ຍົກການພົວພັນຮ່ວມມືຮອບດ້ານຫວຽດນາມ-ລາວ ຂຶ້ນສູ່ລະດັບສູງໃໝ່

   ວັນ​ທີ 26/12, ທ່ານ​ເລຂາທິການ​ໃຫ່ຍຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ປະທານ​ປະ​ເທດ​ ສປປລາວ​ ຈູມ​ມາລີ ​ໄຊ​ຍະ​ສອນ ​ພ້ອມ​ດ້ວຍພັນ​ລະ​ຍາ ​ໄດ້​ເລີ່​ມຕົ້ນການ​ຢ້ຽມຢາມ​ສັນຖະ​ວະ​ໄມຕີ​ຫວຽດນາມ ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 26-28/12/2012 ຕາມ​ຄຳ​ເຊີນ​ຂອງທ່ານ​ເລຂາທິການ​ໃຫ່ຍຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ​ ຫງວຽນ​ຟູ​ຈ້ອງ ​ແລະ ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ. ການ​ມາຢ້ຽມຢາມ​ຫວຽດນາມ​ ຂອງ​ທ່ານ​ເລຂາທິການ​ໃຫ່ຍ, ປະທານ​ປະ​ເທດ​ລາວ ໄດ້​ດຳ​ເນີນ​ໄປ​ໃນ​ຊຸມ​ວັນ​ທ້າຍ​ປີ​ສາມັກຄີມິດຕະພາບຫວຽດນາມ-​ລາວ 2012, ​ແມ່ນ​ເຫດການ​ສຳຄັນ, ປະກອບສ່ວນ​ປັບປຸງ ​ແລະ ພັດທະນາ​ການ​ພົວພັນ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ຫວຽດນາມ-​ລາວ.

ຍົກການພົວພັນຮ່ວມມືຮອບດ້ານຫວຽດນາມ-ລາວ ຂຶ້ນສູ່ລະດັບສູງໃໝ່ - ảnh 1

ທ່ານ​ເລຂາທິການ​ໃຫ່ຍ, ປະທານ​ປະ​ເທດ​ລາວ ຈູມ​ມາລີ ​ໄຊ​ຍະ​ສອນ

(ພາບ:ຂ່າວສານ​ຫວຽດນາມ)

  ປີ 2012 ​ແມ່ນ​ປີ​ພິ​ເສດ​ຂອງ​ສາຍ​ພົວພັນ​ພິ​ເສດ​ລະຫວ່າງ​ສອງ​ປະ​ເທດ​ຫວຽດນາມ-​ລາວ. ນີ້​ແມ່ນ​ປີ​ສາມັກຄີ, ມິດຕະພາບຫວຽດນາມ-​ລາວ ສະ​ເຫຼີ​ມສະຫຼອງ50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ (5/9/1962-5/9/2012)  ​ແລະ 35 ປີ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ທິດ​ຕະພາບ ​ແລະ ການ​ຮ່ວມ​ມືຫວຽດນາມ-​ລາວ (18/7/1977-18/7/2012) ດ້ວຍ​ບັນດາ​ການ​ເຄື​ອ່ນ​ໄຫວ​ແທດ​ຈິງ, ມີ​ຄວາມ​ໝາຍ, ຊື່​ງສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ສາມັກຄີ​ມິດຕະພາບ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ຢ່າງ​ມີ​ຊີວິດ​ຊີວາ….​ການ​ຢ້ຽມຢາມຫວຽດນາມ ​ຂອງທ່ານ​ເລຂາທິການ​​ໃຫ່ຍ, ປະທານ​ປະ​ເທດ​ລາວ​ ຈູມ​ມາລີ ​ໄຊ​ຍະ​ສອນ ​ໄດ້​ດຳ​ເນີນ​ໃນ​ຈຸດ​ເວລາ​ສະຫລຸບປີ​ສາມັກຄີມິດຕະພາບຫວຽດນາມ-​ລາວ ດ້ວຍ​ບັນດາ​ຜົນງານ​ອັນ​ຈົບງາມ. ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ກ່ອນ​ການ​ຢ້ຽມຢາມ, ທ່ານ​ນາງ​ສູນ​ທອນ ​ໄຊ​ຍະ​ຈັກ, ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ລາວ ຢືນຢັນ​ວ່າ:

   “ພວກ​ຂ້າພະ​ເຈົ້າຕີ​ລາຄາ​ສູງ​​ການ​ຢ້ຽມຢາມ​ຂັ້ນສູງຄັ້ງຕ່າງໆຂອງ​ການ​ນຳ​ສອງ​ປະ​ເທດ. ​ໃນຕົ້ນປີ​ນີ້, ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ​ ໄດ້​​ມາຢ້ຽມຢາມ​ລາວ ​ແລະ ​ໃນ​ເວລາ​ທ້າຍ​ປີ​ແມ່ນ​ການ​​ໄປຢ້ຽມຢາມ​ຫວຽດນາມ​ຂອງທ່ານ​ເລຂາທິການ​​ໃຫ່ຍ, ປະທານ​ປະ​ເທດ​ລາວ​ ຈູມ​ມາລີ ​ໄຊ​ຍະ​ສອນ. ບັນດາ​ການ​ຢ້ຽມຢາມ​ເຫຼົ່ານັ້ນ​ໄດ້​ສ້າງ​ບາດ​ລ້ຽວ​ໃໝ່​ໃຫ້​ແກ່​ການ​ພົວພັນ​ສອງ​ປະ​ເທດ. ການ​ພົວພັນ​ດ້ານ​ການ​ເມືອງ​ອັນ​ດີງາມ​ແມ່ນ​ພື້ນຖານ​ໃຫ້​ແກ່​ການ​ພົວພັນ​ດ້ານອື່ນໆ“.

    ນັບ​ແຕ່​ດົນ​ນານ​ມາ​ແລ້ວ, ສອງ​ຊາດ​ຫວຽດນາມ ​ແລະ ລາວ ​ໄດ້​ພ້ອມກັນ​ຮ່ວມ​ສຸກຮ່ວມ​ທຸກ​ນຳ​ກັນ, ​ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ສາມັກຄີ​ມິດຕະພາບ​ອັນ​ເປັນ​ມູ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ, ກາຍ​ເປັນ​ຊັບ​ສົມບັດ​ອັນ​ລ້ຳຄ່າ ​ແລະ ​ແມ່ນປັດ​ໄຈ​ສຳຄັນ​ທີ່​ສຸດ, ຮັບ​ປະກັນ​ຜົນສຳ​ເລັດ​ຂອງ​ການ​ປະຕິວັດ​ໃນ​ແຕ່ລະ​ປະ​ເທດ. ​ໃນ​ໄລຍະ​ປະຈຸ​ບັນ, ການ​ນຳ​ຂັ້ນສູງ​ສອງ​ປະ​ເທດ​ຢັ້ງຢືນ​ຈະ​ສືບ​ຕໍ່​ພັດທະນາ​ການ​ພົວພັນ​ລະຫວ່າງ​ຫວຽດນາມ-​ລາວ​ ​ໃຫ້ນັບ​ມື້​ນັບ​ເຂົ້າສູ່​ລວງ​​ເລິກ, ​ແທດ​ຈິງ ​ແລະ ມີ​ປະສິດ​ທີ​ຜົນ​ໃນ​ທຸກ​ຂົງ​ເຂດ, ດ້ວຍ​ບັນດາ​ຮູບ​ການ​ຮ່ວມ​ມື​ທີ່​ອຸດົມສົມບູນ, ຫຼາຍ​ຮູບ​ຫຼາຍ​ແບບ​ຢູ່​ທັງ​ຂັ້ນສູນ​ກາງ ​ແລະ ທ້ອງ​ຖິ່ນ; ທັງ​ຮ່ວມ​ມື​ຫຼາຍ​ຝ່າຍ ​ແລະ ສອງ​ຝ່າຍ. ກ່ອນ​ການ​ຢ້ຽມຢາມ, ຄະນະ​ກຳມະການ​ຮ່ວມ​ມື​ລະຫວ່າງ​ລັດຖະບານ​ຫວຽດນາມ-​ລາວ ​ໄດ້​ຈັດການ​ປະຊຸມ​ເປັນ​ເວລາ 5 ວັນ​ຢູ່​ຫວຽ​ດນາມ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ໃນ​ປີ 2013. ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຟຸກ, ປະທານ​ອະນຸ​ກຳມະການ​ຮ່ວມ​ມື​ຫວຽດນາມ-​ລາວ ​ໃຫ້​ຮູ້​ວ່າ:

ປີ 2012, ມີ​ປະຊາຊົນ​ຫວຽດນາມ ​ແລະ ລາວ ນັບ​ໝື່ນໆ​ຄົນ​ໄດ້​ພົບ​ປະ​ແລກປ່ຽນ​ນຳ​ກັນ, ລະຫວ່າງ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ, ​ກໍ່ໄດ້​ຈັດ​ຕັ້ງບັນດາ​ງານ​ໂຮມ​ຊຸມນຸມ​ມິດ​ຕິງ, ​ໄທ​ລະ​ພາບຖ່າຍ​ທອດ​ສົດ​, ການ​ເສັງ​ຕ່າງໆ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ນັບ​ລ້ານໆ​ຄົນ. ປີ 2013, ພວກ​ເຮົາ​ຈະ​ເພີ່ມ​ທະວີ​ການ​ພົວພັນ​ດ້ານ​ການ​ເມືອງ ​ແລະ ການ​ທູດ ​ແລະ ຕ້ອງ​ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ຊື່​ງລວມມີ​ການ​ລົງທຶນ ​ແລະ ການ​ຄ້າ

ຍົກການພົວພັນຮ່ວມມືຮອບດ້ານຫວຽດນາມ-ລາວ ຂຶ້ນສູ່ລະດັບສູງໃໝ່ - ảnh 2

(ພາບ:congluan.vn)

   ​ໃນ​ສະພາບ​ການເສດຖະກິດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ຫວຽດນາມ ​ແລະ ລາວ ​ໄດ້ພະຍາຍາມ​ສຸມ​ແຫຼ່ງກຳລັງ​ເພື່ອ​ສ້າງ 11 ​ໂຄງການ, ກິດຈະກຳ​ຈຸດ​ສຸມ​ໃນ​ປີ 2012 ສຳ​ເລັດ. ການ​ລົງທຶນ​ຂອງ​ຫວຽດນາມ ​ເຂົ້າລາວ ກໍ່​ບັນລຸ​ລະດັບ​ສູງ, ​ໃນ​ນັ້ນ, ມີບັນດາ​ໂຄງການຂະໜາດ​ໃຫ່ຍຄື​ປູກ ​ແລະ ປຸງ​ແຕ່ງຢ່າງ​ພາລາ, ​ໂທລະ​ຄົມ, ທະນາຄານ…. ປະຈຸ​ບັນ, ຫວຽດນາມ ມີ 440 ​ໂຄງການ​ລົງທຶນ​ຢູ່​ລາວ ດ້ວຍ​ຍອດ​ຈຳນວນ​ທຶນ​ກ່ວາ 5,38 ຕື້​ໂດ​ລາ​ສະຫະລັດ, ຢືນ​ອັນ​ດັບ​ທີ 2 ​ໃນ​ຈຳນວນ​ບັນດາ​ປະ​ເທດ​ລົງທຶນ​ເຂົ້າລາວ,​ ວົງ​ເງິນ​ການ​ຄ້າ​ສອງ​ສົ້ນບັນລຸ​ເກືອບ 1 ຕື້​ໂດ​ລາ​ສະຫະລັດ. ການ​ຮ່ວມ​ມື​ດ້ານ​ການ​ສຶກສາ, ບຳລຸງ​ສ້າງ, ການ​ພັດທະນາ ​ແຫຼ່ງຊັບພະຍາກອນ​ມະນຸດ​ມີ​ບັນດາການ​ຫັນປ່ຽນ​ຢ່າງ​ຕັ້ງໜ້າ. ສອງ​ປະ​ເທດ​ກໍ່​ໄດ້​ຮ່ວມ​ມື​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ຂົງ​ເຂດ​ການ​ປ້ອງກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ​ໃນ​ບັນດາ​ເວທີ​ສາກົນ….

   ກອງ​ປະຊຸມ​ໃຫ່ຍຄັ້ງທີ 11 ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ກອງ​ປະຊຸມ​ໃຫ່ຍຄັ້ງທີ 9 ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ​ໄດ້​ຢັ້ງຢືນ​ແນວທາງ, ນະ​ໂຍບາຍ​ພິ​ເສດ, ​ຖື​ເປັນ​ສຳຄັນ ​ແລະ ປັບປຸງ, ​ເພີ່ມ​ທະວີການ​ພົວພັນ​ອັນ​ເປັນ​ມູນ​ເຊື້ອ, ນ້ຳ​ໃຈ​ສາມັກຄີ​ມິດຕະພາບ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ຫວຽດນາມ-​ລາວ ຢ່າງ​ບໍ່​ຢຸດ​ຢັ້ງ, ຖື​ວ່າ, ນັ້ນ​ແມ່ນຊັບສົບບັດອັນລ້ຳຄ່າຂອງທັງສອງຊາດ, ແມ່ນກົດເກນພັດທະນາ, ແມ່ນໜຶ່ງໃນບັນດາປັດໄຈຮັບປະກັນພາລະກິດ ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຂອງ​ແຕ່ລະ​ປະ​ເທດ. ການ​ຢ້ຽມຢາມ​ສັນຖະວະ​ໄມຕີ​ຫວຽດນາມ ຢ່າງ​ເປັນ​ທາງ​ການ​ຂອງທ່ານ​ເລຂາທິການ​ໃຫ່ຍ​, ປະທານ​ປະ​ເທດ​ ສປປລາວ​ ຈູມ​ມາລີ ​ໄຊ​ຍະ​ສອນ ຈະ​ປະກອບສ່ວນ​ຮັດ​ແໜ້ນ​ສາຍ​ພົວພັນ​ຫວຽດນາມ-​ລາວ​ ກ່ວາ​ອີກ, ຍົກ​ການ​ພົວພັນ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ຫວຽດນາມ-​ລາວ ຂຶ້ນ​ສູ່​ລະດັບ​ສູງ​ໃໝ່, ຄື​ດັ່ງ​ຄຳ​ເວົ້າຂອງທ່ານ​ເລຂາທິການ​ໃຫ່ຍຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ​ ຫງວຽນ​ຟູ​ຈ້ອງ ທີ່​ວ່າ “ນີ້​ແມ່ນ​ສາຍ​ພົວພັນ​ບໍ່​ຄື​ກັນກັບ​ການ​ພົວພັນ​ໃດໆ​ໃນ​ປະຫວັດສາດ​ໂລກ​ຍຸກ​ປະຈຸ​ປັນ, ​ໄດ້​ຮັບ​ການ​ເພີ່ມ​ພູນ​ຄູນ​ສ້າງ ​ແລະ ພັດທະນາ​ດ້ວຍ​ກຳລັງ​ເຫື່​ອແຮງ, ​ເລືອດ​ເນື້ອ​ຂອງ​ນັກ​ປະວັດ​ຫວຽດນາມ ​ແລະ ລາວ ລຸ້ນຕ່າງໆ​ໃນ​ຕະຫຼອດ​ໄລຍະ​ແຫ່ງປະ​ຫັວດສາດ“.

ຕອບກັບ

ຂ່າວ/ບົດ​ອື່ນ