ຍົກສູງຖານະບົດບາດຂອງຫວຽດນາມບົນເວທີສາກົນ

(VOVWORLD) -ວັນທີ 7 ມິຖຸນາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເດີນທາງໄປ ປະເທດການາດາ ເຂົ້າຮ່ວມກອງປະຊຸມສຸດຍອດ G7 ເປີດກວ້າງ. ສິ່ງດັ່ງກ່າວ ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງການຖືເປັນສຳຄັນຂອງປະເທດເຈົ້າພາບການາດາ ເວົ້າສະເພາະ ແລະ ບັນດາປະເທດສະມາຊິກ G7 ເວົ້າລວມ ຕໍ່ທັດສະນະ ແລະຖານະບົດບາດຂອງຫວຽດນາມໃນບັນດາບັນຫາຢູ່ພາກພື້ນ ແລະ ໃນໂລກ. ພາຍຫຼັງເຫດການດັ່ງກ່າວ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຈະດຳເນີນການຢ້ຽມຢາມການາດາ ຕາມຄໍາເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີການາດາ Justin Trudeau. ການຢ້ຽມຢາມດຳເນີນໄປໃນສະພາບທີ່ການພົວພັນລະຫວ່າງສອງປະເທດ ພວມມີບັນດາບາດກ້າວພັດທະນາບຸກທະລຸ ແລະເປີດອອກແງ່ຫວັງໃໝ່ຫຼາຍຢ່າງ.
ຍົກສູງຖານະບົດບາດຂອງຫວຽດນາມບົນເວທີສາກົນ - ảnh 1 (ພາບປະກອບ: TTXVN)

ການເດີນທາງໄປປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ໄດ້ດຳເນີນໃນລະຫວ່າງວັນທີ 8 – 10 ມິຖຸນາ. ນີ້ແມ່ນຄັ້ງທີສອງທີ່ຫວຽດນາມຖືກເຊີນເຂົ້າຮ່ວມກອງປະຊຸມສຸດຍອດເປີດກວ້າງຂອງ 7 ປະເທດອຸດສາຫະກຳພັດທະນາ (ນັ້ນແມ່ນ ຍີ່ປຸ່ນ, ອາເມລິກາ, ອັງກິດ, ຝລັ່ງ, ເຢຍລະມັນ, ການາດາ ແລະ ອີຕາລີ).

        ກອງປະຊຸມສຸດຍອດ G7 ເປີດກວ້າງ ປີນີ້ ຈະດຳເນີນໃນວັນທີ 9 ມິຖຸນາ, ສຸມໃສ່ປຶກສາຫາລື 03 ກຸ່ມຫົວຂໍ້ຕົ້ນຕໍ ຄື: ການສ້າງຄວາມສາມາດໃນການທົນທານ, ລັກສະນະຮັບມືຂອງ ບັນດາປະຊາຄົມຢູ່ເຂດແຄມຝັ່ງທະເລ; ການໜູນຊ່ວຍການພັດທະນາອາຊີບຫາປາແບບຍືນຍົງ ແລະ ການປົກປັກຮັກສາສິ່ງແວດລ້ອມຢູ່ມະຫາສະມຸດ; ຊຸກຍູ້ບັນດາວິທີການກຳຈັດສິ່ງເສດເຫຼືອຢາງຢູ່ບັນດາມະຫາສະມຸດ.

ຫວຽດນາມປາດຖະໜາຢາກພ້ອມກັບບັນດາປະເທດແກ້ໄຂບັນດາສິ່ງທ້າທາຍໃນທົ່ວໂລກ

        ຫວຽດນາມມີການພົວພັນອັນດີງາມກັບບັນດາປະເທດ G7, ໄດ້ສ້າງຕັ້ງຂອບເຂດການຮ່ວມມື, ຄູ່ຮ່ວມມືຍຸດທະສາດກັບ 5 ປະເທດ ແລະ ຄູ່ຮ່ວມມືຮອບດ້ານກັບ 02 ປະເທດສະມາຊິກ G7.

        ການເດີນທາງໄປປະຕິບັດງານຢູ່ ການາດາ ຄັ້ງນີ້ ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສ້າງຂີດໝາຍທີສອງ ເຊິ່ງຫວຽດນາມໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ G7 ເປີດກວ້າງ ດ້ວຍຖານະເປັນແຂກຖືກເຊີນ. ທີ່ກອງປະຊຸມເປີດກວ້າງຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີບົດກ່າວປາໄສ ຢັ້ງຢືນບັນດາຄວາມມານະພະຍາຍາມ ແລະ ການປະກອບສ່ວນສຳຄັນຂອງຫວຽດນາມເຂົ້າໃນການແກ້ໄຂບັນດາບັນຫາ ແລະ ສິ່ງທ້າທາຍໃນທົ່ວໂລກ, ຄືການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການປົກປັກຮັກສາສິ່ງແວດລ້ອມ, ການນຳໃຊ້ພະລັງງານ ແລະ ພັດທະນາຂົງເຂດພະລັງງານຜະລິດຄືນໃໝ່ຢ່າງມີປະສິດທິຜົນ, ການໜູນຊ່ວຍອາຊີບຫາປາແບບຍືນຍົງ ແລະປົກປັກຮັກສາສິ່ງແວດລ້ອມຢູ່ມະຫາສະມຸດ.

        ສຳລັບ ຫວຽດນາມ ແລ້ວ, ການເຂົ້າຮ່ວມກອງປະຊຸມສຸດຍອດ G7 ເປີດກ້ວາງ ຍັງແມ່ນກາລະໂອກາດສະແດງໃຫ້ເຫັນຄວາມຮັບຜິດຊອບ, ການປະກອບສ່ວນເຂົ້າໃນການແກ້ໄຂບັນດາບັນຫາຂຶ້ນກັບຄວາມສົນໃຈລວມຂອງພາກພື້ນ ແລະ ສາກົນ.

        ເຊິ່ງແມ່ນໜຶ່ງໃນບັນດາປະເທດຖືກກ່າວເຕືອນດ້ານສິ່ງແວດລ້ອມທາງທະເລ ແລະ ຖືກຜົນສະທ້ອນຢ່າງໜັກໜ່ວງຈາກມົນລະພິດສິ່ງເສດເຫຼືອຈາກຢາງຢູ່ທະເລຕະຫຼອດຮອດລະບົບຊີວະພາບ, ສະນັ້ນ, ທີ່ວາລະປະຊຸມກ່ຽວຂ້ອງເຖິງບັນຫາ “ມະຫາສະມຸດ”, ຫວຽດນາມ ຈະພ້ອມກັບບັນດາປະເທດຕັ້ງໜ້າຍົກອອກມາດຕະການຕ່າງໆເພື່ອຮັບມືກັບສະພາບການປ່ຽນແປງຂອງດິນຟ້າອາກາດ, ປົກປ້ອງມະຫາສະມຸດ ແລະ ພັດທະນາພະລັງງານສະອາດ.

        ເຂົ້າຮ່ວມກອງປະຊຸມສຸດຍອດ G7 ເປີດກ້ວາງກໍ່ແມ່ນກາລະໂອກາດ ເພື່ອໃຫ້ ຫວຽດນາມ ດຶງດູດບັນດານັກລົງທຶນ ເພື່ອພັດທະນາພະລັງງານຜະລິດຄືນໃໝ່. ໃນສະພາບການຕົວຈິງແລ້ວ, ຫຼາຍປະເທດ G7 ລ້ວນແຕ່ພວມຜັນຂະຫຍາຍບັນດາໂຄງການສຳຄັນກ່ຽວກັບການພັດທະນາພະລັງງານຜະລິດຄືນໃໝ່ຢູ່ ຫວຽດນາມ. ບົນພື້ນຖານນັ້ນ, ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມື ແລະ ສ້າງຄວາມສະດວກໃຫ້ບັນດາຄູ່ຮ່ວມມືທັງໝົດ ແລະ ເຊື່ອໝັ້ນວ່າດ້ວຍກຳລັງຄວາມສາມາດບົ່ມຊ້ອນກ່ຽວກັບດ້ານການເງິນ, ເຕັກໂນໂລຊີ ແລະ ບົດຮຽນໃນການພັດທະນາພະລັງງານຜະລິດຄືນໃໝ່, ບັນດານັກລົງທຶນຂອງບັນດາປະເທດ G7 ຈະມີໂອກາດຫຼາຍຢ່າງເພື່ອກາຍເປັນບັນດານັກລົງທຶນຍຸດທະສາດໃນຂົງເຂດພະລັງງານຜະລິດຄືນໃໝ່ຢູ່ ຫວຽດນາມ.

ຊຸກຍູ້ການພົວພັນກັບ ການາດາ

        ປີ 2018, ແມ່ນປີມີຄວາມໝາຍສຳຄັນພິເສດສຳລັບ ຫວຽດນາມ ແລະ ການາດາ, ເປັນຂີດໝາຍສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ. ພາຍຫຼັງ 45 ປີ, ສອງປະເທດພວມຮັກສາການພົວພັນຮ່ວມມືທີ່ດີງາມ ແລະ ນັບມື້ນັບໄດ້ຮັບການເປີດກ້ວາງ. ປີ 2017, ເນື່ອງໃນໂອກາດການມາຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ການາດາ Justin Trudeau, 2 ຝ່າຍໄດ້ອອກຖະແຫຼງການຮ່ວມກ່ຽວກັບເລື່ອງສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານ, ວາງອອກບັນດາທິດທາງ ແລະ ມາດຕະການຊຸກຍູ້ການພົວພັນສຸມໃສ່ເຂົ້າໃນ 7 ຂົງເຂດຮ່ວມມື, ໃນນັ້ນມີການເມືອງ - ການທູດ, ການຄ້າ - ການລົງທຶນ, ວັດທະນະທຳ - ການສຶກສາ, ວິທະຍາສາດ - ເຕັກໂນໂລຊີ.

        ປະຈຸບັນ, ຫວຽດນາມ ພວມແມ່ນຄູ່ຮ່ວມມືການຄ້າລາຍໃຫຍ່ຂອງ ການາດາ ໃນພາກພື້ນ ອາຊຽນ ນັບແຕ່ປີ 2015. ປີ 2017, ວົງເງິນການຄ້າ ສອງຝ່າຍບັນລຸ 6,2 ຕື້ USD. ປະຈຸບັນ, ການາດາ ພວມພະຍາຍາມເປີດກ້ວາງການຄ້າກັບ ຫວຽດນາມ ດ້ວຍຄວາມຫວັງວ່າ ເມື່ອສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມ ປາຊີຟິກ (CPTPP) ໄດ້ຮັບການຜັນຂະຫຍາຍ, ສອງປະເທດຈະມີບັນດາໂອກາດຊຸກຍູ້ການພັດທະນາຮອບດ້ານກ່ວາອີກ. ກ່າວຄຳເຫັນຕໍ່ສື່ມວນຊົນ ເນື່ອງໃນໂອກາດການມາຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ການາດາ, ທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕີລາຄາວ່າ:

        “ການຄ້າ 2 ຝ່າຍເຕີບໂຕຢ່າງຕໍ່ເນື່ອງໃນຫລາຍປີມານີ້, ແຕ່ລະປີແມ່ນປະມານ 20%. ນີ້ແມ່ນຄວາມກ້າວໜ້າເມື່ອທຽບໃສ່ບັນດາປະເທດອື່ນໃນຂົງເຂດການຄ້າ, ການລົງທຶນ. ບົນຈິດໃຈນັ້ນ, ຂ້າພະເຈົ້າຢັ້ງຢືນວ່າ ສັນຍາໃໝ່ລະຫວ່າງ ຫວຽດນາມ ແລະ ການາດາ ກ່ຽວກັບການພົວພັນ ສອງປະເທດ ຈະເປີດໜ້າປະຫວັດສາດໃໝ່ຮອບດ້ານໃນບັນດາຂົງເຂດຄື: ເສດຖະກິດ, ວັດທະນະທຳ, ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ບົນຈິດໃຈຄູ່ຮ່ວມມືຮອບດ້ານຂອງກັນ.”

        ຫວຽດນາມ ກໍ່ແມ່ນປະເທດມີຈຳນວນນັກຮຽນ, ນັກສຶກສາຫຼາຍທີ່ສຸດທີ່ພວມຮ່ຳຮຽນຢູ່ ການາດາ. ກ່າວຄຳເຫັນຢູ່ມະຫາວິທະຍາໄລ ໂຕນດຶກຖັ໋ງ (ນະຄອນ ໂຮ່ຈີມິນ) ເນື່ອງໃນໂອກາດການມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນເດືອນ ພະຈິກ 2017, ທ່ານນາຍົກລັດຖະມົນຕີ ການາດາ Justin Trudeau, ຖືວ່າ:

        “ການາດາ ແລະ ຫວຽດນາມ ມີການພົວພັນສະໜິດແໜ້ນໄປຕາມການເວລາ ແລະ ພວກເຮົາຮັບປະກັນວ່າການສຶກສາ ຍາມໃດກໍ່ແມ່ນຂົງເຂດໄດ້ຮັບບຸລິມະສິດແຖວໜ້າ. ບັນດາຄຳຄິດຄຳເຫັນ ແລະ ມາດຕະການຂອງບັນດານັກສຶກສາຍາມໃດກໍ່ໄດ້ຮັບການຕ້ອນຮັບຈາກປະຊາຄົມ ແລະ ທົ່ວໂລກ.”

        ໃນການຢ້ຽມຢາມ ການາດາ ໃນຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຈະເຈລະຈາກັບທ່ານນາຍົກລັດຖະມົນຕີ ການາດາ Justin Trudeau; ຕ້ອນຮັບຜູ້ວ່າການລັດ Quebec; ພົບປະ, ໂອ້ລົມສົນທະນາກັບບັນດາວິສາຫະກິດ ການາດາ; ພົບປະກັບປະຊາຄົມຊາວ ຫວຽດນາມ ຢູ່ ການາດາ.

        ການເຂົ້າຮ່ວມກອງປະຊຸມສຸດຍອດ G7 ເປີດກ້ວາງ ແລະ ຢ້ຽມຢາມ ການາດາ ຄັ້ງນີ້ຂອງ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ  ອີກເທື່ອໜຶ່ງໄດ້ສະແດງໃຫ້ເຫັນຄວາມປາດຖະໜາຂອງ ຫວຽດນາມ ພ້ອມກັບບັນດາປະເທດອື່ນໆ ແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ, ນັ້ນແມ່ນກາລະໂອກາດປັບປຸງການພົວພັນຮ່ວມມືອັນດີງາມກັບ ການາດາ.

ຕອບກັບ

ຂ່າວ/ບົດ​ອື່ນ