ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ: ພາກສ່ວນໜຶ່ງທີ່ສໍາຄັນ​ປະກອບສ່ວນ​ເຂົ້າ​ໃນ​ຜົນ​ສໍາ​ເລັດ​ຂອງຫວຽດນາມ

(VOVWORLD) -  ປະເທດຫວຽດນາມ ໄດ້ທ້ອນໂຮມເປັນເອກະພາບມາເປັນເວລາ 44 ປີ ນັບແຕ່ລະດູບານໃໝ່ປີ 1975 ເປັນຕົ້ນມາ. ໄລຍະທາງກວ່າ 40 ປີ ແຫ່ງການກໍ່ສ້າງ ແລະ ພັດທະນານັ້ນ ໄດ້ຮັບຮູ້ການປະກອບສ່ວນບໍ່ໜ້ອຍຂອງປະຊາຄົມຊາວຫວຽດນາມທີ່ ອາໄສ ຢູ່ຕ່າງປະເທດ. ຄວາມປາດຖະໜາຢາກອຸທິດສ່ວນເຂົ້າໃນການສ້າງສາປະເທດຊາດ ຂອງ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໃນໄລຍະປັດຈຸບັນ  ແມ່ນນັບມື້ນັບຫຼາຍກວ່າເກົ່າ ດ້ວຍຄວາມປາດຖະໜາ ບໍ່ປະໃຫ້ ຫວຽດນາມ ຖືກຖົກຖອຍຫຼັງໃນບັນດາການແກ້ງແຍ້ງທົ່ວໂລກ.

 ການນໍາພັກ, ລັດ ຫວຽດນາມ ໄດ້ຢັ້ງຢືນເຖິງບົດບາດຂອງປະຊາຄົມຊາວຫວຽດນາມ ຢູ່ ຕ່າງປະເທດ ແມ່ນບໍ່ອາດຂາດໄດ້ໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ. ໃນບັນດາຜົນງານທີ່ບັນລຸໄດ້ໃນການພັດທະນາເສດຖະກິດ-ສັງຄົມ ຂອງຫວຽດນາມ, ລ້ວນແຕ່ມີຂີດໝາຍຈາກບັນດາການປະກອບສ່ວນຂອງປະຊາຄົມຊາວຫວຽດນາມ ອາໄສ ຢູ່ຕ່າງປະເທດ. ບັນດາການປະກອບສ່ວນນັ້ນ ຍິ່ງແມ່ນສິ່ງທີ່ສໍາຄັນສໍາລັບຜົນສໍາເລັດຂອງຫວຽດນາມ ໃນຫຼາຍຂົງເຂດ.

        ການປະກອບສ່ວນເພື່ອພາລະກິດລວມ

        ໃນຊຸມປີມໍ່ໆມານີ້, ສະເລ່ຍແຕ່ລະປີ ມີປັນຍາຊົນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ນັບຮ້ອຍຄົນ ກັບເມືອປະເທດ, ເຂົ້າຮ່ວມບັນດາການເຄື່ອນໄຫວວິທະຍາສາດ ແລະ ເຕັກໂນໂລຢີ, ການສຶກສາ-ບໍາລຸງສ້າງ, ປະກອບຄວາມຄິດເຫັນອັນເລິກເຊິ່ງ, ກວ້າງຂວາງ ແລະ ແທດຈິງ ເຂົ້າໃນບັນດາບັນຫາພັດທະນາຂອງປະເທດຊາດ, ສ້າງສະພາບແວດລ້ອມເລີ່ມຕົ້ນທຸລະກິດ, ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ ແລະ ພັດທະນາເຕັກໂນໂລຢີຢູ່ພາຍໃນປະເທດ. ທ່ານ ຫງວຽນແທັງໝີ໊, ຊາວຫວຽດນາມ ອາໄສຢູ່ ການາດາ ແມ່ນຕົວຢ່າງໜຶ່ງ. ໂດຍເລືອກເອົາ ທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ ແມ່ນເຂດເລີ່ມຕົ້ນທຸລະກິດໃນຂົງເຂດກະສິກໍາ 4.0, ທ່ານ ຫງວຽນແທັງໝີ໊ ປາດຖະໜາຢາກຫຼຸດຜ່ອນກໍາລັງແຮງງານຂອງຊາວກະສິກອນຢູ່ທີ່ນີ້. ທ່ານປະລິນຍາເອກ ຫງວຽນແທັງໝີ໊ ແລະ ບັນດາຄູ່ຮ່ວມງານ ໄດ້ປະດິດສ້າງອອກລະບົບສໍາຫຼວດ ແລະ ວັດແທກລະດັບຄວາມເຄັມ, ລະດັບຈືດ, ລະດັບ pH ແລະ ລະດັບນໍ້າ ເພື່ອຊ່ວຍປະຊາຊົນສາມາດເປັນເຈົ້າການໃນການນໍາໃຊ້ນໍ້າເພື່ອປູກຝັງຜະລິດກະສິກໍາ.ໄປຄຽງຄູ່ກັນນັ້ນ, ຜະລິດຕະພັນ ແລະ ອຸປະກອນຮັບໃຊ້ການປູກຝັງແບບທັນສະໄໝຫຼາຍຢ່າງກໍໄດ້ປະດິດສ້າງຂຶ້ນ ຄື ລະບົບຫົດນໍ້າອັດຕະໂນມັດ, ໃສ່ຝຸ່ນອັດສະລິຍະ ຊ່ວຍຫຼຸດຜ່ອນອາຍພິດຈາກເຮືອນແກ້ວ.

        ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ບໍ່ພຽງແຕ່ ບຸກຄົນທີ່ມີອາຍຸສູງເທົ່ານັ້ນຫາກຍັງມີນັກທຸລະກິດ, ປັນຍາຊົນໜຸ່ມ ກໍກັບເມືອ ຫວຽດນາມ ເພື່ອປະຕິບັດບັນດາກິດຈະກໍາຄົ້ນຄວ້າ, ບັນດາໂຄງການດໍາເນີນທຸລະກິດ, ຕັ້ງໜ້າເຂົ້າຮ່ວມວຽກງານການກຸສົນ, ອາສາສະໝັກ. ໂດຍເຮັດວຽກໃນຂົງເຂດສຶກສາ, ບໍາລຸງສ້າງຢູ່ຫວຽດນາມ, ທ່ານ Dany ຫວໍແທ່ງດັງ, ຊາວຫວຽດນາມ ອາໄສຢູ່ ສິງກະໂປ, ຖືວ່າ:

        “ຕະຫຼາດ ຫວຽດນາມ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ, ເໝືອນດັ່ງດິນແດນທີ່ອຸດົມສົມບູນ ຄວນໄດ້ຮັບການຂຸດຄົ້ນ. ນັ້ນແມ່ນສາເຫດ ເຊິ່ງບັນດາຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດໜຸ່ມຄືພວກຂ້າພະເຈົ້າຢາກກັບເມືອປະເທດ.”

        ທ່ານ ເຈິ່ນຫາຍລິງ ເຊິ່ງພວມດໍາລົງຊີີວິດ ແລະ ເຮັດວຽກຢູ່ ສ.ເກົາຫຼີ ສະແດງຄວາມໃນໃຈວ່າ:

        “ພວກຂ້າພະເຈົ້າປາດຖະໜາວ່າ ຊາວ ຫວຽດນາມ ທຸກຄົນທີ່ຢູ່ຫ່າງໄກຈາກບ້ານເກີດເມືອງນອນ, ກໍມີຄວາມຮູ້, ຄວາມເຂົ້າໃຈສ່ວນໃດສ່ວນໜຶ່ງ ກ່ຽວກັບ ຫວຽດນາມ ແລະ ສ.ເກົາຫຼີ, ພວກຂ້ພະເຈົ້າ ຈະມີບັນດາວິທີການເພື່ອຊຸກຍູ້ການຮ່ວມມືລະຫວ່າງຫວຽດນາມ - ສ.ເກົາຫຼີ. ພິເສດ ແມ່ນການພົວພັນແລກປ່ຽນຄ້າ-ຂາຍ, ການສຶກສາ, ເສດຖະກິດ, ການຄ້າ. ພວກຂ້າພະເຈົ້າ ຈະແມ່ນຂົວເຊື່ອມຕໍ່ ເພື່ອຊ່ວຍໃຫ້ບັນດາວິສາຫະກິດພາຍໃນປະເທດ, ຢູ່ແຂວງ, ທ້ອງຖິ່ນຕ່າງໆພາຍໃນປະເທດ ສາມາດເຂົ້າເຖິງຕະຫຼາດ ສ.ເກົາຫຼີ ຫຼາຍກວ່າ ຈາກນັ້ນ, ນໍາມາເຊິ່ງມູນຄ່າສ່ວນເກີນ ສ່ວນໃດສ່ວນໜຶ່ງໃຫ້ແກ່ແຕ່ລະທ້ອງຖິ່ນ”.

        ທ່ານ ກິມໂບ່ໂງ, ຊາວຫວຽດນາມ ອາໄສ ຢູ່ ການາດາ ໃຫ້ຮູ້ວ່າ:

        “ກ່ຽວກັບ ຫວຽດນາມ ຂ້າພະເຈົ້າຄິດວ່າ ມີກາລະໂອກາດຫຼາຍຢ່າງ. ບັນດາເພື່ອນໜຸ່ມຄືພວກຂ້າພະເຈົ້າ ສາມາດເປັນຂົວເຊື່ອມຕໍ່ລະຫວ່າງ ຫວຽດນາມ ກັບ ໂລກ. ບໍ່ພຽງແຕ່ ກ່ຽວກັບວັດທະນະທໍາ, ປະສົບການ, ວິທີເຮັດທຸລະກິດການເງິນ, ກົດໝາຍ, ໂຄສະນາ... ເທົ່ານັ້ນ ຫາກຢາກກັບເມືອ ຫວຽດນາມ ຢ່າງແທ້ຈິງ ເພື່ອໃຫ້ມີີຄວາມເຂົ້າໃຈກ່ຽວກັບບ້ານເກີດເມືອງນອນ ແລະ ຊ່ວຍປະເທດຂອງຕົນພັດທະນາ”.

ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ: ພາກສ່ວນໜຶ່ງທີ່ສໍາຄັນ​ປະກອບສ່ວນ​ເຂົ້າ​ໃນ​ຜົນ​ສໍາ​ເລັດ​ຂອງຫວຽດນາມ - ảnh 1 ທ່ານ Dany ຫວໍແທ່ງດັງ, ຊາວຫວຽດນາມ ອາໄສຢູ່ ສິງກະໂປ (ຜູ້ທີ 2 - ເບື້ອງຂາວມື) (ພາບ: vov)

        ເຄົາລົບນັບຖື ແລະ ສົ່ງເສີມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ

        ຕໍ່ໜ້າຄວາມສາມາດບົ່ມຊ້ອນດ້ານພູມປັນຍາ ແລະ ຄວາມສຸດຈິດສຸດໃຈຢາກອຸທິດສ່ວນຕໍ່ປະເທດຊາດຂອງຊາວຫວຽດນາມ ທີ່ອາໄສຢູ່ຕ່າງປະເທດນັ້ນ, ການນໍາ ຫວຽດນາມ ໄດ້ຢັ້ງຢືນມາຫຼາຍຄັ້ງແລ້ວວ່າ ຍາມໃດກໍພ້ອມແລ້ວທີ່ຈະສ້າງເງື່ອນໄຂ ເພື່ອໃຫ້ຊາວຫວຽດນາມ ທີ່ອາໄສຢູ່ຕ່າງປະເທດ ໄດ້ປະກອບສ່ວນໃຫ້ແກ່ບ້ານເກີດເມືອງນອນ. ຢູ່ທີ່ການພົບປະກັບປະຊາຄົມຊາວຫວຽດນາມ ຢູ່ພາຍໃນ ແລະ ຕ່າງປະເທດທຸກຄັ້ງ, ບັນດາການນໍາຫວຽດນາມ ຕ່າງກໍເນັ້ນໜັກເຖິງບົດບາດສໍາຄັນຂອງ ຊາວຫວຽດນາມ ທີ່ອາໄສ ຢູ່ຕ່່າງປະເທດ.  ສ່ວນຢູ່ແຕ່ລະທ້ອງຖິ່ນ, ໃນຫຼາຍປີຜ່ານມາ, ບັນດາການໂອ້ລົມສົນທະນາ, ການພົບປະກັບນັກທຸລະກິດ, ປັນຍາຊົນ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຖືກຈັດຂຶ້ນຢ່າງເປັນປະຈໍາກວ່າ ເພື່ອແນໃສ່ແກ້ໄຂບັນດາຂໍ້ຄົງຄ້າງຂອງພໍ່ແມ່ປະຊາຊົນ ບົນເນື້ອໃນຈິດໃຈຢາກຮັບຟັງ ແລະ ຊ່ວຍຊີ້ແນະ. ບັນດາເຫດການດັ່ງກ່າວ ລ້ວນແຕ່ມີການເຂົ້າຮ່ວມຂອງການນໍາຂັ້ນແຂວງ, ນະຄອນ. ສິ່ງດັ່ງກ່າວ ຄ່ອຍໆ ກາຍເປັນກໍາລັງໜູນ ສະໜິດຕິດພັນກັບປະເທດຊາດ ຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ. ອາດເຫັນໄດ້ເຖິງຄວາມສະໜິດຕິດພັນດັ່ງກ່າວ ໂດຍຜ່ານບັນດາຕົວເລກສະຖິຕິທ້າຍປີ 2018: ມີໂຄງການລົງທຶນດໍາເນີນທຸລະກິດ ປະມານ 3 ພັນໂຄງການຂອງພໍ່ແມ່ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຢູ່ 45 ແຂວງ, ນະຄອນ ດ້ວຍຍອດເງິນຈົດທະບຽນທັງໝົດ  ເກືອບ 4 ຕື້ USD. ຕົວເລກດັ່ງກ່າວ ຈະສືບຕໍ່ເພີ່ມຂຶ້ນໃນຊຸມປີຈະມາເຖິງ.

        ດ້ວຍຄວາມຕ້ອງການຢາກຖອດຖອນບົດຮຽນຢູ່ພາຍໃນປະເທດ ພ້ອມກັບຄວາມຫວັງຢາກກັບເມືອປະເທດ ເພື່ອອຸທິດສ່ວນໃຫ້ແກ່ບ້ານເກີດເມືອງນອນ ຂອງ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດນັ້ນ, ແນ່ນອນວ່າ ນັບມື້ນັບຈະມີຈໍານວນຊາວຫວຽດນາມກັບເມືອປະເທດຫຼາຍຂຶ້ນ ເພື່ອປະກອບສ່ວນ ຈະຫຼາຍກວ່າເກົ່າ ແລະ ນັບມື້ນັບກາຍເປັນ ພາກສ່ວນ 1 ສໍາຄັນ ປະກອບສ່ວນເຂົ້າໃນຜົນສໍາເລັດຂອງ ຫວຽດນາມ ໃນຫຼາຍຂົງເຂດ./.

ຕອບກັບ

ຂ່າວ/ບົດ​ອື່ນ