກໍ​ເກີ​ດມີ​ການ​ບຸກ​ໂຈມ​ຕີ​ທີ່​ກໍ​ຄວາມ​ໃບາດ​ເຈັບ​ລົ້ມ​ຕາມ​ຢ່າງໜ້ອຍ 2 ຄັ້ງ. ລະ​ເບີດ​ໄດ້​ແຕກ​ຂຶ້ນ​ຢູ່​ທຸກ​ຫົນ​ແຫ່ງ, ບໍ່​ນັບ​ວ່າ​ນັ້ນ​ແມ່ນ​ເຂດ​ຕະຫຼາດ, ​ໂບດ ຫຼື​ໃນ​ງານ​ດອງ, ງານ​ສົບ​ໃນ​ນະ​ຄອນ​ຫຼວງ​ແບກ​ແດດ​ຫຼື​ທ້ອງ​ຖິ່ນ​ອື່ນໆ. ​ເປັນ​ໜ້າ​ວິຕົກ​ກັ່ງ​ວົນ​ກ່ວາ​ນັ້ນ, ​ແມ່ນ​ຄວາມ​ຂັດ​ແຍ້​ງລະຫວ່າງ​ລັດຖະບານ​ຂອງ​ ທ່ານນາຍົກລັດຖະມົນຕີ ອີຣັກ Nouri al – Maliki ​ໂດຍຊາວ​ມຸດ​ສະ​ລິ​ມນິກາຍຊີອາຍກວມ​ເປັນ​ສ່ວນ​ຫຼາຍ ​ແລະ ກຸ່ມ​ຊົນ​ໜ້ອຍ ຊາວ​ຊັນ​ນີ ​ໄດ້​ເຮັດ​ໃຫ້​ປະຊາຊົນ​ຈຳນວນ​ຫຼາຍ​ເລີ່​ມກັບ​ຄືນ​ສູ່​ການ​ສະໜັບສະໜູນ​ບັນດາ​ກຸ່ມ​ປະກອບ​ອາວຸດ​ຫົວ​ຮຸນ​ແຮງ​ທີ່​ມີ​ສາຍ​ພົວພັນ​ກັບ​ເຄືອ​ຂ່າຍ​ກໍ່​ການ​ຮ້າຍ​ອານ​ກີ​ດາ.

   ຕໍ່ໜ້າ​ສະພາບ​ການ​ດັ່ງກ່າ​ວ, ລັດຖະບານ ອີຣັກ​ໄດ້​ດຳ​ເນີນ​ບັນດາ​ບັ້ນ​ກວາດ​ລ້າງ​ພວກ​ກະບົດ​ໃນ​ວົງ​ກ້ວາງ, ​ເພີ່ມ​ທະວີ​ການ​ຄັດ​ເລືອກ​ຮັບ​ເອົາ​ທະຫານ​ໃໝ່​ເພື່ອ​ປັບປຸງ​ກຳລັງ​ຕ້ານ​ບັນດາ​ມື​ປືນ​ອານ​ກີ​ດາ, ປະກາດ​ກົດ​ໄອ​ຍະ​ການ​ເສິກ. ​ແຕ່​ສິ່ງ​ດັ່ງກ່າວ​ແມ່ນ​ຍັງ​ບໍ່​ທັນ​ພຽງພໍ​ເທື່ອ. ນີ້​ພຽ​ງ​ແຕ່​ແມ່ນ​ບັນດາ​ມາດ​ຕະການ​ທີ່​ມີ​ລັກສະນະ​ໄລຍະ​ສັ້ນ. ​ເພື່ອ​ເປັນການ​ຢຸດຕິ​ສະພາບ​ການ​ໃຊ້​ຄວາມ​ຮຸນ​ແຮງ​ປີນ​ຂັ້ນ​ໄດ, ອຳນາດ​ການ​ປົກຄອງ​ອີຣັກ ຄວນ​ມີ​ບັນດາ​ບາດກ້າວ​ເດີນ​ທີ່​ຍາວ​ໄກ​ກ່ວາ​ເພາະ​ທາດ​ແທ້​ຂອງ​ກະ​ແສ​ຟອງ​ໃຊ້​ຄວາມ​ຮຸນ​ແຮງ​ຢູ່​ອີຣັກ​ໃນ​ປະຈຸ​ບັນ ​ແມ່ນ​ບັນດາ​ຄວາມ​ຂັດ​ແຍ້​ງລະຫວ່າງ​ບັນດາ​ກຸ່ມ​ເຜົ່າ​ພັນ ທີ່​ນັບ​ມື້​ນັບ​ຮ້າຍ​ແຮງ​ພາຍຫຼັງ​ການ​ແຊກ​ແຊງ​ທາງ​ທະຫານ​ເມື່ອ​ປີ 2003. ບັນດາ​ການ​ຍາດ​ຊິງ, ຈັດ​ແບ່ງ​ສິດ​ອຳນາດ​ຍັງ​ຄົງ​ບໍ່​ທັນ​ຮອດ​ວັນ​ສິ້ນ​ສຸດ ​ແລະ ພຽງ​ແຕ່​ສາມາດ​ແກ້​ໄຂ​ໄດ້​ໂດຍ​ຜ່ານ​ການ​ເຈລະຈາ. ​ໃນ​ສະພາບ​ການ​ນີ້, ສິ່ງ​ທີ່ທ່ານນາຍົກລັດຖະມົນຕີ ອີຣັກ Nouri al – Maliki ຄວນ​ປະຕິບັດ​ນັ້ນ, ​ແມ່ນ​ເລັ່ງ​ໃສ່​ການ​ປົວ​ແປງ​ທີ່​ຕັ້ງ​ບົດບາດ​ຂອງ ຊາວ​ມຸດ​ສະ​ລິ​ມນິກາຍຊັນນີ ກໍ​ຄື​ຊອກຫາມາດ​ຕະການ​ຈັດ​ແບ່ງ​ສິດ​ອຳນາດ​ລະຫວ່າງ​ບັນດາ​ກຸ່ມ​ເຜົ່າ​ພັນ ​ແລະ ສາ​ສະໜາ​ແທ່ນ​ທີ່​ການ​ເພີ່ມ​ທະວີ​ປະກອບ​ອາວຸດ​ຍຸດທະ​ພັນ.

   ການ​ໃຊ້​ຄວາມ​ຮຸນ​ແຮງ​ຢູ່​ອີຣັກ​ແມ່ນ​ຍ້ອນ​ຂາດ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມືອງ, ຄວາມ​ຂັດ​ແຍ້​ງກັນ​ດ້ານ​ສິດຜົນປະ​ໂຫຍ​ດລະຫວ່າງ​ເຜົ່າ​ພັນ. ​ເພື່ອ​​ເຮັດ​ໃຫ້​ສະພາບ​ການ​ເມືອງ​ໃນ​ປະຈຸ​ບັນ​ມີ​ສະຖຽນ​ລະ​ພາບ​ນັ້ນ, ການ​ປະກອບ​ອາວຸດ​ຕື່ມ​ອີກ​ແມ່ນ ບາດກ້າວ​ເດີນ​ທີ່​ຜະຈົນ​ໄພ , ພຽງ​ແຕ່​ເຮັດ​ໃຫ້​ປະ​ເທດ​ນີ້​ເພີ່ມ​ຄວາມ​ສັບສົນ​ວຸ່ນວາຍຂຶ້ນ​ເທົ່າ​ນັ້ນ. ​ເປັນ​ອັນວ່າ ໜຶ່ງ​ໃນ​ບັນດາ​ຈຸດປະສົງ​ ຂອງທ່ານ ນາຍົກລັດຖະມົນຕີ ອີຣັກ Nouri al – Maliki ​ໄປ​ຢ້ຽມຢາມ ອາ​ເມ​ລິ​ກາ​ຄັ້ງ​ນີ້ ​ແມ່ນ​ບໍ່​ແທ້​ຈິງ​ໃນ​ການ​ຊ່ວຍ​ອີຣັກຫຼຸດ​ພົ້ນ​ອອກ​ຈາກ​ສະພາບ​ການ​ໃຊ້​ຄວາມ​ຮຸນ​ແຮງ.

ຕອບກັບ

ຂ່າວ/ບົດ​ອື່ນ