ຍົກສູງປະສິດທິຜົນການບໍລິຫານວິສາຫະກິດ


(vovworld)- ຕອນ​ບ່າຍ​ວັນ​ທີ 6/12, ເມື່ອ​ເຂົ້າ​ຮ່ວມ ແລະ ຊີ້​ນຳ​ກອງ​ປະ​ຊຸມ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ການ​ຜັນ​ຂະ​ຫຍາຍ​ວຽກ​ງານ​ສັບ​ຊ້ອນ, ປ່ຽ​ນ​ໃຫມ່​ລັດ​ວິ​ສາ​ຫະ​ກິດ​ໄລ​ຍະ 2016-2020, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽ​ນ​ຊວນ​ຟຸກ ໄດ້​ຢືນ​ຢັນ​ວ່າ: ການ​ສັບ​ຊ້ອນ, ຫັນ​ລັດ​ວິ​ສາ​ຫະ​ກິດ​ເປັນ​ຫຸ້ນ​ສ່ວນ ແມ່ນ​ຫນ້າ​ທີ່​ການ​ເມືອງ​ສຳ​ຄັນ​ໃນ​ປີ 2017. ໃນ​ສະ​ພາບ​ການ ຈຳ​ນວນ​ເງິນ 5.000.000 ຕື້​ດົງ​ພວມ​ຢູ່​ໃນ​ຊັບ​ສິນ ແລະ ແຫລ່ງ​ທຶນ​ຢູ່​ບັນ​ດາ​ລັດ​ວິ​ສາ​ຫະ​ກິດ, ເລື່ອງ​ຍູ້​ແຮງ​ການ ຫັນ​ລັດ​ວິ​ສາ​ຫະ​ກິດ​ເປັນ​ຫຸ້ນ​ສ່ວນ ບໍ່​ພຽງ​ແຕ່​ຊ່ວຍ​ໃຫ້​ບັນ​ດາ​ວິ​ສາ​ຫ​ະ​ກິດ​ປ່ຽນ​ແປງວິ​ທີ​ການ​ບໍ​ລິ​ຫານເທົ່າ​ນັ້ນ ຫາກ​ຍັງ​ຊ່ວຍ​ຫລຸດ​ຜ່ອນ​ຫນີ້​ສາ​ທາ​ລະ​ນະ​, ສ້າງ​ການ​ຫັນ​ປ່ຽນ​ໃຫ້​ແກ່​ວິ​ວັດ​ການ​ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃຫມ່​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ຍົກສູງປະສິດທິຜົນການບໍລິຫານວິສາຫະກິດ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ຊວນ​ຟຸກ​ກ່າວ​ຄຳ​ເຫັນ​ທີ່
ກອງ​ປະ​ຊຸມ​ຜັນ​ຂະ​ຫ​ຍາຍວຽກ​ງາ​ນ​ສັບ​ຊ້ອນ, ປ່ຽ​ນ​ໃຫມ່​ລັດ​ວິ​ສາ​ຫະ​ກິດ

        ພາຍ​ຫລັງ 15 ປີ​ແຫ່ງ​ການ​ສັບ​ຊ້ອນ​ຄືນ​ໃຫມ່, ​ໄລ່​ມາ​ຮອດ​ເດືອນ 10/2016, ຈຳ​ນວນ​ລັດ​ວິ​ສາ​ຫະ​ກິດ​ບາງ​ແຫ່ງ​ໄດ້ຫ​ລຸ​ດ​ລົງ​ຢ່າງ​ແຮງ ຈາກ 6.000 ​ວິ​ສາ​ຫະ​ກິດ ​ລົງ​ເຫລືອ​ພຽງ 718 ວິ​ສາ​ຫະ​ກິດ. ກ່ອນນີ້, ລັດ​ວິ​ສາ​ຫະ​ກິດ​ເຄື່ອນ​ໄຫວ​ກວ່າ 60 ຂະ​ແຫນງ, ຂົງ​ເຂດ ມາ​ຮອດ​ປະ​ຈຸ​ບັນ ພຽງ​ແຕ່​ສຸມ​ໃສ່​ຢູ່​ໃນ 19 ຂະ​ແຫນງ,ຂົງ​ເຂດ ແລະ ສ່ວນ​ຫລາຍ​ແມ່ນ​ວິ​ສາ​ຫະ​ກິດ​ຂະ​ຫນາດ​ກາງ ແລະ ຂະ​ຫນາ​ດ​ໃຫຍ່. ເຖິງວ່າ ຈຳ​ນວ​ນ​ລັດ​ວິ​ສາ​ຫະ​ກິດ​ຫລຸດລົງ​ກໍ​ຕາມ ແຕ່​ອັດ​ຕາ​ສ່ວນລັດ​ວິ​ສາ​ຫະ​ກິດຫັນ​ເປັນ​ຫຸ້ນ​ສ່ວນແມ່ນ​ຢູ່​ໃນ​ລະ​ດັບ​ຕ່ຳ ມີພ​ຽງ 8%ຈຳ​ນວນ​ທຶນ​ໄດ້​ຮັບ​ການ​ຫັນ​ເປັນ​ຫຸ້​ນ​ສ່ວນ.

ບົດ​ຮຽນ​ຖອດ​ຖອນ​ມາ​ໄດ້​ນັ້ນ​ແມ່ນ ຄວນ​ສັບ​ຊ້ອນ​ຄືນ​ໃຫມ່, ຕ້ອງ​ ຫັນ​ລັດ​ວິ​ສາ​ຫະ​ກິດ​ເປັນ​ຫຸ້ນ​ສ່ວນ ຖືກ​ກັບ​ວິ​ວັດ​ການ, ຖືກ​ກັບ​ວິ​ທີ​ເຮັດ​ເພ່ອ​ປ່ຽ​ນ​ແປງ​ການ​​ບໍ​ລິ​ຫານວິ​ສາ​ຫະ​ກິດ, ສ້າງ​ເງື່ອນ​ໄຂ​ໃຫ້​ວິ​ສາ​ຫະ​ກິດ​ພາກ​ເອ​ກະ​ຊົນ​ພ້ອມ​ກັນ​ພັດ​ທະ​ນາ, ປະ​ກອບ​ສ່ວນ​ໃນ​ການ​ປ້ອງ​ກັນ ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ.

ຄຳ​ຮຽກ​ຮ້ອງໃຫຍ່ 3 ປະ​ການ​ກ່ຽວ​ກັບ​ການ​ສ້າງ​ໂຄງ​ປະ​ກອບ​ລັດ​ວິ​ສາ​ຫະ​ກິດ​ຄືນ​ໃຫມ່

ຄວາມ​ຈິງ​ໃນ​ການ​ຜັນ​ຂະ​ຫຍາຍ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ສ້າງ​ໂຄງ​ປະ​ກອບ​ລັດ​ວິ​ສາ​ຫະ​ກິດ​ຄືນ​ໃຫມ່​ໃນ​ໄລ​ຍະ​ຜ່ານ​ມາ ແມ່ນ​ຊັກ​ຊ້າ ຍ້ອນ​ສາຍ​ເຫດ​ພາ​ວະ​ວິ​ໄສ, ອັດ​ຕະ​ວິ​ໄສ. ສາຍ​ເຫດ​ພາ​ວະ​ວິ​ໄສ ນັ້ນ​ແມ່ນ​ຂໍ້​ຕິດ​ຂັດ​ກ່ຽວ​ກັບ​ລະ​ບອບ​​ລະ​ບຽບ​ກ​ານນະ​ໂຍ​ບາຍ, ກ່ຽວ​ກັບ​ວິ​ທີ​ເຮັດ. ສາ​ຍ​ເຫດ​ອັດ​ຕະ​ວິ​ໄສ ນັ້ນ​ແມ່ນ​​ສະ​ແຫວງ​ຫາຜົນ​ປະ​ໂຫຍດເປັນ​ກຸ່ມ, ​ການ​ສ້າງແຜ​ນ​ຮ່າງຊັກ​ຊ້າ, ການກວດ​ຜ່ານ​ກໍ​ຊັກ​ຊ້າ, ການ​ສົມ​ທົບ​ລະ​ຫວ່າງ​ບັນ​ດາ​ກະ​ຊວງ, ຄະ​ນະ, ຂະ​ແຫນງ​ການ​ໃນ​ການ​ຫັນ​ເປັນ​ຫຸ້ນ​ສ່ວນ, ສ້າງ​ລະ​ບອ​ບ​ລະ​ບຽບ​ການ​ນະ​ໂຍ​ບາຍ​ໃຫ້​ສົມ​ບູນ​ແບບ, ບາງ​ນະ​ໂຍ​ບາຍ​ຍັງ​ບໍ່​ທັນ​ຮັດ​ກຸ່ມ, ບໍ່​ທັນ​ເໝາະ​ສົມ, ບໍ່​ທັນ​ການ. ອີກ​ສາຍ​ເຫດ​ຫນຶ່ງນັ້ນ​ແມ່ນ ຮູບ​ແບບ, ການ​ຈັດ​ຕັ້ງ, ກົນ​ໄກ​ປະ​ຕິ​ບັດ​ບົດ​ບາດ​ຫນ້າ​ທີ່​ຂອງ​ເຈົ້າ​ຂອງ​ກຳ​ມະ​ສິດ​ລັດ​ຍັງ​ກະ​ແຈກ​ກະ​ຈາຍ.

ຕໍ່​ຫນ້າ​ຄວາມ​ຈິງ​ດັ່ງ​ກ່າວ​ໄດ້​ວາງ​ອອກຄຳ​ຮຽກ​ຮ້ອງ 3 ປະ​ການ ກ່ຽວ​ກັບ​ການ​ສ້າງ​ໂຄງ​ປະ​ກອບ​ລັດ​ວິ​ສາ​ຫະ​ກິດ​ຄືນ​ໃຫມ່. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຊີ້​ແຈ້ງວ່າ:

        “ຄວນ​ສ້າງ​ກຳ​ລັງ​ຫນູນ​ຢ່າງ​ແຮງ​ໃນ​ການ​ຊຸກ​ຍູ້​ການ​ຫັນ​ເປັນ​ຫຸ້ນ​ສ່ວນ ແລະ ສ້າງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ແກ້ງ​ແຍ້ງ​ທັງ​ຢູ່​ຕະ​ຫລາດ​ສົ້ນ​ເຂົ້າ ແລະ ສົ້ນ​ອອກ ໃນ​ການ​ເຄື່ອນ​ໄຫວ​ຂອງ​ລັດ​ວິ​ສາ​ຫະ​ກິດ. ຄຳ​ຮຽກ​ຮ້ອງ​ທີ 2,  ຈຳ​ນວນ​ລັດ​ວິ​ສາ​ຫະ​ກິດຕ້ອງ​ຮັດ​ແຄບກວ່າ, ລັດ​ວິ​ສາ​ຫະ​ກິດ​ແຕ່​ລະ​ແຫ່ງ​ຕ້ອງ​ເຂັ້ມ​ແຂງ ແຕ່​ປະ​ສິ​ດ​ທິ​ຜົນ​ແມ່ນ​ສູງກວ່າ. ທຶນ​ແຫ່ງ​ລັດ​ຕ້ອງ​ໄດ້​ຮັບ​ປະ​ກັນ, ເສີມ​ຂະ​ຫຍາຍ​ຄູນ​ປະ​ໂຫຍດ​ເປັນ​ຢ່າງ​ດີກວ່າ. ປະ​ຈຸ​ບັນ ແຫລ່ງ​ທຶນ​ຂອງ​ລັດ​ກວມກ​ອັດ​ຕາ​ສ່ວນ​ສູງ, ໃນ​ຂະ​ນະ​ທີ່​ພວກ​ເຮົາ​ພວມ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ​ຖ້າ​ປະ​ໃຫ້ແຫລ່ງ​ທຶນ​ຍັງ​ຄ້າງ​ຢູ່​ນຳລັດ​ວິ​ສາ​ຫະ​ກິດ ຈະ​ພາ​ໄປ​ເຖິງ​ຫນີ້​ສາ​ທາ​ລະ​ນະ, ຫນີ້​ເສຍ​ເພີ່ມ​ຂຶ້ນ.”

        ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກໍ​ຢືນ​ຢັນ​ວ່າ​: ​ການ​ສ້າງ​ໂຄງ​ປະ​ກອບ​ລັດ​ວິ​ສາ​ຫະ​ກິດ​ຄືນ​ໃຫມ່​ເພື່ອ​ໃຫ້​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ຢ່​າງວ່ອງ​ໄວ, ໝັ້ນ​ທ່ຽງ​ກວ່າ ຂົງ​ເຂດ​ໃດ​ຊື່ງ​ພາກ​ເອ​ກະ​ຊົນ​ປະ​ຕິ​ບັດ​ເປັນ​ຢ່າງ​ດີ ລັດ​ຈະ​ຄ່ອຍ​ໆ​ຖອນ​ຕົວອອກ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ລັດ ຕ້ອງກວມ​ອັດ​ຕາ​ສ່ວນ​ສູງກວ່າ​ໃນ​ບັນ​ດາ​ຂົງ​ເຂດ​ຄື: ການ​ປ້ອງ​ກັນ​ຊາດ, ໄຟ​ຟ້າ, ສະ​ບຽງ​ອາ​ຫານ, ທ​ະ​ນາ​ຄານ.

ຜັນ​ຂະ​ຫຍາຍ 3 ໝວດ​ຫນ້າ​ທີ່

ໃນ​ຄຳ​ຮຽກ​ຮ້ອງ​ໃຫຍ່ 3 ປະ​ການ​ດັ່ງ​ກ່າວ ເພື່ອ​ສ້າງ​ໂຄງ​ປະ​ກອບ​ລັດ​ວິ​ສາ​ຫະ​ກິດ​ຄືນ​ໃຫ​ມ່, ໃນ​ໄລ​ຍະ 2016 -2020, ລັດ​ຖະ​ບານ​ກຳ​ນົດ 3 ໝວດ​ຫນ້າ​ທີ່​ຕົ້ນ​ຕໍ. ທຳ​ອິດ ແມ່ນ​ກຳ​ນົດ​ຂົງ​ເຂດ​ໃດ​ຊື່ງ​ລັດ​​ຄວນ​ຄຸ້ມ​ຄອງ, ຂົງ​ເຂດ​ໃດ​ລັດ​ຄວນ​ຖອນ​ອອກ​ຈາກ. ຕາມນັ້ນ​ແລ້ວ ຂົງ​ເຂດ​​ສາ​ທາ​ລະ​ນະປະ​ໂຫຍດ ແລະ ບາງ​ຂົງ​ເຂດ​ຊື່ງບໍ່​ມີ​ໃຜ​ເຮັດ ຫລື ເປັນ​ຜູກ​ຂາດ, ລັດຄຸ້ມ​ຄອງ ແລະ ມີ​ບົດ​ບາດ​ຄອບ​ງຳ, ສ່ວນ​ບັນ​ດາ​ຂົງ​ເຂດ​ຍັງ​ເຫລືອ ລັດ ຄວນ​ຖອນ​ອອກ​ ຕາມ​ອັດ​ຕາ​ສ່ວນ​ເໝາ​ສົມ ຫລື ຖອນ 100% ເພື່ອ​ໃຫ້​ຕະ​ຫລາດ​ຈັດ​ແບ່ງ​ແຫລ່ງ​ກຳ​ລັງ​ໃຫ້​ມີ​ປະ​ສິດ​ທິ​ຜົນ​ກວ່າ.

ໃນ​ການ​ຫັນ​ເປັນ​ຫຸ້ນ​ສ່ວນ, ຄາດ​ໝາຍ​ສຳ​ຄັນ​ທີ່​ສຸດ ນັ້ນ​ແມ່ນ ຕ້ອງ​ຮັບ​ປະ​ກັນ​ຜົນ​ປະ​ໂຫຍດ​ຢ່າງ​ສູງ​ສຸດ​ໃຫ້​ແກ່​ລັດ, ໝາຍ​ຄວາມ​ວ່າ ຂາຍ​ແມ່ນ​ເໝາະ​ສົມ​ກັບ​ລາ​ຄາ​ຕະ​ຫລາດ​ໃນ​ຈຸດ​ເວ​ລາ​ຈ່າວ​ຂາຍ. ທ່ານ ເຈີນ​ວັນ​ຮຽວ, ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ຢືນ​ຢັນ​ວ່າ:

        “ຄາດ​ໝາຍ​ໃນ​ນະ​ໂຍ​ບາຍນັ້ນ​ແມ່ນ​ການ​ຫັນ​ເປັນ​ຫຸ້ນ​ສ່ວນ​ສຳ​ເລັດ​ຢ່າງ​ສຸດ​ຂີດ ຕາມ​ຫລັກ​ການ​ຕະ​ຫລາດ, ມີ​ຄວາມ​ເປີດ​ເຜີຍ, ໂປ່ງ​ໃສ ແລະ ຮັບ​ປະ​ກັນ​ການ​ຄຸ້ມ​ຄອງ​ດີ​ສຸດ, ຫລີກ​ລ້ຽງ​ການ​ຮ​ົ່ວ​ໄຫລດ້ວຍ​ລະ​ດັບ​ວ່ອງ​ໄວ​ທີ່​ສຸດ.”

        ເພື່ອ​ປະ​ຕິ​ບັດ​ຄາດ​ໝາຍນີ້, ຄວນ​ເຊື້ອ​ເຊີນ​ຜູ້​ໃຫ້​ຄຳ​ປືກ​ສາ​​ຂອງ​ສາ​ກົນ ແລະ ຢູ່​ພາຍ​ໃນ​ປະ​ເທດ​ທີ່​ມີ​ອິດ​ທິ​ພົນ​ຊື່​ສຽງ, ມີ​ລະ​ດັບ​ຄວາມ​ຮູ້​ເຂົ້າ​ຮ່ວມ​ວິ​ວັດ​ການນີ້. ບັນ​ດາ​ວິ​ສາ​ຫະ​ກິດ, ກຸ່ມ​ບໍ​ລິ​ສັດ, ບໍ​ລິ​ສັດ​ໃຫຍ່ ຄວນ​ມີ​ກົນ​ໄກ​ບຸກ​ທະ​ລຸ​ໃນ​ການ​ກຳ​ນົດ​ຈ້າງ​ຜູ້​ໃຫ້​ຄຳ​ປຶກ​ສາ, ກຳ​ນົດ​ມູນ​ຄ່າ​ຂອງວິ​ສາ​ຫະ​ກິດ, ແກ້​ໄຂ​ບ້ວງ​ຫນີ້, ວິ​ທ​ີ​ຈ່າ​ວ​ຂາຍ​ຕາມ​ທິດ​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ສູງ​ສຸດໃຫ້​ແກ່​ລັດ, ນັບ​ທັງ​ເຄື່ອງ​ໝາຍ​ການ​ຄ້າ. ໄປ​ຄຽງ​ຄູ່​ກັນ​ນັ້ນ ໃນ​ວິ​ວັດ​ການ​ຫັນ​ເປັນ​ຫຸ້ນ​ສ່ວນ ຕ້ອງ​ເພີ່ມ​ທະ​ວີ​ການກວດ​ກາ, ຕິດ​ຕາມກວດ​ກາ, ກວດ​ສອບ ເພື່ອບໍ່​ໃຫ້​ທຶນ​ຂອງ​ລັດ​ຖືກ​ຮົ່ວ​ໄຫລ.

ກ່ຽວ​ກັບ​ຫນ້າ​ທີ່​ການ​ບໍ​ລິ​ຫານພາຍ​ຫລັງ​ຫັນ​ເປັນ​ຫຸ້ນ​ສ່ວນ, ລັດ​ຖະ​ບານ ຮຽກ​ຮ້ອງ​ປະ​ຕິ​ບັດ​ລະ​ບອບ​ຕິດ​ຕາມກວດ​ກາ​ດ້ານ​ການ​ເງິນ​ຢ່າງ​ເຂັ້ມ​ງວດ, ຕີ​ລາ​ຄາ​ການ​ເຄື່ອນ​ໄຫວ​ຢ່າງ​ມີ​ປະ​ສິ​ດ​ທິ​ຜົນ ແລະ ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ດ້ານ​ການ​ເງິນ​ຕ້ອງ​ເປີດ​ເຜີຍ; ເດັດ​ດ່ຽວ ແລະ ແກ້​ໄຂ​ບັນ​ດາ​ວິ​ສາ​ຫະ​ກິດ​ດຳ​ເນີນ​ທຸ​ລະ​ກິດ​ຖືກ​ລຸບ​ທຶນ, ບັນ​ດາ​ໂຄງ​ການ​ລົງ​ທຶນ​ມີ​ປະ​ສິດ​ທິ​ຜົນ​ຕ່ຳ ຕາມ​ກົນ​ໄກ​ການ​ຕະ​ຫລາດ, ເພີ່ມ​ທະ​ວີ​ການ​ຄຸ້ມ​ຄອງ​ຕິດ​ຕາມການ​ກູ້​ຢືມ ແລະ ນຳ​ໃຊ້​ແຫລ່ງ​ທຶນ​ຂອງ​ລັດ​ວິ​ສາ​ຫະ​ກິດ​ຢ່າງ​ແຫນ້ນ​ແຟ້ນ, ເປັນ​ຕົ້ນ​ແມ່ນ​ການ​ກູ້​ຢືມ​ທຶນ​ຂອງ​ຕ່າງ​ປະ​ເທດ, ຈຳ​ກັດ​ການ​ຄ້ຳ​ປະ​ກັນ​ຂອງ​ລັດ​ຖະ​ບານ​ທີ່​ມີ​ຕໍ່​ບ້ວງ​ກູ້​ຢືມ​ໃຫມ່​.

 ເລື່ອງ​ລັດ​ຖະ​ບານ​ກຳ​ນົດ​ສັບ​ຊ້ອນ, ຫັນ​ລັດ​ວິ​ສາ​ຫະ​ກິ​ດ​ເປັນ​ຫຸ້​ນ​ສ່ວນ ນັ້ນ​ແມ່ນ​ຫນ້າ​ທີ່​ດ້ານ​ການ​ເມືອງ​ຈຸດ​ສຸມ​ໃນ​ປີ 2017 ຊີ້​ໃຫ້​ເຫັນ​ວ່າ ຄວາມ​ຕັດ​ສິນ​ໃຈ​ສ້າງ​ການ​ຫັນ​ປ່ຽນ​ໃນ​ຂົງ​ເຂດນີ້​ຂອງ​ລັດ​ຖະ​ບານ. ຜ່ານນັ້ນ ຈະ​ສ້າງ​ບາດ​ກ້າວ​ບຸກ​ທະ​ລຸ, ດຶງ​ດູດ​ບັນ​ດາ​ແຫລ່ງ​ກຳ​ລັງ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ ເຂົ້າ​ຮ່ວມ​ວິ​ວັດ​ການ​ບໍ​ລິ​ຫານ ແລະ ພັດ​ທະ​ນາ​ວິ​ສາ​ຫະ​ກິດ, ສ້າງ​ພື້ນ​ຖານ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົມ ພ້ອມ​ທັງ​ສ້າງ​ການ​ຫັນ​ປ່ຽນ​ໃຫ້​ແກ່​ວິ​ວັດ​ການ​ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​​ຄືນ​ໃຫມ່​ໃນໄລ​ຍະ​ຈະ​ມາ​ເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ