ຍົກລະດັບ ສິດອຳນາດອ່ອນ(Soft Power) ແມ່ນຍົກສູງລະດັບການເຊື່ອມໂຍງ

(VOVWORLD) - ເດືອນມີນາ ປີ 2021 ແມ່ນເດືອນຮັບຮູ້ໝາກຜົນການເຊື່ອມໂຍງຫລາຍຢ່າງຂອງຫວຽດນາມ. ວັນທີ 18 ມີນາ ອົງການ“ Moody’s” ແມ່ນອົງການຈັດອັນດັບຄວາມໄວ້ວາງໃຈບັນດາທະນາຄານ ຂອງ ອາເມລິກາ ໄດ້ຈັດຄວາມໄວ້ວາງໃຈຂອງຫວຽດນາມ ຂຶ້ນ 2 ຂັ້ນ ເປັນລະດັບ “ຕັ້ງຫນ້າ” ຊື່ງແມ່ນການກະທຳ ຊື່ງກະຊວງການເງິນ ຢັ້ງຢືນ ວ່າ “ບໍ່ເຄີຍມີມາກ່ອນ”. ກ່ອນຫນ້ານັ້ນວັນທີ  7 ມີນາ, ເປັນຄັ້ງທຳອິດ ຫວຽດນາມ ຖືກຈັດເຂົ້າກຸ່ມພື້ນຖານເສດຖະກິດ ມີດັດຊະນີຄວາມເສລີດ້ານເສດຖະກິດຢູ່ໃນລະດັບປານກາງ ຢືນອັນດັບ 90/178 ພື້ນຖານເສດຖະກິດໃນຕາຕະລາງຈັດອັນດັບດັດຊະນີຄວາມເສລີເສດຖະກິດປີ 2021. ນອກນັ້ນ ຫວຽດນາມ ຍັງແມ່ນປະເທດຫນຶ່ງດຽວ ໃນອາຊຽນ ໄດ້ຮັບການຍົກລະດັບໃນຕາຕະລາງຈັດອັນດັບອຳນາດອ່ອນ (Soft Power)  ທົ່ວໂລກຂອງ Brand Finance ປີ 2021.

ຍົກລະດັບ ສິດອຳນາດອ່ອນ(Soft Power)  ແມ່ນຍົກສູງລະດັບການເຊື່ອມໂຍງ - ảnh 1ຫວຽດນາມໄດ້ຮັບການຕີລາຄາສູງໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19

“Soft Power” ສິດອຳນາດອ່ອນ ແມ່ນຄຳນິຍາມ ໂດຍສາດສະດາຈານ Joseph Samuel Nye, Jr.ຊາວອາເມລິກາ ຢູ່ ມະຫາວິທະຍາໄລ Harvard ຍົກອອກມາເປັນຄັ້ງທຳອິດ ໃນປື້ມເຫລັ້ມຫນຶ່ງພິມຈຳຫນ່າຍເມື່ອປີ 1990. ຕາມສາດສະດາຈານ ແລ້ວ, Soft Power ແມ່ນຄວາມສາມາດກໍ່ຜົນສະທ້ອນເພື່ອໃຫ້ຜູ້ອື່ນປະຕິບັດຕາມສິ່ງທີ່ຕົນເອງຢາກໄດ້ ແຕ່ບໍ່ບັງຄັບ, ກົດດັນ. ກົງກັນຂ້າມ ອຳນາດແຂງ  (hard power) ແມ່ນອີງໃສ່ກຳລັງແຮງດ້ານການທະຫານ ແລະ ເສດຖະກິດ. ສຳລັບປະເທດຫນຶ່ງ, Soft Power ແມ່ນອີງໃສ່ 3 ປັດໄຈ: ວັດທະນະທຳແຫ່ງຊາດ, ຄຸນຄ່າແຫ່ງຊາດ ແລະ ນະໂຍບາຍຂອງຊາດນັ້ນ.

ອົງການ Brand Finance ແມ່ນອົງການໃຫ້ຄຳປຶກສາດ້ານຍຸດທະສາດ ແລະ ກຳນົດຄ່າເຄື່ອງໝາຍເອກະລາດແຖວຫນ້າຂອງໂລກ ມີສຳນັກງານຕັ້ງຢູ່ ລອນດອນ ປະເທດ ອັງກິດ ໄດ້ໃຫ້ຂໍ້ສັງເກດວ່າ: ປີ 2020 ແມ່ນປີທີ່ມີຄວາມແຕກຕ່າງ ເຮັດໃຫ້ຫລາຍປະເທດໃນໂລກ ປະສົບກັບສິ່ງທ້າທາຍດ້ານເສດຖະກິດ ແລະ ແງ່ຫວັງການເຕີບໂຕຍ້ອນໂລກລະບາດໂຄວິດ 19. ໃນສະພາບການນັ້ນ   Soft Power ຂອງຊາດຫນຶ່ງໄດ້ຮັບຖືວ່າ ສຳຄັນຍິ່ງກວ່າເວລາໃດໝົດ.

Brand Finance ໄດ້ດຳເນີນການສຳຫລວດ ສຳລັບ 75.000 ຄົນ ຊື່ງລວມມີ ບັນດາຜູ້ຊ່ຽວຊານ, ປະຊາຊົນ ຂອງກວ່າ 100 ປະເທດ ເພື່ອຕີລາຄາກ່ຽວກັບ “Soft Power” ຂອງ 105 ປະເທດໃນໂລກ.

  Brand Finance ຕີລາຄາ ອິດທິພົນຊື່ສຽງຂອງຫວຽດນາມ ໃນປີ 2020 ໄດ້ເພີ່ມຂຶ້ນ ຍ້ອນສ່ວນໃຫຍ່ແມ່ນແຜນນະໂຍບາຍ ແລະ ການກະທົບຕອບຢ່າງວ່ອງໄວຂອງລັດຖະບານ ພິເສດ ແມ່ນການຊີ້ນຳຢ່າງໃກ້ຊິດຂອງວຽກງານຫນູນຊ່ວຍວິສາຫະກິດໃນການສ້າງ ແລະ ໂຄສະນາເຄື່ອງໝາຍຢູ່ພາຍໃນ ແລະ ຕ່າງປະເທດ ກໍ່ຄື ຄວາມຂະຫຍັນຂັນເຄື່ອນ, ຄວາມມານະພະຍາຍາມຂອງວິສາຫະກິດຫວຽດນາມ. ພ້ອມກັນນັ້ນ ຫວຽດນາມ ກໍ່ສ້າງຄວາມປະທັບໃຈໃນຄວາມມານະພະຍາຍາມປ້ອງກັນ ສະກັດກັ້ນໂລກລະບາດໂຄວິດ 19, ເມື່ອຈຳນວນຜູ້ຕິດເຊື້ອໂຄວິດ 19 ແລະ ເສຍຊີວິດ ຢູ່ໃນລະດັບຕ່ຳ.

ຍົກລະດັບ ສິດອຳນາດອ່ອນ(Soft Power)  ແມ່ນຍົກສູງລະດັບການເຊື່ອມໂຍງ - ảnh 2ຍົກສູງ Soft Power ແມ່ນວິທີຍົກລະດັບການເຊື່ອມໂຍງຂອງຫວຽດນາມ ໃຫ້ສູງຂຶ້ນ

ໃນຕາຕະລາງຈັດອັນດັບ  Soft Power ທົ່ວໂລກປີ 2021, ຫວຽດນາມ ແມ່ນປະເທດຫນຶ່ງດຽວໃນອາຊຽນ ທີ່ມີການຜັນປ່ຽນ ເພີ່ມຂຶ້ນ 3 ຂັ້ນເມື່ອທຽບໃສ່ປີກາຍ ຈາກ ລຳດັບ 50 ຂຶ້ນເປັນ 47. ໃນພາກພື້ນ ອາຊີ ຜົນສະທ້ອນຂອງຫວຽດນາມ ຈັດອັນດັບ 9 ດ້ວຍຄະແນນ 33,8/100, ລື່ນກາຍຫລາຍປະເທດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ຄື: ຟີລີບປີນ, ກຳປູເຈຍ, ມຽນມາ ແລະ ຢືນຖັດຈາກ ສິງກະໂປ, ໄທ, ມາເລເຊຍ, ອິນໂດເນເຊຍ.

ທ່ານ Samir Dixit, ຜູ້ອຳນວຍການຝ່າຍບໍລິຫານອົງການ Brand Finance ອາຊີ ປາຊີຟິກ ຖືວ່າ: ເກືອບຄືວ່າ ຫວຽດນາມ ໄດ້ຄຸ້ມຄອງທຸກດ້ານກ່ຽວກັບຍຸດທະສາດເປັນຢ່າງດີ, ພິເສດແມ່ນການເຊື່ອມໂຍງ ແລະ ຮ່ວມສຳພັນຂອງເຄື່ອງໝາຍແຫ່ງຊາດ ແລະ ບັນດາເຄື່ອງໝາຍພາຍໃນປະເທດ. ທ່ານຍົກຕົວຢ່າງໃຫ້ເຫັນວ່າ: “ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຊັນອະນມັດໂຄງການເຄື່ອງໝາຍແຫ່ງຊາດ ຫວຽດນາມ ແຕ່ປີ 2020 ຮອດປີ 2030 ເພື່ອແນໃສ່ເພີ່ມຄຸນຄ່າ ແລະ ອັນດັບເຄື່ອງໝາຍແຫ່ງຊາດ.

ຫວຽດນາມ ໄດ້ສ້າງຕັ້ງການພົວພັນທາງການທູດກັບ 187/193 ປະເທດສະມາຊິກ ສປຊ, ສຳເລັດວິວັດການເຈລະຈາ ແລະ ລົງນາມໃນສັນຍາການຄ້າເສລີລຸ້ນໃຫມ່ ຄື: ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວຫນ້າຂ້າມປາຊີຟິກ (CPTPP) ແລະ ສັນຍາການຄ້າເສລີ ອີຢູ - ຫວຽດນາມ. ສິ່ງດັ່ງກ່າວເຮັດໃຫ້ ຫວຽດນາມ ກາຍເປັນປັດໄຈສຳຄັນໃນທຸກການຮ່ວມສຳພັນເສດຖະກິດພາກພື້ນ ແລະ ພາຍໃນເຂດ ພ້ອມທັງແມ່ນປັດໄຈຊຸກຍູ້ການນຳເຂົ້າສົ່ງອອກຂອງຫວຽດນາມ.

ເລື່ອງເພີ່ມອັນດັບ Soft Power ຂອງຫວຽດນາມ ບໍ່ພຽງແຕ່ແມ່ນການສືບທອດ ແລະ ເສີມຂະຫຍາຍພື້ນຖານຊື່ງເຄີຍມີໃນປະຫວັດສາດອັນສະຫງ່າອົງອາດຂອງຊາດ, ພື້ນຖານອະລິຍະທຳ, ນະໂຍບາຍການຕ່າງປະເທດແຫ່ງສັນຕິພາບ ເທົ່ານັ້ນ ຫາກຍັງແມ່ນການພັດທະນາ, ຍາດແຍ່ງນັບທັງທີ່ຕັ້ງບົດບາດໃຫມ່, ທ່າໄດ້ປຽບໃຫມ່. ປີ 2020 ຫວຽດນາມ ໄດ້ປະຕິບັດສຳເລັດສອງບົດບາດຄວບຄູ່ ປະທານ ອາຊຽນ ແລະ ສະມາຊິກບໍ່ປະຈຳຂອງສະພາຄວາມໝັ້ນຄົງ ສປຊ ໃນສະພາບຄວາມຫຍຸ້ງຍາກນາໆປະການ ເປັນການພິສູດໃຫ້ເຫັນການຍາດແຍ່ງ Soft Power ຢ່າງກົມກຽວໃນການພົວພັນຫລາຍຝ່າຍ ສອງຝ່າຍ ຂອງຫວຽດນາມ.

ໃນຊ່ວງເວລາເກີດໂລກລະບາດໂຄວິດ 19, ຫວຽດນາມ ໄດ້ຮູ້ຈັກເຖິງແມ່ນປະເທດທີ່ປອດໄພ.  ພາບພົດນີ້ໄດ້ຊ່ວຍໃຫ້ ຫວຽດນາມ ດຶງດູດການລົງທຶນ, ການຈັດບັນດາເຫດການ ແລະ ແຂກທ່ອງທ່ຽວສາກົນມາຫວຽດນາມ ຫລາຍກວ່າ ຈາກນັ້ນ ກໍ່ນຳມາເຊິ່ງກາລະໂອກາດອັນໃຫຍ່ຫລວງໃຫ້ແກ່ການພັດທະນາເສດຖະກິດຂອງປະເທດຊາດ.  ບໍ່ພຽງແຕ່ເທົ່ານັ້ນ ຫວຽດນາມ ກໍ່ໄດ້ປະສົບຜົນສຳເລັດໃນການຮັບມື ແລະ ຫັນສິ່ງທ້າທາຍຈາກວິກິດການໂລກລະບາດໂຄວິດ 19 ກາຍເປັນກາລະໂອກາດໂຄສະນາ, ຍົກສູງຮູບພາບສິນຄ້າຫວຽດນາມ, ເຄື່ອງໝາຍແຫ່ງຊາດນຳອີກ.

ຍົກສູງ Soft Power ແມ່ນວິທີຍົກລະດັບການເຊື່ອມໂຍງຂອງຫວຽດນາມ ໃຫ້ສູງຂຶ້ນ. ເພື່ອເສີມຂະຫຍາຍ Soft Power, ຫວຽດນາມ ຈະເພີ່ມທະວີ, ສ້າງ ອຳນາດແຂງ  (hard power) ເພື່ອສ້າງກຳລັງແຮງສັງລວມ ແມ່ນ “ສິດອຳນາດສະຫລາດ” smart powerໃນຍຸກສະໄຫມໃຫມ່ ເພື່ອຍົກລະດັບການເຊື່ອມໂຍງເລິກເຊິ່ງກວ້າງຂວາງ ແລະ ມີປະສິດທິຜົນ, ເສີມຂະຫຍາຍທີ່ຕັ້ງບົດບາດໃຫມ່ຂອງປະເທດຊາດໃນເວທີສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ