ຍາມໃດ ລັດ ກໍເອົາໃຈໃສ່ເຖິງຄວາມຕ້ອງການໃນການເຊື່ອຖືສາສະຫນາອັນຊອບທຳ ຂອງປຊຊ

(vovworld)- ທີ່​ກອງ​ປະຊຸມ​ຜັນ​ຂະຫຍາຍ​ວຽກ​ງານ​ສາສະຫນາ ປີ 2012 ຂອງ​ຄະນະ​ສາສະຫນາ​ຂອງ​ລັດຖະບານ ຊຶ່ງດຳ​ເນີນ​ໃນ​ວັນ​ທີ 28/2, 2 ​ເນື້ອ​ໃນ​ສຳຄັນ​ທ່​ີ​ຖືກ​ຍົກ​ອອກ​ມາ​ປຶກສາ​ຫາລືນັ້ນ​ແມ່ນ ການ​ສະ​ຫລຸບ 5 ປີ ​ແຫ່ງ​ການ​ປະຕິບັດ​ຄຳ​ສັ່ງ​ເລກ 01 ຂອງ​ນາຍົກລັດຖະມົນຕີ ກ່ຽວ​ກັບ​ບາງ​ວຽກ​ງານ​ທີ່​ມີ​ຕໍ່​ສາສະຫນາ​​ໂປ​ແຕສະ​ຕັງ ​ແລະ ການ​ສະຫລຸບ 3 ປີ​ແຫ່ງ​ການ​ປະຕິບັດ​ຄຳ​ສັ່ງ​ເລກທີ 1940 ຂອງ​ນາຍົກລັດຖະມົນຕີ ກ່ຽວ​ກັບ​ເຮືອນ​ຢູ່, ທີ່​ດິນ​ກ່ຽວຂ້ອງເຖິງສາສະຫນາ.

ພາຍຫລັງ 3 ປີ ແຫ່ງການປະຕິບັດຄຳສັ່ງເລກ 1940, ອຳນາດການ​ປົກຄອງ​ທຸກ​ຂັ້ນ​ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່​ເຖິງ​ຄວາມ​ຕ້ອງການ​ນຳ​ໃຊ້​ເຮືອນ​ຢູ່, ທີ່​ດິນຂອງ​ບັນດາ​ອົງການ​ສາສະຫນາ​ຄືດັ່ງ​ຫນຶ່ງ​ໃນ​ບັນດາ​ເງື່ອນ​ໄຂ​ຈຳ​ເປັນ​ທີ່​ສຸດ​ເພື່ອ​ສ້າງ​ຮາກຖານ​ສາສະຫນາ ​ແລະ ຮັບ​ໃຊ້​ການ​ເຄື່ອນ​ໄຫວ​ສາສະຫນາ. ບັນດາ​ຂໍ້​ຕິດ​ຂັດ​ໃນ​ການ​ຈົດ​ທະບຽນ​ນຳ​ໃຊ້​ທີ່​ດິນ ​ແລະ ອອກ​ຫນັງສື​ຢັ້ງຢືນ​ການ​ນຳ​ໃຊ້​ທີ່​ດິນ​ໃຫ້​ແກ່​ບັນດາ​ຮາກຖານ​ສາສະຫນາ ຄ່ອຍໆ​ໄດ້​ຮັບ​ການ​ແກ້​ໄຂ. ​ທ່ານຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ​ ກໍ​ສ​ະ​ເຫ​ນີ​ໃຫ້​ບັນດາ​ທ້ອງ​ຖິ່ນ​​ເກັບ​ກຳສະຖິຕິ​ສະພາບ​​ເຮືອນ​ຢູ່​ທີ່​ດິນ​ກ່ຽວຂ້ອງ​ເຖິງ​ສາສະຫນາຢ່າງ​ທັນ​ການ, ​ລາຍ​ງານ​ຕໍ່​ນາຍົກລັດຖະມົນຕີຕາມ​​ກຳນົດ​ເວລາ​ເປັນ​ປະຈຳ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເນັ້ນ​ຫນັກ​ວ່າ:

        “ລະບອບ​ທີ່​ດິນ​ຢູ່ ຫວຽດນາມ ​ແມ່ນ​ລະບອບ​ກຳມະສິດ​ສ່ວນ​ລວມກ່ຽວ​ກັບ​ສະຖານ​ທີ່​ທຳ​ການ​ຜະລິດ, ລັດ​ແມ່ນ​ຜູ້​ຄຸ້ມ​ຄອງ​ຫາກບໍ່​ແມ່ນ​ຂອງສ່ວນ​ບຸກຄົນ​ໃດໆ​ຫນຶ່ງ ​ແຕ່​ລັດ​ເອົາ​ໃຈ​ໃສ່​ເຖິງ​ຄວາມ​ຕ້ອງການ​ອັນ​ຊອບ​ທຳ, ຕ້ອງ​ວາງ​ແຜນ​ກຳນົດ, ອອກຫນັງ​ສື​ອະນຸຍາດ, ປະຕິບັດ​ຢ່າງ​ຄ່ອງ​ແຄ້ວ, ຖືກ​ຕ້ອງຕາ​ມ​ກົດໝາຍ.”

ຍາມໃດ ລັດ ກໍເອົາໃຈໃສ່ເຖິງຄວາມຕ້ອງການໃນການເຊື່ອຖືສາສະຫນາອັນຊອບທຳ ຂອງປຊຊ - ảnh 1

ການດຳເນີນຊີວິດສາສະຫນາໂປແຕສະຕັງຢູ່ເຂດໄຕງວຽນ

ພາບ:ຈາກ Internet

        ຄຳ​ສັ່ງ​ເລກ 01 ຂອງ​ນາຍົກລັດຖະມົນຕີປະກາດ​ໃຊ້​ເມື່ອ​ປີ 2005 ​ໄດ້​​ເຮັດ​ໃຫ້​ສະພາບ​ການ​​ເຄື່ອນ​ໄຫວ​ຂອງສາສະຫນາ​ໂປ​ແຕສະ​ຕັງ​ມີ​ການ​ປ່ຽນ​ແປງ​ໂດຍ​ພື້ນຖານ ຕາມ​ທິດ​ສະຖຽນ​ລະ​ພາບ​ກວ່າ, ກໍລະນີ​ຮ້ອງທຸກ ​ແລະ ຄັດຄ້ານ​ກໍ​ຫລຸດ​ລົງ. ​ໄລ່​ມາ​ຮອດ​ປະຈຸ​ບັນ, ມີ​ສາສະ​ນິກະ​ຊົນ​ສາສະຫນາ​ໂປ​ແຕສະ​ຕັງ​ກວ່າ 875.000 ຄົນ ​ເຄື່ອນ​ໄຫວ​​ເປັນ​ລະບຽບຮຽບຮ້ອຍ, ​ປະຕິບັດ​ຕາມລະບຽບກົດໝາຍ. ຄຳ​ສັ່ງ​ນີ້​ໄດ້​ສ້າງ​ບາດກ້າວ​ບຸກທະລຸ​ໃນ​ວຽກ​ງານ​ບໍລິຫານ​​ລັດ, ​ເຮັດ​ໃຫ້​ສະພາບ​ການ​ເຄື່ອນ​ໄຫວ​ຂອງ​ສາສະຫນາ​ໂປ​ແຕສະ​ຕັງ​ມີ​ການປ່ຽນ​ແປງ​ໂດຍ​ພື້ນຖານ​ຕາມທິດ​ມີສະຖຽນ​ລະ​ພາບ​ກວ່າ. ພາຍຫລັງ​ໄດ້​ຮັບ​ຮູ້​ວ່າ ບັນດາ​ອົງການ​ສາສະຫນາ​ໂປ​ແຕສະ​ຕັງ ​ການ​ເຄື່ອນ​ໄຫວ​ເປັນ​ລະບຽບຮຽບຮ້ອຍ​ແລ້ວ ​ແລະ ​ໄປ​ຄຽງ​ຄູ່​ກັບປະ​ເທດ​ຊາດ. ຈາກ​ຄວາມ​ຕ້ອງການ​ດ້ານ​ຈິດ​ໃຈ​ໄດ້​ຮັບປະກັນ, ປະຊາຊົນ​ຖື​ສາສະຫນາ​ໂປ​ແຕສະ​ຕັງ ​ເປັນ​ຕົ້ນ​ແມ່ນ​ປະຊາຊົນ​ຊົນບັນດາ​ເຜົ່າ​ສ່ວນ​ຫນ້ອຍ​ຢູ່​ເຂດ​ພູດ​ອຍທາງ​ພາກ​ເຫນືອ ​ແລະ ​ເຂ​​ດ​ໄຕ​ງວຽນ ​ໄດ້​ເຂົ້າ​ຮ່ວມ​ການ​ເຄື່ອ​ນ​ໄຫວ​ທາງ​ສັງຄົມ, ການ​ກຸສົນ​ມະນຸດ​ສະ​ທຳຢ່າງ​ຕັ້ງຫນ້າ, ​ເປັນ​ເຈົ້າ​ການ​ສົມທົບ​ກັບ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ຕໍ່ສູ້​ຕ້ານ​ການ​ເຄື່ອນ​ໄຫວ​ສວຍ​ໃຊ້​ສາສະຫນາ​ໂປ​ແຕສະ​ຕັງ, ປະກອບສ່ວນ​ຮັກສາ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ ຄວາມ​ສະຫງົບ​ປອດ​ໄພ, ຄວາມ​ເປັນ​ລະບຽບຮຽບຮ້ອຍ​ທາງ​ສັງຄົມ​ຢູ່​ທ້ອງ​ຖິ່ນ. ສາສະຫນາ​ໂປ​ແຕສະ​ຕັງ​ກໍ​ປະກອບສ່ວນ​ລົບ​ລ້າງ​ບັນດາ​ປະ​ເພນີຫ​ລ້າ​ຫລັງ, ​ການເຊື່ອ​ຖື​ແບບ​ງົມງວາຍ, ​ໄພ​ສັງຄົມ. ທ່ານ ຫງວຽນ​​ແທນ​ຊວນ ຮອງ​ຫົວຫນ້າ​ຄະນະ​ປະຈຳ​ຄະນະ​ສາສະຫນາ​ລັດຖະບານ​ໃຫ້​ຮູ້​ວ່າ:

        “ພາບພົດ​ຂອງ​ສາສະຫນາ​ໂປ​ແຕສະ​ຕັງ​ເມື່ອ​ທຽບ​ໃສ່​ກັບ​ປີ 2005 ມີ​ການ​ຫັນປ່ຽນ​​ໃຫຍ່​ຫລວງ, ຕັ້ງຫນ້າ​ກວ່າ​ກ່ອນນີ້. ປະຊາຊົນ​ຖື​ສາສະຫນາ​ໂປ​ແຕສະ​ຕັງ​ມີ​ຄວາມ​ປິ​ຕິ​ຊົມ​ຊຶ່ນ ​ແລະ ສະ​ແດງ​ໃຫ້​ເຫັນ​ນະ​ໂຍບາຍ​ສາສະຫນາ​ຂອງ​ພັກ ​ແລະ ລັດ​ຫວຽດນາມ ທີ່​ມີ​ຕໍ່​ສາສະຫນາ​ໂປ​ແຕສະ​ຕັງ. ວຽກ​ງານ​ສາສະຫນາ​ໂປ​ແຕສະ​ຕັງ​ໃນ 6 ປີ ຜ່ານ​ມາ ​ໄດ້​ປະກອບສ່ວນ​ສຳຄັນ​​ເຂົ້າ​ໃນ​ການ​ໂຄສະນາ​ເພື່ອ​ໃຫ້​ບັນດາ​ກຳລັງ​ພາຍ​ນອກ​ມີ​ຄວາມ​ເຂົ້າ​ໃຈຢ່າງ​ຖືກຕ້ອງ​ກ່ຽວ​ກັບ​ສະພາບ​ການ​ຢູ່​ຫວຽດນາມ.”

        ຄຳ​ສັ່ງ​ເລກທີ 01 ຂອງ​ນາຍົກລັດຖະມົນຕີກ່ຽວກັບ​ບາງວຽກ​ງານທີ່​ມີ​ຕໍ່ສາສະຫນາ​ໂປ​ແຕສະ​ຕັງ ​ແລະ ຄຳ​ສັ່ງ​ເລກທີ 1940 ກ່ຽວ​ກັບ​ເຮືອນ​ຢູ່​ທີ່​ດິນ​ກ່ຽວຂ້ອງ​ເຖິງ​ສາສະຫນາ ​ແມ່ນ​ບັນດາ​ນະ​ໂຍບາຍ​ສຳຄັນ ​ເພື່ອ​ຫັນ​ລັດຖະບັນຍັດ​ວ່າ​ດ້ວຍການ​ເຊື່ອ​ຖື, ສາສະຫນາ​ໄດ້​ຮັບ​ການ​ປະກາດ​ໃຊ້​ເມື່ອ​ປີ 2004 ​ໃຫ້ປະກົດ​ຜົນ​ເປັນ​ຈິງ. ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຟຸກ ສະ​ເຫ​ນີ​ໃຫ້​ຄະນະ​ສາສະຫນາ​ລັດຖະບານ​ປະກາດ​ໃຊ້​ດຳລັດ​ໃຫມ່ ​ເພື່ອ​ແນະນຳ​ການ​ປະຕິບັດ​ລັດຖະບັນຍັດ​ວ່າ​ດ້ວຍ​ການ​​ເຊື່​ອຖື​ສາສະຫນາ, ກ້າວ​ໄປ​ເຖິງ​ການ​ສ້າງ​ກົດໝາຍ​ສະບັບ​ຫນຶ່ງ​ກ່ຽວ​ກັບ​ສາສະຫນາ​ເພື່ອ​ໃຫ້​ພົນລະ​ເມືອງ​ທຸກ​ຄົນ​ມີ​ສິດ​ເສລີ​ໃນ​ການ​ເຊື່ອ​ຖື​ສາສະຫນາ​ຢ່າງ​ສະ​ເໝີ​ພາບ ​ໃນ​ຂອບ​ເຂດ​ຂອງ​ລັດ​ແຫ່ງ​ອຳນາດ​ຕິ​ຕິ​ບັນຍັດ.

​ເຮືອງ​ຢາງ

ຕອບກັບ

ຂ່າວ/ບົດ​ອື່ນ