ຍັງຄົງແມ່ນຄວາມໄຝ່ຝັນຢູ່

(vovworld) - ໝາກຜົນ​ແຫ່ງ​ການ​ລົງ​ປະຊາ​ມະຕິ ກ່ຽວ​ກັບ​ຂໍ້​ຕົກລົງ​ສັນຕິພາບ​ທີ່​ມີ​ຄວາມ​ໝາຍ​ປະຫວັດສາດ ​ເຊິ່ງຫາ​ກໍ່​ໄດ້​ຮັບ​ການ​ລົງ​ນາມ​ລະຫວ່າງ​ລັດຖະບານ ​ແລະ ກຳລັງ​ປະກອບ​ອາວຸດ​ປະຕິວັດ ​Colombia (FARC) ​ເມື່ອ​ວັນ​ທີ 26/9 ນັ້ນ, ​ໄດ້​ສ້າງ​ຄວາມ​ຕົກຊະ​ເງີ້​ໃຫ້​ບັນດາ​ຜູ້​ຮັກຫອມ​ສັນຕິພາບ​ອັນຍາວ​ນານ​ຢູ່​ປະ​ເທດ ອາ​​ເມລິ​ກາ​ໃຕ້​ ນີ້, ​ເມື່ອ​ມີກວ່າ 50% ຈຳນວນ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ມີ​ຄວາມຄັດຄ້ານ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ໃນ​ສະຖານະ​ການ​ດັ່ງກ່າວ ​ໄດ້​ປະກົດ​ມີ​ບັນດາສັນຍານ​ທີ່​ຕັ້ງໜ້າ​ຈາກ​ຝ່າຍ​ຕ່າງໆ ​ເພື່ອ​ແນ​ໃສ່​ຮັກສາ​ວິວັດ​ທະນາການ​ສັນຕິພາບ​ຢູ່​ Colombia ​ໄວ້.

ຍັງຄົງແມ່ນຄວາມໄຝ່ຝັນຢູ່ - ảnh 1
ທ່ານປະທານາທິບໍດີ Colombia  Juan Manuel Santos ປ່ອນບັດຢູ່ Bogota, Colombia ໃນວັນທີ 2/10. 
(ພາບ: AFP/TTXVN)


        ວັນ​ທີ 2/10, ຜູ້​ມີ​ສິດ​ເລືອກ​ຕັ້ງ ​Colombia ​ເຂົ້າ​ຮ່ວມ​ການ​ລົງ​ປະຊາ​ມະຕິ ກ່ຽວ​ກັບ​ຂໍ້​ຕົກລົງ​ສັນຕິພາບ ​ເພື່ອ​ເປີດ​ເສັ້ນທາງ​ໃຫ້​ແກ່​ການ​ຢຸດຕິ​ການ​ປະ​ທະ​ກັນ​ດ້ວຍ​ກຳລັງ​ອາວຸດທີ່​ແກ່ຍາວ​ຢູ່​ປະ​ເທດ​ນີ້ມາ​ເປັນ​ເວລາ 52 ປີ. ຕາມ​ ທ່ານ Juan Manuel Santos, ປະທານາທິບໍດີ​ Colombia ​ແລ້ວ, ​ເລື່ອງ​ລົງ​ປະຊາ​ມະຕິ ​ເພື່ອ​ແນ​ໃສ່​ຮັບປະກັນ​ລັກສະນະ​ນິຕິ​ກຳ​ຂອງ​ຂໍ້​ຕົກລົງ​ນີ້. ສິ່ງ​ດັ່ງກ່າວ​ກໍ່​ມີ​ຄວາມ​ໝາຍ​ດຽວ​ກັບ​ເລື່ອງ​ Colombia ຈະ​ມີ​ພື້ນຖານ​ສັນຕິພາບ​ຢ່າງ​ຍາວ​ນານ.

        ກ່ອນ​ໜ້າ​ນັ້ນ, ວັນ​ທີ 24/8, ພາຍຫຼັງ​ ການ​ເຈລະຈາທີ່​ແກ່ຍາວ​ເປັນ​ເວລາ 4 ປີ, ລັດຖະບານ ​Colombia ​ແລະ FARC ຈຶ່ງ​ບັນລຸ​ໄດ້​ຂໍ້​ຕົກລົງ​ສັນຕິພາບ. ຖ້າ​ຫາກ​ວ່າ​ຂໍ້​ຕົກລົງ​ນີ້​ໄດ້​ຮັບ​ການ​ຮັບຮອງ​ເອົາ, ຈະ​ມີມື​ປືນ FARC ​ເກືອບ 8.000 ຄົນ​ຖືກ​ປົດ​ອາວຸດ ​ແລະ ຫຼັງ​ຈາກ​ນັ້ນ​ອົງການ​ນີ້​ຈະ​ເຂົ້າ​ຮ່ວມ​ຊີວິດ​ການ​ເມືອງຢູ່ Colombia ຄື​ພັກ​ການ​ເມືອງ​ຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ. ຫົວໜ້າ​ຄະນະ​ເຈລະຈາ​ຂອງ​ລັດຖະບານ Colombia ທ່ານ Humberto de la Calle ​ໃຫ້​ຂໍ້​ສັງ​ເກດ​ວ່າ, ຂໍ້​ຕົກລົງ​​ໃນ​ວັນ​ທີ 24/8 ​ເຖິງ​ວ່າ​ບໍ່​ສົມ​ບຸນ​ກໍ່ຕາມ, ​ແຕ່​ພັດ​ແມ່ນ​ເສັ້ນທາງ​ດີ​ທີ່​ສຸດ, ​ເພື່ອ​ໃຫ້ “ປະ​ເທດ​ແຫ່ງ​ກາ​ເຟ“ ກ້າວ​ໄປ​ເຖິງ​ອະນາຄົດ​ອັນ​ສົດ​ໄສ​ກວ່າ.

ໝາກຜົນ​ບໍ່​ສາມາ​ດຄາດ​ຄະ​ເນ​​ລ່ວງ​ໜ້າໄດ້

        ບັນດາ​ການ​ຢັ່ງ​ຫາງ​ສຽງ​ໄດ້​ຈັດ​ຕັ້ງກ່ອນ​ການ​ປ່ອນ​ບັດ​ສະ​ແດງ​ໃຫ້​ເຫັນ​ອັດຕາ​ຜູູ້ມີ​ສິດ​ເລ​ືອກຕັ້ງ​ສະໜັບສະໜູນ​ຂໍ​້ຕົກລົງ​ສັນຕິ​ພາບ​ຈະ​ບັນລຸ​ໄດ້​ແຕ່ 55% ຫາ 66% ​ແລະ ອັດຕາ​ຜູ້ບໍ່​ສະໜັບສະໜູນ​ຈະ​​ແມ່ນ​ປະມານ 35%. ສິ່ງ​ດັ່ງກ່າວ​ໝາຍ​ຄວາມ​ວ່າ ຂໍ້ຕົກລົງ​ຈະ​​ໄດ້​ຮັບ​ການ​ຮັບຮອງ​ເອົາຢ່າງງ່າຍ​ດາຍ. ຊ້ຳບໍ່​ໜຳ, ທ່ານ​ປະທາ​ນາ​ທິບໍດີ Juan Manuel Santos ຍັງໃຫ້​ຮູ້​ວ່າ: ລັດຖະບານ​ບໍ່​ມີ​ວິທີ​ການ​ສຳຮອງ. ​ໃນ​ກໍລະ​ນີສາມັນ​ຊົນ​ບໍ່​​ເຫັນ​ດີ​ຕໍ່ເອກະສານ​ໄດ້​ຮັບ​ການ​ລົງ​ນາມ, ຂໍ້​ຕົກລົງ​ຈະ​ຖືກ​ລົບ​ລ້າງ. ຖະ​ແຫຼງການ​ຂອງ​ປະທານາທິບໍດີ ສະ​ແດງ​ໃຫ້​ເຫັນ​ວ່າ: ພັກ​ການ​ເມືອງ​ກຳ​ອຳນາດ​ມີ​ຄວາມເຊື່ອ​ໝັ້ນ​ຢ່າງ​ແນ່​ວ​ແນ່ ​ເຂົ້າ​ໃນ​ການ​ສະໜັບສະໜູນ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຕໍ່​ເອກະສານ​ນີ້. ລັດຖະບານ Colombia ຫວັງ​ວ່າ ພື້ນຖານ​ສັນຕິພາບ​ຈະ​ຊ່ວຍ​ນຳ​ມາ​​ເຊິ່ງການ​ລົງທຶນ​ຢ່າງ​ຫຼວງ​ຫຼາຍ​ໃນ​ຫຼາຍ​ຂົງ​ເຂດ, ​ໃນ​ນັ້ນ​ມີ​ການ​ຂຸດ​ຄົ້ນ​ຄຳ, ນຳ້ມັນກະ​ຊວນ ​ແລະ ກະສິກຳ​ຢູ່​ປະ​ເທດທີ່​ມີ​ພື້ນຖານ​ເສດຖະກິດ​ໃຫຍ່​ອັນ​ດັບ 4 ຂອງ ອາ​ເມ​ລິ​ກາ ລາຕີ​ງ.

        ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ໝາກຜົນ​ຂອງ​ການ​ນັບ​ບັດ​ໄດ້​ເກີດ​ຄວາມ​ຕົກຊະ​ເງີ້​ອັນ​ໃຫຍ່​ຫຼວງ ​​ເມື່ອ​ຜູ້​ມີສິດ​ເລ​ືອກຕັ້ງ Colombia 50,23%  ​ໄດ້​ປະ​ຕິ​ເສດ​ຂ້ໍ​ຕົກລົງ​ສັນຕິພາບ. ຈຳນວນ​ຜູ້​ສະໜັບສະໜູນ​ບັນລຸ​ພຽງ 49,76% ​ເທົ່າ​ນັ້ນ. ຕາມຝ່າຍ​ຄັດ​ຄ້ານ​ແລ້ວ, ດ້ວຍ​ບັນດາ​ຫົວໜ້າ​ເຊິ່ງລວມມີ: ອະດີດ​ປະທານາທິບໍດີ Andres Pastrana ​ແລະ Alvaro Uribe, ​ເຂົາ​ເຈົ້າ​ບໍ່​ຮັບຮອງ​ເອົາ​ຂໍ້​ຕົກລົງ​ສັນຕິພາບ ຍ້ອນ​ວ່າ ຖ້າ​ຫາກ​ເອກະສານ​ນີ້​ມີ​ຜົນ​ສັກສິດ, ມັນ​ຈະ​ຊ່ວຍ​ອະ​ໄພ​ຍະ​ໂທດໃຫ້​​ມື​ປືນ FARC ​ ຫຼາຍ​ຄົນກໍ່​ຄື​ບໍ່​ແກ້​ໄຂ​ການ​ຮົບ​ຕ້ານ​ຢາ​ເສບ​ຕິດ​ໄດ້. FARC ຈະ​ເຂົ້າ​ຮ່ວມ​​ຊີວິດ​ການ​ເມືອງ Colombia ຢ່າງ​ຖືກຕ້ອງ​ຕາມ​ກົດໝາຍຄື​ດັ່ງ​ພັກ​ການ​ເມືອງ​ ​ແລະ ອາດ​ຈະ​ເຂົ້າ​ຮ່ວມ​ການ​ແກ່ງ​ແຍ້​ງ​ໃນການ​ເລືອກ​ຕັ້ງ​ປະທານາທິບໍດີ ​ແລະ ສະພາ​ແຫ່ງ​ຊາດ​ໃນ​ປີ 2018, ​ທີ່ຮັບປະກັນ​ມີ 10 ທີ່​ນັ່ງ​ໃນ​ສະພາ​ແຫ່ງ​ຊາດ​ຮອດ​ປີ 2026. ສຳລັບ​ກຳລັງ​ຄັດ​ຄ້ານ​ແລ້ວ, ສິ່ງ​ດັ່ງ​ກ່າວ​ຍາກ​ທີ່​ຈະ​ຮັບ​ຮູ້​​ໄດ້​ເມື່ອ​ການ​ປະ​ທະ​ກັນ​ດ້ວຍ​ກຳລັງ​ປະ​ກອບ​ອາວຸດ​​ເກີດ​ຂຶ້ນ​​ແຕ່​ປີ 1964 ຢູ່ Colombia ​ໄດ້​ເຮັດ​ໃຫ້ 260.000 ​ຄົນເສຍ​ຊີວິດ ​ແລະ 45.000 ຄົນຖືກ​ຫາຍ​ສາບ​ສູນ ​ແລະ ມີ​ປະມານ 6,9 ລ້ານ​ຄົນ​ຕ້ອງ​ປະລະ​ເຮືອນ​ຊານ​ຂອງ​ຕົນ. ທ່ານ​ອະດີດ​ຮອງປະທານາທິບໍດີ Francisco Santos, ຜູ້​ຄັດຄ້ານ​ຂໍ້​ຕົກລົງ​ສັນຕິພາບ ​ໃຫ້​ຮູ້​ວ່າ: ທ່ານ​ຫວັງ​ວ່າ​ຈະ​ມີ​ຂ້ໍ​ຕົກລົງ​ທີ່ດີ​ກ່ວາ.

​ສືບ​ຕໍ່​ບັນດາ​ຄວາມ​ມານະ​ພະຍາຍາມ​ທີ່​ຍັງ​ບໍ່​ທັນ​ໄດ້​ຮັບ​ຜົນ

        ​ໂດຍ​ບໍ່​ຫົວຊາ​ຕໍ່​ການ​ປະລາ​ໄຊ​ຜ່ານ​ມາ​ຂອງ​ການ​ລົງ​ປະຊາ​ມະຕິ, ​ພາຍຫຼັງ​ໝາກຜົນ​​ຂອງ​ການ​ປ່ອນ​ບັດ​ໄດ້​ຮັບ​ການ​ປະກາດໜຶ່ງ​ວັນ, ທ່ານ​ປະທານາທິບໍດີ Juan Manuel Santos ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ສືບ​ຕໍ່​ບັນດາ​ຄວາມ​ມານະພະ​ຍາ​ຍາມ​ເພື່ອ​ແນ​ໃສ່​ຢຸດຕິການຮົບ​ທີ່​ແກ່ຍາວ​ໃນ​ຕະຫຼອດ 52 ປີ​ຜ່ານ​ມາ. ກ່າວ​ຄຳ​ເຫັນ​ໃນ​ຊ່ອງ​ໂທລະພາບ, ທ່ານ Santos ​ໄດ້​ຖະ​ແຫຼ​ງຈະ​ສື​ບຕໍ່​ຊອກ​ຫາ​ສັນຕິພາບ​ຮອດ​ເວລາ “ສິ້ນ​ສຸດ​​ອາຍຸ​ການ”. ທ່ານ​ປະທານາທິບໍດີ ກໍ່​ໄດ້​ຮຽກຮ້ອງ​ຫົວໜ້າ​ຄະນະ​ເຈລະຈາ Humberto de la Calle ​ແລະ ຂະ​ຫຼວງ​ໃຫຍ່​ສັນຕິພາບ Sergio Jaramillo ກັບ​ຄືນ​ La Habana (ປະ​ເທດ ກູ​ບາ) ​ເພື່ອ​ພົບ​ປະ​ບັນດາ​ການ​ນຳຂອງ FARC. ​ໃນ​ຂະນະ​ນັ້ນ, ກຳລັງ FARC ກໍ່​ໃຫ້​ຄຳ​ໝັ້ນ​ສັນຍາ​ສືບ​ຕໍ່​ບັນດາ​ການ​ເຈລະຈາ​ສັນຕິພາບ​ກັບ ລັດຖະບານ Colombia ​ໃນ​ທັນທີ ​ແລະ ປະກາດ​ເຂົາ​ເຈົ້າ​ຈະ​ຮັກສາ​ຄຳ​ສັ່ງ​ຢຸດ​ຍິງ 2 ຝ່າຍ​ຄື​ດັ່ງວຽກ​ງານ​ທີ່​ຈຳ​ເປັນ​ເພື່ອ​ຫລຸດຜ່ອນ​ຄວາມ​ເຈັບ​ປວດ​ໃຫ້​ແກ່​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍຂອງ ການ​ປະ​ທະ​ກັນ, ທັງ​ແມ່ນ​ການ​ກະທຳ​ສະ​ແດງ​ໃຫ້​ເຫັນ​ຄວາມເຄົາລົບຕໍ່​ຂໍ້​ຕົກລົງທີ່​ໄດ້​ຮັບ​ການ​ລົງ​ນາມ​ກັບ​ລັດຖະບານ​ຂອງ​ປະ​ເທດ​ນີ້.

        ບັນດາ​ການ​ກະທຳ​ສະຫງ່ຽມ​ຄ່ຽມ​ຄົມຂອງ​ລັດຖະບານ Colombia ກໍ່​ຄື​ກຳລັງ FARC ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ປະຊາ​ຄົມ​ສາກົນ. ທ່ານ​ເລຂາທິການ​ໃຫຍ່ ສະຫະ​ປະຊາ​ຊາດ Ban Ki –moon ​ໄດ້​ຢືນຢັນ​ຄືນ​ໃໝ່​ ເຖິງ​ການ​ສະໜັບສະໜູນ​ວິວັດ​ທະ​ນາ​ການ​ສັນຕິພາບຢູ່ Colombia ​ແລະ​ຈະ​ສືບ​ຕໍ່​ມານະ​ພະຍາຍາມ​ພ້ອມ​ກັບປະ​ເທດ ອາ​​ເມລິກາ​ໃຕ້​ນີ້​​ບັນລຸ​ຂໍ້​ຕົກລົງດັ່ງກ່າວ​ໃຫ້​ໄດ້. ທູດ​ພິ​ເສດ Jean Arnault ຂອງ ສະຫະ​ປະຊາ​ຊາດ ຖືກ​​ແຕ່ງ​ຕັ້ງ​ໄປ​ຍັງ ກູ​ບາ ​ເພື່ອ​ພິຈາລະນາ​ຄວາມ​ສາມາດ​ສືບ​ຕໍ່​ການ​ເຈລະຈາ. ບັນດາ​ປະ​ເທດ ອາ​​ເມ​ລິ​ກາ​ໃຕ້ ລ້ວນ​ແຕ່​ຢືນຢັນ​ຈະ​ສະໜັບສະໜູນ​ການ​​ເຈລະຈາ​ສັນຕິພາບ​ຂອງ Colombia.

ຜົນ​ແຫ່ງ​ການ​ລົງ​ປະຊາ​ມະ​ຕີ​ໃນ​ວັນ​ທີ 2/10 ຜ່ານ​ມາ ​ໄດ້​ເຮັດ​ໃຫ້​ຂໍ້​ຕົກລົງ​ສັນຕິພາບ​ຢູ່ Colombia ບໍ່ມີ​ຄວາມ​ແໜ້ນ​ແກ່ນ. ບັນດາ​ສິ່ງທ້າ​ທາຍ​ຕໍ່ເສັ້ນທາງ​ສັນຕິພາບ​ຈະ​ມາ​ເຖິງ​ຂອງ​ປະ​ເທດ​ ອາ​​ເມ​ລິ​ກາ​ໃຕ້​ນີ້ ​ແມ່ນ​ບໍ່​ງ່າຍດາຍ. ບາງ​ເທື່ອ​ຝ່າຍ​ຕ່າງໆ​ຕ້ອງການ​ມີ​ເວລາ​ຕື່ມ​ອີກ 10 ປີ ​ເພື່ອ​ດຳ​ເນີນ​ການ​ເຈລະຈາ​ຄື​ດັ່ງ​ຂໍ້​ສັງ​ເກດ​ຂອງ​ ​ລັດຖະມົນຕີ​ກະຊວງ​ພາຍ​ໃນ Colombia ທ່ານ Juan Fernando Cristo, ​ແຕ່​ສິ່ງ​ດັ່ງກ່າວ​ບໍ່​ອາດ​ດັບ​ມອດ​ຄວາມ​ມານະ​ພະຍາຍາມ​ຂອງ​ຝ່າຍ​ຕ່າງໆ ກໍ່​ຄື​ຄວາມ​ຫວັງ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ທີ່​ສະໜັບສະໜູນ​ຂໍ້​ຕົກລົງ​ຢຸດ​ຍິງ ​ເພື່ອ​ພື້ນຖານ​ສັນຕິພາບ​ອັນ​ຍາວ​ນານ​ຢູ່ Colombia ​ໄດ້.

ຂ່າວ/ບົດ​ອື່ນ