ຍົກສູງຄຸນນະພາບຊີວິດການເປັນຢູ່ ເພື່ອຄວາມຜາສຸກຂອງປະຊາຊົນແຕ່ລະຄົນ

(VOVWORLD) - ທິດທາງການພັດທະນາເສດຖະກິດ-ສັງຄົມໄລຍະ 5 ປີ 2021  2025 ທີ່ຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກໄດ້ຊີ້ແຈ້ງວ່າ ຄວນຍົກສູງຄຸນນະພາບຊີວິການເປັນຢູ່ໃຫ້ປະຊາຊົນ, ຮັບປະກັນຄວາມສະໜິດຕິດພັນຢ່າງກົມກຽວລະຫວ່າງການພັດທະນາເສດຖະກິດກັບສັງຄົມ.

 ໜຶ່ງໃນບັນດາຈຸດໃໝ່ຂອງເອກະສານຄັ້ງນີ້ແມ່ນ “ຄວາມຄາດຫວັງພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ, ມີຄວາມຜາສຸກ”, ພິເສດແມ່ນເນັ້ນໜັກເຖິງປັດໄຈ “ຜາສຸກ” ຂອງປະຊາຊົນ.

ຍົກສູງຄຸນນະພາບຊີວິດການເປັນຢູ່ ເພື່ອຄວາມຜາສຸກຂອງປະຊາຊົນແຕ່ລະຄົນ - ảnh 1ທ່ານ ເວືອງດີງເຫວ້, ເລຂາຄະນະພັກນະຄອນ ຮ່າໂນ້ຍ (ພາບ: kinhtedothi.vn)

        ຫວຽດນາມ ໄດ້ມີບັນດາບາດກ້າວກະໂດດຂັ້ນກ່ຽວກັບການຍົກສູງຄຸນນະພາບຊີວິດການເປັນຢູ່, ແມ່ນໜຶ່ງໃນບັນດາປະເທດທຳອິດ ປະຕິບັດເປົ້າໝາຍສະຫັດສະວັດກ່ຽວກັບການລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກໃຫ້ສຳເລັດກ່ອນກຳນົດ 10 ປີ. ທີ່ກອງປະຊຸມໃຫຍ່ອົງຄະນະພັກບັນດາທ້ອງຖິ່ນປີ 2020, ເຖິງວ່າວິທີການສຳຜັດແຕກຕ່າງກັນກໍ່ຕາມ ແຕ່ຫລາຍທ້ອງຖິ່ນໄດ້ວາງເປົ້າໝາຍຍົກສູງຄຸນນະພາບຊີວິດການເປັນຢູ່, ເຊິ່ງສະແດງໃຫ້ເຫັນຜ່ານດັດຊະນີຄວາມຜາສຸກຂອງປະຊາຊົນຕ້ອງໄດ້ຮັບການຍົກສູງຂຶ້ນ, ລວມມີ: ລາຍຮັບສູງກ່ວາ, ໄດຊົມໃຊ້ບັນດາບໍລິການສັງຄົມຢ່າງສະດວກກ່ວາ, ຮັບປະກັນຊີວິດການເປັນຢູ່ທາງດ້ານຈິດໃຈດີກ່ວາ.

ປະຕິບັດດັດຊະນີຄວາມຜາສຸກໃຫ້ປະກົດຜົນເປັນຈິງ

       ໂດຍແມ່ນແຂວງພູດອຍ, ເງື່ອນໄຂດ້ານເສດຖະກິດປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ, ລະດັບຄວາມຮູ້ຂອງປະຊາຊົນຍັງຕ່ຳຢູ່, ແຕ່ເປັນຄັ້ງທຳອິດ, ທີ່ກອງປະຊຸມໃຫຍ່ອົງຄະນະພັກແຂວງ ອຽນບ໊າຍ ຄັ້ງທີ 19, ອາຍຸການ 2020 – 2025, ຄະນະບໍລິຫານງານອົງຄະນະພັກແຂວງ ອຽນບ໊າຍ ໄດ້ນຳ “ດັດຊະນີຄວາມຜາສຸກ” ເຂົ້າໃນມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງ. ມາດຖານຂອງດັດຊະນີຄວາມຜາສຸກລວມມີ: ຄວາມເພີ່ງພໍໃຈຂອງປະຊາຊົນກ່ຽວກັບຊີວິດການເປັນຢູ່, ກ່ຽວກັບສະພາບແວດລ້ອມແຫ່ງການດຳລົງຊີວິດ ແລະ ດັດຊະນີອາຍຸຍືນ. ແບ່ງປັນກ່ຽວກັບເປົ້າໝາຍນີ້, ທ່ານນາງ ຫງວຽນເງິນຢາງ, ຮອງເລຂາຄະນະພັກຕາແສງ, ປະທານສະພາປະຊາຊົນຕາແສງ ບ໊າວດ໊າບ, ເມືອງ ເຈິ໊ນອຽນ ແລະ ສະມາຊິກພັກ ຫງວຽນທິມິງດຶກ, ຢູ່ນະຄອນ ອຽນບ໊າຍ, ແຂວງ ອຽນບ໊າຍ ໃຫ້ຮູ້ວ່າ:

        “ນີ້ແມ່ນດັດຊະນີຮອບດ້ານພໍສົມຄວນ, ຍ້ອນວ່າ ມັນລວມທັງເສດຖະກິດ ແລະ ສັງຄົມ. ຂ້າພະເຈົ້າມີຄວາມປິຕິຊົມຊື່ນທີ່ສຸດ  ແລະ ເຂົ້າໃຈໄດ້ວ່າ ທາງແຂວງພວມເອົາໃຈໃສ່ເຖິງປະຊາຊົນທຸກຄົນໃນບໍລິເວນແຂວງ.

        “ນີ້ແມ່ນແຜນນະໂຍບາຍ, ນະໂຍບາຍທີ່ແທດເໝາະກັບບັນດາທ່າອຽງໃໝ່. ແຜນນະໂຍບາຍສູ້ຊົນໃຫ້ປະຊາຊົນໄດ້ຮັບຜົນປະໂຫຍດຫລາຍທີ່ສຸດ ແລະ ສິດຜົນປະໂຫຍດອັນຊອບທຳ ເພື່ອໃຫ້ປະຊາຊົນມີຄວາມຮູ້ສຶກຊີວິດການເປັນຢູ່ທີ່ດີ, ຍົກສູງຄຸນນະພາບຊີວິດການເປັນຢູ່.

        ກອງປະຊຸມໃຫຍ່ອົງຄະນະພັກນະຄອນຮ່າໂນ້ຍ ຄັ້ງທີ 17 ໄດ້ເນັ້ນໜັກເປົ້າໝາຍ: ອາຍຸການ 2020 – 2025, ພັດທະນາວັດທະນະທຳ, ຮັບປະກັນຊີວິດສັງຄົມ, ຍົກສູງສະຫວັດດີສັງຄົມ, ຄຸນນະພາບຊີວິດການເປັນຢູ່ໃຫ້ປະຊາຊົນນະຄອນຫລວງ. ຕາມນັ້ນແລ້ວ, ນະຄອນ ຮ່າໂນ້ຍ ຈະສູ້ຊົນຮອດປີ 2025, ອາຍຸຍືນຄິດສະເລ່ຍຂອງປະຊາຊົນບັນລຸ 76,5 ປີ; ເອົາໃຈໃສ່ເປັນພິເສດເຖິງວຽກງານເບິ່ງແຍງດູແລ, ປົກປ້ອງເດັກນ້ອຍຢ່າງມີປະສິດທິຜົນ; ພັດທະນາລະບົບໜູນຊ່ວຍສັງຄົມຢ່າງຮອບດ້ານ, ກ້າວໄປເຖິງການນຳໃຊ້ບັດປະກັນສຸຂະພາບໃນທົ່ວປວງຊົນ, ເປີກກ້ວາງບັນດາເປົ້າໝາຍນະໂຍບາຍ, ເປັນຕົ້ນແມ່ນສາທາລະນະສຸກ, ການສຶກສາ, ສອນວິຊາຊີບ, ໜູນຊ່ວຍດ້ານນິຕິທຳ, ເຮືອນຢູ່…ທ່ານ ເວືອງດີງເຫວ້, ເລຂາຄະນະພັກນະຄອນ ຮ່າໂນ້ຍ ຊີ້ແຈ້ງ.

        “ຄວດວ່າ ນະຄອນຈະພ້ອມກັບບັນດາເມືອງໜູນຊ່ວຍເງິນປະມານ 2,5 ຕື້ດົ່ງ ໃຫ້ແກ່ຫໍວັດທະນະທຳແຕ່ລະແຫ່ງ ແລະ ບັນດາເມືອງຕ້ອງມານະພະຍາຍາມແກ້ໄຂສະພາບຂາດສວນສາທາລະນະ, ນັບທັງບັນດາສວນສາທາລະນະບ້ານ, ເຂດຊຸມຊົນ. ໃນປີ 2021 ນີ້ ຕ້ອງສ້າງການຫັນປ່ຽນໂດຍພື້ນຖານ ເພື່ອໃຫ້ປະຊາຊົນໄດ້ດຳລົງຊີວິດໃນສະພາບແວດລ້ອມຂຽວ, ສະອາດ, ສວຍງາມ.

ບໍ່ປະໃຫ້ຜູ້ໃດຕົກຢູ່ທາງຫລັງ

       ເພື່ອໃຫ້ ຫວຽດນາມ ມີບາດກ້າວພັດທະນາຢ່າງແຮງກ່ວາດ້ວຍເປົ້າໝາຍ ແລະ ວິໄສທັດເຖິງປີ 2045 ກາຍເປັນປະເທດທີ່ມີລາຍຮັບສູງ, ເອກະສານກອງປະຊຸມໃຫຍ່ຄັ້ງທີ່ XIII ຂອງພັກ ໄດ້ເນັ້ນໜັກເຖິງປັດໄຈຄວາມຜາສຸກຂອງປະຊາຊົນ. ທ່ານ ບຸຍຊີເລິ້ຍ, ຮອງຫົວໜ້າກຳມາທິການບັນດາບັນຫາສັງຄົມຂອງສະພາແຫ່ງຊາດ ຖືວ່າ:

        “ເປົ້າໝາຍສ້າງສັງຄົມພັດທະນາຈະເລີນຮຸ່ງເຮືອງຜາສຸກ. ນັ້ນແມ່ນຮັບປະກັນຄວາມຍຸຕິທຳສັງຄົມ ແລະ ໃນລັດຖະທຳມະນູນຂອງພວກເຮົາ ຍາມໃດກໍ່ຕັ້ງບັນຫາວ່າ ເຮັດແນວໃດ ເພື່ອຮັບປະກັນສິດຜົນປະໂຫຍດໂດຍພື້ນຖານໃຫ້ແກ່ພົນລະເມືອງ. ສະນັ້ນ ສ້າງປະເທດຊາດຈະເລີນຮຸ່ງເຮືອງ ແມ່ນເປົ້າໝາຍຍຸຕິທຳກ້າວໜ້າທາງສັງຄົມ. ນັ້ນແມ່ນເປົ້າໝາຍໂດຍພື້ນຖານທີ່ສຸດ.

ຍົກສູງຄຸນນະພາບຊີວິດການເປັນຢູ່ ເພື່ອຄວາມຜາສຸກຂອງປະຊາຊົນແຕ່ລະຄົນ - ảnh 2 ທ່ານ ບຸຍຊີເລິ້ຍ, ຮອງຫົວໜ້າກຳມາທິການບັນດາບັນຫາສັງຄົມຂອງສະພາແຫ່ງຊາດ (ພາບ:sggp.org.vn)

    ທ່ານສາດສະດາຈານ, ປະລິນຍາເອກ ຟຸ່ງຮືວຝູ, ຮອງປະທານຜູ້ປະຈຳການສະພາທິດສະດີສູນກາງພັກ ຢັ້ງຢືນວ່າ:

        “ຜ່ານໄລຍະເກີດໂລກລະບາດໂຄວິດ-19 ກໍ່ຍິ່ງເຂົ້າໃຈວ່າ ບໍ່ແມ່ນມີລາຍຮັບສູງຈະສະໜຸກສະບາຍ, ບໍ່ແມ່ນມີລະດັບການເຕີບໂຕເສດຖະກິດສູງ ຈະສະໜຸກສະບາຍ, ແຕ່ສຳຄັນທີ່ສຸດ ແມ່ນການດຳລົງຊີວິດສະຫງົບສຸກ ແລະ ມີຄວາມຜາສຸກ. ສະນັ້ນ ຄວາມຜາສຸກແມ່ນຈຸດພົ້ນເດັ່ນ, ມີລັກສະນະວັດທະນະທຳມະນຸດ.

        ຄຸນນະພາບຊີວິດການເປັນຢູ່ມີເນື້ອໃນທັງດ້ານວັດຖຸ ແລະ ຈິດໃຈ ແຕ່ເບິ່ງລວມແລ້ວ ຄຸນນະພາບນັ້ນຈະບັນລຸໄດ້ເທົ່າໃດ ແມ່ນສະແດງໃຫ້ເຫັນຜ່ານຄວາມເພິ່ງພໍໃຈຂອງປະຊາຊົນ, ໄດ້ຮັບການກຳນົດຜ່ານຄວາມຮູ້ສຶກຂອງປະຊາຊົນກ່ຽວກັບດັດຊະນີຄວາມຜາສຸກ.

        ຂ່າວດີສຳລັບຊາວ ຫວຽດນາມ ແມ່ນບົດລາຍງານພັດທະນາມະນຸດທົ່ວໂລກປີ 2020 ໂດຍອົງການສະຫະປະຊາຊາດເພື່ອການພັດທະນາສົມທົບກັບກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຫາກໍ່ປະກາດນັ້ນ ຫວຽດນາມ ນອນໃນກຸ່ມບັນດາປະເທດທີ່ມີດັດຊະນີພັດທະນາມະນຸດຢູ່ໃນລະດັບສູງໃນໂລກ. ນີ້ແມ່ນສິ່ງທີ່ເປັນໜ້າຊື່ນຊົມ, ແມ່ນກຳລັງໜູນ ເພື່ອໃຫ້ ຫວຽດນາມ ປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກໃຫ້ປະກົດຜົນເປັນຈິງ, ປັບປຸງຄຸນນະພາບຊີວິດການເປັນຢູ່ໃຫ້ປະຊາຊົນ, ພັດທະນາມະນຸດຢ່າງຮອບດ້ານ ແລະ ບໍ່ປະໃຫ້ຜູ້ໃດຖືກຕົກຢູ່ທາງຫລັງ./.

ຕອບກັບ

ຂ່າວ/ບົດ​ອື່ນ