ຍູ້ການເຄື່ອນໄຫວຂອງລັດອິດສະລາມ IS ໃຫ້ຖອຍໄປ : ສິ່ງທ້າທາຍບໍ່ແມ່ນໜ້ອຍ

ໃນ​ໄລຍະເວລາອັນສັ້ນໆເທົ່ານັ້ນ, ລັດອິດສະລາມໂດຍຂະໜານນາມເອງ (IS), ຊຶ່ງ​ແມ່ນ​ອົງການ​ຫົວ​ຮຸນ​ແຮງ ​ໄດ້​ກໍ່​ການ​ຈະລາ​ຈົນຢູ່​ຫຼາຍ​ເຂດ​ທີ່​ກ້ວາງ​ໃຫຍ່​ໃນ​ປະ​ເທດ​ອີຣັກ ​ແລະ ພວມ​ມີ​ສັນຍານ​ເປີດ​ກ້ວາງ​ການ​ເຄື່ອນ​ໄຫວ​ອອກ​ສູ່​ປະ​ເທດ​ເພື່ອນ​ບ້ານ​ໃກ້​ຄຽງ ຊີຣີ. ​ໃນ​ບົດ​ລາຍ​ງານ​ຄັ້ງ​ຫຼ້າ​ສຸດ ປະກາດ​​ເມື່ອ​ວັນ​ທີ 27/8, ສະຫະ​ປະຊາ​ຊາດ​ຢືນຢັນ​ວ່າ ບັນດາ​ມື​ປືນ​ຂອງ IS ມີ​ໂທດ​ກຳ​ສົງຄາມ ​ແລະ ​ໂທດ​ກຳ​ຕ້ານ​ມວນມະນຸດ. ​ເຖິງ​ວ່າ​ປະຊາ​ຄົມ​ໂລກ​ໄດ້​ມີ​ບັນດາ​ການກະທຳ ​ແລະ ປະຕິກິ​ລີ​ຍາ​ໃນ​ເບື້ອງ​ຕົ້ນ​ຕໍ່ໜ້າ​ໄພ​ອັນຕະລາຍ​ຂອງ IS ກໍ​ຕາມ, ​ແຕ່​ການ​ຍູ້​ ​ການ​ເຄື່ອນ​ໄຫວ​ຂອງ ອົງການ​ຫົວ​ຮຸນ​ແຮງນີ້​ໃຫ້ຖອຍ​ໄປ​ນັ້ນ, ​ແມ່ນ​ສິ່ງ​ທີ່​ບໍ່​ງ່າຍ​ດາຍ​ແຕ່​ຢ່າງ​ໃດ​ເລີຍ.

ຍູ້ການເຄື່ອນໄຫວຂອງລັດອິດສະລາມ IS ໃຫ້ຖອຍໄປ : ສິ່ງທ້າທາຍບໍ່ແມ່ນໜ້ອຍ - ảnh 1
ບັນດາມືປືນຂອງລັດອິດສະລາມໂດຍຂະໜານນາມເອງ (ພາບ:AP)

    ປະຊາ​ຄົມ​ໂລກ​ພວມ​ນັບ​ມື້​ນັບ​ມີ​ຄວາມ​ວິຕົກ​ກັງວົນ​ຕໍ່​ໄພ​ນາບ​ຂູ່​ຂອງ IS ພາຍຫຼັງ​ບັນດາ​ການ​ບຸກ​ໂຈມ​ຕີ​ຂອງ​ກຸ່ມ​ນີ້​ໃນ​ບໍລິ​ເວນ​ທົ່ວ​ປະ​ເທດ​ອີຣັກ ​ແລະ ພິ​ເສດ​ແມ່ນ​ກໍລະນີ IS ສັງ​ຫານນັກ​ຂ່າວ​ອາ​ເມ​ລິ​ກາ James Foley ຢູ່​ຊີຣີ. ​ເປັນ​ໜ້າ​ສົນ​ໃຈ​ກວ່າ​ໝູ່ ​ແມ່ນ​ກຳລັງ IS ຢູ່​ຊີຣີ, ​ເປັນຄັ້ງ​ທຳ​ອິດ​ໄດ້​ປັບປຸງ​ການ​ຄວບ​ຄຸມ​ຂອງ​ຕົນ​ສຳລັບທັງ​​ແຂວງ Raqqa ​ໃນ​ພາກ​ເໜືອ, ພາຍຫຼັງ​ທີ່​ໄດ້​ຢຶດ​ເອົາ​ຖານ​ທັບ​ອາກາດ​ຍຸດ​ທະ​ສາດ Al-Tabaqa. ຊຸມ​ມື້​ມໍ່​ໆ​ມານີ້, ກຸ່ມ​ນີ້​ໄດ້​ບຸກ​ເຂົ້າ​ແຂວງ Aleppo ​ແລະ ​ໄດ້​ຄວບ​ຄຸມ​ແຂວງ Deir Ezzor ທີ່​ມີ​ຫຼາຍ​ບໍ່​ນ້ຳມັນ. ບັນດາ​ມື​ປືນ IS ​ໄດ້​ເຂັ່ນຂ້າ, ລອກ​ຈັບ​ຕົວ, ທູບ​ຕີ​ທໍລະມານ, ຄ້າຂາຍ​ຄົນ​ບໍ່​​ແມ່ນ​ເຊື້ອ​ສາຍ​ອາຣັບ ​ແລະ ບໍ່​ແມ່ນ​ຊາວ​ມຸດ​ສະ​ລິ​ມນິກາຍ​ຊັນ​ນີຢູ່​ອີຣັກ, ທຳລາຍ​ບັນດາ​ສະຖານ​ທີ່ວັດທະນະທຳ ​ແລະ ສາສະໜາ. ມີ​ປະຊາ​ຊົນ​ນັບ​ຮ້ອຍ​ຄົນ​ໄດ້​ຖືກ IS ສັງຫານ ​ແລະ ກວ່າ 2.500 ຄົນ​ຖືກ​ລອກ​ຈັບ​ຕົວນັບ​ແຕ່​​ເດືອນ 8 . IS ຍັງ​ບັງຄັບ​ໃຫ້​ເດັກນ້ອຍ​ໄວ 15 ປີ​ຕ້ອງ​ເຂົ້າ​ຖັນ​ແຖວ​ທະຫານ ​ແລະ ນຳ​ໃຊ້​ພວກ​ເຂົາ​ປຽບ​ເໝືອ​ແຜ່ນ​ກຳ​ບັງ.

   ການ​ສ້າງ​ຕັ້ງ​ສຳພັນ​ທະ​ມິດ​ຕ້ານ IS ​ແມ່ນ​ຈຳ​ເປັນ

 ນາຍ​ພົນ Martin Dempsey ປະທານ​ສະພາ​ເສນາ​ທິການ​ກຳລັງ​ທະຫານ​ປະສົມ​ອາ​ເມ​ລິ​ກາ ຖື​ວ່າ ບັນດາ​ມື​ປືນ​ຫົວ​ຮຸນ​ແຮງ​ທີ່​ຂຶ້ນ​ກັບ​ກຸ່ມ IS ​ແມ່ນ​ໄພ​ອັນ​ຕະລາຍ​ນາບ​ຂູ່​ຕໍ່​ຄວາມ​ສະຫງົບ​ໃນ​ພາກ​ພື້ນຕາ​ເວັນ​ອອກ​ໂດຍ​ກົງ​, ​ແຕ່​ຈະ​ກາຍ​ເປັນ​ໄພ​ອັນຕະລາຍ​ນາບ​ຂູ່​ໂດຍ​ກົງ​ຕໍ່​ຄວາມ​ສະຫງົບ​ຂອງ​ບໍ່​ພຽງ​ແຕ່​ອາ​ເມ​ລິ​ກາ​ເທົ່າ​ນັ້ນ, ຫາກ​ຍັງ​ນາບ​ຂູ່​ຕໍ່​ທະວີບ​ເອີ​ລົບ​ອີກ​ດ້ວຍ. ດັ່ງ​ນັ້ນ ການ​ສ້າງ​ຕັ້ງ​ສຳພັນ​ທະ​ມິດ​ຕ້ານ IS ​​ໃນ​ປະຈຸ​ບັນແມ່ນ​ຈຳ​ເປັນ. ຕໍ່ໜ້າ​ຄວາມ​ຈິງ​ດັ່ງກ່າວ, 7ປະ​ເທດ​ຊຶ່ງ​ລວມ​ມີ: ອັງກິດ, ກາ​ນາ​ດາ, ອານ​ບາ​ນີ, ກຣວາດ​ເຕັຍ, ​ແດນ​ໝາກ, ອີ​ຕາ​ລີ ​ແລະ ຝະລັ່ງ ​ໄດ້​ເຫັນ​ດີ​​ເປັນ​ເອກະສັນ ພ້ອມ​ກັບ​ອາ​ເມ​ລິ​ກາ​ສະໜອງ​ອາວຸດ​ໃຫ້​ແກ່​ກຳລັງ​ຊາວ​ Kurd ຢູ່​ພາກ​ເໜືອ​ອີຣັກ​ເພື່ອ​ຕ້ານ​ຄືນ​ບັນດາ​ການ​ບຸກ​ໂຈມ​ຕີ​ຂອງບັນດາ​ມື​ປືນ​ກຸ່ມ ລັດອິດສະລາມໂດຍຂະໜານນາມເອງ IS. ​ໃນ​ຂະນະ​ນັ້ນ, ກະຊວງ​ການ​ຕ່າງປະ​ເທດ​ເຢຍລະ​ມັນ​ໃຫ້​ຮູ້​ວ່າ ປະ​ເທດ​ນີ້​ພວມ​ປຶກສາ​ຫາລື​ກັບ​ອາ​ເມ​ລິ​ກາ ​ແລະ ບັນດາ​ຄູ່​ຮ່ວມ​ມື​ສາກົນ​ອື່ນໆ​ກ່ຽວ​ກັບ​ກໍລະນີ​ມີ​ການ​ກະທຳ​ທາງ​ທະຫານ​ແນ​ໃສ່ IS ຢູ່​ຊີຣີ ​ແຕ່ Berlin ຈະ​ບໍ່​ເຂົ້າ​ຮ່ວມ​ທຸກ​ການ​ແຊກ​ແຊງ​ທາງ​ທະຫານ​ໃດໆ​ຢູ່​ຫັ້ນ. ສ່ວນ​ລັດຖະມົນຕີ​ການ​ຕ່າງ​ປະ​ເທດຝະລັ່ງ Fabius ​ໄດ້​ກະຕຸກ​ຊຸກຍູ້​ທຸກໆ​ປະ​ເທດ​ໃນ​ພາກ​ພື້ນ ​ແລະ ​ອີຣານ ຈົ່ງຮຽງ​ບ່າ​ຮຽງ​ໄຫຼ່​ພ້ອມ​ກັບ​ບັນດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ ທຳ​ການ​ຕໍ່ສູ້​ຕ້ານ​ກຳລັງ​ກະບົດ ລັດອິດສະລາມໂດຍຂະໜານນາມເອງ IS ຊຶ່ງ​ພວມ​ເປັນ​ໄພ​ອັນຕະລາຍ​ຢູ່​ອີຣັກ ​ແລະ ຊີຣີ.

     ທີ່​ສະໜາມຮົບ, ການ​ກະທຳ​ຂອງ IS ຢູ່​ອີຣັກ​ໄດ້​ພາ​ໃຫ້​ອາ​ເມ​ລິ​ກາ​ຕ້ອງ​ດຳ​ເນີນບັນດາ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ຢູ່​ພາກ​ເໜືອ​ອີຣັກນັບ​ແຕ່​ເດືອນ 8. ສ່ວນ​ຢູ່​ປະ​ເທດ​ຊີຣີ, ​ເຮືອບິນ​ອາ​ເມ​ລິ​ກາ​ກໍ​ເລີ່​ມບິນ​ສອດ​ແນມ​ເທິ່ງ​ເຂດ​ນານ​ຟ້າ​ຊີຣີ​ໃນ​ຂະນະ​ທີ່​ກຳລັງ​ກະບົດ IS ພວມ​ຕ້ອງ​ຮັບ​ການບຸກ​ໂຈມ​ຕີທາງ​ອາດ​ຢ່າງ​ດຸ​ເດືອດ​ຫຼາຍ​ຄັ້ງຈາກ​ກອງທັບ​ລັດຖະບານ. ຕາມ​ການ​ປະກາດ​ຂອງ​ອາ​ເມ​ລິ​ກາ, ນັບ​ແຕ່​ວັນ​ທີ 8/8, ບັນດາ​ເຮືອບິນ​ສູ້ຮົບ ​ແລະ ​ເຮືອບິນ​ບໍ່​ມີ​ຄົນ​ຂັບ​ຂອງ​ອາ​ເມ​ລິ​ກາ​ໄດ້​ດຳເນີນ ການບຸກ​ໂຈມ​ຕີທາງ​ອາດ​ນັບ 10 ຄັ້ງ​ທີ່​ແນ​ໃສ່​ກຳລັງ IS.

   ຄວາມ​ຫຍຸ້ງຍາກ​ບໍ່​ແມ່ນ​ໜ້ອຍ.

  ບັນດາ​ເຈົ້າໜ້າທີ່ ​ແລະ ຜູ້​ຊ່ຽວຊານດ້ານ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ຖື​ວ່າ ​ເລື່ອງ IS ບຸກ​ໂຈມ​ຕີ​ອາ​ເມ​ລິ​ກາ ​ແລະ ຝ່າຍ​ຕາ​ເວັນ​ຕົກ ພຽງ​ແຕ່​ແມ່ນ​ບັນຫາ​ວັນ​ເວລາ​ເທົ່າ​ນັ້ນ. ທ່ານ Michael Hayden ອະດີດ​ຜູ້ອຳນວຍການ​ອົງການ​ສືບ​ລາ​ສະການ​ລັບ​ອາ​ເມ​ລິ​ກາ CIA ​ໃຫ້​ຂໍ້​ສັງ​ເກດ​ວ່າ : ການ​ໂບຸກ​ໂຈມ​ຕີ​ຝ່າຍ​ຕາ​ເວັນ​ຕົກ ຈະ​ແມ່ນ​ວິທີ​ເພື່ອ​ໃຫ້ IS ສະ​ແດງ​ຄວາ​ມມັກ​ໃຫຍ່​​ໃຝ່​ສູງ.

     ​ເພາະສະ​ນັ້ນ, ການ​ຕ້ານ IS ​ແມ່ນ​ຮຽກຮ້ອງ​ໃຫ້​ມີ​ຄວາມ​ສາມາດ​ເປັນ​ເອກະ​ພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ປະ​ເທດ. ​ແຕ່​ໃນ​ຕົວຈິງ, ສິ່ງ​ນີ້​ແມ່ນ​ຫຍຸ້ງຍາກ​ພໍ​ສົມຄວນ. ຍົກ​ຕົວຢ່າງ​ຄື ​ໃນ​ວັນ​ທີ 26/8, ວົງ​ການ​ເຈົ້າ​ໜ້າ​ທີ່​ອາ​ເມລິກາ​ໄດ້​ປະຕິ​ເສດຕໍ່​ການ​ຮ່ວມ​ມື​ກັບ Damascus ​ເພື່ອ​ຕ້ານ​ຄືນ IS ຢູ່​ຊີຣີ. ສາຍ​ເຫດ​​ໂດຍ​ໂຄສົກ​ທຳນຽບຂາວ​ ທ່ານ​ Josh Earnest ຍົກ​ອອກ​ມານັ້ນ ​ແມ່ນ​ຍ້ອນ​ອາ​ເມ​ລິ​ກາ​ຖື​ລະບອບ​ຂອງ​ປະທາ​ນາ​ທິບໍດີ Al- Assad ​ແມ່ນ​ໄພ​ນາບ​ຂູ່​ກໍ່​ການ​ຮ້າຍ. ​ໃນ​ຂະນະ​ນັ້ນ, ບັນດາ​ຜູ້​ບັນຊາ​ການ​ກຳລັງ​ທະຫານ​ອາ​ເມ​ລິ​ກາ ພວມ​ວາງ​ອອກ​ບັນດາ​ວິທີ​ການ​ເພື່ອ​ຕ້ານ​ຄືນ IS ຢູ່​ທັງ​ອີຣັກ ​ແລະ ຊີຣີ, ຊຶ່ງ​ລວມທັງ​ບັ້ນ​ບຸກ​ໂຈມ​ຕີ​ທາງ​ອາກາດ. ສ່ວນ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຊີຣີ Walid Muallem ​ໄດ້​ກ່າວ​ເຕືອນ​ວ່າ ຊີຣີບໍ່​ຍອມຮັບ​ບັນດາ​ການ​ບຸກ​ໂຈມ​ຕີ​ທາງ​ທະຫານ​ພຽງ​ລຳພັງ​ຝ່າຍ​ດຽວ​ຂອງ​ອາ​ເມ​ລິ​ກາ​ຫຼື​ບໍ່​ວ່າ​ປະ​ເທດ​​ໃດໆ. ທຸກໆ​ການ​ກະທຳ​ລະ​ເມີດ​ອະທິປະ​ໄຕ​ຂອງ​ຊີຣີຈະ​ຖືກ​ຖື​ວ່າ ​ແມ່ນ​ການ​ຮຸກ​ຮານ.

    ​ເປັນ​ໜ້າ​ວິຕົກ​ກັງວົນ​ກວ່າ​ນັ້ນ, ​ໃນ​ແຈ້ງ​ການ​ຫຼ້າ​ສຸດເມ​ື່ອວັນ​ທີ 28/8, ລັດຖະບານ​ອາ​ເມ​ລິ​ກາ ​ແລະ ອົດ​ສະ​ຕາ​ລີ​ໄດ້​ພ້ອມ​ກັນ​ກ່າວ​​ເຕືອນ​ກ່ຽວ​ກັບ​ສະພາບ​ພົນລະ​ເມືອງ​ຂອງ​ປະ​ເທດ​ຕົນ​ໄປ​ຍັງ​ຊີຣີ ​ເພື່ອ​ເຂົ້າ​ເປັນ​ສະມາຊິກ​ຂອງ​ອົງການ​ກໍ່​ການ​ຮ້າຍ​ແຫ່ງລັດອິດສະລາມໂດຍຂະໜານນາມເອງ IS. ​ເຈົ້າ​ໜ້າ​ທີ່​ທ່ານ​ໜຶ່ງ​ຂອງ​ອາ​ເມລິກາ​ໄດ້​ຍອມຮັບ​ວ່າ ​ໄພ​ນາບ​ຂູ່​ອັນ​ໃຫຍ່​ຫຼວງ​ກວ່າ​ໝູ່​ສຳລັບ​ອາ​ເມ​ລິ​ກາ​ໃນ​ປະຈຸ​ບັນ ​ແມ່ນ​ບັນດາ​ມື​ປືນ​ເຫຼົ້າ​ນັ້ນ ກັບ​ຄືນ​ມາ​ປະ​ເທດ​ເພື່ອ​ດຳ​ເນີນ​ບັນດາ​ການ​ບຸກ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ.

     ​ໃນ​ຂະນະ​ທີ່​ກຳລັງລັດອິດສະລາມໂດຍຂະໜານນາມເອງ IS ພວມ​ເປີດ​ກ້ວາງ​ການ​ສ່ົງ​ຜົນ​ສະທ້ອນ​ຢ່າງ​ບໍ່​ຢຸດ​ຢັ້ງ​ນັ້ນ, ​ເລື່ອງ​ສາກົນ​ຮ່ວມ​ສຳພັນ​ເພື່ອ​ສະ​ກັດ​ກັ້ນ​ບາດກ້າ​ວ​ເດີນ​ຂອງ​ບັນດາ​ມື​ປືນ​ນີ້ ​ແມ່ນ​ຈຳ​ເປັນ​ທີ່​ສຸດ. ​ແຕ່​ຄວາມ​ຈິງ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ປະຕິບັດວຽກ​ງານ​ນີ້​ໃຫ້​ບັນລຸ​ໝາກຜົນ ​ແມ່ນ​ສິ່ງ​ທີ່​ບໍ່​ງ່າຍດາຍ​ແຕ່​ຢ່າງ​ໃດ.

ຕອບກັບ

ຂ່າວ/ບົດ​ອື່ນ