ຍົກສູງມູນຄ່າຜະລິດຕະພັນກະສີກຳຫວຽດນາມ

    ຍົກສູງມູນຄ່າຜະລິດຕະພັນກະສີກຳຫວຽດນາມ - ảnh 1
ສ້າງ​ໂຄງ​ປະກອບ​ຂະ​ແໜງ​ກະ​ສີ​ກຳ​ຄືນ​ໃໝ່ຕາມທິດຍົກສູງມູນຄ່າເພີ່ມ
(ພາບ: new.socbay.com)

     ການ​ສ້າງ​ໂຄງ​ປະກອບ​ການ​ຜະລິດ​ຄືນ​ໃໝ່​ໂດຍ​ສຸມ​ໃສ່​ບັນດາ​ຂະແໜງຜະລິດເປັນ ສິນຄ້າທີ່ມີມູນຄ່າສູງ​ກ່ວາ, ນັ້ນ​ແມ່ນ​ທິດກ້າວ​ເດີນ​ຂອງ​ຂະ​ແໜງ​ກະ​ສີ​ກຳ​ຫວຽດນາມ ​ໃນ​ປີ 2012. ນີ້​ທັງ​ແມ່ນ​ຈຸດໝາຍ​ໄລຍະ​ຍາວ​ຂອງ​ຂະ​ແໜງນັບ​ແຕ່​ນີ້​ຮອດ​ປີ 2020.

    ສະຫຼຸບ​ດ້ານ​ເສດຖະກິດ​ຂອງຫວຽດນາມ​ໃນ​ປີ 2011, ກະ​ສີ​ກຳ​ໄດ້​ຮັບ​ຖື​ວ່າ​ແມ່ນ​ຈຸດ​ສະຫວ່າງສະ​ໄຫວ​ທີ່​ສຸດ​ດ້ວຍ​ບັນດາ​ຕົວ​ເລກ​ທີ່​ໜ້າ​ປະ​ທັບ​ໃຈ. ຍອດ​ປະລິມານ​ການ​ຜະລິດ​ສະບຽງອາຫານ​ບັນລຸ 42 ລ້ານ​ໂຕນ, ການ​ສົ່ງ​ອອກ​ເຂົ້າສານ​ບັນ​ລຸ​ກ່ວາ 7 ລ້ານ​ໂຕນ, ຊຶ່ງ​ແມ່ນ​ຕົວ​ເລກ​ສູງ​ສຸດ​ນັບ​ແຕ່​ກອ່ນ​ເປັນ​ຕົ້ນ​ມາ. ມີ​ສິນ​ຄ້າ 4 ປະ​ເພດ​ບັນລຸ​ມູນ​ຄ່າ​ການ​ສົ່ງ​ອອກ ກ່ວາ 3 ຕື້ USD, ວົງ​ເງິນ​ສົ່ງ​ອອກ​ເກີນ​ດູ​ນ ​ແມ່ນ 9,2 ຕຶ້USD, ອັນ​ໄດ້​ປະກອບສ່ວນ​ຫຼຸດຜ່ອນ​ວົງ​ເງິນ​ນຳ​ເຂົ້າ​ເກີຍ​ດູ​ນ​ໃຫ້​ແກ່​ທົ່ວ​ປະ​ເທ​ດ. ​ແຕ່​ໃນ​ຕົວ​ຈິງ, ​ເຖິງ​ວ່າ​ ປະລິມານ​ການ​ຜະລິດສິນຄ້າ​ຂອງ ຂະ​ແໜງ​ກະ​ສີ​ກຳ​​ເພີ່ມ​ຂຶ້ນ​ສູງກໍ​ຕາມ, ​ແຕ່​ມູນ​ຄ່າ​ເພີ່ມ​ຂອງ ຂະ​ແໜງ​ກະ​ສີ​ກຳ​​ພັດ​ພວມ​ມີ​ທ່າ​ອຽງ​ຫຼຸດ​ລົງ. ການ​ເຕີບ​ໂຕ​ດ້ານກະ​ສີກ​ຳ​ໃນ​ໄລຍະ​ທີ່​ຜ່ານ​ມາ, ຕົ້ນ​ຕໍ່​ແມ່ນ​ເລັ່ງ​ໃສ່​ລ່ວງ​ກ້ວາງ​ໂດຍ​ຜ່ານການ​ເພີ່ມ​ເນື້ອ​ທີ່​ປູກຝັງ, ​ເພີ່ມ​ລະ​ດູ​ການ​ຜະ​ລິດ ​ແລະອີງ​ໃສ່​ບັນດາ​ປັດ​ໃຈ​ວັດຖຸ​ສົ້ນ​ເຂົ້າ​ໃຫ້​ແກ່​ການ​ຜະລິດ​ຄື: ​ແຮງ​ງານ, ທຶນ, ວັດຖຸ....ຮູບ​ແບບ​ການ​ເຕີບ​ໂຕ​ດ້ານກະ​ສີ​ກຳ​ໃນ​​ໄລຍະ​ທີ່​ຜ່ານ​ມາ, ພຽງ​ແຕ່​ສາມາດ​ຜະລິດ​ອອກ​ເປັນ​ຈຳນວນ​ຫຼາຍ​​ແລະ ລາຄາ​ຖືກ, ​ແຕ່​ມີ​ມູນ​ຄ່າ​ຕ່ຳ, ປະສິດທິ​ຜົນ​ການ​ນຳ​ໃຊ້​ທີ່​ດິນ ​ແລະ ຊັບພະຍາກອນ​ຍັງ​ບໍ່​ທັນ​ສູງ​ເທຶ່ອ. ຕາມ​ທ່ານ ກາວ​ດຶກ​ຟາດ ລັດຖະມົນຕີ​ກະຊວງ​ກະ​ສີ​ກຳ ​ແລະ ພັດທະນາ​ຊົນນະບົດ ​ແລ້ວ, ນີ້​ແມ່ນ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ໂຄງ​ປະກອບ​ຂອງ ຂະ​ແໜງ​ກະ​ສີ​ກຳ​ ​ແລະ ຄວນ​ມີ​ກຳນົດ​ທິດ​ພັດທະນາ. ​ເພາະສະ​ນັ້ນ, ​ໃນ​ການ ກຳນົດທິດ​ສ້າງ​ໂຄງ​ປະກອບ ຂະ​ແໜງ​ກະ​ສີ​ກຳ​ຄືນ​ໃໝ່, ປະຈຸ​ບັນ, ກະຊວງ​ກະ​ສີ​ກຳ ​ແລະ ພັດທະນາ​ຊົນນະບົດຫວຽດນາມ​ພວມ​ເລັ່ງ​ໃສ່​ຍົກ​ສູງ​ອັດຕາ​ສ່ວນ​ບັນດາ​ຂະ​ແໜງ​ການ​ປູກຝັງ, ລ້ຽງສັດ ​ແລະ ສິນ​ໃນ​ນ້ຳ. ສຳລັບ ການ​ສ້າງ​ໂຄງ​ປະກອບ​ການ​ຜະລິດ​ຄືນ​ໃໝ່ນັ້ນ, ຂະ​ແໜງ​ກະ​ສີ​ກຳ​ຈະ​ຍູ້​ແຮງ​ຮູບ​ແບບ​ການ​ພັດທະນາ​ເສດຖະກິດ​ຄອບຄົວ​ຕາມ​ທິດ​ຜະລິດ​ເປັນ​ສິນຄ້າ​ທີ່​ມີ​ຂອບ​ຂະໜາດ​ໃຫຍ່​ກໍ​ຄື​ປະຕິບັດ​ການ​ຊັບ ຊ້ອນປ່ຽນ​ແປງ​ໃໝ່​ລັດ​ວິ​ສາ​ຫະກິດ​ທີ່​ຂຶ້ນ​ກັບ ກະຊວງ​ກະ​ສີ​ກຳ ​ແລະ ພັດທະນາ​ຊົນນະບົດ​ໃຫ້​ສຳ​ເລັດ​ໃນ​ປີ 2012 . ທ່ານ ກາວ​ດຶກ​ຟາດ ກ່າວວ່າ:

  “ ພວກ​ເຮົາ​ຕ້ອງ​ເຮັດ​ແນວ​ໃດ ​ເພື່ອ​ໃຫ້ການ​ຜະລິດ​ຍັງ​ຄົງ​ສືບ​ຕໍ່​ເພີ່ມ​ຂຶ້ນ, ​ແຕ່​ລາຍ​ຮັບ​ຂອງປະຊາຊົນ​ຕ້ອງ​ເພີ່ມ​ໄວ​ກ່ວາ. ຂ້າພະ​ເຈົ້າ​ສະ​ເໜີ​ວ່າ : ພວກ​ເຮົາ​ຄວນ​ສຸມ​ໃສ່​ຂົງ​ເຂດ​ສິນ​ໃນ​ນ້ຳ, ການ​ລ້ຽງສັດ​ຫຼາຍ​ກ່ວາ ​ແທນ​ທີ່​ສຸມ​ໃສ່​ຂົງ​ເຂດ​ອື່ນໆ. ​ໃນ​ແຕ່ລະ​ຂົງ​ເຂດ, ກໍ​ຕ້ອງ​ຊອກ​ຫາ​ບັນດາ​ແນວ​ປູກ​ສັດລ້ຽງ ທີ່​ມີ​ມູນ​ຄ່າ​ເພີ່ມ​ສູງ​ກ່ວາ​ເພື່ອ​ສຸມ​ໃສ່​ຜະລິດ. ນອກ​ນັ້ນ, ກໍ​ນຳ​ໃຊ້​ວິທະຍາສາດ ​ເທັກ​ໂນ​ໂລ​ຢີສູງ, ນຳ​ໃຊ້​ລະບົບ​ການ​ຜະລິດ​​ໂດຍ​ມີ​ການ​ຢັ້ງຢືນ ​ເພືອສາມາດ​ຜະລິດ​ອອກ​ຜະລິດ​ຕະພັນ​ທີ່​ມີ​ຄຸນ​ນະພາ​ບສູງ​ກ່ວາ ​ແລະ ລາ​ຕາກໍ​ສູງ​ກ່ວາ ”

    ​ໃນ​ຮອບ 10 ປີ​ທີ່​ຈະ​ມາ​ເຖິງ, ຂະ​ແໜງ​ກະ​ສີ​ກຳ​ວາງ​ຈຸດໝາຍ​ບັນລຸ​ການ​ເຕີບ​ໂຕ​ຢ່າງ​ໜ້ອຍ 20%. ດ້ວຍ​​ປະ​ເພດ​ສິນຄ້າ​ທີ່​ມີ​ທ່າ​ແຮງຂອງ​ຫວຽດນາມ​ຄື​ເຂົ້າສານ​ນັ້ນ, ຂະ​ແໜງ​ກະ​ສີ​ກຳ​​ໄດ້​ກຳນົດວ່າ ຈະ​ຫັນ​ມາ​ນຳ​ໃຊ້​ເຄື່ອງ​ກົນຈັກ ​ແລະ ຄວາມ​ກ້າວໜ້າ​ທາງ​ດ້ານ​ເຕັກນິກ​ໃນ​ການ​ຜະລິດ​ເຂົ້າ​ຕາມ​ແບບ​ຍືນ​ຍົ​ງ,ຫຼຸດຜ່ອນ​ຄ່າ​ໃຊ້​ຈາ​ຍ​ໃນ​ການ​ຜະລິດ, ​ເອົາ​ໃຈ​ໃສ່​ເຖິງ​ດ້ານ​ສະມັດ​ທະ​ພາບ ​ແລະ ຄຸນ​ນະພາ​ບ​ເຂົ້າສານ, ທັງ​ເປັນ​ການ​ຮັບປະກັນ​ຄວາມ​ໝັ້ນຄົງ​ດ້ານ​ສະບຽງອາຫານ, ທັງຮັກສາ​ທີ່​ຕັ້ງ​ບົດບາດ​ມ​ແມ່ນ​​ປະ​ເທດ​ສົ່ງ​ອອກ​ເຂົ້າສານ​ແຖວ​ໜ້າ​ຂອງ​ໂລກ. ຕາມ​ນັ້ນ​ແລ້ວ, ສູ້​ຊົນ​ຍົກ​ມູນ​ຄ່າ​ເພີ່ມ​ຂອງ​ເຂົ້າສານ​ສົ່ງ​ອອກ​​ເພີ່ມຕື່ມ 15% ​ໃນ​ປີ 2015 ​ແລະ ​ແຕ່ 20-25% ​ໃນ​ປີ 2020. ຕາມ​ການ​ຄາດ​ຄະ​ເນຂອງ​ບັນດາ​ອົງການ​ສາກົນ, ​ໃນ​ຮອບ​ເວລາ 20-30ປີ​ຂ້າງ​ໜ້າ, ລາຄາ​ຜະລິດ​ຕະພັນ​ກະ​ເສດ​ໃນ​ໂລກ​ຈະສືບ​ຕໍ່​ເພີ່ມ​ຂຶ້ນ​ໄວ​ຍ້ອນ​ຄວາມ​ຕ້ອງການ​ບໍລິ​ໂພ​ກສະບຽງ​ອາຫານ​ເພີ່ມ​ຂຶ້ນ. ​ເລື່ອງສືບຕໍ່​ຂຸດ​ຄົ້ນ​ທ່າ​ແຮງ​ການ​ຜະລິດ​ເຂົ້າສານ​ຫວຽດນາມ​ຍັງ​ຄົງ​ແມ່ນ​ທິດ​ກ້າວ​ເດີ​ນຢ່າງ​ຖືກຕ້ອງ ​ແລະ ຈຳ​ເປັນ.

    ​ໃນ​ຂົງເຂດການ​ລ້ຽງສັດ, ປີ 2012 ຈະ​ຄ່ອຍໆ​ຫັນປ່ຽນ​ຈາກ​ການ​ລ້ຽງສັດ​ຂະໜາດ​ນ້ອຍ, ກະ​ແຈກ​ກະຈາຍ​ມາ​ຂະຫຍາຍ​ການ​ລ້ຽງສັດ​ດ້ວຍ​ຮູບ​ແບບ​ຟາ​ມຕາມ​ແບບ​ອຸດສາຫະກຳ, ນຳ​ໃຊ້​ເທັກ​ໂນ​ໂລ​ຢີສູງ, ຄົ້ນ​ຄ້ວາ​ພັດທະນາ​​ໃນ​ຂອບ​ຂະໜາດ​ພໍດີ, ​ແທດ​ເໝາະ​ກັບ​ຄວາມ​ສາມາດ​ດ້າ​ນການ​ເງິນ, ຄຸ້ມ​ຄອງ ​ແລະ ສິ່ງ​ແວດ​ລ້ອມ, ສົ່ງ​ເສີມ​ຮູບ​ແບບ​ການ​ຜະລິດ​ແບບ​ຄົບ​ວົງ​ຈອນ, ຮ່ວມ​ສຳພັນ​ໃນ​ການ​ຜະລິດ. ທ່ານ ຮ່ວາງ​ກິມຢາ​ວ ຫົວໜ້າ​ກົມ​ລ້ຽງສັດ​ສັງກັດ ກະຊວງ​ກະ​ສີ​ກຳ ​ແລະ ພັດທະນາ​ຊົນນະບົດຫວຽດນາມ​ຖື​ວ່າ:

   “ ຕາມການ​ສະ​ຖີຕິ​ໃນ​ປະຈຸ​ບັນ, ຄາດ​ວ່າ​ມີ​ພຽງ 7,5 ລ້ານ​ຄອບຄົວ​ມີ​ສ່ວນ​ກ່ຽວຂ້ອງ​ເຖິງ​ການ​ລ້ຽງສັດ. ​ໃນ​ໄລຍະ​ປະຈຸ​ບັນ, ພວກ​ເຮົາ​ບໍ່​ອາດ​ປະປ່ອຍ​ໄດ້, ຫາກ​ຕ້ອງ​ນຳ​ພວກ​ເຂົາ​ເຈົ້າ​ເຂົ້າ​ເຄື່ອນ​ໄຫວ​ຄຸ້ມ​ຄອງ​ການ​ຜະລິດ​ຜະລິດ​ຕະພັນ, ຊ່ວຍ​ເຂົາ​ເຈົ້າ​ສ້າງ​ຕັ້ງ​ບັນດາສະຫະກອນ, ໜ່ວຍ, ກອງ, ສະຫະພັນ....​ໃນ​ສາຍສຳພັນ​ນັ້ນ, ກໍ​ຖື​ເອົາ​ບັນດາ​ວິ​ສາ​ຫະກິດ​ເປັນ​ຫົວໜ່ວຍ​ຕົ້ນ​ຕໍ່ ”

    ການ​ກຳນົດ​ທິດ​ສ້າງ​ໂຄງ​ປະກອບ​ປະ​ເພດ​ສິນຄ້າ​ຂອງຂະ​ແໜງ​ກະ​ສີ​ກຳ​ ຍັງ​ຖື​ສິນ​ໃນ​ນ້ຳ​ແມ່ນ​ຂົງ​ເຂດ​ປາຍ​ແຫຼມ​ຄວນ​ສຸ​ມໃສ່ລົງທຶນ. ທາງ​ກະຊວງ​ຈະ​ເອົາ​ໃຈ​ໃສ່​ເຖິງ​ຮູບ​ແບບ​ການ​ລ້ຽງ​ແບບ​ອຸດສາຫະກຳ, ກະ​ເສດ​ສຸມ, ​ໃຫ້​ສະມັດ​ຕະພາບ​ສູງ, ​ເທັກ​ໂນ​ໂລ​ຢີສະອາດ​ຕາມ​ທາດ​ຖານ​ສາກົນ, ນຳ​ໃຊ້​ຢ່າງ​ກ້ວາງ​ຂວາງ, ທ່າ​ແຮງ​ສຸມ​ໃສ່​ກຸ້ງ, ປາ​ຈາ, ຫອຍ​ກີ້, ນຳ​ໃຊ້ເທັກ​ໂນ​ໂລ​ຢີສູງ, ຮັບປະກັນ​ຫຼັກ​ອະນາ​ໄມ​ຄວາມ​ປອດ​ໄພ​ດ້ານ​ອາຫານ.

    ອາດ​ຈະ​ເຫັນ​ໄດ້​ວ່າ: ຕໍ່ໜ້າວິກິດການສະບຽງອາຫານ ​ແລະ ວິທີ​ສັງ​ເກດ​ໃໝ່​ກ່ຽວ​ກັບ​ການ​ພັດທະນານັ້ນ, ກະ​ສີ​ກຳ​ພວມ​ກາຍ​ເປ​ັນຂົງ​ເຂດ​ບໍ່​ພຽງ​ແຕ່​ມີ​ຄວາມ​ສຳຄັນ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ຄວາມ​ດູດ​ດື່ມທີ່​ສຸດ​ໃນ​ແງ່​ມຸມ​ການລົງທຶນ. ຂະ​ແໜງ​ກະ​ສີ​ກຳ​ຫວຽດນາມ​ມີ​ຄວາມ​ສາດ​ບົ່ມ​ຊ້ອນ ​ແລະ ທ່າ​ໄດ້​ປຽບ​ຫຼາຍ​ຢ່າງ ​ເພື່ອ​ນຳ​ມາ​ຊຶ່ງ​ມູນ​ຄ່າ​ດ້ານ​ເສດຖະກິດທີ່​ໃຫຍ່​ຫຼວງກ່ວາ. ​ເພື່ອ​ເຮັດ​ໄດ້​ສິ່ງ​ດັ່ງກ່າວ, ຂະ​ແໜງ​ກະ​ສີ​ກຳ​ພວມ​ມີ​ການ​ການ​ປ່ຽນ​ໃໝ່​ຢ່າງ​ແຂງ​ແຮງ​ກ່ຽວ​ກັບ​ລະບອບ​ລະບຽບ​ການ, ສ້າງ​​ເງື່ອນ​ໄຂ​ທີ່​ດີ​ທີ່​ສຸດ ​ເພື່ອ​ໃຫ້ບັນດາ​ວິ​ສາ​ຫະກິດ​ລົງທຶນ​ເຂົ້າ​ຂົງ​ເຂດ​ກະ​ສີ​ກຳ, ຍູ້​ແຮງ​ມູນ​ຄ່າ​ເພີ່ມ​ຂອງ​ສິນຄ້າ. ​ແລະ ​ສຳຄັນກ່ວາໝູ່​ແມ່ນ​ການ​ປ່ຽນ​ໃໝ່​ຈະ​ສ້າງ​ບັນດາ​ກາລະ​ໂອກາດ​ທີ່​ດີ​ໃຫ້​ແກ່​ຊາວ​ກະ​ສີກ​ອນ​ເພື່ອ​ຍົກ​ສູງ​ລາຍ​ຮັບ. ທ່ານ​ດອກ​ເຕີ ດັ້ງ​ກິມ​ເຊີນ ຫົວໜ້າ​ສະ​ຖາ​ບັນນະ​ໂຍບາຍ ​ແລະ ຍຸດ​ທະ​ສາ​ດພັດທະນາ​ກະ​ສີ​ກຳ​ຊົນນະ​ບົດ ​ເນັ້ນ​ໜັກ​ວ່າ :

   “  ​ໄລຍະ​ທີ່​ຈະ​ມາ​ເຖິງ, ຄວາມ​ທ້າ​ທາຍ​ແມ່ນ​ໃຫຍ່​ຫຼວງ​ທີ່​ສຸດ, ​ແຕ່​ກາລະ​ໂອກາດ​ກໍ​ມີ​ຫຼາຍ​ທີ່​ສຸດ ​ແລະ ​ແມ່ນ​ໂອກາດ​ທີ່​ບໍ່​ເຄີຍ​ມີ​ມາ. ຂ້າພະ​ເຈົ້າ​ເຊື່ອ​ແນ​ວ່າ ຊາວ​ກະ​ສີກ​ອນຫວຽດນາມ​ດ້ວຍ​ທ່າ​ທີ​ຮັບ​ມື​ກັບ​ການ​ຕະຫຼາດ​ຢ່າງ​ຖືກຕ້ອງ, ມີ​ຄວາມ​ຫ້າວຫັນ​ໃນ​ການ​ເຮັດ​ວຽກ ​ແລະ ມີ​ຫົວຄິດ​ປະດິດ​ສ້າງ​ນັ້ນ, ຊາວ​ກະ​ສີກ​ອນຈະ​ເປັນ​ຜູ້​ທຳ​ອິດສາ​ມາດ​ກຳ​ໄດ້​ກາລະ​ໂອກາດ​ນີ້, ​ແລະ ນຳ​ມາ​ຊຶ່ງ​ປະສິດທິ​ຜົນ​ໃຫ້​ແກ່​ປະ​ເທດ​ຊາດ ”

   ດ້ວຍ​ບັນດາ​ວິທີ​ການ​ແກ້​ໄຂ​ຖືກ​ຍັກ​ອອກ​ມາ​ໃນ​ແຜນ​ຮ່າງ​ສ້າງ​ໂຄງ​ປະກອບ​ຂະ​ແໜງ​ກະ​ສີ​ກຳ​ຄືນ​ໃໝ່​ໃນ​ປີ 2012ນັ້ນ, ພວກ​ເຮົາ​ປາດ​ຖະໜາ​ວ່າ ຈະ​ເປັນ​ການ​ສ້າງ​ທ່ວງທ່າ​ໃຫ້​ແກ່ຂະ​ແໜງ​ກະ​ສີ​ກຳ​ພັດທະນາ​ຢ່າງ​ກ້າວ​ກະ​ໂດດ​ຂັ້ນ, ພ້ອມ​ກັນ​ນັ້ນ​ ກໍ​ນຳ​ມາ​ຊຶ່ງ​ບັນດາກາລະ​ໂອກາດ​ເພື່ອ​ຊ່ວຍໃຫ້ຊາວ​ກະ​ສີກ​ອນຍົກ​ສູງ​ລາຍ​ຮັບ, ສາມາດສ້າງຄວາມ​ຮັ່ງມີ​ຢູ່​ບ້ານ​ເກີດ​ເມືອງ​ນອນ​ຂອງ​ຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ