ຊາວ ຄຼິດ ຫວຽດນາມ ຮ່ວມແຮງຮ່ວມໃຈພ້ອມກັບປະເທດຊາດ

(vovworld) -  ຊາວ​ ຄຼິດ ຫວຽດນາມ ພວມ​ຕ້ອນຮັບ​ວັນ​ບຸນ ຄຼິດສະມາດ ​ໃນ​ຄວາມ​ເບິ​ກບ​ານມ່ວນ​ຊຶ່ນ ພ້ອມ​ກັບ​ວົງ​ຄະນະ​ຍາດ​ສາສະຫນາ​, ຊົນ​ເຜົ່າ​ຕ່າງໆ ຢູ່ ຫວຽດນາມ ປະຕິບັດ​ບັນດາ​ຫນ້າ​ທີ່​ສ້າງສາ​ປະ​ເທ​ດຊາດ ​ໃຫ້​ນັບ​ມື້​ນັບ​ຮັ່ງມີ, ​ເຂັ້ມ​ແຂງ..

        ຕາມ​ຄຸນ​ພໍ່ ຟານ​ຄັກ​ຕື ຮອງ​ປະທານ​ທັງ​ເປັນ​ເລຂາທິການ​ໃຫຍ່​ຄະນະ​ກຳມະການ​ສາມັກ​ຄີ​ຄິດ​ທະ​ສາສະຫນາ ຫວຽດນາມ​ ​ແລ​້ວ, ວັນ​ທີ 5/6/1975  ສັງຄະ​ນາຍົກ Phalo ຫງວຽນ​ວັນ​ບິ່ງ ​ໄດ້​ສົ່ງ​ຈົດໝາຍ​ໃຫ້​ບັນດາ​ຄິດ​ທະ​ສາສະ​ນິກະ​ຊົນ​ຢູ່ ນະຄອນ ​ໂຮ່ຈິ​ມິນ ​ໂດຍ​ຢືນຢັນ​ວ່າ ຊາວ​ຄຼິດ ຫວຽດນາມ ​ໄດ້​ເລີ່​ມຕົ້ນ​ຫນ້າ​ປະຫວັດສາດ​ໃຫມ່, ດຳ​ລົງ​ຊີວິດ​ຮ່ວມ​ກັບ​ປະຊາຊົນ​ບັນດາ​ເຜົ່າ​ໃນ​ປະ​ເທດ​ ​ສັນຕິພາບ. ຈາກ​ແນວ​ຄິດ​ຂອງ​ສັງຄະ​ນາຍົກ​ໃນ​ຄາວນັ້ນ ປີ 1980, ບັນດາ​ສັງຄະ​ລາດ ຫວຽດນາມ ​​ໄດ້​ຈັດ​ກອງ​ປະຊຸມ​ເປັນ​ຄັ້ງ​ທຳ​ອິດ​ຢູ່ ຮ່າ​ໂນ້ຍ ​ແລະ ​ໄດ້​ອອກ​ສານຮ່ວມ ດ້ວຍ​ເນື້ອ​ໃນ​ຈິດ​ໃຈ ​ແມ່ນ “ຢູ່​ໃນ​ສິນ​ກິນ​ໃນ​ທຳ​ເພື່ອ​ຄວາມ​ຜາ​ສຸກ​ຂອງ​ຊາດ”. ຄຸນ​ພໍ່ ຟານ​ຄັກ​ຕື ຊີ້​ແຈງ​ວ່າ:

        “ຈົດໝາຍ​ທີ່​ມີ​ຊື່​ສຽງ​ນີ້​ມາ​ຮອດ​ປະຈຸ​ບັນ ຍັງ​ຄົງ​ມີ​ຄຸນ​ຄ່າ​​ໃຫມ່​ຢູ່, ​ແມ່ນ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃນ​ສະ​ເພາະຫນ້າ, ຮຽກ​ຮ້ອງ​ໃຫ້​ຊາວ ຄຼິດ ຕ້ອງ​ດຳລົງ​ຊີວິດ​ຮ່ວມ​ກັບ​ປະຊາຊົນທຸກ​ຄົນ, ຮ່ວມ​ມື​ກັບ​ທຸກ​ພາກສ່ວນ​ໃນ​ປະ​ເທດ​ຊາດ ​ແລະ ປະກອບສ່ວນ​ເຂົ້າ​ໃນ​ການ​ສ້າງສາ​ປະ​ເທດ​ຊາດ. ​ແຕ່​ລະ​ມື້ ຊາວ​ຄຼິດ ຕ້ອງ​ຕິດ​ພັນ​ກັບຊົນຊາດ ​ແລະ ສະ​ແດງ​ໃຫ້​ເຫັນ​ຫນ້າ​ທີ່​ຄວາມ​ຮັບຜິດຊອບ​ຂອງ​ພົນລະ​ເມືອງ, ສະ​ແດງ​ໃຫ້​ເຫັນ​ແບບຢ່າ​ງດີ​ເດັ່ນ​ໃນ​ການ​ອອກ​ແຮງ​ງານ​ທຳ​ການ​ຜະລິດ, ການ​ກຸສົນ​​ແກ່​ສັງຄົມ, ຮັ​ກ​ແພງ ອຸ້ມ​ຊູ​ຊ່ວຍ​ເຫລືອ​ເຊິ່ງກັນ ​ແລະ ກັນ”

        ​ໃນ​ວິວັດ​ທະ​ນາ​ການ​ປ່ຽນ​​ແປງ​ໃຫມ່​ປະ​ເທດ​ຊາດ, ​ຍູ້​ແຮງ​ການຫັນ​ປະ​ເທດ​ຊາດ ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄຫມ ​ແລະ ​ເຊື່ອ​ມ​ໂຍງ​ເຂົ້າ​ກັບ​ສາກົນ ​ແມ່ນ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ ຊາວ​ຄຼິດ ຫວຽດນາມ ​ເສີມຂະຫຍາຍ​ມູນ​ເຊື້ອ “ຢູ່​ໃນ​ສິນ​ກິນ​ໃນ​ທຳ”, ສາມັກຄີ ​ແລະ ຮ່ວມ​ແຮງ​ຮ່ວມ​ໃຈ​ກັບປະ​ເທດ​ຊາດ. ຍາມ​​ໃດຄະນະ​ກຳມະການ​ສາມັກຄີ​ຄິດ​ທະ​ສາສະຫນາ ຫວຽດນາມ, ອົງການ​ຜູ້ຕາງຫນ້າ​ຊາວ​ຄຼິດ ຫວຽດນາມ  ກໍ​ເສີມ​ຂະຫຍາຍ​ບົດບາດນຳ​ຫນ້າ​ໃນ​ການ​ຂົນ​ຂວາ​ຍປະຊາຊົນ ຊາວ​ຄຼິດ​ປະຕິບັດ​ບັນດາ​ແຜນ​ນະ​ໂຍບ​າຍ, ນະ​ໂຍບາຍ​ຂອງ​ພັກ, ລັດ​, ບັນດາ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ​ເປັນ​ຢ່າງ​ດີ, ປະກອບສ່ວນ​ສ້າງສາ​ປະ​ເທດ​ຊາດ, ພັດທະນາ​ເສດຖະກິດ ສັງຄົມ. ຄຸນ​ພໍ່ ຟານ​ຄັກ​ຕື ຢືນຢັນ​ວ່າ:

        “ຍາມ​ໃດ​ປະຊາຊົນ ຊາວ​ຄຼິດ ກໍ​ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ຮັກ​ຊາດ​ຂອງ​ຕົນ. ການ​ເຄື່ອນ​ໄຫວ​ພົ້ນ​ເດັ່ນ​ຂອງ​ປະຊາຊົນ​ ຊາວ​ຄຼິດ ​ແມ່ນ​ການ​ເຄື່ອນ​ໄຫວ​ກຸສົນສັງຄົມຄື: ຊ່ວຍ​ເຫລືອ​ຜູ້​ທຸກ​ຍາກ, ຜູ້​ຢູ່​ໂດດ​ດຽວ, ຜູ້​ຕິດ​ເຊື້ອ HIV/AIDS, ​ເດັກນ້ອຍ​ບໍ່​ມີ​ໂອ​ກາດ​​ໄດ້ຮຽນຫນັງສື. ”

        ນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ, ຍາ​ມ​ໃດ ພັກ, ລັດ ຫວຽດນາມ  ກໍ​ຮັບ​ຮູ້ ​ແລະ ຕີ​ລາຄາ​ສູງ​ບັນດາ​ການ​ປະກອບສ່ວນ​ຢ່າງ​ຕັ້ງຫນ້າ​ຂອງ​ປະຊາຊົນ ຊາວ​ຄຼິດ​ໃນ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ພ້ອມ​ທັງ​ເອົາ​ໃຈ​ໃສ່​ເບິ່​ງ​ແຍງ​ຊີວິດ​ການ​ເປັນ​ຢູ່​ທຸກ​ດ້ານຂອງ​ປະຊາຊົນທີ່​ເຊື່ອ​ຖື​ສາສະຫນາ​ຕ່າງໆ, ​ໃນ​ນັ້ນ ມີ​ປະຊາຊົນ ຊາວ​ຄຼິດ. ດ້ວຍ​ຄວາມ​ເອົາ​ໃຈ​ໃສ່​ນັ້ນ, ສາສະຫນາ​ຄິຼດຢູ່ ຫວຽດນາມ ​ໄດ້​ພັດທະນາ​ຢ່າງ​ສະດວກ ​ແລະ ກາຍ​ເປັນ​ຫນຶ່ງ​ໃນ​ຈຳນວນ 6 ສາສະຫນາ​ທີ່ມີ​ຈຳນວນຄິດ​ທະ​ສາສະ​ນີກະ​ຊົນ ຫລາຍກວ່າ​ໝູ່​ຢູ່ ຫວຽດນາມ ດ້ວຍ​ກວ່າ 5,3 ລ້ານ​ຄົນ, ​ໂບດ 6 ພັນ​ກວ່າ​ແຫ່ງ. ຊາວ​ຄຼິດ ​ແລະ ປະຊາຊົນ​ບັນດາ​ເຜົ່າ​ໄດ້​ສາມັກຄີ, ສະຫນິດ​ຕິ​ດພັນ​ຢ່າ​ງ​ແຫນ້ນ​ແຟ້ນ​ໃນ​ຊີວິດ​ການ​ເປັນ​ຢູ່, ​ໃນ​ພາລະ​ກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ພິ​ເສດ ​ໃນ​​ໂອກາດ​ວັນ​ບຸນ​ໃຫຍ່​ຂອງ​ແຕ່​ລະ​ສາສະຫນາ. ​​ເນື່ອງ​​ໃນ​ໂອກາດ​ວັນ​ບຸນຄຼິດສະມາດ​ປີ​ນີ້, ຄຸນ​ພໍ່ ​ເຈີ​ນ​ແມ້ງ​ເກື່ອງ ປະທານ​ຄະນະ​ກຳມະການ​ສາມັກ​ຄີ​ຄິດ​ທະ​ສາສະຫນາ ​ແຂວງ ດັກ​ລັກ ​ໃຫ້​ຮູ້​ວ່າ:

        “​ອ​ຳນາດ​ການ​ປົກຄອງ​ແຂວງ​ກໍ່​ໄດ້​ລົງ​ຢ້ຽມຢາມ​ ສຳນັກງານ​ສັງຄະ​ລາດ​ກໍ​ຄື​ໂບດ​ໃຫຍ່, ​ເຂດ​ຊາວ​ຄຼິດ ຈຳນວນ​ຫນຶ່ງ, ອຳນາດ​ການ​ປົກຄອງ​ຮາກ​ຖາ​ນຢູ່ ບັນດາ​ທ້ອງ​ຖິ່ນ​ກໍ​​ໄປ​ຢື້​ຢາມ​ຖາມ​ຂ່າວ​ພວກ​ຂ້າພະ​ເຈົ້າ. ສິ່ງ​ດັ່ງກ່າວ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ອາລົມ​ຈິດ ​ແລະ ສະຕິ​ຄວາມ​ຮັບ​ຮູ້​ຂອງ​ພວກ​ເຮົາ​​ແມ່ນ​ເຮັດ​ແນວ​ໃດ​ເພື່ອ​ພັດທະນາ​ກວ່າ​ອີກ ​ໃນ​ນັ້ນ ປະຊາຊົນຊາວ​ຄຼິດ ກໍ​ຄື​ປະຊາຊົນ​ເຊື່ອ​ຖື​ສາສະຫນາ​ອື່ນ ນັບ​ມື້​ນັບ​ມີ​ສະຕິ​ຄວາມ​ຮັບຜິດຊອບ​ເພື່ອ​ໃຫ້​ປະ​ເທດ​ຫວຽດນາມ ພັດທະນາ, ນັ້ນ​ແມ່ນ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ການ​ພັດທະນາ.”

ຊາວ ຄຼິດ ຫວຽດນາມ  ຮ່ວມແຮງຮ່ວມໃຈພ້ອມກັບປະເທດຊາດ - ảnh 1
ການນຳນະຄອນ ຮ່າໂນ້ຍ ອວຍພອນຍົດຖາບັນດາສັກເນື່ອງໃນໂອກາດ
ວັນບຸນຄຼິດສະມາດ 2012
ພາບ:internet

        ພ້ອມກັບວິວັດທະນາການປ່ຽນໃຫມ່ປະເທດຊາດຢ່າງຮອບດ້ານ, ການສ້າງລັດຖະບັນຍັດກ່ຽວກັບ
ການເຊື່ອຖືສາສະຫນາ ດ້ວຍເນື້ອໃນຈິດໃຈ “ ປະຊາຊົນ​ເຊື່ອ​ຖື​ສາສະຫນາຕ່າງໆ ​ແມ່ນ​ພາກສ່ວນ​ສຳຄັນ​ຂອງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ”, ​ຕອບ​ສະຫນອງ​ບັນດາ​ຄວາ​ມມຸ່ງ​ມາດ​ປາດ​ຖະຫນາ​ອັນ​ຊອບ​ທຳ​ຂອງ​ ສາສະຫນາຕ່າງໆ, ສ້າງ​ຄວາມ​ເບິ​ກບານ​ມ່ວນ​ຊື່ນ​ໃນ​ໝູ່ຍົດ​ຖາ​ບັນດາສັກ ​ແລະ ປະຊາຊົນ​ເຊື່ອ​ຖື​ສາສະຫນາ​ຕ່າງໆ, ​ໃນ​ນັ້ນ ມີ​ປະຊາຊົນ ຊາວ​ຄຼິດ. ການ​ເຄື່ອນ​ໄຫວ​​ເຫລື້ອມ​ໃສ​ສາສະຫນາ​ຂອງ​ປະຊາຊົນ ຊາວ​ຄຼິດ ​ໄດ້​ປະຕິບັດ​ເປັນ​ປົກກະ​ຕິ​ຕາມ​ຂໍ້​ກຳນົດ​ຂອງກົດໝາຍ. ປະຊາຊົນ ຊາວ​ຄຼິດ ນັບ​ມື້​ນັບ​ມີ​ຄວາມ​ອຸ່ນ​ອ່ຽນ​ໃຈ, ມີ​ຄວາມ​ເຊື່ອ​ໝັ້ນ ​ແລະ ຫ້າວຫັນ​ປະຕິບັດ​ບັນດາ​ນະ​ໂຍບາຍ, ກົດໝາຍ​ຂອງ​ລັດ ​ແລະ ປະຕິບັດ​ບັນດາ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ​ຢ່າງ​ມີ​ປະສິດທິ​ຜົນ, ປະກອບສ່ວນ​ເຂົ້າ​ໃນ​ກິດຈະການປ່ຽນ​ແປງ​ໃຫມ່​ປະ​ເທດ​ຊາດ, ສ້າງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ບັນດາ​ການ​ເຄື່ອນ​ໄຫວ​ອຸດົມ​ສົມ​ບູນ, ​ເປັນ​ຫລາຍ​ຮູບ​ຫລາຍ​​ແບບ ​ແລະ ໝາກຜົນ​ອັນ​ແທດ​ຈິງ​ດັ່ງກ່າວ​ຂອງ​ປະຊາຊົນ ຊາວ​ຄຼິດ ​ໃນ​ບັ້ນ​ຂົນຂວາຍ “ທົ່ວ​ປວງ​ຊົນ​ສາມັກຄີ​ສ້າງ​ຊີວິດ​ວັດທະນະທຳ ຢູ່​ເຂດຊຸມ​ຊົນ” ​ແລະ ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ຈິດ​ໃຈ ຢູ່​ໃນ​ສິນ​ກິນ​ໃນ​ທຳ ຢ່າງ​ມີ​ຊີວິດ​ຊີວາ, ຮ່ວມ​ແຮງ​ຮ່ວມ​ໃຈ​ພ້ອມກັບປະ​ເທດ​ຊາດ​ຂອງ ປະຊາຊົນ ຊາວ​ຄຼິດ.



ຕອບກັບ

ຂ່າວ/ບົດ​ອື່ນ