ຊາຍແດນ ຫວຽດນາມ -ລາວ: ມິດຕະພາບ, ຮ່ວມມື ແລະ ພັດທະນາ

(VOVWORLD) - ຫວຽດນາມ ແລະ ລາວ ຫາກໍ່ປະຕິບັດສຳເລັດແຜນການສັງລວມປະຕິບັດວຽກງານປັກຫຼັກໝາຍຖີ່ ແລະ ບູລະນະລະບົບຫຼັກໝາຍຊາຍແດນແຫ່ງຊາດ, ປະກອບສ່ວນສຳຄັນເຂົ້າໃນການປະຕິບັດສຳເລັດຄຸນນະພາບເສັ້ນຊາຍແດນ ຫວຽດນາມ  - ລາວ ນັບທັງດ້ານນິຕິທຳ ແລະ ສະພາບການຕົວຈິງ. ດັ່ງນັ້ນ, ນັບແຕ່ນີ້ຕໍ່ໄປ, 2 ປະເທດໄດ້ມີເສັ້ນຊາຍແດນຈະແຈ້ງທີ່ສຸດ, ໄດ້ຮັບການຮັບຮູ້ຢ່າງລະອຽດໃນບັນດາເອກະສານນິຕິກຳ, ແຜນທີ່ຕັດຕິດພ້ອມ ແລະ ໄດ້ຂີດຂັ້ນດ້ວຍລະບົບຫຼັກໝາຍທີ່ທັນສະໄໝ, ຍືນຍົງໃນພື້ນທີ່ຕົວຈິງ. ໝາກຜົນນີ້ ບໍ່ພຽງແຕ່ສ້າງປະຖົມປັດໄຈ ສະດວກໃຫ້ວຽກງານຄຸ້ມຄອງ ແລະ ປົກປັກຮັກສາເສັ້ນຊາຍແດນ ເທົ່ານັ້ນ, ຫາກຍັງປະກອບສ່ວນຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດຢ່າງແຮງອີກດ້ວຍ.

ຊາຍແດນ ຫວຽດນາມ -ລາວ: ມິດຕະພາບ, ຮ່ວມມື ແລະ ພັດທະນາ - ảnh 1 ເສົາຫຼັກໝາຍທີ່ດ່ານຊາຍແດນ ລາວບ໋າວ, ກວາງຈີ້

(ພາບ: ສຳນັກຂ່າວສານ ຫວຽດນາມ)

ເສັ້ນຊາຍແດນ ຫວຽດນາມ - ລາວ ມີລວງຍາວປະມານ 2.337 ກມ, ຕິດກັບ 10 ແຂວງຂອງ ຫວຽດນາມ ແລະ 10 ແຂວງຂອງລາວ. ຢູ່ ຫວຽດນາມ, ສະຖານທີ່ທຳອິດແມ່ນຢູ່ຕາແສງ ສິນເທົ່າ, ເມືອງ ເມື່ອງແຍ໋, ແຂວງ ດ້ຽນບຽນ ແລະ ສະຖານທີ່ສຸດທ້າຍແມ່ນ ຕາແສງ ເບີອີ, ເມືອງ ງອັກໂຮ່ຍ, ແຂວງ ກອນຕຸມ. ເຂດຊາຍແດນ ຫວຽດນາມ  - ລາວ ມີທີ່ຕັ້ງຍຸດທະສາດສຳຄັນທີ່ສຸດຕໍ່ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ເສດຖະກິດສັງຄົມຂອງ 2 ປະເທດ.

ປະກົດການຢ່າງມີຊີວິດຊີວາຂອງສາຍພົວພັນສາມັກຄີມິດຕະພາບແບບພິເສດ ຫວຽດນາມ  - ລາວ

       ເສັ້ນຊາຍແດນແຫ່ງຊາດລະຫວ່າງ ຫວຽດນາມ ແລະ ລາວ ຕິດກັບ 20 ແຂວງຂອງທັງ 2 ປະເທດທີ່ໄດ້ຮັບການແບ່ງກຳນົດຂີດຂັ້ນກ່ອນນີ້ 40 ປີແລ້ວ. ແຕ່ຮອດປີ 2008, ຫວຽດນາມ ແລະ ລາວ ຈຶ່ງມີເງື່ອນໄຂເພື່ອເລີ່ມປັກຫຼັກໝາຍຖີ່ ແລະ ບູລະນະລະບົບຫຼັກໝາຍນີ້. ພາຍຫຼັງດຳເນີນການກໍ່ສ້າງເປັນເວລາ 9 ປີ, ດ້ວຍແຫຼ່ງທຶນງົບປະມານຂອງລັດ ແລະ ທຶນຊ່ວຍເຫຼືອລ້າຂອງ ຫວຽດນາມ ໃຫ້ແກ່ ລາວ ນັ້ນ, ຮອດຕົ້ນປີ 2016, 2 ປະເທດໄດ້ປະຕິບັດສຳເລັດການປັກຫຼັກໝາຍຖີ່ ແລະ ບູລະນະກ່ວາ 1.000 ເສົາຫຼັກໝາຍ ແລະ ເສົາຂີດຂັ້ນພ້ອມກັບແຜນທີ່ເສັ້ນຊາຍແດນແຫ່ງຊາດ ຫວຽດນາມ - ລາວ ອັດຕາ 1/50.000, ສະແດງໃຫ້ເຫັນໝາກຜົນແຫ່ງຄວາມຕັດສິນໃຈແກ້ໄຂບັນຫາຊາຍແດນ ລະຫວ່າງ 2 ປະເທດ.

        ປະຈຸບັນ, ຄິດສະເລ່ຍປະມານ 2,6 ກມເສັ້ນຊາຍແດນ ມີ 1 ເສົາຫຼັກໝາຍ ຫຼື 1 ເສົາຂີດຂັ້ນ. ພາຍຫຼັງໄດ້ຮັບການຮັບຮອງເອົາຈາກສະພາແຫ່ງຊາດ, ນັບແຕ່ວັນທີ 5 ກັນຍາ 2017, ອະນຸສັນຍາກ່ຽວກັບເສັ້ນຊາຍແດນ ແລະ ຫຼັກໝາຍຊາຍແດນ ແລະ ສັນຍາກ່ຽວກັບກົດລະບຽບການຄຸ້ມຄອງເຂດຊາຍແດນ ແລະ ດ່ານຊາຍແດນທາງບົກລະຫວ່າງ ຫວຽດນາມ ແລະ ລາວ ໄດ້ມີຜົນສັກສິດຢ່າງເປັນທາງການ. ທີ່ກອງປະຊຸມສະຫລຸບການປະຕິບັດສຳເລັດແຜນການສັງລວມວຽກງານປັກຫຼັກໝາຍຖີ່ ແລະ ບູລະນະລະບົບຫຼັກໝາຍຊາຍແດນແຫ່ງຊາດ ຫວຽດນາມ -ລາວ ໄດ້ຈັດຕັ້ງໃນອາທິດຜ່ານມາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເນັ້ນໜັກວ່າ:

        “ນີ້ແມ່ນເຫດການສຳຄັນຍິ່ງ, ມີຄວາມໝາຍອັນໃຫຍ່ຫຼວງ ສະແດງໃຫ້ເຫັນຄວາມເປັນເອກະພາບຢ່າງສູງ, ຄວາມເຊື່ອໝັ້ນລະຫວ່າງ 2 ພັກ, 2 ລັດ, ພ້ອມທັງ ເປັນປະກົດການຢ່າງມີຊີວິດຊີວາຂອງສາຍພົວພັນສາມັກຄີມິດຕະພາບແບບພິເສດ, ຮອບດ້ານລະຫວ່າງ ຫວຽດນາມ ແລະ ລາວ. ຍ້ອນນີ້ເປັນຄັ້ງທຳອິດ, 2 ປະເທດມີເສັ້ນຊາຍແດນແຫ່ງຊາດຈະແຈ້ງ, ທີ່ໄດ້ລະບຸໄວ້ຢ່າງລະອຽດ ໃນບັນດາເອກະສານນິຕິກຳ, ແຜນທີ່ຄັດຕິດພ້ອມ ແລະ ໄດ້ຂີດຂັ້ນດ້ວຍລະບົບຫຼັກໝາຍຫຼວງ, ທັນສະໄໝ, ຍືນຍົງ ໃນພື້ນທີ່ຕົວຈິງ ບົນພື້ນຖານຄວາມສະເໝີພາບ ແລະ ເຄົາລົບນັບຖືເຊິ່ງກັນ ແລະ ກັນ, ເໝາະສົມກັບກົດໝາຍສາກົນ”

ຄວາມມານະພະຍາຍາມຢ່າງສຸດຂີດຂອງທະຫານ, ປະຊາຊົນ 2 ປະເທດຢູ່ເຂດຊາຍແດນ

       ເພື່ອບັນລຸໄດ້ບັນດາຜົນງານນີ້ຕ້ອງເວົ້າເຖິງເຫື່ອແຮງຂອງບໍ່ຈັກວ່າເທົ່າໃດຄົນ. ໃນວິວັດການຜັນຂະຫຍາຍການຂີດຂັ້ນລະອຽດໃນເສັ້ນຊາຍແດນຢູ່ພື້ນທີ່ຕົວຈິງ, ເຂດພູດອຍທີ່ທຸລະກັນດານ, ເຂດມີອາກາດຮ້າຍແຮງ, ມີການປະກອບເຫື່ອແຮງ, ຊ້ຳບໍ່ໜຳນັບທັງເລືອດເນື້ອຂອງນັກຮົບ ຫວຽດນາມ ແລະ ລາວ ຫຼາຍຄົນອີກດ້ວຍ. ແຂວງ ກວາງນາມ ແມ່ນແຂວງ ມີຊາຍແດນຕິດກັບແຂວງ ເຊກອງ ຂອງ ສປປ ລາວ. ພາຍຫຼັງໄດ້ຜັນຂະຫຍາຍເປັນເວລາ 5 ປີ, ຍ້ອນຄວາມມານະພະຍາຍາມຂອງພະນັກງານ, ນັກຮົບ 2 ປະເທດ, ພິເສດແມ່ນການສະໜັບສະໜູນຊ່ວຍເຫຼືອຂອງປະຊາຊົນ 2 ຟາກຊາຍແດນ, ແຂວງ ກວາງນາມ ໄດ້ປະຕິບັດສຳເລັດ 100% ແຜນການໄດ້ຮັບມອບໝາຍ. ຢູ່ນອກກອງປະຊຸມສະຫລຸບການປະຕິບັດສຳເລັດແຜນການສັງລວມວຽກງານປັກຫຼັກໝາຍຖີ່ ແລະ ບູລະນະລະບົບຫຼັກໝາຍຊາຍແດນແຫ່ງຊາດ ຫວຽດນາມ -ລາວ ຫວ່າງມໍ່ໆມານີ້, ພັນເອກ ວັນງອັກເກ໋, ຮອງຫົວໜ້າການເມືອງ ທະຫານປ້ອງກັນຊາຍແດນ ກວາງນາມ, ແບ່ງປັນວ່າ:

“ພໍ່ແມ່ປະຊາຊົນຢູ່ 2 ຟາກຊາຍແດນໄດ້ສະໜັບສະໜູນຢ່າງສູງ, ຈາກການຂົນສົ່ງວັດຖຸອຸປະກອນ, ການບຸກເບີກຢູ່ຕາມເສັ້ນຊາຍແດນບັນດາເສົ້າຫຼັກໝາຍ, ກໍ່ຄືພ້ອມກັນຊ່ວຍເຫຼືອຫຼາຍກຳລັງປັກຫຼັກໝາຍ 2 ປະເທດ ຮັບປະກັນປະຕິບັດສຳເລັດກ່ອນກຳນົດເວລາ. ໃນເສັ້ນຊາຍແດນຕອນ ກວາງນາມ - ເຊກອງ ນີ້ ມີລວງຍາວ 142 ກມ, ແມ່ນມີ 60 ເສົາຫຼັກໝາຍນັ້ນ, ກວາງນາມ ໄດ້ປະຕິບັດສຳເລັດກ່ອນກຳນົດເວລາກ່ວາ 1 ປີ.”

        ໂດຍອີງໃສ່ຄວາມເຄົາລົບນັບຖືເຊິ່ງກັນ ແລະ ກັນ, ທັງຮັບປະກັນຫຼັກການມິດຕະພາບ, ສາຍຈິດມິດໃຈ, ທັງອີງໃສ່ພື້ນຖານຜົນປະໂຫຍດຂອງແຕ່ລະປະເທດ, ຖືກນອນໃນສາຍພົວພັນແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ, ທັງ 2 ຝ່າຍໄດ້ປະຕິບັດວຽກງານປັກຫຼັກໝາຍຖີ່, ບູລະນະລະບົບຫຼັກໝາຍຊາຍແດນຢ່າງຮີບດ່ວນ, ຖືກກັບຄວາມຄືບໜ້າ ແລະ ມີປະສິດທິຜົນ. ທ່ານ ເຈືອງມິງຕ໋ວນ, ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ຢັ້ງຢືນ:

        “ນີ້ແມ່ນຄວາມເອກອ້າງທະນົງໃຈຂອງ 2 ພັກ, 2 ຊາດ. ໜຶ່ງໃນບັນດາພື້ນຖານເພື່ອສ້າງສາຍພົວພັນພິເສດນັ້ນແມ່ນນ້ຳໃຈສະໜິດຕິດພັນ, ຜຸກພັນກັນຢ່າງກົມກ່ຽວໜຽວແໜ້ນຄືດັ່ງຍາດຕິພີ່ນ້ອງໃນຄອບຄົວດຽວຢູ່ 2 ຟາກຊາຍແດນ. ຍ້ອນມີນ້ຳໃຈທີ່ເລິກເຊິ່ງນັ້ນ, ຂ້າພະເຈົ້າຖືວ່າ ຫວຽດນາມ ແລະ ລາວ ຈະບໍ່ປະສົບບໍ່ວ່າສິ່ງກີດຂວາງໃດໆ ໃນການກໍ່ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພ້ອມກັນພັດທະນາ, ກໍ່ຄືໃນການຮັກສາ, ປັບປຸງ ແລະ ເພີ່ມພູນຄຸນສ້າງສາຍພົວພັນແບບພິເສດ ຫວຽດນາມ - ລາວ.”

        ການປະຕິບັດສຳເລັດໂຄງການທັງໝົດນັ້ນ ໄດ້ປະກອບສ່ວນປະຕິບັດສຳເລັດຄຸນນະພາບເສັ້ນຊາຍ ຫວຽດນາມ - ລາວ ນັບທັງດ້ານນິຕິກຳ ແລະ ພຶດຕິກຳຕົວຈິງ, ບໍ່ພຽງແຕ່ສ້າງປະຖົມປັດໄຈສະດວກໃຫ້ວຽກງານຄຸ້ມຄອງ ແລະ ປົກປັກຮັກສາຊາຍແດນເທົ່ານັ້ນ ຫາກຍັງປະກອບສ່ວນຊຸກຍູ້ການພົວພັນຮ່ວມມືການຄ້າ, ການລົງທຶນ ແລະ ການພົວພັນແລກປ່ຽນເສດຖະກິດ, ວັດທະນະທຳ, ການທ່ອງທ່ຽວຂອງບັນດາທ້ອງຖິ່ນ ແລະ ປະຊາຊົນເຂດຊາຍແດນ, ປະກອບສ່ວນເພີ່ມທະວີນ້ຳໃຈສາມັກຄີທີ່ເຄີຍມີຢູ່ແລ້ວລະຫວ່າງ 2 ປະເທດອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ