ຊອກຫາທິດທາງໃໝ່ໃຫ້ແກ່ຂໍ້ຕົກລົງນິວເຄຼຍ ອີຣານ

(VOVWORLD) -ໂດຍບໍ່ຫົວຊາຕໍ່ເລື່ອງອາເມລິກາປະກາດຖອນຕົວອອກຈາກຂໍ້ຕົກລົງນິວເຄຼຍກັບອີຣານ, ບັນດາປະເທດເຂົ້າຮ່ວມການລົງນາມໃນຂໍ້ຕົກລົງນິວເຄຼຍທີ່ຍັງເຫຼືອນັ້ນ ຍັງຄົງຕັ້ງໜ້າຊອກຫາທິດທາງໃໝ່ ເພື່ອໃຫ້ແຜນການດຳເນີນງານຮ່ວມຮອບດ້ານ (JCPOA) ຍັງມີຜົນສັກສິດ. ເຖິງຢ່າງໃດກໍຕາມ ວິວັດການນີ້ ແມ່ນເລື່ອງບໍ່ງ່າຍດາຍ.

ຊາຕາກຳຂອງຂໍ້ຕົກລົງນິວເຄຼຍອີຣານ ພາຍຫຼັງອາເມລິການຖອນຕົວອອກຈາກຂໍ້ຕົກລົງຄັ້ງປະຫວັດສາດນີ້ ຍັງຄົງສືບຕໍ່ແມ່ນຫົວຂໍ້ທີ່ “ຮ້ອນເຮັ່ງ” ໃນ 2, 3 ວັນມໍ່ໆມານີ້. ຫວ່າງແລ້ວນີ້, ອີຣານໄດ້ຢັ້ງຢືນວ່າ ຈະສືບຕໍ່ເຂົ້າຮ່ວມ ຂໍ້ຕົກລົງນິວເຄຼຍ ດ້ວຍເງື່ອນໄຂ ບັນດາປະເທດເອີຣົບຍັງຄົງສະໜັບສະໜູນການຮັກສາຂໍ້ຕົກລົງດັ່ງກ່າວຢູ່. ໃນຂະນະນັ້ນ, ອາເມລິກາໄດ້ກະຕຸກຊຸກຍູ້ບັນດາພັນທະມິດຄື ອັງກິດ, ຝລັ່ງ, ເຢຍລະມັນ ສົມທົບກັບ Washington ຢ່າງບໍ່ຢຸດຢັ້ງ, ພ້ອມທັງນາບຂູ່ວ່າ ຈະລົງໂທດບັນດາບໍລິສັດເອີຣົບ ຖ້າຫາກວ່າ ສືບຕໍ່ມີການຮ່ວມມືກັບ ສາທາລະນະລັດອິດສະລາມອີຣານ.

ຊອກຫາທິດທາງໃໝ່ໃຫ້ແກ່ຂໍ້ຕົກລົງນິວເຄຼຍ ອີຣານ - ảnh 1ທ່ານນາຍົກລັດຖະມົນຕີເຢຍລະມັນ Angela Merkel ແລະ ທ່ານປະທານາທິບໍດີລັດເຊຍ Vladimir Putin

(ພາບ: vtv.vn)

ດຳເນີນວຽກງານການທູດຢ່າງລ່ຽນຕິດ ເພື່ອກອບກູ້ເອົາຂໍ້ຕົກລົງນິວເຄຼຍອີຣານ

        ປັດຈຸບັນ, ເຖິງວ່າຂໍ້ຕົກລົງນິວເຄຼຍອີຣານຂາດການເຂົ້າຮ່ວມຂອງອາເມລິກາກໍຕາມ ແຕ່ບັນດາປະເທດທີ່ຍັງເຫຼືອກໍບໍ່ປະລະຄວາມມັກໃຫຍ່ໃຝ່ສູງໃນການຮັກສາຂໍ້ຕົກລົງສະບັບນີ້ໄວ້.  ສິ່ງສະແດງໃຫ້ເຫັນນັ້ນ ແມ່ນບໍ່ພໍເທົ່າໃດມື້ ພາຍຫຼັງທີ່ຂໍ້ຕົກລົງກໍ່ຄວາມຜິດຫວັງຂອງທ່ານປະທານາທິບໍດີອາເມລິກາ Donald Trump, ການນຳບັນດາປະເທດເຂົ້າຮ່ວມຂໍ້ຕົກລົງນິວເຄຼຍອີຣານ ໄດ້ເລີ່ມຕົ້ນລົງມືຊຸກຍູ້ດຳເນີນການເຈລະຈາ. ພາຍຫຼັງບັນດາການເຈລະຈາຢູ່ນະຄອນຫຼວງ Sofia ປະເທດ ບຸນກາຣີ ເມື່ອວັນທີ 16 ພຶດສະພາ, ການນຳ 28 ປະເທດສະມາຊິກ ສະຫະພາບເອີຣົບ (ອີຢູ) ໄດ້ເຫັນດີເປັນເອກະພາບກ່ຽວກັບວິທີການສຳຜັດຮ່ວມຂອງກຸ່ມດັ່ງກ່າວ ເພື່ອຮັກສາ ຂໍ້ຕົກລົງນິວເຄຼຍ ທີ່ບັນດາປະເທດໄດ້ລົງນາມກັບອີຣານເມື່ອປີ 2015. ຕາມນັ້ນແລ້ວ, ບັນດາການນຳ ອີຢູ ຊີ້ແຈ້ງວ່າ ຈະສະໜັບສະໜູນ JCPOA ຖ້າຫາກວ່າ ອີຣານເຄົາລົບຂໍ້ຕົກລົງສະບັບນີ້.  ອີຢູກໍເຫັນດີເປັນເອກະພາບຈະສືບຕໍ່ຮັກສາການພົວພັນຮ່ວມມືດ້ານເສດຖະກິດກັບອີຣານ ແລະ ປົກປ້ອງບັນດາວິສາຫະກິດເອີຣົບທີ່ຖືກຜົນສະທ້ອນຫຍໍ້ທໍ້ຍ້ອນ ອາເມລິກາ ຕັດສິນໃຈຖອນຕົວອອກຈາກ JCPOA ແລະ ລົງໂທດເຕເຮຣານ. ກ່ອນໜ້ານັ້ນ 01 ວັນ ( ວັນທີ 15 ພຶດສະພາ), ອີຢູໄດ້ລິເລີ່ມແຜນການເສດຖະກິດ ເຊິ່ງລວມມີ 9 ຈຸດ ເພື່ອແນໃສ່ຮັກສາ ຂໍ້ຕົກລົງນິວເຄຼຍອີຣານໄວ້, ໃນນັ້ນ ມີເລື່ອງຮັກສາການພົວພັນດ້ານເສດຖະກິດກັບອີຣານ, ຮັບປະກັນໃຫ້ເຕເຮຣານ ຮັກສາຄວາມສາມາດດຳເນີນທຸລະກິດບັນດາຜະລິດຕະພັນນໍ້າມັນບໍ່ ແລະ ນ້ຳມັນອາຍແກັດຂອງຕົນ ກໍຄືສຳຜັດກັບຕະຫຼາດການເງິນສາກົນ ແລະ ປົກປ້ອງໃຫ້ບັນດາບໍລິສັດເອີຣົບທີ່ພວມເຄື່ອນໄຫວຢູ່ອີຣານ. ນີ້ແມ່ນຄັ້ງທຳອິດໃນ 2 - 3ປີມານີ້, ອີຢູບັນລຸໄດ້ທັດສະນະທີ່ເປັນເອກະພາບ ແລະ ເຂັ້ມແຂງກ່ຽວກັບຫົວຂໍ້ໜຶ່ງ ກ່ຽວຂ້ອງເຖິງຄວາມໝັ້ນຄົງສາກົນ.

ຄາດວ່າ ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ຈະໄປຢ້ຽມຢາມລັດເຊຍ ແລະ ເຈລະຈາກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin ໃນວັນທີ 18 ພຶດສະພາ. ຫລັງຈາກນັ້ນສອງສາມມື້, ປະທານາທິບໍດີ ຝລັ່ງ  Emmanuel Macron ກໍ່ຈະເດີນທາງເຖິງລັດເຊຍ. ປະທານາທິບໍດີ Putin  ມີແຜນການພົບປະກັບທ່ານ Yukiya Amano, ຫົວຫນ້າອົງການພະລັງງານປະລະມານູສາກົນ (IAEA) ຢູ່ Sochi.  ສ່ວນຝ່າຍຈີນ ໃຫ້ຮູ້ວ່າ: ພອ້ມແລ້ວທີ່ຈະຮ່ວມມືກັບລັດເຊຍເພື່ອຮັກສາຂໍ້ຕົກລົງນິວເຄຼຍ ຂອງອີຣານ.

        ໃນຂະນະນັ້ນ ເຕເຮຣານ ກໍ່ເປັນເຈົ້າການໃນການຊອກຫາ “ການຮັບປະກັນ” ຈາກບັນດາຝ່າຍທີ່ໄດ້ລົງນາມໃນແຜນການດຳເນີນງານຮ່ວມຮອບດ້ານ  (JCPOA). ການໄປປະຕິບັດງານເຖິງຈີນ, ລັດເຊຍ, ແບນຊິກ ຂອງທ່ານລັດຖະມົນຕີການຕ່າງປະເທດ ອີຣານ Mohammed Javad Zarif ນັບແຕ່ວັນທີ 13 ພຶດສະພາ ແມ່ນເພື່ອປະຕິບັດຫນ້າທີ່ດັ່ງກ່າວ. ການປະຕິບັດງານບັນລຸໄດ້ໝາກຜົນສະດວກໃນເບື້ອງຕົ້ນເມື່ອບັນດາຝ່າຍທີ່ກ່ຽວຂ້ອງລ້ວນແຕ່ໃຫ້ຄຳໝັ້ນສັນຍາວ່າ ຈະສະຫນັບສະຫນູນເລື່ອງຮັກສາຂໍ້ຕົກລົງສະບັບນີ້ໄວ້. ເຖິງຢ່າງໃດກໍຕາມ, ແງ່ຫວັງບັນລຸໄດ້ມາດຕະການຍາວນານຍັງຄົງຫຍຸ້ງຍາກຢູ່.

        ບໍ່ແມ່ນເລື່ອງງ່າຍດາຍ

        ສຳລັບ ເອີລົບ, ຂໍ້ຕົກລົງຂອງ ອາເມລິກາ ກ່ຽວກັບເລື່ອງຖອນອອກຈາກຂໍ້ຕົກລົງນິວເຄຼຍ ປີ 2015 ໄດ້ຍູ້ ເອີລົບ ຕົກເຂົ້າສູ່ສະພາບຕິດຂັດລະຫວ່າງສອງຝ່າຍ. ຝ່າຍຫນຶ່ງ ແມ່ນ ອີຣານ ແລະ ບັນດາຜົນປະໂຫຍດດ້ານເສດຖະກິດ ແລະ ຄວາມໝັ້ນຄົງ ຊື່ງ ເອີລົບ ໄດ້ສືບຕາມໃນຕະຫລອດຫລາຍປີຜ່ານມາ ຈຶ່ງບັນລຸໄດ້ ແລະ ອີກຝ່າຍຫນຶ່ງແມ່ນ ອາເມລິກາ, ພັນທະມິດສຳຄັນທີ່ສຸດຂອງ ເອີລົບ ແລະ ແມ່ນປະເທດມະຫາອຳນາດອັນດັບ 1 ຂອງໂລກ. ປີກາຍນີ້ ມູນຄ່າການສົ່ງອອກສິນຄ້າຂອງ ອີຢູ ໄປຍັງ ອີຣານ ບັນລຸເກືອບ 11 ຕື້ ເອີໂຣ (ປະມານ 13 ຕື້ USD), ເພີ່ມຂຶ້ນ 66% ເມື່ອທຽບໃສ່ປີ 2015. ກຸ່ມບໍລິສັດຜະລິດຍົນ Airbus ຂອງເອີລົບບັນລຸໄດ້ສັນຍາການຄ້າລວມມູນຄ່າ 10 ຕື້ ເອີໂຣ ຢູ່ ອີຣານ, ບໍລິສັດນ້ຳມັນອາຍແກສ Total ໄດ້ລົງທຶນກວ່າ 3 ຕື້ ເອີໂຣ ເຂົ້າຕະຫລາດ ນີ້.

        ໃນຂະນະນັ້ນ ອາເມລິກາ  ແມ່ນຄູ່ຮ່ວມມືສຳຄັນອັນດັບຫນຶ່ງຂອງ ອີຢູ ແລະ ກົງກັນຂ້າມ. ສອງຝ່າຍ ມີຈຸດທີ່ຄ້າຍຄືກັນເປັນສ່ວນໃຫຍ່ໃນຄຸນຄ່າຂອງລະບົບແນວຄິດ, ເສດຖະກິດ, ຄວາມໝັ້ນຄົງ ແລະ ມີຫລາຍຜົນປະໂຫຍດລວມ. ສະນັ້ນ ບັນຫາປະຈຸບັນ ນັ້ນແມ່ນເອີລົບເຮັດແນວໃດ ທັງຮັກສາ ອີຣານ ຢູ່ຄືນໃນຂໍ້ຕົກລົງນິວເຄຼຍປີ 2015 ແລະ ບໍ່ເຮັດໃຫ້ການພົວພັນສຳພັນທະມິດກັບອາເມລິກາຖືກລົ້ມລະລາຍ.

        ຍິ່ງກວ່ານັ້ນ ເຖິງວ່າ ອີຢູ ມີຄຳຖະແຫລງແຂງກະດ້າງຄືແນວໃດກໍຕາມ, ແຕ່ໃນສະພາບປະຈຸບັນ ການຄອບຄອງຂອງອາເມລິກາ ໃນພື້ນຖານການເງິນໂລກ ເຮັດໃຫ້ບໍ່ວ່າຈຸດປະສົງຫລີກລ້ຽງຄຳສັ່ງລົງໂທດໃດ, ໄປຝືນກັບຂໍ້ຕົກລົງຂວ້ຳບາດຂອງອາເມລິກາ ແມ່ນຫຍຸ້ງຍາກທີ່ສຸດ. ອາເມລິກາ ພວມຄອບງຳບັນດາຈຸດສຳຄັນທີ່ສຸດຂອງເຄືອຂ່າຍການເງິນ, ໃນນັ້ນ ມີລະບົບຕິດຕໍ່ພົວພັນລະຫວ່າງທະນາຄານທົ່ວໂລກ SWIFT. ເພາະສະນັ້ນ ເມື່ອຕີລາຄາກ່ຽວກັບແຜນການຫນູນຊ່ວຍ ອີຣານ, ເຈົ້າຫນ້າທີ່ຂັ້ນສູງ ເອີລົບ ໃຫ້ຂໍ້ສັງເກດວ່າ: “ຍາກທີ່ຈະຊອກໄດ້ມາດຕະການເໝາະສົມ, ເປັນຕົ້ນແມ່ນໃຫ້ແກ່ບັນດາກຸ່ມບໍລິສັດໃຫຍ່ພວມມີການເຄື່ອນໄຫວຢູ່ ອາເມລິກາ”

        ຕາມທິດສະດີ, ຂໍ້ຕົກລົງນິວເຄຼຍ ຂອງອີຣານປີ 2015 ຍັງຄົງສາມາດສືບຕໍ່ປະຕິບັດນັບທັງຂະນະທີ່ອາເມລິກາຖອນຕົວອອກ, ແຕ່ການປະຕິບັດຈົນຮອດລະດັບໃດແມ່ນອີງໃສ່ເລື່ອງ ເອີລົບ ກ້າສະຫລະເພື່ອການພົວພັນສຳພັນທະມິດກັບ ອາເມລິກາ ໄປຮອດໃສ. ສະນັ້ນ ໄລຍະຍາວ, ເອີລົບ ຈະຕ້ອງຊອກຫາມາດຕະການຊື່ງໄດ້ຮັບການຮັບຮອງຈາກອາເມລິກາ. ແລະ ໄລຍະທາງນີ້ ຍັງປະສົບກັບຄວາມຫຍຸ້ງຍາກ ໃນຂະນະທີ່ ອີຢູ ຍັງຄົງຕ້ອງຊອກຫາວິທີຮັບປະກັນຜົນປະໂຫຍດຂອງ ທັງອີຣານ.


ຕອບກັບ

ຂ່າວ/ບົດ​ອື່ນ