ຍຸດທະສາດການທະຫານໃໝ່ຂອງອາເມລິກາ : ເປີດກ້ວາງບົດບາດປ້ອງກັນຄວາມໝັ້ນຄົງທົ່ວໂລກ

ວັນ​ທີ 1/7 ທີ່​ຜ່ານ​ມາ, ອາ​ເມ​ລິ​ກາ​ໄດ້​ປະ​ກາດ​ເອ​ກະ​ສານ​ກ່ຽວ​ກັບ​ຍຸດ​ທະ​ສາດ​ການ​ທະ​ຫານ​ແຫ່ງ​ຊາດ​ໃໝ່​ໃຫ້​ປີ 2015, ຕາມນັ້ນ​ແລ້ວ, ໄດ້​ເນັ້ນ​ໜັກ​ເຖິງ​ການ​ຫັນ​ປ່ຽນ​ເປົ້າ​ໝາຍ​ຍຸດ​ທະ​ສາດ​ໄປ​ສູ່​ພາກ​ພື້ນ​ປາ​ຊີ​ຟິກ. ເປັນ​ໜ້າ​ສົນ​ໃຈແມ່ນ​ໃນ​ຍຸດ​ທະ​ສາດນີ້, ອາ​ເມ​ລິ​ກາ​ໄດ້​ເນັ້​ນ​ເຖິງ​ບາງ​ປະ​ເທດ​ຄູ່​ແຂ່ງ, ແມ່ນ​ໄພ​ນາບ​ຂູ່​ຕົ້ນຕໍ​ສຳ​ລັບ​ຄວາມ​​ສະ​ຫງົບຂອງ​ອາ​ເມ​ລິ​ກາ. ດັ່ງ​ນັ້ນ, ກອງ​ທັບ​ຂອງ​ປະ​ເທດນີ້​ຄວນ​ແຊກ​ແຊງ​ຢ່າງ​ແຂງ​ແຮງກວ່າ, ແນ​ໃສ່​ຢັ້ງ​ຢືນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ປະ​ເທດ​ມະ​ຫາ​ອຳ​ນາດ​ໃນ​ການ​ຮັບ​ປະ​ກັນ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ, ຄວາມ​ໝັ້ນ​ຄົງ​​ທົ່ວ​ໂລກ.

 

ຍຸດທະສາດການທະຫານໃໝ່ຂອງອາເມລິກາ :  ເປີດກ້ວາງບົດບາດປ້ອງກັນຄວາມໝັ້ນຄົງທົ່ວໂລກ - ảnh 1

ກອງ​ທັບ​ຂອງອາ​ເມ​ລິ​ກາ​ຢັ້ງ​ຢືນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ປະ​ເທດ​ມະ​ຫາ​ອຳ​ນາດ​ໃນ​ການ​ຮັບ​ປະ​ກັນ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ, ຄວາມ​ໝັ້ນ​ຄົງ​​ທົ່ວ​ໂລກ.

    ​ຍຸດ​ທະ​ສາດ​ການ​ທະ​ຫານ​ແຫ່ງ​ຊາດ​ 2015 ຖືກ​ສ້າງ 4 ປີ​ຕໍ່​ຄັ້ງ​ບົນ​ພື້ນ​ຖານ ​ຍຸດ​ທະ​ສາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ແຫ່ງ​ຊາດ​ 2015. ​ຍຸດ​ທະ​ສາດ​ໃໝ່ໄດ້​ຢັ້ງ​ຢືນ​ວ່າ ອາ​ເມ​ລິ​ກາ​ມີ​ພື້ນ​ຖານ​ປ້ອງ​ກັນ​ຊາດ​ດ້ວຍ​ກຳ​ລັງ​ກອງ​ທັບ​ໄດ້​ຮັບ​ການ​ຝຶກ​ແອບ, ປະ​ກອບ​ອາ​ວຸດ​ທັນ​ສະ​ໄໝ​ກວ່າ​ໝູ່​ໃນ​ໂລກ, ໝັ້ນ​ໝາຍ​ເພີ່ມ​ທະ​ວີ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຢູ່​ພາຍ​ໃນ​ປະ​ເທດ, ສ້າງ​ທ່າ​ສະ​ໜາມ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ທົ່ວ​ໂລກ ສາ​ມາດ​ລະ​ດົມກຳ​ລັງ​ແຮງ​ທັງ​ຊາດ, ສະ​ກັດ​ກັ້ນ​ການ​ແຜ່​ຂະ​ຫຍາຍ​ອາ​ວຸດ​ລ້າງ​ຜານ​, ເປັນ​ຕົ້ນ​ແມ່ນ​ອາ​ວຸດ​ນິວ​ເຄຼຍ; ສ້າງ​ຄວາມ​ສາ​ມາດ​ຮັບ​ມື​ໃນ​ທົ່ວ​ໂລກ, ຊົ​ມ​ເຊີຍບັນ​ດາ​ປະ​ເທດ​ໃຫຍ່​ທີ່​ພວມ​ພົ້ນ​ເດັ່ນ​ຂຶ້ນ, ແຕ່​ກ່າວ​ເຕືອນ​ພ້ອມ​ແລ້ວ​ທີ່​ຈະ​ສະ​ກັດ​ກັ້ນ​ບັນ​ດາ​ຄູ່​ແຂ່ງ​ທີ່​ຊ້ອນ​ແຝງ​ຄວາມ​ເປັນ​ອັນ​ຕະ​ລາຍ. ພ້ອມ​ກັນ​ນັ້ນ, ຍຸດ​ທະ​ສາດ​ດັ່ງ​ກ່າວ , ກໍ​ໄດ້​ກ່າວ​ເຕືອນ​ບັນ​ດາ​ສິ່ງ​ທ້າ​ທາຍ​ທີ່​ນັບ​ມື້​ນັບ​ເພີ່ມ​ທະ​ວີ​ຂຶ້ນ​ໃນ​ສະ​ພາ​ວະ​ທີ່​ໂລກ​ມີ​ການ​ຜັນ​ແປຫຼາຍ​ຢ່າງ.

    ເປີດ​ກ້​ວາງ​ບົດ​ບາດ​ປ້ອງ​ກັນ​ຄວາມ​ໝັ້ນ​ຄົງ​​ທົ່ວ​ໂລກ

 ​ຍຸດ​ທະ​ສາດ​ການ​ທະ​ຫານ​ແຫ່ງ​ຊາດ​ 2015 ໂດຍ​ທຳ​ນຽບ 5 ແຈ​ປະ​ກາດ​ເມື່ອ​ວັ​ນ​ທີ 1/7, ເຖິງວ່າ​ໄດ້​ເນັ້ນ​ໜັກ​ວ່າ ອາ​ເມ​ລິ​ກາ​ແມ່ນ​ປະ​ເທດ​ທີ່​ມີ​ທ່າ​ແຮງ​ທາງ​ດ້າ​ນ​ເຕັກ​ໂນ​ໂລ​ຢີ, ພະ​ລັງ​ງານ, ປະ​ເທດພັນ​ທະ​ມິດ, ແຕ່​ເອ​ກະ​ສານນີ້ ກໍ​ຍອມ​ຮັບ​ວ່າ ບັນ​ດາ​ທ່າ​ດີນີ້ ກໍ​ພວມ​ຢືນ​ຢູ​ຕໍ່​ໜ້າ​ສິ່ງ​ທ້າ​ທາຍ​ນາໆ​ປະ​ການ.

    ​ຍຸດ​ທະ​ສາດ​ການ​ທະ​ຫານ 2015 ມີຫຼາຍ​ຈຸດ​ໃໝ່​ເມື່ອ​ທຽບ​ໃສ່ ​ຍຸດ​ທະ​ສາດ​ການ​ທະ​ຫານ​ 2011 ແລະ ຕາມ​ການ​ໄຈ້​ແຍກ​ຂອງ​ບັນ​ດາ​ຜູ້​ຊ່ຽວ​ຊານ​ການ​ທະ​ຫານ​ອາ​ເມ​ລິ​ກາ​ແລ້ວ, ການ​ປ່ຽນ​ແປງ​ເຫຼົ້າ​ນັ້ນ, ແມ່ນ​ເພື່ອ​ແນ​ໃສ່​ຕອບ​ສະ​ໜອງ​ສະ​ພາບ​ການ​ໂລກ​ທີ່​ພວມ​ມີ​ການ​ຜັນ​ແປຫຼາຍ​ຢ່າງ​ໃນ​ປະ​ຈຸ​ບັນ. 1 ໃນ​ບັນ​ດາ​ຈຸດ​ໃໝ່​ຂອງ ​ຍຸດ​ທະ​ສາດ​ນີ້, ນອກ​ຈາກ​ບັນ​ດາ​ປັດ​ໄຈ​ທີ່ບໍ່​ຂຶ້ນ​ກັບ​ປະ​ເທດ​ໃດ  ​ເຊ່​ັນ ອົງ​ການກໍ່​ການ​ຮ້າຍ​ຫົວ​ຮຸນ​ແຮງນັ້ນ, ປັດ​ໄຈ “ປະ​ເທດ​ຄູ່​ແຂ່ງ” ໄດ້​ຖືກ​ອາ​ເມ​ລິ​ກາ​ຊີ້​ແຈ້ງ​ເຖິງ, ໃນ​ນັ້ນ, ລັດ​ເຊຍ ແລະ ຈີນ​ຖືກ​ຈັດ​ຢູ່​ແຖວ​ໜ້າ​ຂອງ​ບັນ​ຊີ​ລາຍ​ຊື່ນີ້.ຕາມບ​ົດ​ລາຍ​ງານນີ້, ລັດ​ເຊຍ​ຖືກ​ກ່າວ​ຫາວ່າ ໄດ້​ລະ​ເມີດ​ຂໍ້​ຕົກ​ລົງ​ກັນຫຼາຍ​ສະ​ບັບ, ໃນ​ນັ້ນ ເປັນ​ທີ່​ຈະ​ແຈ້ງ​ທີ່​ສຸດ ແມ່ນ​ສົນ​ທິ​ສັນ​ຍາ ລູກ​ສອນ​ໄຟ​ໄລ​ຍະ​ກາງ. ກ່ຽວ​ກັບ​ຈີນ, ບົດ​ລາຍ​ງານ​ຍຸດ​ທະ​ສາດ​ໃໝ່​ຂອງ​ອາ​ເມ​ລິ​ກາ ໄດ້​ຊີ້​ແຈ້ງ​ເຖິງ​ບັນ​ດາ​ການ​ກະ​ທຳ​ຂອງ​ປັກ​ກິງ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ, ພວມ​ເຮັດ​ໃຫ້​ພາກ​ພື້ນ​ອາ​ຊີ​-ປາ​ຊີ​ຟິກ​ເພີ່ມ​ຄວາມ​ເຄັ່ງ​ຕຶງ​ຂຶ້ນ​ຕື່ມ. ຖະ​ແຫຼງ​ການ​ທວງ​ເອົາ​ອະ​ທິ​ປະ​ໄຕ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ເກືອບ​ທັງ​ໝົດ​ຂອງ​ຈີນ ໄດ້​ລະ​ເມີດ​ບັນ​ດາ​ຂໍ້​ກຳ​ນົດ ແລະ ກົດ​ໝາຍ​ສາ​ກົນ. ພ້ອມ​ກັນ​ນັ້ນ, ໃນ​ຂະ​ນະ​ທີ່​ປະ​ຊາ​ຄົມ​ໂລກ​ພວມ​ຮຽກ​ຮ້ອງ​ປັກ​ກິງ​ແກ້​ໄຂ​ຄວາມ​ເຄັ່ງ​ຕຶງ​ດ້ວຍ​ວິ​ທີ​ຮ່ວມ​ມືນັ້ນ, ປັກ​ກິງ​ໄດ້​ຕອບ​ໂຕ້​ຄືນ​ດ້ວຍ​ບັນ​ດາ​ການ​ເຄຶ່ອນ​ໄຫວ​ບູ​ລະ​ນະ, ເປີດ​ກ້​ວາງ​ການກໍ່​ສ້າງ, ຫວັງ​ນຳ​ໃຊ້​ບັນ​ດາ​ທີ່​ຕັ້ງ​ຍຸດ​ທະ​ສາດ​ຢູ່​ ທະ​ເລ​ຕາ​ເວັນ​ອອກ​ເພື່ອ​ຈຸດ​ປະ​ສົງ​ການ​ທະ​ຫານ.

   ດັ່ງ​ນັ້ນ, ​ຍຸດ​ທະ​ສາດ​ການ​ທະ​ຫານ​ແຫ່ງ​ຊາດ​ 2015 ໄດ້​ຊີ້​ແຈ້ງວ່າ ອາ​ເມ​ລິ​ກາ​ຈະ​ຕັ້ງ​ໜ້າ​ພັດ​ທະ​ນາ​ບັນ​ດາ​ສາຍ​ພົວ​ພັນ​ກັບ​ປະ​ເທດ​ພັນ​ທະ​ມິດ​ເພື່ອ​ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ສັນ​ຕິ​ພ​າບ, ເນັ້ນ​ໜັກ​ເຖິງ​ການ​ພົວ​ພັນ​ກັບ​ກຸ່ມ​ NATO , ຍີ່​ປຸ່ນ, ສ.ເກົາຫຼີ, ອົດ​ສະ​ຕາ​ລີ ແລະ ສືບ​ຕໍ່​ຍູ້​ແຮງ​ຍຸດ​ທະ​ສາດ​ຫັນ​ທິດ​ໄປ​ສູ່​ອາ​ຊີ, ເພີ່ມ​ທະ​ວີ​ບັນ​ດາ​ອາ​ວຸດ​ຍຸດ​ທະ​ພັນ ພ້ອມ​ກັບ​ກຳ​ລັງ​ຕ່າງໆ​ໃຫ້​ແກ່​ພາກ​ພື້ນ​ຍຸດ​ທະ​ສາດນີ້.

     ຫັນ​ທິດ​ຍຸດ​ທະ​ສາດ​ຈຸດ​ສຸມ

  ຖ້າ​ວ່າ ບັນ​ດາ​ຍຸດ​ທະ​ສາດ​ການ​ທະ​ຫານ​ກ່ອນນີ້​ໄດ້​ຢັ້ງ​ຢືນ ຈຸດ​ສຸມ​ຂອງ​ອາ​ເມ​ລິ​ກາ​ແມ່ນ​ຂົງ​ເຂດຫຼັງສະ​ຫະ​ພາບ​ໂຊ​ຫວຽດ​ນັ້ນ, ໃນ​ວັນ​ນີ້, ອາ​ຊີ​-ປາ​ຊີ​ຟິກ ໄດ້​ກາຍ​ເປັນ​ຈຸດ​ສຸມ​ໃນ​ຍຸດ​ທະ​ສາດນີ້. ບົດ​ລາຍ​ງານຍຸດ​ທະ​ສາດປີ 2011 ໄດ້​ເຕື້ອງ​ເຖິງຍຸດ​ທະ​ສາດ​ຫັນ​ທິດ​ໄປ​ສູ່ ອາ​ຊີ​-ປາ​ຊີ​ຟິກ, ແຕ່​ຕ້ອງ​​ຮອດບົດ​ລາຍ​ງານ ຍຸດ​ທະ​ສາດ​ການ​ທະ​ຫານ​ຄັ້ງ​ນີ້, ໜ້າ​ທີ່​ຂອງກອງ​ທັບ​ອາ​ເມ​ລິ​ກາ​ຈຶ່ງ​ໄດ້​ຮັບ​ການ​ກຳ​ນົດ​ລະ​ອຽດ​ຕາມ​ທິດ​ເປີດ​ກ້​ວາງກວ່າ​ເກົ່າ. ບໍ່​ພຽງ​ແຕ່​ສະ​ກັດ​ກັ້ນ​ບັນ​ດາ​ການ​ບຸກ​ໂຈມ​ຕີ​ຢ່າງກະ​ທັນ​ຫັນ, ຮັບ​ປະ​ກັນມີ​ທ່າ​ດີຫຼາຍກວ່າ​ຄູ່​ຕໍ່​ສູ້​ເທ່ົານັ້ນ, ຍຸດ​ທະ​ສາດ​ໃໝ່ຍັງ​ເນັ້ນ​ໜັກ​ເຖິງການ​ເປີດ​ກ້​ວາງ​ເປົ້າ​ໝາຍ​ຮັບ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ໃຫ້​ທັງ​ບັນ​ດາ​ຄູ່​ຮ່ວມ​ມື ແລະ ປະ​ເທດ​ທີ່ບໍ່​ແມ່ນ​ພັດ​ທະ​ມິດ ແຕ່​ມີຜົນ​ປະ​ໂຫຍດຍຸດ​ທະ​ສາດຮ່ວມ​ກັບ​ອາ​ເມ​ລິ​ກາ.

     ທີ່​ເວ​ທີ​ປາ​ໄສ​ສາ​ກົນ​ປະ​ຈຳ​ປີ​ກ່ຽວ​ກັບ​ຄວ​າມ​ໝັ້ນ​ຄົງ​ຢູ່ອາ​ຊີ​-ປາ​ຊີ​​ຟິກ ເມື່ອມໍ່ໆ​ມານີ້, ຜູ້​ນຳ​ທຳ​ນຽບ 5 ແຈ ໄດ້​ຢືນ​ຢັນ ຄວາມ​ຕັດ​ສິນ​ໃຈ​ຂອງ​ທຳ​ນຽບ​ຂາວ ເພື່ອ​ສ້າງ​ບັນ​ຍາ​ກາດແຫ່ງ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ກັນ​ໃນ​ການ​ພົວ​ພັນ​ລະ​ຫວ່າງ​ອາ​ເມ​ລິ​ກາ ກັບ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ, ໜູນ​ຊ່ວຍ​ບັນ​ດາ​ປະ​ເທດ​ເຫຼົ່າ​ນັ້ນ ແກ້​ໄຂ​ບັນ​ດາ​ບັນ​ຫາ​ຂອງ​ເຂົາ​ເຈົ້າ ແລະ ຮັບ​ປະ​ກັນ​ສະ​ຖຽນ​ລະ​ພາບ ແລະ ຄວາມ​ໝັ້ນ​ຄົງ​ບົນ​ດິນ​ແດນ​ປະ​ເທດ​ເຫຼົ່ານັ້ນ.

     ໃນ​ສະ​ພາ​ວະ​ທີ່​ປະ​ເທດ​ຈີນ​ພວມ​ຟື້ນ​ຕົວ​ຢ່າງ​ແຂງ​ແຮງ, ເລື່ອງ​ອາ​ເມ​ລິ​ກາ​ຫັນ​ຍຸດ​ທະ​ສາດ​ຈຸດ​ສຸມ​ໄປ​ສູ່ພາກ​ພື້ນອາ​ຊີ​-ປາ​ຊີ​ຟິກ ແມ່ນ​ສິ່ງ​ທີ່ບໍ່​ມີ​ຫຍັງ​ປະຫຼາດ​ໃຈ. ຫວນ​ຄືນຍຸດ​ທະ​ສາດ​ການ​ທະ​ຫານ​ຂອງ​ອາ​ເມ​ລິ​ກາ​ປີ 2015 ແມ່ນ​ອາດ​ຈະ​ເຫັນ​ແຈ້ງກ່ຽ​ວກັບ​ສິ່ງທີ່​ອາ​ເມ​ລິ​ກາ​ຍາມ​ໃດ​ກໍ​ຫວັງ​ຢາກຢັ້ງ​ຢືນ​ທີ່​ຕັ້ງ​ບົດ​ບາດ​ຂອງ​ປະ​ເທດ​ມະ​ຫາ​ອຳ​ນາດ​ເບີ​ໜຶ່ງ, ບໍ່​ພຽງ​ແຕ່​ທາງ​ດ້າ​ສນ​ເສດ​ຖະ​ກິດ​ເທົ່າ​ນັ້ນ, ຫາກ​ຍັງ​ນັບ​ທັງ​ດ້ານ​ການ​ທະ​ຫານ, ພິ​ເສດ​ແມ່ນ​ກຳ​ລັງ​ບົ່ມ​ຊ້ອນ​ດ້ານ​ປ້ອງ​ກັນ​ຊາດ​ອີກ​ດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ