ຊ່ອງທາງພາໄປເຖິງສັນທິພາບຍັງຄົງຄັບແຄບຢູ່

ຍັງ​ມີ​ເວລາ​ບໍ່ເທົາໃດມື້, ​ກອງ​ປະຊຸມສັນຕິພາບສາກົນຈະ​ຖືກ​ຈັດ​ຂຶ້ນ​ຢູ່​ເຊີ​ແນວ​ ປະ​ເທດ​ສະ​ວິດ ຕາມ​ຂໍ້​ລິ​ເລີ່​ມຂອງ​ລັດ​ເຊຍ ​ແລະ ອາ​ເມ​ລິ​ກາ ​ເພື່ອ​ແນ​ໃສ່​ຢຸດຕິ​ວິ​ກິດ​ການ​ທີ່​ແກ່ຍາວ​ຢູ່​ຊີຣີ. ​ເຖິງ​ວ່າ​ບໍ່​ທັນ​​ໄດ້ດຳ​ເນີນ​ໄປ​ກໍ່ຕາມ​ແຕ່​ມີ​ຫຼາຍ​ສັນຍານ​ສະ​ແດງ​ໃຫ້​ເຫັນ​ວ່າ ໝາກຜົນ​ຂອງ​ກອງ​ປະຊຸມ​ຄັ້ງນີ້ ອາດ​ຈະ​ບໍ່​ສົມ​ກັບ​ຄວາມ​ລໍຄອຍ, ນັບ​ທັງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ສັງຄົມ ​ແລະ ຂໍ້​ຂັດ​ແຍ້​ງພາຍ​ໃນ​ຂອງປະ​ເທດ​ຕາ​ເວັນ​ອອກ​ກາງ​ນີ້.

ຊ່ອງທາງພາໄປເຖິງສັນທິພາບຍັງຄົງຄັບແຄບຢູ່ - ảnh 1

(ພາບ​ປະກອບ: phaply.net.vn)

   ​ໃນ​ຕະຫຼອດ 2 ປີຜ່ານມາ, ຍາມ​ໃດ​, ຊີຣີ ກໍ່​ແມ່ນ​ແຫ່ງທີ່​ດຶງດູດຄວາມ​ສົນ​ໃຈ​ຈາກ​ຫາງ​ສຽງ ​ແລະ ​ໃນ​ຊຸ​ມມື້​ມໍ່ໆ​ມາ​ນີ້, ຊີຣີ ຍິ່ງ​ໄດ້​ຮັບ​ຄວາມ​ສົນ​ໃຈ​ກ່ວາ​ອີກ. ​ໃນ​ກອງ​ປະຊຸມ​ເຊີ​ແນວ ຄັ້ງຈະ​ມາ​ເຖິງ​ນີ້, ປະຊາຄົມໂລກມີຄວາມ​ຫວັງວ່າ​ຈະ​ຊອກ​ເຫັນ​ມາດ​ຕະການ​ຢຸດຕິ​ການ​ປະ​ທະ​ກັນ​ອັນ​ນອງ​ເລືອດ​ໃນ 2 ກ່ວາປີ​ທີ່​ຜ່ານ​ມາ​ຢູ່​ປະ​ເທດ​ນີ້. ຈຸດປະສົງ​ຕົ້ນຕໍຂອງກອງ​ປະຊຸມ ນັ້ນ​ແມ່ນ​​ຢາກ​ໃຫ້ຜູ້ຕາງໜ້າຂອງ​ລັດຖະບານ ​ແລະ ຝ່າຍ​ຄ້ານ​ຊີຣີ ພ້ອມ​ກັນ​ເຈລະຈາ​ເພື່ອ​ບັນລຸ​ໄດ້​ມາດ​ຕະການ​ຮອບດ້ານ​ທີ່​ສຸດ, ຫລີກ​ເວັ້ນການ​ກໍ່​ຄວາມ​ເສຍຕື່ມອີກ​ຫາຍ​ໃຫ້​ສາມັນ​ຊົນ. ບັນດາ​ການ​ເຄື່ອນ​ໄຫວ​ທາງ​ການ​ທູດພວມ​ດຳ​ເນີນ​ໄປ​ຢ່າງ​ລຽນຕິດ​ເພື່ອຫວັງ​ເປີດ​ຊ່ອງ​ທາງ​ໃຫ້ແກ່ເຈລະຈາ, ຢຸດ​ຕິ​ສະພາບ​ການ​ໃຊ້​ຄວາມ​ຮຸນ​ແຮງ​ ​ດ້ວຍ​ທຸກ​ຮູບ​ການໂດຍ​ທັນ​ທີ່.

  ​ກ່ອນ​ນີ້ 1 ປີ, ​ໃນເດືອນ 6/2012, ຢູ່​ເຊີ​ແນວ ກໍ່​ໄດ້​ຈັດ​ກອງ​ປະຊຸມສາກົນ​ກ່ຽວ​ກັບ​ຊີຣີ ​ແຕ່ຜົນ​ງານທີ່ບັນລຸໄດ້ບໍ່ຫຼາຍປານໃດ. ກອງ​ປະຊຸມ​ໄດ້​ສະໜັບສະໜູນ​ການ​ສ້າງຕັ້ງລັດຖະບານ​ຂ້າມ​ຜ່ານ​ແຕ່​ບໍ່​ບັນລຸ​​ໄດ້​ຂໍ້​ຕົກລົງລະອຽດ​ສະບັບ​ໃດໆ​ ​ເຮັດ​ໃຫ້​ 1 ປີຜ່ານມາວິກິດການການເມືອງຢູ່​ຊີຣີ ​ນັບມື້ນັບຮ້າຍແຮງຍິ່ງຂຶ້ນ.

ຊ່ອງທາງພາໄປເຖິງສັນທິພາບຍັງຄົງຄັບແຄບຢູ່ - ảnh 2

ປະທານາ​ທິ​ບໍດີ​ຊີຣີ Bashar al Assad

(ພາບ​: giaoduc.net.vn)

  ​ ເຖິງ​ວ່າ​ໄດ້​ພ້ອມ​ກັນ​ເຂົ້າຮ່ວມກອງ​ປະຊຸມ​ຄັ້ງຈະ​ມາ​ເຖິງ​ນີ້ກໍ່ຕາມ ​ແຕ່ສອງ​ປະ​ເທດ​ມະຫາ​ອຳນາດ​ຄື​ລັດ​ເຊຍ ​ແລະ ອາ​ເມ​ລິ​ກາ ຍັງ​ມີ​ຄວາມ​ຂັດ​ແຍ້​ງກັນ​ຢູ່. ອາ​ເມ​ລິ​ກາ​ ​ສືບ​ຕໍ່​ຕຳ​ນິຕິຕຽນລັດ​ເຊຍ ທີ່ໄດ້ສະໜອງ​ລູກສອນ​ໄຟ​ໃຫ້​ແກ່​ປະທານາ​ທິ​ບໍດີ​ຊີຣີ Bashar al Assad. ​ໃນ​ຂະນະ​ນັ້ນ, ຍາມ​ໃດ, ລັດ​ເຊຍ ກໍ່​ເນັ້ນໜັກ​ວ່າ​ອີຣານ ແມ່ນ​ປະ​ເທດ​ໜູນ​ຫຼັງ​ຕົ້​າຕໍ​ໃຫ້​ແກ່ ປະທານາ​ທິບໍດີ​ຊີຣີ Bashar al Assad ຕ້ອງ​ເຂົ້າຮ່ວມ​ກອງ​ປະຊຸມ​ຄັ້ງນີ້. ​ແຕ່​ກົງກັນຂ້າມ, ຝະລັ່ງ ພັດເດັດດ່ຽວຄັດຄ້ານການ​ເຂົ້າຮ່ວມ​ກອງ​ປະຊຸມ​ ​ຖ້າຫາກວ່າມີການເຂົ້າຮ່ວມຂອງ​ເຕ​ເຮຣານ. ພ້ອມ​ດຽວ​ກັນນັ້ນ, ລັດ​ເຊຍ, ຈີນ ​ແລະ ບາງ​ປະ​ເທດ​ອື່ນ​ກໍ່​ເດັດດ່ຽວ​ສະກັດ​ກັ້ນການ​ແຊກ​ແຊງ​ດ້ານ​ການ​ທະຫານ​ແຕ່​ພາຍ​ນອກ​ເຂົ້າຊີຣີ. ສ່ວນ​ຢູ່​ພາຍ​ໃນ​ປະ​ເທດ​ຊີຣີ​, ​ເຖິງ​ວ່າ, ກຳລັງ​ຝ່າຍ​ຄ້ານຊີຣີ ​ໄດ້​ຕົກລົງ​ຈະ​ເຂົ້າຮ່ວມ​ກອງ​ປະຊຸມ​ຄັ້ງນີ້​​ກໍ່ຕາມ​ ​ແຕ່​ຝ່າຍ​ນີ້​ພັດ​ຢືນຢັນ​ວ່າ: ປະທານາ​ທິ​ບໍດີ​ຊີຣີ Bashar al Assad ຕ້ອງ​ລາ​ອອກ​ຈາກ​ຕຳ​ແໜ່​ງ. ​​ນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ, ປະທານາ​ທິ​ບໍດີ​ຊີຣີ Bashar al Assad ຍາມ​ໃດ​ກໍ່​ເດັດດ່ຽວ​ບໍ່​ລາ​ອອກ​ຈາກ​ຕຳ​ແໜ່​ງກ່ອນ​ການ​ເລືອກ​ຕັ້ງ ​ແລະ ປະ​ເທດ​ຕ່າງໆ ບໍ່​ມີ​ສິດ​ແຊກ​ແຊງ​ເຂົ້າບັນຫາ​ການ​ເມືອງ​ຂອງ​ປະ​ເທດ​ນີ້. ປະທານາ​ທິ​ບໍດີ​ຊີຣີ Bashar al Assad ຍັງ​ໄດ້​ຮັບ​ການ​ໜູນ​ຫຼັງ​ຢ່າງ​ແຮງ​ຈາກ​ອົງການ Hezbolla, ການ​ນຳ​ອົງການ​ນີ້, ທ່ານ Hassan Narallah ຢືນຢັນ​ຈະ​ໃຊ້​ກຳລັງ​ແຮງ​ທັງ​ໝົດ​ເພື່ອ​ກູ້​ເອົາລະ​ບອບ​ຂອງປະທານາ​ທິ​ບໍດີ​ຊີຣີ Bashar al Assad. ອີກ​ຢ່າງ​ໜຶ່ງ, ປະຈຸ​ບັນ, ມີ​ນັກຮົບ​ປະມານ 3000-4000 ຄົນທີ່ຂຶ້ນ​ກັບ​ຂະ​ບວນການ​ປະກອບ​ອາວຸດ​ຂອງ​ຊາວ​ອິດ​ຊະລາ​ມນິກາຍ​ຊີ​ອະ ຢູ່​ລີ​ບັງ ພວມ​ດຳ​ເນີນ​ການ​ສູ້​ຮົບ​ຄຽງ​ຄ້າງ​ບັນດາ​ນັກຮົບ​ຂອງ​ລະບອບປະທານາ​ທິ​ບໍດີ​ Bashar al Assad ຢູ່​ຊີຣີ. ​ໃນ​ຂະນະ​ນັ້ນ, ​ໃນ​ການ​ກະທຳ​ທີ່​ອັນຕະລາຍ​ທີ່​ສຸດ, ວັນ​ທີ 27/5, ສະຫະພາບ​ເອີ​ລົບ ​ໄດ້​ຮັບຮອງ​ເອົາ​ມະຕິ​ສະບັບ​ໜຶ່ງ​ກ່ຽວ​ກັບ​ການ​ລົບ​ລ້າງ​ຄຳ​ສັ່ງ​ຂວ້ຳ​ບາດ​ອາວຸດ​ທີ່​ມີຕໍ່ຝ່າຍ​ຄ້ານ​ຊີຣີ, ຜ່ານ​ນັ້ນ, ​ໄດ້​ຝາກ​ສານ​ທີ່​ແຂງ​ແຮງ​ໄປ​ຍັງ​ລະບອບ​ຂອງປະທານາ​ທິ​ບໍດີ​ຊີຣີ Bashar al Assad ວ່າ: ທ່ານ Bashar al Assad ຈະ​ບໍ່​ມີ​ການ​ເລືອກ​ເຟັ້ນອື່ນ ນ​ອກຈາກ​ການ​ລາ​ອອກ​ຈາກ​ຕຳ​ແໜ່​ງ. ​ໃນ​ສະພາບ​ການ​ທີ່​​ແຕ່​ລະ​ພາກສ່ວນ​ເຂົ້າຮ່ວມ​ມີ​ຄວາມ​ບໍ່​ລົງ​ລອຍ​ກັນ​ຄື​ແນວ​ນັ້ນ ຈະ​ບໍ​ສາມາດ​ຮັບປະກັນ​ໄດ້​ວ່າ: ກອງ​ປະຊຸມ​ຄັ້ງນີ້​ຢູ່​ເຊີ​ແນວ ຈະ​ປະສົບ​ຜົນສຳ​ເລັດ​ໄດ້.

   ປະຕິກິລິຍາ​ຂອງ​ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ ຕໍ່​ສະພາບ​ການ​ຢູ່​ຊີຣີ ​ໃນ​ປະຈຸ​ບັນ ​ແມ່ນ​ສັນຍານ​ຕົວ​ຈິງ​ສະ​ແດງ​ໃຫ້​ເຫັນ​ວ່າ: ວິ​ກິດ​ການ​ນີ້ ​ແຕກ​ຕ່າງກັນ ​ກັບ​ການ​ປະ​ທະ​ກັນ​ຄັ້ງອື່ນໆ ຍ້ອນ​ວ່າ: ບັນດາ​ປະ​ເທດ​ມະຫາ​ອຳນາດ​ໃນ​ໂລກ ​ແລະ ພາກ​ພື້ນ ​ໄດ້ທຳ​ການແຊກ​ແຊງ​ຢ່າງ​ເລິກເຊິ່ງ​ເຂົ້າຊີຣີ. ສຳລັບ​ຊີຣີ ​ແລ້ວ, ດ້ວຍ​ທີ່​ຕັ້ງພູມ​ຊາດ ​ແລະ ຜົນ​ສະທ້ອນ​ທີ່​ນັບ​ມື້​ນັບ​ສັບສົນ​ວຸ້ນວາຍ ​ແລະ ອາດ​ຈະ​ສວມ​ບົດບາດ​ສຳຄັນ ​ໃນ​ການ​ປ່ຽນ​ແປງ​ທົ່ວ​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ ພາຍຫຼັງ​ກອງ​ປະຊຸມ​ສາກົນ​ຄັ້ງນີ້. ຍາມ​ໃດ​ທີ່​ຝ່າຍ​ຕ່າງ​ໆ​ຢູ່​ຊີຣີ ມີ​ການ​ຮ່ວມ​ແຮງ​ຮ່ວມ​ໃຈ ​ແລະ ປະຊາ​ຄົມ​ໂລກ​ມີ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ນັ້ນ, ຄວາມ​ຫວັງ​ກ່ຽວ​ກັບ​ສັນຕິພາບ​ຢູ່​ປະ​ເທດ​ຕາ​ເວັນ​ອອກ​ກາງ​ນີ້​ຈຶ່ງ​ຈະ​ປະກົດ​ຜົນ​ເປັນ​ຈິງ​ໄດ້. ​ແຕ່​ສິ່ງ​ດັ່ງກ່າວ​ຍາກ​ທີ່​ຈະ​ປະຕິບັດ​​ໄດ້​ໃນ​ສະພາບ​ການ​ໃນປະຈຸ​ບັນ./.

 

ຕອບກັບ

ຂ່າວ/ບົດ​ອື່ນ