ຍາດ​ແຍ່ງ​ທຸກ​ກາ​ລະ​ໂອ​ກາດ ເພື່ອ​ຊຸກ​ຍູ້​ການ​ຟື້ນ​ຟູ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ

(VOVWORLD) - ສາມັກຄີ, ມີລະບຽບວິໄນ, ປ່ຽນແປງໃໝ່ປະດິດຄິດສ້າງ, ທັນການ, ມີປະສິດທິຜົນ, ຄຸນທາດ, ມີໄຫວພິບ” ແມ່ນຫົວຂໍ້ໃນການບໍລິຫານເສດຖະກິດ - ສັງຄົມ ປີ 2023 ຂອງ ລັດຖະບານ ຫວຽດນາມ. ໂດຍແມ່ນປີສວມບົດບາດສຳຄັນໃນການປະຕິບັດສຳເລັດເປົ້າໝາຍພັດທະນາເສດຖະກິດສັງຄົມໄລຍະ 5 ປີ, ດັ່ງນັ້ນນັບແຕ່ຕົ້ນປີ 2023, ລັດຖະບານ ຫວຽດນາມ ໄດ້ຕັດສິນໃຈແກ້ໄຂຄວາມຫຍຸ້ງຍາກ, ຍາດແຍ່ງກາລະໂອກາດ ເພື່ອຊຸກຍູ້ການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ, ຍູ້ແຮງການສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງຕິດພັນກັບຄວາມເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ແທດຈິງ, ມີປະສິດທິຜົນ.

ຍາດ​ແຍ່ງ​ທຸກ​ກາ​ລະ​ໂອ​ກາດ ເພື່ອ​ຊຸກ​ຍູ້​ການ​ຟື້ນ​ຟູ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ - ảnh 1ທ່ານລັດຖະມົນຕີກະຊວງກໍ່ສ້າງ ຫວຽດນາມ ຫງວຽນແທງງິ (ພາບ: ຫ້ອງວ່າການສະພາແຫ່ງຊາດ)

ປີ 2023, ໃນສະພາບການທີ່ໜ້າທີ່ວຽກງານນັບມື້ນັບຫຼາຍຂຶ້ນ, ຄວາມຮຽກຮ້ອງຕ້ອງການນັບມື້ນັບສູງຂຶ້ນ, ການລໍຄອຍ ແລະ ຄວາມຮຽກຮ້ອງຂອງປະຊາຊົນນັບມື້ນັບໃຫຍ່ຂຶ້ນ, ລັດຖະບານ ຫວຽດນາມ ມານະພະຍາຍາມ, ຕັດສິນໃຈສູງທີ່ສຸດເພື່ອປະຕິບັດ ແຜນການປີ 2023ຢ່າງມີໄຊ, ບັນລຸໄດ້ຜົນງານຫຼາຍຢ່າງທີ່ດີກ່ວາໃນປີ 2022.

ຕັດສິນໃຈກະທຳ ຫັນຄວາມສ່ຽງກາຍເປັນກາລະໂອກາດ

ໃນສະພາບການເສດຖະກິດໂລກ ຍັງຄາດຄະເນວ່າ ຈະມີການຜັນແປຫຼາຍຢ່າງ, ລັດຖະບານກຳນົດຕ້ອງສາມັກຄີ, ມານະພະຍາຍາມ, ຕັດສິນໃຈສູງທີ່ສຸດເພື່ອຮັບມືກັບສະພາບການຢ່າງມີໄຫວພິບ, ມີປະສິດທິຜົນ ຫັນຄວາມສ່ຽງໃຫ້ກາຍເປັນກາລະໂອກາດ.

        ຕາມນັ້ນແລ້ວ, ລັດຖະບານ ຫວຽດນາມ ຈະຍົກສູງຄວາມສາມາດໃນການໄຈ້ແຍກ, ການຄາດຄະເນ, ເປັນເຈົ້າການສ້າງແຜນງານ, ວິທີການຮັບມືຢ່າງມີປະສິດທິຜົນ. ໃນຂົງເຂດເງິນຕາ, ຫວຽດນາມ ສືບຕໍ່ປະຕິບັດນະໂຍບາຍເງິນຕາໃຫ້ແນ່ນອນ, ມີຄວາມເປັນເຈົ້າການ, ມີໄຫວພິບ, ມີປະສິດທິຜົນ. ພ້ອມກັນນັ້ນແມ່ນການສົມທົບກັບນະໂຍບາຍປີການເງິນເປີດກວ້າງ ແລະ ບັນດານະໂຍບາຍຕ່າງໆຢ່າງຄົບຊຸດ ແລະ ຮັດກຸມ, ການຄຸ້ມຄອງບໍລິຫານຢ່າງທັນການ, ມີຄວາມດຸ່ນດ່ຽງ, ເໝາະສົມ, ມີປະສິດທິຜົນລະຫວ່າງອັດຕາແລກປ່ຽນເງິນຕາກັບດອກເບ້ຍ, ລະຫວ່າງ ດອກເບ້ຍ ກັບໄພເງິນເຟີ້; ລະຫວ່າງການຄວບຄຸມໄພເງິນເຟີ້ກັບການຊຸກຍູ້ການເຕີບໂຕເສດຖະກິດ, ເໝາະສົມກັບສະພາບການພຶດຕິກຳຕົວຈິງ.

ກ່າວຄຳເຫັນທີ່ກອງປະຊຸມທາງໄກ ສະຫຼຸບການປະຕິບັດວຽກງານໃນປີ 2022 ແລະ ຜັນຂະຫຍາຍແຜນການໃນປີ 2023ລະຫວ່າງ ລັດຖະບານ ກັບບັນດາທ້ອງຖິ່ນ ທີ່ໄດ້ດຳເນີນໃນວັນທີ 3 ມັງກອນ, ທ່ານນາຍົກລັດຖະມົນຕີ ຫວຽນດາມ ຟ້າມມິງຈິງ ໄດ້ເນັ້ນໜັກເຖິງ ຄຸນນະທາດ, ຄວາມເປັນເຈົ້າການ, ການມີໄຫວພິບ, ການປະດິດຄິດສ້າງໃນການຊີ້ນຳນຳພາບໍລິຫານ, ຍາມໃດກໍ່ຮັບຟັງ ແລະ ມີປະຕິກິລິຍານະໂຍບາຍໂດຍໄວ, ທັນການ, ມີປະສິດທິຜົນ.

        ຕາມທ່ານນາຍົກລັດຖະມົນຕີແລ້ວ, ລັດຖະບານ, ບັນດາກະຊວງ, ຂະແໜງການທ້ອງຖິ່ນພ້ອມກັນເສີມຂະຫຍາຍຈິດໃຈສາມັກຄີ, ເຫັນດີເປັນເອກະພາບ, ຖືຄວາມຫຍຸ້ງຍາກ, ສິ່ງທ້າທາຍເປັນກຳລັງໜູນເພື່ອບືນຕົວຂຶ້ນ. ຍົກສູງຈິດໃຈເພິ່ງຕົນເອງສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ອີງໃສ່ກຳລັງພາຍໃນເປັນຫຼັກ, ກຳລັງ ພາຍນອກແມ່ນຄວາມຈຳເປັນ ແລະ ສຳຄັນ.

        ລັດຖະບານ ຫວຽດນາມ ກໍ່ເຫັນດີເປັນເອກະພາບ ແລະ ຕັດສິນໃຈສຸມໃສ່ແກ້ໄຂບັນດາໜ້າທີ່ເປັນປະຈຳ, ບັນດາບັນຫາຍັງຄົງຄ້າງທີ່ແກ່ຍາວຢ່າງມີປະສິດທິຜົນ, ທັງຮບມືກັບບັນດາບັນຫາຮີບດ່ວນບັງເອີນທີ່ເກີດຂຶ້ນໃນໄລຍະສັ້ນຢ່າງມີປະສິດທິຜົນ, ພ້ອມທັງປະຕິບັດບັນດາໜ້າທີ່, ວິທີການທີ່ມີລັກສະນະພື້ນຖານໃນໄລຍະກາງ ແລະ ໄລຍະຍາວ. ບັນດາກະຊວງ, ຂະແໜງການຈະສຸມໃສ່ແກ້ໄຂຄວາມຫຍຸ້ງຍາກ, ມີບັນດາວິທີການແກ້ໄຂ, ນະໂຍບາຍໜູນຊ່ວຍ ການຜະລິດ, ດຳເນີນທຸລະກິດຢ່າງທັນການ ແລະ ມີປະສິດທິຜົນ, ຮັບປະກັນປະຕິບັດບັນດາເປົ້າໝາຍໃນສະເພາະໜ້າ ແລະ ຍາວນານຢ່າງຄົບຊຸດ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ - ສັງຄົມໂດຍໄວ ແລະ ຍືນຍົງ.

ມີຄວາມເຫັນດີເຫັນພ້ອມແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ

ປີ 2022, ເສດຖະກິດ ຫວຽດນາມ ໄດ້ສ້າງບັນດາຂີດໝາຍສຳຄັນ. ອັດຕາການເຕີບໂຕ GDP ບັນລຸເຖິງ 8,02% ເຊິ່ງແມ່ນລະດັບສູງທີ່ສຸດໃນພາກພື້ນ. ໄດ້ສ້າງສະຖິຕິໃໝ່ຫຼາຍຢ່າງ, ນັບແຕ່ການສົ່ງອອກ - ນຳເຂົ້າຕະຫຼອດຮອດການປ່ອຍເງິນລົງທຶນຈາກຕ່າງປະເທດ… ບັນລຸໄດ້ຜົນງານທີ່ເປັນໜ້າເອກອ້າງທະນົງໃຈດັ່ງກ່າວແມ່ນຄວາມມານະພະຍາຍາມຂອງປະຊາຊົນແຕ່ລະຄົນ, ວິສາຫະກິດແຕ່ລະແຫ່ງ ແລະ ຂອງທົ່ວລະບົບການເມືອງ, ໃນນັ້ນມີຄວາມມານະພະຍາຍາມໃນການບໍລິຫານຄຸ້ມຄອງຂອງ ລັດຖະບານ.

ໂດຍສືບຕໍ່ຜົນງານດັ່ງກ່າວ, ຢູ່ກອງປະຊຸມທາງໄກຂອງລັດຖະບານ ກັບທ້ອງຖິ່ນທີ່ຈັດຂຶ້ນ ວັນທີ 3 ມັງກອນ, ບັນດາຜູ້ແທນລ້ວນແຕ່ຢັ້ງຢືນຄວາມຕັດສິນໃຈ, ໃຫ້ຄຳໝັ້ນສັນຍາສູ້ຊົນເພື່ອໃຫ້ປີ 2023 ບັນລຸໄດ້ຫຼາຍຜົນງານ ແລະ ມີຄວາມກ້າວໜ້າກ່ວາປີ 2022”.

       ຢູ່ກອງປະຊຸມຄັ້ງນີ້, ການນຳບັນດາກະຊວງ, ຂະແໜງການໄດ້ຍົກອອກວິທີການແກ້ໄຂ. ທ່ານລັດຖະມົນຕີກະຊວງກໍ່ສ້າງ ຫວຽດນາມ ຫງວຽນແທງງິ ໃຫ້ຮູ້ວ່າ:

        ຕ້ອງສຸມສິນເຊື່ອເຂົ້າໃນຂົງເຂດບຸລິມະສິດ, ພັດທະນາເຮືອນຢູ່ສັງຄົມ, ເຮືອນຢູ່ກຳມະກອນ, ບັນດາໂຄງການອະສັງຫາລິມະຊັບຮັບປະກັນເງື່ອນໄຂທາງດ້ານນິຕິກຳທີ່ຍັງຄ້າງຄາ ເພື່ອສະໜອງແຫຼ່ງທຶນໃຫ້ແກ່ຕະຫຼາດອະສັງຫາລິມະຊັບອຸດສາຫະກຳໂດຍໄວ; ຍູ້ໄວຄວາມຄືບໜ້າໃນການປະຕິບັດມະຕິເລກທີ 31 ຂອງລັດຖະບານ ກ່ຽວກັບການໜູນຊ່ວຍດອກເບ້ຍ ກູ້ຢືມລົງທຶນກໍ່ສ້າງເຮືອນຢູ່ສັງຄົມ, ປັບປຸງ ຄອນໂດເກົ່າ, ເຊົ່າ, ຊື້ ເຮືອນຢູ່ສັງຄົມ, ເຮືອນຢູ່ຂອງກຳມະກອນ, ສະເໜີໃຫ້ຫຼຸດຜ່ອນ, ໂຈະການເສຍອາກອນໃຫ້ແກ່ວິສາຫະກິດອະສັງຫາລິມະຊັບ ທີ່ປະສົບກັບຄວາມຫຍຸ້ງຍາກ. ຄົ້ນຄ້ວາບັນດາແຫຼ່ງທຶນໄລຍະກາງ, ໄລຍະຍາວໃຫ້ແກ່ຕະຫຼາດອະສັງຫາລິມະຊັບ.

        ສ່ວນທ່ານລັດຖະມົນຕີກະຊວງຄົມມະນາຄົມ ແລະ ຂົນສົ່ງ ຫວຽດນາມ ຫງວຽນວັນທັ໊ງ ໄດ້ປະກອບຄຳເຫັນວ່າ:

        ສຸມໃສ່ປະຕິບັດສຳເລັດເປີດນຳໃຊ້ບາງໂຄງການ, ບັນດາກິດຈະການໂຄງການຈຸດສຸມ ໃຫ້ຖືກຕ້ອງກັບຄວາມຄືບໜ້າ, ຮັບປະກັນຄຸນນະພາບ ເປັນຕົ້ນແມ່ນໂຄງການຂຶ້ນກັບໂຄງການເສັ້ນທາງຄວາມໄວສູງ ເໜືອ - ໃຕ້, ແລະ ຮັບປະກັນຄວາມຄືບໜ້າຂອງບັນດາໂຄງການກໍ່ສ້າງທ່າອາກາດສະຍານ ສາກົນ ລອງແທັງ ໄລຍະທີ 1…ສ້າງແຜນການລົງທຶນ ແລະ ຈັດແບ່ງແຫຼ່ງເງິນລົງທຶນທີ່ມີຈຸດສຸມ, ລະດົມທຸກແຫຼ່ງກຳລັງຂອງສັງຄົມຢ່າງສຸດຂີດ, ພັດທະນາລະບົບໂຄງປະກອບພື້ນຖານໂຄງລ່າງຄົມມະນາຄົມ.

        ຕາມມະຕິຂອງສະພາແຫ່ງຊາດແລ້ວ, ປີ 2023, ເປົ້າໝາຍການເຕີບໂຕ GDP ຂອງ ຫວຽດນາມ ບັນລຸປະມານ 6,5%, ອັດຕາເຕີບໂຕດັດຊະນີລາຄາໃຊ້ສອຍສະເລ່ຍປະມານ 4,5%. ດ້ວຍເລື່ອງລັດຖະບານກຳນົດຫົວເລື່ອງຄຸ້ມຄອງບໍລິຫານເສດຖະກິດ - ສັງຄົມ ປີ 2023 ແມ່ນ ສາມັກຄີ, ມີລະບຽບວິໄນ, ປ່ຽນແປງໃໝ່ປະດິດຄິດສ້າງ, ທັນການ, ມີປະສິດທິຜົນ, ມີຄຸນນະທາດ, ມີໄຫວພິບ”, ຫາງສຽງລໍຖ້າບັນດາລັດຖະນະໂຍບາຍສຳຄັນຂອງລັດຖະບານ ເພື່ອໃຫ້ ເສດຖະກິດ ສືບຕໍ່ມີການຟື້ນຟູ ແລະ ພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ