ຍຸດທະສາດຄວາມໝັ້ນຄົງໃຫມ່ຂອງ ອາເມລິກາ ຢູ່ ອາບການິສະຖານ

(VOVWORLD) -ວັນທີ 22 ສິງຫາ ຜ່ານມາ, ທ່ານປະທານາທິບໍດີ ອາເມລິກາ  Donald Trump ໄດ້ປະກາດຍຸດທະສາດໃຫມ່ຂອງປະເທດນີ້ ຢູ່ ອາບການິສະຖານ. ຍຸດທະສາດການປ້ອງກັນຄວາມໝັ້ນຄົງໃຫມ່ສະບັບທຳອິດກ່ຽວກັບສະຖານທີ່ຮ້ອນເຮັ່ງຢູ່ ອາຊີໃຕ້ ນັບແຕ່ເມື່ອທ່ານ Donald Trump ຂຶ້ນກຳອຳນາດ ສ່ວນຫລາຍແມ່ນສຸມໃສ່ຄວາມມານະພະຍາຍາມຕ້ານການກໍ່ການຮ້າຍ ພ້ອມທັງສືບຕໍ່ຫນູນຊ່ວຍ ລັດຖະບານ ອາບການິສະຖານ ແລະ ຊ່ວຍປະຊາຊົນປະເທດນີ້ ເປັນເຈົ້າຂອງອະນາຄົດຂອງຕົນ. ຈຸດປະສົງຂອງຍຸດທະສາດແມ່ນຈະແຈ້ງແລ້ວ ແຕ່ປະສິດທິຜົນຄືແນວໃດຈຶ່ງແມ່ນສິ່ງສຳຄັນ ເມື່ອຕົວຈິງໄດ້ສະແດງໃຫ້ເຫັນບັນດາຄວາມມານະພະຍາຍາມເພື່ອແກ້ໄຂສົງຄາມທີ່ແກ່ຍາວໃນເວລາ 16 ປີຜ່ານມາ ຢູ່ ອາບການິສະຖານ ເວົ້າສະເພາະ ແລະ ບັນດາຈຸດໝາຍອື່ນຂອງ ອາເມລິກາ ຢູ່ ພາກພື້ນ ອາຊີໃຕ້ ເວົ້າລວມ ຍັງບໍ່ທັນບັນລຸໝາກຜົນຄືດັ່ງຄວາມມຸ່ງຫວັງ.
ຍຸດທະສາດຄວາມໝັ້ນຄົງໃຫມ່ຂອງ ອາເມລິກາ ຢູ່ ອາບການິສະຖານ - ảnh 1 ທ່ານປະທານາທິບໍດີ ອາເມລິກາ Donald Trump

ຄຳຖະແຫລງກ່ຽວກັບຍຸດທະສາດຄວາມໝັ້ນຄົງໃຫມ່, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຢືນຢັນວ່າ: ທ່ານເອງໄດ້ຄົ້ນຄວ້າກ່່ຽວກັບສະພາບການຢູ່ ອາບການິສະຖານ ຢ່າງລະອຽດ ແລະ ຈາກທຸກແງ່ມູມແລ້ວ. ກຳລັງທະຫານ ອາເມລິກາ ຢູ່ ອາບການິສະຖານ ຈະຍາດໄດ້ໄຊຊະນະ ແລະ ຈະສະກັດກັ້ນເລື່ອງບັນດາມືປືນ ອິດສະລາມ ເຮັດໃຫ້ ອາບການິສະຖານ ແມ່ນ “ແດນສະຫວັນທີ່ມີຄວາມປອດໄພ”, ຈາກນັ້ນເປັນແປ້ນຢັນໃຫ້ບັນດາການບຸກໂຈມຕີເລັ່ງໃສ່ ອາເມລິກາ.

ການເລືອກເຟັ້ນທີ່ບໍ່ອາດປະຕິເສດໄດ້ຂອງທ່ານ Donald Trump

ເລື່ອງຕົກລົງແຊກແຊງການທະຫານເຂົ້າ ອາບການິສະຖານ ໄດ້ຮັບຖືວ່າ ແມ່ນການເລືອກເຟັ້ນທີ່ບໍ່ອາດປະຕິເສດໄດ້ຂອງທ່ານປະທານາທິບໍດີ Donald Trump ເພາະວ່າ ນັບແຕ່ເມື່ອຫາສຽງເລືອກຕັ້ງມາຮອດປະຈຸບັນ, ທ່ານ Donald Trump ບໍ່ຢາກໃຫ້ປະເທດ ອາເມລິກາ ຖືກຕົກສະຫນົມຢູ່ ອາບການິສະຖານຕື່ມອີກ. ປະທານາທິບໍດີ Donald Trump ຍອມຮັບວ່າ “ຕົນເອງມີເຈດຈຳນົງຖອນກຳລັງທະຫານອອກຈາກ ອາບການິສະຖານ ເພາະສົງຄາມຢູ່ປະເທດ ອາຊີໃຕ້ນີ້ໄດ້ສິ້ນເປືອງເງິນເປັນຈຳນວນຫລວງຫລາຍ ແລະ ເຮັດໃຫ້ທະຫານຫລາຍພັນຄົນຖືກເສຍຊີວິດ. ຄວາມວິຕົກກັງວົນຂອງທ່ານ Donald Trump ແມ່ນຖືກຕ້ອງ ເພາະ ນັບແຕ່ເມື່ອທ່ານປະທານາທິບໍດີ George W.Bush ຖະແຫລງ ປຸກລະດົມສົງຄາມຕ້ານກ່ໍ່ການຮ້າຍທີ່ມີຊື່ວ່າ “ບັ້ນຮົບເສລີ” ເພື່ອແນໃສ່ດັບສູນ Al Qaeda ຢູ່ ອາບການິສະຖານ ເມື່ອເດືອນຕຸລາປີ 2001 ມາຮອດປະຈຸບັນແມ່ນ 16 ປີແລ້ວ. ຜ່ານສາມສະໄຫມປະທານາທິບໍດີ ອາເມລິກາ ແລ້ວ, ແຕ່ການປະທະກັນຢູ່ ອາບການິສະຖານ ຍັງບໍ່ທັນມີສັນຍານຢຸດຕິເທື່ອ, ໂດຍບໍ່ຫົວຊາຕໍ່ເລື່ອງ ອາເມລິກາ ໄດ້ສິ້ນເປືອງຈຳນວນເງິນນັບຮ້ອຍໆ ຕື້ USD ແລະ ມີທະຫານອາເມລິກາກວ່າ 2.400 ຄົນຖືກເສຍຊີວິດຢູ່ ສະຫນາມຮົບນີ້.

        ເຖິງຢ່າງໃດກໍຕາມ, ປະທານາທິບໍດີ ອາເມລິກາ ຖືກບັນດາຜູ້ທີ່ປຶກສາຄວາມໝັ້ນຄົງແຫ່ງຊາດເກ້ຍກອມກ່ຽວກັບການເພີ່ມທະວີຄວາມສາມາດຂອງ ອາເມລິກາ ເພື່ອແນໃສ່ສະກັດກັ້ນພວກກະບົດ ຕາລີບານ. ທ່ານກໍ່ຮັບຮູ້ວ່າ ໄພນາບຂູ່ຄວາມໝັ້ນຄົງ ຊື່ງປະເທດ ອາເມລິກາ ພວມປະເຊີນຫນ້າ ຢູ່ ອາບການິສະຖານ ແລະ ທັງພາກພື້ນແມ່ນໃຫຍ່ຫລວງ. ຍິ່ງກວ່ານັ້ນ ຖ້າຫາກບໍ່ສົນໃຈອາບການິສະຖານແມ່ນໝາຍຄວາມວ່າ ອາເມລິກາ ຍອມຮັບການປະລາໄຊໃນຕໍ່ຫນ້າ ແລະ ປະເຊີນຫນ້າກັບໄພໃນໄລຍະຍາວກ່ຽວກັບການກໍ່ການຮ້າຍ ແລະ ພວກຫົວຮຸນແຮງ. ຖ້າຫາກອາເມລິກາ ຖອນກຳລັງທະຫານອອກຈາກປະເທດນີ້, ເຂດດິນແດນສະຫງວນໃຫ້ພວກກໍ່ການຮ້າຍ ແລະ ຫົວຮຸນແຮງ ຍິ່ງສະດວກກວ່າ ເພາະມາຮອດປະຈຸບັນ ຕາລີບານ ຍັງເຄື່ອນໄຫວຢ່າງແຮງ, ຢຶດເອົາຫລາຍເຂດຢູ່ດິນແດນອາບການິສະຖານ ແລະ ປະຕິບັດການບຸກໂຈມຕີຫລາຍຄັ້ງເລັ່ງໃສ່ກຳລັງທະຫານລັດຖະບານ. ມາຮອດປະຈຸບັນ, ກຳລັງທະຫານ ອາບການິສະຖານ ໂດຍ ອາເມລິກາ ຫນູນຫລັງ ພຽງແຕ່ຄວບຄຸມໄດ້ 59,7% ໃນຍອດຈຳນວນ 407 ເມືອງໃນທົ່ວເຂດດິນແດນປະເທດນີ້. ໃນຂະນະນັ້ນ ພາຍຫລັງຖືກບຸກໂຈມຕີຢ່າງລຽນຕິດຢູ່ ອີຣັກ ແລະ ຊີຣີ IS ກໍ່ພວມເຂົ້າສູ່ເສັ້ນທາງປົບຫນີອອກຈາກເຂດດິນແດນນີ້ ແລະ ຊອກຫາບັນດາຖານທີ່ໝັ້ນໃຫມ່, ໃນນັ້ນ ອາບການິສະຖານແມ່ນສະຖານທີ່ສະດວກທີ່ສຸດ.

ຫາງສຽງມີຄວາມສົງໃສ

ເຖິງວ່າ ປະທານາທິບໍດີ Donald Trump ຖະແຫລງຍຸດທະສາດຄວາມໝັ້ນຄົງໃຫມ່ ຢູ່ ອາບການິສະຖານ ນັ້ນແມ່ນຍຸດທະສາດມີການປ່ຽນແປງຢ່າງແຮງ ແຕ່ຫາງສຽງຖືວ່າ ແຜນການນີ້ ຍັງບໍ່ທັນມີຄວາມແຕກຕ່າງປານໃດເມື່ອທຽບໃສ່ຍຸດທະສາດຂອງປະທານາທິບໍດີ B.Obama ຫລືຂອງປະທານາທິບໍດີ G.Bush. ນັບທັງຜູ້ສະຫນັບສະຫນູນວິທີການຂອງທ່ານ Donald Trump ກໍ່ຖືກຫລອກຫລອນ ເພາະ ປະເທດອາເມລິກາ ສືບຕໍ່ຖືກຕົກສະຫນົມ ເມື່ອແຜນການໃຫມ່ບໍ່ມີການຮັບປະກັນໃດເພື່ອໃຫ້ປະເທດ ອາເມລິກາ ອາດຈະຍາດໄຊຊະນະສຸດທ້າຍຢູ່ ສະຫນາມຮົບ ອາບການິສະຖານ. ເຖິງວ່າ ປະທານາທິບໍດີ Donald Trump ເວົ້າວ່າ ຈຸດໝາຍຂອງ ອາເມລິກາ ແມ່ນຍາດເອົາໄຊຊະນະ ແຕ່ທ່ານບໍ່ເວົ້າແຈ້ງວ່າ ນັ້ນແມ່ນໄຊຊະນະຄືແນວໃດ. ກຳລັງ ຕາລີບານ, Al Qaeda ແລະ ອົງການລັດອິດສະລາມ IS ຍອມຈຳນົນ ຫລື ມອບໃຫ້ ຕາລີບານບົດບາດຫນຶ່ງໃນອຳນາດການປົກຄອງ ອາບການິສະຖານ ດ້ວຍເງື່ອນໄຂໃດຫນຶ່ງ. ໃນຍຸດທະສາດນີ້, ດ້ານຫນື່ງ ທ່ານ Donald Trump ເວົ້າວ່າ ຈະບໍ່ກຳນົດເວລາສຸດທ້າຍສຳລັບການຖອນທະຫານອາເມລິກາ ອອກຈາກ ອາບການິສະຖານ ແຕ່ທ່ານບໍ່ອະທິບາຍເປັນຫຍັງພັດມີເຈດຈຳນົງເພີ່ມເຕີມພົນທະຫານນັບພັນໆຄົນໃນໄລຍະຈະມາເຖິງ. ທ່ານ Donald Trump ກໍ່ບໍ່ອະທິບາຍ ເປັນຫຍັງພົນທະຫານນັບພັນໆຄົນນີ້ ອາດຈະເຮັດໄດ້ສິ່ງທີ່ພົນທະຫານປະມານ 100.000 ຄົນ ຢູ່ ອາບການິສະຖານໃນໄລຍະ 2010-2011 ບໍ່ສາມາດປະຕິບັດໄດ້ໃນສະໄຫມປະທານາທິບໍດີ B.Obama. ນອກນັ້ນ ການສົ່ງທະຫານອາເມລິກາເຂົ້າ ອາບການິສະຖານ ຕື່ມອີກ ຈະບໍ່ເຮັດໃຫ້ສະພາບການດີກວ່າເທົ່ານັ້ນ ຫາກຍັງສາມາດເຮັດໃຫ້ສະພາບການຊົ່ວຮ້າຍລົງ ເມື່ອປະເທດນີ້ບໍ່ພຽງແຕ່ເກີດການປະທະກັນແຕ່ 1-5 ຄັ້ງອີກດ້ວຍ. ທ່ານ Donald Trump ກໍ່ຢາກນຳໃຊ້ທຸກເຄື່ອງມືເພື່ອບັນລຸເປົ້າໝາຍ.ເຖິງຢ່າງໃດກໍຕາມ, ງົບປະມານປີ2018 ຊື່ງທ່ານສະເຫນີ ຈະເຮັດໃຫ້ສິ່ງນັ້ນບໍ່ມີຄວາມເປັນໄປໄດ້ ເພາະທ່ານໄດ້ຮຽກຮ້ອງຫລຸດຜ່ອນງົບປະມານໃຫ້ແກ່ກະຊວງການຕ່າງປະເທດ ແລະ ອົງການພັດທະນາສາກົນ ອາເມລິກາ.

ອະດີດ ປະທານາທິບໍດີ G. Bush  ແລະ ອະດີດປະທານາທິບໍດີ B.Obama ລ້ວນແຕ່ຍົກອອກບັນດາວິທີສຳຜັດທີ່ແຕກຕ່າງກັນ ເພື່ອແນໃສ່ຢຸດຕິສົງຄາມທີ່ແກ່ຍາວຢູ່ ອາບການິສະຖານ ແຕ່ໝາກຜົນບໍ່ຄືດັ່ງຄວາມຫວັງ. ໃນການຕີລາຄາທີ່ປະກາດເມື່ອເດືອນພຶດສະພາຜ່ານມາ, ບັນດາອົງການສືບລາຊະການລັບ ອາເມລິກາ ໃຫ້ຂໍ້ສັງເກດວ່າ ສະພາບການຢູ່ ອາບການິສະຖານ ແນ່ນອນວ່າ ຈະຊົ່ວຮ້າຍລົງໃນປີຫນ້າ, ເຖິງວ່າ ອາເມລິກາ ແລະ ບັນດາກຳລັງພັນທະມິດຜັນຂະຫຍາຍພົນທະຫານຕື່ມອີກ. ຄວາມຈິງໃຫ້ເຫັນວ່າ ອາບການິສະຖານ ຈະສືບຕໍ່ແມ່ນບັນຫາເຮັດໃຫ້ອຳນາດການປົກຄອງ ອາເມລິກາ ມີຄວາມວິຕົກວັງວົນໃນໄລຍະຈະມາເຖິງ ແລະ ຄວາມໝັ້ນຄົງ, ສະຖຽນລະພາບ ຍັງຄົງແມ່ນບັນດາຄຳນິຍາມທີ່ເຝີ້ຝັນ ຢູ່ ປະເທດ ອາບການິສະຖານນີ້.

ຕອບກັບ

ຂ່າວ/ບົດ​ອື່ນ