ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ຕ້ອນຮັບບຸນເຕັດ ຢູ່ ບ້ານເກີດເມືອງນອນ

(vovworld) - ​ໃນຊຸມມື້ນີ້ ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ພວມກັບຄືນເມືອ ຫວຽດນາມ ເພື່ອຕ້ອນຮັບບຸນປີໃຫມ່ປະຈຳຊາດ (ບຸນເຕັດ). ນີ້ແມ່ນໂອກາດພິເສດ​ເພື່ອ​ໃຫ້​ພໍ່​ແມ່​ປະຊາຊົນຊາວ ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດກັບ​ມາ​ເຕົ້າ​ໂຮມ​ກັບ​ຄອບຄົວ​ຢ່າງຄົບ​ຫນ້າ​ພໍ້ຕາ​, ​ໄດ້​ເຈືອ​ຈານ​​ເຂົ້າກັບ​ຮີດຄອງ​ປະ​ເພນີ ​ແລະ ​ໄດ້​ເຫັນ​ປະຈັກ​ຕາ​ການ​ປ່ຽ​ນ​ແປງ​ໃຫມ່​ຂອງ​ປະ​ເທດ​ຊາດ ກໍ​ຄື​​ມຸ້ງ​ຫວັງ​ຕໍ່​ການ​ປະ​ກອບ​ສ່ວນ​ຂອງ​ຕົນ​ໃຫ້​ແກ່​ບ້ານ​​ເກີດ​​ເມືອງ​ນອນ.

ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ຕ້ອນຮັບບຸນເຕັດ ຢູ່ ບ້ານເກີດເມືອງນອນ - ảnh 1
ຊາວ ຫວຽດນາມ ອາໄສ ຢູ່ ອົດສະຕາລີ ຕ້ອນຮັບບຸນປີໃຫມ່ມະເສງ 2013
ພາບ: internet

        ​ເມື່ອ​ໄດ້​ກັບ​ເມືອ​ຕ້ອນຮັບ​ບຸນ​ເຕັດ​ຢູ່ ຫວຽດນາມ, ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ທຸກ​ຄົນ​ລ້ວນ​ແຕ່​ຮູ້ສຶກ​ເບ​ິກບານມ່ວນ​ຊື່ນ ​ແລະ ມີ​ຄວາມຜາ​ສຸກ. ພໍ່​ຕູ້ ​ເລ​ວັນ​ຢວຽນ, ອາຍຸ 83 ປີ ດຳລົງຊີວິດ​ຢູ່ ອາ​ເມ​ລິ​ກາ ກວ່າ 30 ປີ ​​ແລ້ວໃຫ້​ຮູ້​ວ່າ: ປີ​​ໃດ​ພໍ່​ຕູ້​ກໍ່​ກັບ​ຄືນ​ເມືອ​ຕ້ອນຮັບ​ບຸນ​ເຕັດ ຢູ່ ຫວຽດນາມ ​ແລະ ​​ໃນ​ແຕ່ລະ​ເທື່ອ ເມື່ອ​ໄດ້​ພົບ​ປະ​ກັບ​ຍາດຕິ​ພີ່ນ້ອງ​ໃນ​ຄອບຄົວ, ວົງ​ຕະກູນ, ພໍ່​ຕູ້​ກໍ​ຮູ້ສຶກ​ວ່າ ຕົນ​ເອງ​ພວມໄດ້​ດຳ​ລົງ​ຊີວິດ​ໃນ​ບັນຍາ​ກາດ​ອັນອົບ​ອຸ່ນ ດ້ວຍ​ອະ​ນູສອນ ຢູ່ ບ້ານ​ເກີດ​ເມືອງ​ນອນ .

        “ພວກ​ຂ້າພະ​ເຈົ້າ​ກັບ​ຄືນ​ບ້ານ​ເກີດ​ເມືອງ​ນອນ ​ໄດ້​ພົບ​ປະ​ກັບ​ໝູ່​ເພື່ອ​ນ ​ແມ່ນ​ຮູ້ສຶກ​ອົບ​ອຸ່ນ​ຫລາຍ. ສະ​ເພາະ​ຂ້າພະ​ເຈົ້າ ​ເອງ, ​ເຖິງ​ວ່າ​ຫ່າງ​ຈາກ​ບ້ານ​ເກີດ​ເມືອງ​ນອນ ​ແຕ່​ພັດບໍ່​ຫ່າງ​ຈາກ​ປະ​ເທດ​ຊາດ. ກົກ​ເຄົ້າ​ເຫງົ້າ​ກໍ​ຂອງ​ຂ້າພະ​ເຈົ້າ​ແມ່ນ​ປະ​ເທດ​ຊາດ. ນັ້ນ​​ແມ່ນ​ທັດສະນະ​ຂອງ​ຂ້າພະ​ເຈົ້າ. ຍາມ​ໃດພວກ​ຂ້າພະ​ເຈົ້າ ກໍ​ຮັກສາ​ຮີດຄອງ​ປະ​ເພນີ​ຂອງ​ຊາດ ​ແລະ ​ເດັດຂາດບໍ່​ຫລົງ​ລືມ​ວັດທະນະທຳ​ຂອງ ຊາວ ຫວຽດນາມ​ໄດ້.”

ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ຕ້ອນຮັບບຸນເຕັດ ຢູ່ ບ້ານເກີດເມືອງນອນ - ảnh 2
ລາຍການສະແດງສິລະປະຊົມເຊີຍຊາວ ຫວຽນາມ ອາໄສຢູ່ ຕ່າງປະເທດ ກັບຄືນເມືອຕ້ອນຮັບບຸນເຕັດຢູ່ບ້ານເກີດເມືອງນອນ
ພາບ:TTXVN

        ຕ່າງ​ກັບ​ພໍ່​ຕູ້ ​ເລ​ວັນ​ຢວຽນ, ປີ​ນີ້​ແມ່ນ​ປີ​ທຳ​ອິດ​ພາຍຫລັງ​ເຄິ່ງສັດຕະວັດ ທີ່ລຸງ ຫງວຽນ​ດີກ​ດ່ວານ, ຊາວ ຫວຽດນາມ ອາ​ໄສ​ຢູ່ ຍີ່​ປຸ່ນ ​ໄດ້​ກັບ​ຄືນ​ເມືອ​ຕ້ອນຮັບ​ບຸນ​ເຕັດ​ຢູ່ ບ້ານ​ເກີດ​​ເມືອງ​ນອນ. ລຸງ​ດວ່າ​ນ ​ໃຫ້​ຮູ້​ວ່າ:

        “ ຊາວ ຫວຽດນາມ ມີ​ຄວາມ​ຮູ້ສຶກ​ພິ​ເສດ ສຳລັບ​ບຸນ​ເຕັດ. ນັ້ນ​ແມ່ນ​ມື້​​ເຕົ້າ​ໂຮມ​ທຸກ​ຄົນ​ໃນ​ຄອບຄົວ​ຢ່າງຄົບ​ຫນ້າ​ພໍ່ຕາ​ ​ແລະ ກໍ​ແມ່ນ​ມື້​​ເພື່ອ​ໃຫ​້ພວກ​ເຮົາ​ຫວນ​ຄືນ​ອະນຸສອນ​​ແຫ່ງ​ຍາມ​ເຍົາ​ໄວ. ນັບ​ແຕ່​ເມື່ອ​ຂ້າພະ​ເຈົ້າ​ໄປ​ຮຽນ​ຢູ່​ຕ່າງປະ​ເທດ​ເມື່ອ​ປີ 1965 ມາ​ຮອດ​ປະຈຸ​ບັນ, ຂ້າພະ​ເຈົ້າ​ຈ່ຶ່ງມີ​ໂອກາດກັບ​ຄືນ​ເມືອ​ຕ້ອນຮັບ​ບຸນ​ເຕັດ​ຢູ່ ຫວຽດນາມ. ຂ້າພະ​ເຈົ້າ​ຮູ້ສຶກ​ຕື້ນ​ຕັນ​ໃຈ​ຫລາຍ. ​ເພາະວ່າ ຕ້ອນຮັບ​ບຸນ​ເຕັດ​ຢູ່ ບ້ານ​ເກີດ​​ເມືອງ​ນອນ​​ແມ່ນ​ມີ​ສີສັນ​ສະ​ເພາະ​ກວ່າ, ​ຕົນ​ເອງໄດ້​ເຈືອ​ຈານ​​ໃນບັນຍາກາດ​ຢ່າງ​ຟົດ​ຟື້ນ, ​ເຈືອ​ຈານກັບ​ທິວທັດ​ທຳ​ມະ​ຊາດ, ຮີດຄອງ​ປະ​ເພນີ. ນັ້ນ​ແມ່ນ​ສິ່ງ​ທີ່​ດູດ​ດື່ມ.”

        ​ເຈືອ​ຈານ​ກັບ​ບັນຍາກາດ​ຕ້ອນຮັບ​ບຸນ​ເຕັດ​ຢ່າງ​ຟົດ​ຟື້ນ​ມ່ວນ​ຊື່ນ​ຢູ່ ບ້ານ​ເກີດ​​ເມືອງ​ນອນ, ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ຫລາຍ​ຄົນ ກໍ​ຮູ້ສຶກດີ​ໃຈ​ຫລາຍ​ຕໍ່​ການ​ປ່ຽນ​ແປງ​ຂອງ​ປະ​ເທດ. ​ເອື້ອຍ ຫງວຽນ​ທິຮວ່າຍ, ຊາວ ຫວຽດນາມ​ ອາ​ໄສ​ຢູ່ ຢູ​ແກຼນ ​ໃຫ້​ຮູ້​ວ່າ:

        “ຂ້າພະ​ເຈົ້າ ​ໄດ້​ກັບ​ຄືນ​ເມືອ ຫວຽດນາມ ຕ້ອນຮັບ​ບຸນ​ເຕັດ​ພ້ອມ​ກັບ​ຄອບຄົວ​ 5, 6 ເທື່ອ​ແລ້ວ ​ແລະ ​ເຫັນ​ວ່າ​ປະ​ເທດ​ຊາດ​ຮັ່ງມີ​ເຂັ້ມ​ແຂງ​ກວ່າ​ເກົ່າ. ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນກໍ​ດີ​ຂຶ້ນ​ຫລາຍ​ແລ້ວ. ລັດ​ມີ​ຄວາມ​ເອົາ​ໃຈ​ໃສ່​ເຖິງ​ພໍ່​ແມ່​ປະຊາຊົນ​ຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ, ສະ​ນັ້ນ ພວກ​ຂ້າພະ​ເຈົ້າ​ຮູ້ສຶກ​ບໍ່ມີ​ຊ່ອງ​ຫວ່າງ​ກັບ​ປະຊາຊົນ​ພາຍ​ໃນ​ປະ​ເທດ. ປະຈຸ​ບັນ ພາຫະນະ​ໄປ​ມາ​ກໍ​ສະດວກ​ຫລາຍ​ແລ້ວ ​ແລະ ພາຫະນະ​ສື່​ມວນ​ຊົນ​ກໍ​ທັນ​ສະ​ໄຫມ,​ວ່ອງ​ໄວ ສະ​ນັ້ນ ຂ້າພະ​ເຈົ້າ​ບໍ່​ຮູ້ສຶກ​ວ່າ​ຕົນ​ເອງ​ພວມ​ຢູ່​ໃກ້​ກັບ​ບ້ານ​ເກີດ​ເມືອງ​ນອນ​.”

        ສຳລັບ​ຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ບໍ່​ມີ​ເງື່ອນ​ໄຂ​ກັບ​ຄືນ​ເມືອ​ບ້ານ​ເກີດ​ເມືອງ​ນອນ, ​ໃນ​ໂອກາດ​ບຸນ​ເຕັດ ​ເຂົາ​ເຈົ້າ​ເຄີຍ​ເຂົ້າ​ຮ່ວມ​ງານ​ອວຍພອນ​ລະດູບານ​ໃຫມ່ ​ໂດຍ​ສະຖານທູດ ຫວຽດນາມ ປະຈຳ​ປະ​ເທດ​ນັ້ນ​ຈັດ​ຕັ້ງ​ຂຶ້ນ.

ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ຕ້ອນຮັບບຸນເຕັດ ຢູ່ ບ້ານເກີດເມືອງນອນ - ảnh 3
ທ່ານ ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຫງວຽນແທນເຊີນ ພ້ອມກັບ ຊາວຫວຽດນາມ ອາໄສຢູ່ ໄທ ຕ້ອນຮັບບຸນປີໃຫມ່ມະເສງ

ຍາມ​ໃດບຸນ​ປີ​ໃຫມ່​ປະຈຳ​ຊາດ  ກໍ​ມີ​ຄວາມ​ໝາຍສຳຄັນ​ສຳລັບ​ ຊາວ​ຫວຽດນາມ ​ແຕ່ລະຄົນ. ສະ​ເພາະ ວົງ​ຄະນາ​ຍາດ​ຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ, ຊຸມ​ມື້ບຸນ​ເຕັດ​ນີ້ ຍິ່ງ​ມີ​ຄວາມ​ໝາຍ ​ແລະ ກັບ​ຄືນ​ເມືອ​ຕ້ອນຮັບ​ບຸນ​ເຕັດ​ຢູ່​ບ້ານ​ເກີດ​ເມືອງ​ນອນ ​ແມ່ນ​ຄວາມ​ຜາ​ສຸກ​ສຳລັບ ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ຫລາຍ​ຄົນ ​ແລະ ບຸນ​ເຕັດ​ກໍ​ແມ່ນ​ຂົວ​ເຊື່ອມຕໍ່​ເພື່ອ​ໃຫ້​ພໍ່​ແມ່​ປະຊາຊົນ​ໃກ້ຊິດຕິດ​ແທດ​ກັບ​ປະ​ເທດ​ຊາດ​, ກັບ​ບ້ານ​ເກີດ​ເມືອງ​ນອນ​ກວ່າ.

ຂ່າວ/ບົດ​ອື່ນ