ຊາບຊຶມທັດສະນະ “ຖືປະຊາຊົນເປັນກົກ”ໃຫ້ເລິກເຊິ່ງໃນການເຄື່ອນໄຫວວຽກງານການເມືອງພາຍໃນ

(VOVWORLD) - ກ່າວຄຳເຫັນທີ່ກອງປະຊຸມທົ່ວປະເທດຂອງບັນດາອົງການຮັບຜິດຊອບວຽກງານການເມືອງພາຍໃນຜັນຂະຫຍາຍການປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIIIຂອງພັກ, ວັນທີ 15 ກັນຍາ ປີ 2021 ຢູ່ ຮ່າໂນ້ຍ, ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ເນັ້ນຫນັກໂດຍ ຮຽກຮ້ອງໃຫ້ບັນດາອົງການຮັບຜິດຊອບວຽກງານການເມືອງພາຍໃນຕ້ອງຕິດພັນກັບປະຊາຊົນຢ່າງໃກ້ຊິດເປັນປະຈຳ, ຊາບຊຶມທັດສະນະ “ຖືປະຊາຊົນເປັນກົກ” ໃຫ້ເລິກເຊິ່ງໃນຈິນຕະນາການ ແລະ ການກະທຳ. ຍາມໃດ ບັນດາອົງການກໍ່ຕ້ອງກຳນົດ ປະຊາຊົນແມ່ນໃຈກາງ ແມ່ນພາກສ່ວນສຳຄັນໃນກິດຈະການປ່ຽນແປງໃຫມ່, ສ້າງສາ ແລະ ປົກປັກຮັກສາປະເທດຊາດ ແລະ ຕ້ອງຖືຊີວິດທີ່ສະຫງົບສຸກຂອງປະຊາຊົນແມ່ນເປົ້າໝາຍເພື່ອສູ້ຊົນ, ແມ່ນຄວາມປິຕິຊົມຊື່ນຂອງຕົນ.

ຊາບຊຶມທັດສະນະ “ຖືປະຊາຊົນເປັນກົກ”ໃຫ້ເລິກເຊິ່ງໃນການເຄື່ອນໄຫວວຽກງານການເມືອງພາຍໃນ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່າວຄຳເຫັນທີ່ກອງປະຊຸມທົ່ວປະເທດ ບັນດາອົງການຮັບຜິດຊອບວຽກງານການເມືອງພາຍໃນ

ຕາມທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລ້ວ, ຫນ້າທີ່ກວມລວມຂອງບັນດາອົງການຮັບຜິດຊອບວຽກງານການເມືອງພາຍໃນ ແມ່ນເປັນເສນາທິການໃຫ້ແກ່ພັກ ແລະ ລັດ ໃນການຊີ້ນຳນຳພາ ແລະ ຈັດຕັ້ງປະຕິບັດບັນດາຫນ້າທີ່ປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ; ປົກປ້ອງປະຊາຊົນ, ປົກປ້ອງ ພັກ, ລັດ ແລະ ລະບອບສັງຄົມນິຍົມ; ປົກປັກຮັກສາຄວາມໝັ້ນຄົງຂອງຊາດ, ຮັກສາຄວາມເປັນລະບຽບຮຽບຮ້ອຍ, ຮັກສາລະບຽບວິໄນ,ຄວາມປອດໄພສັງຄົມ; ປ້ອງກັນ, ຕ້ານອາດຊະຍາກຳ ແລະ ການລະເມີດກົດໝາຍກ່ຽວກັບຄວາມສະຫງົບ- ຄວາມເປັນລະບຽບຮຽບຮ້ອຍ, ປົກປ້ອງຄວາມຍຸຕິທຳ, ປົກປ້ອງສິດທິມະນຸດ, ສິດພົນລະເມືອງ, ປົກປ້ອງຜົນປະໂຫຍດຂອງລັດ, ສິດ ແລະ ຜົນປະໂຫຍດອັນຊອບທຳ ແລະ ຖືກຕ້ອງຕາມກົດໝາຍຂອງອົງການ, ສ່ວນບຸກຄົນ, ກໍ່ສ້າງພັກ, ລັດໃຫ້ປອດໃສ ໝັ້ນຄົງເຂັ້ມແຂງ.

ຍ້ອນມີທີ່ຕັ້ງ, ມີບົດບາດສຳຄັນຍິ່ງ, ສະນັ້ນຂົງເຂດເຄື່ອນໄຫວຈຶ່ງມີຄວາມສຳຄັນທີ່ສຸດ, ກ່ຽວຂ້ອງເຖິງທຸກດ້ານຂອງຊີວິດສັງຄົມເກືອບທັງໝົດ ແລະ ໂດຍກົງ, ບັນດາອົງການຮັບຜິດຊອບວຽກງານການເມືອງພາຍໃນ ແລະ ພະນັກງານທີ່ເຮັດວຽກງານການເມືອງພາຍໃນ ຍາມໃດກໍ່ຕ້ອງປະຕິບັດຫລັກການ, ກົດໝາຍ, ຂໍ້ກຳນົດກົດລະບຽບໃຫ້ເຂັ້ມງວດ, ພິເສດແມ່ນຕ້ອງມີຄວາມເປັນທຳ,ສັດຊື່ບໍລິສຸດ, ພາວະວິໄສ; ຕ້ອງນຳໃຊ້ ແລະ ຄວບຄຸມສິດອຳນາດຂອງພັກ, ລັດ ແລະປະຊາຊົນມອບໝາຍໃຫ້ຕົນຢ່າງມີປະສິດທິຜົນ.

ຕາມນັ້ນແລ້ວ, ອົງການຮັບຜິດຊອບວຽກງານການເມືອງພາຍໃນ ຄວນເປັນເຈົ້າການໃນການຄາດຄະເນສະພາບການ, ຕີລາຄາສະພາບການໃຫ້ຖືກຕ້ອງ, ເຫັນໄດ້ຄວາມສ່ຽງ, ໄພນາບຂູ່ເຖິງຜົນປະໂຫຍດຂອງຊາດ, ຄວາມສະຫງົບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ເປັນເສນາທິການຢ່າງທັນການໃຫ້ພັກ, ລັດກ່ຽວກັບແຜນນະໂຍບາຍ, ນະໂຍບາຍ, ມາດຕະການແກ້ໄຂທີ່ມີລັກສະນະຍຸດທະສາດໃນການປົກປັກຮັກສາປະເທດຊາດ, ຮັບປະກັນຄວາມສະຫງົບແຫ່ງຊາດ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ກໍ່ສ້າງພັກ ແລະ ລະບົບການເມືອງໃຫ້ປອດໃສໝັ້ນຄົງເຂັ້ມແຂງ.

ຍ້ອນສະພາບການໂລກ ແລະ ພາຍໃນປະເທດ ຮຽກຮ້ອງໃຫ້ອົງການຮັບຜິດຊອບການເມືອງພາຍໃນ ຍາມໃດກໍ່ຕ້ອງມີສະຕິລະວັງຕົວ, ມີຄວາມສະດຸ້ງໄວ ເປັນເຈົ້າການກະກຽມທຸກດ້ານ, ຍົກສູງກຳລັງຄວາມສາມາດການຄາດຄະເນຍຸດທະສາດ, ຮັກສາທ່າເປັນເຈົ້າການໃນຍຸດທະສາດໃຫ້ໝັ້ນແກ່ນ ກຽມພ້ອມກ່ຽວກັບວິທີປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນໄວ້ໃຫ້ໝັ້ນຄົງ ແລະ ຮັກສາຄວາມສະຫງົບແຫ່ງຊາດ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມໃນທຸກກໍລະນີ.

ບັນດາອົງການຮັບຜິດຊອບການເມືອງພາຍໃນ ຕ້ອງມີຄວາມຮັບຮູ້ຢ່າງຄົບຖ້ວນ ແລະເລິກເຊິ່ງ, ປ່ຽນແປງໃຫມ່ທັງຈິນຕະນາການ ແລະ ຄວາມຮັບຮູ້ໃນການກໍ່ສ້າງ, ປັບປຸງລະບົບກົດໝາຍໃຫ້ສົມບູນແບບ, ເປັນຕົ້ນແມ່ນສຸມໃສ່ຄົ້ນຄ້ວາ, ເປັນເສນາທິການໃຫ້ຄະນະບໍລິຫານງານສູນກາງພັກ ປະກາດໃຊ້ມະຕິກ່ຽວກັບຍຸດທະສາດການສ້າງ ແລະ ປັບປຸງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມຫວຽດນາມ ຮອດປີ 2030, ກຳນົດທິດຮອດປີ 2045 ໃຫ້ສຳເລັດ, ເພື່ອມຸ່ງໄປເຖິງການສ້າງກອບລະບອບກົດໝາຍໃຫ້ຄົບຖ້ວນ, ທັນການ, ຄົບຊຸດ, ເປັນເອກະພາບ, ມີຄວາມເປັນໄປໄດ້, ຮັບປະກັນໃຫ້ກົງຈັກລັດເຄື່ອນໄຫວຢ່າງສະດວກລຸລ່ວງ, ສ້າງກຳລັງຫນູນໃຫມ່ໃຫ້ແກ່ການພັດທະນາເສດຖະກິດສັງຄົມ, ພັດທະນາປະເທດຊາດໄວ ແລະ ໝັ້ນຄົງເຂັ້ມແຂງ.

ຊາບຊຶມທັດສະນະ “ຖືປະຊາຊົນເປັນກົກ”ໃຫ້ເລິກເຊິ່ງໃນການເຄື່ອນໄຫວວຽກງານການເມືອງພາຍໃນ - ảnh 2ທ່ານ ເລຂາທິການໃຫຍ່ ຫງວຽນຝູຈ້ອງ ພ້ອມກັບຄະນະປະທານ ເປັນປະທານກອງປະຊຸມທົ່ວປະເທດ ບັນດາອົງການຮັບຜິດຊອບວຽກງານການເມືອງພາຍໃນ

ຍ້ອນການເຄື່ອນໄຫວຂອງວຽກງານການເມືອງພາຍໃນ, ໃນນັ້ນ ມີການເຄື່ອນໄຫວດ້ານຕຸລາການ, ຕ້ອງມີຄວາມຮັບຜິດຊອບປົກປ້ອງຄວາມຍຸຕິທຳ, ປົກປ້ອງສິດທິມະນຸດ, ສິດພົນລະເມືອງ, ປົກປ້ອງລະບອບສັງຄົມນິຍົມ, ປົກປ້ອງຜົນປະໂຫຍດຂອງລັດ, ສິດ ແລະ ຜົນປະໂຫຍດອັນຊອບທຳ ແລະຖືກຕ້ອງຕາມກົດໝາຍຂອງອົງການ, ສ່ວນບຸກຄົນ. ສະນັ້ນ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຈຶ່ງຮຽກຮ້ອງມາຍັງອົງການຮັບຜິດຊອບການເມືອງພາຍໃນ ຕ້ອງສຸມໃສ່ສ້າງພື້ນຖານຕຸລາການ ຫວຽດນາມ ໃຫ້ມີລັກສະນະອາຊີບ, ທັນສະໄຫມ, ຍຸຕິທຳ, ເຂັ້ມງວດ, ສັດຊື່ບໍລິສຸດ, ຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນ. ທ່ານ ເລຂາທິການໃຫຍ່ ຫງວຽນຝູຈ້ອງ ກໍ່ເນັ້ນຫນັກວ່າ:ໃນທຸກຫນ້າທີ່ວຽກງານການເມືອງພາຍໃນ, ຍາມໃດກໍ່ຕ້ອງຊາບຊຶມຢ່າງເລິກເຊິ່ງກ່ຽວກັບທັດສະນະຂອງທ່ານປະທານໂຮ່ຈີມິນທີ່ວ່າ “ຖືປະຊາຊົນເປັນກົກ”; “ຕ້ອງໃກ້ຊິດຕິດແທດກັບປະຊາຊົນ, ຊ່ວຍປຊຊ, ຮ່ຳຮຽນຈາກປຊຊ”. ເຊື່ອໝັ້ນປະຊາຊົນຢ່າງແທ້ຈິງ, ເຄົາລົບ ແລະ ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ.

ທ່ານ ເລຂາທິການໃຫຍ່ ຫງວຽນຝູຈ້ອງ ຊີ້ແຈ້ງວ່າ ບໍ່ວ່າຢູ່ໃນສະພາບການໃດກໍ່ຕາມ, ອົງການຮັບຜິດຊອບວຽກງານການເມືອງພາຍໃນ ແລະ ພະນັກງານທີ່ເຮັດວຽກງານການເມືອງພາຍໃນ ຍາມໃດກໍ່ຕ້ອງຖືຜົນປະໂຫຍດປະເທດ,ຂອງຊາດ,ແລະຂອງປະຊາຊົນ ຢູ່ເຫນືອກວ່າສິ່ງໃດໝົດ, ສົມເປັນ “ແຜ່ນກັ້ນບັງ” ທີ່ໝັ້ນແກ່ນແໜ້ນໜາຂອງພັກ, ລັດ ແລະ ປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ